ສື່ມວນຊົນ ຍັງມີພາລະໜ້າທີ່ ອັນໜັກໜ່ວງ ທີ່ຈະຕ້ອງປະເຊີນໜ້າໃນຍຸກໃໝ່

ສື່ມວນຊົນ ຍັງມີພາລະໜ້າທີ່ ອັນໜັກໜ່ວງ ທີ່ຈະຕ້ອງປະເຊີນໜ້າໃນຍຸກໃໝ່

ສື່ມວນຊົນ ຍັງມີພາລະໜ້າທີ່ ອັນໜັກໜ່ວງ ທີ່ຈະຕ້ອງປະເຊີນໜ້າໃນຍຸກໃໝ່
ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ, ສປປ ລາວ ໄດ້ຮັບການສະຖາປະນາຂຶ້ນມາ, ສື່ມວນຊົນຂອງປະເທດເຮົາ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນະພາບ ຢ່າງບໍ່ຢຸດຢັ້ງ, ປະເທດເຮົາ ໄດ້ມີພາຫະນະສື່ມວນຊົນຫຼາຍປະເພດ, ຫຼາຍລະດັບ, ຫຼາຍຂະແໜງການ ແລະ ສະຖາບັນ ກໍລ້ວນແຕ່ໄດ້ສ້າງສື່ຂອງຕົນຂຶ້ນ ແລະ ບັນດາສື່ມວນຊົນເຫຼົ່ານັ້ນ ໄດ້ຕັ້ງໜ້າຮັບໃຊ້ສັງຄົມຢ່າງກວ້າງຂວາງ, ທັງເຜີຍແຜ່ຂໍ້ມູນຂ່າວສານ, ເປັນທັງຜູ້ໃຫ້ຄວາມຮູ້ຕ່າງໆ ແລະ ທັງເປັນຜູ້ອົບຮົມສັ່ງສອນຄົນໃນສັງຄົມ, ລວມທັງເຜີຍແຜ່ແນວທາງນະໂຍບາຍ, ເຜີຍແຜ່ການພັດທະນາປະເທດຊາດຢ່າງຮອບດ້ານ ໃຫ້ສາກົນຮັບຮູ້, ເຜີຍແຜ່ວັດທະນະທຳອັນດີງາມຂອງຊາດ ແລະ ອື່ນໆໄດ້ດີ, ໄດ້ຫຼາຍ ຢ່າງນັບບໍ່ຖ້ວນ, ແຕ່ເຖິງວ່າ ໄດ້ມີຜົນງານ, ຜົນສຳເລັດຫຼາຍດ້ານກໍຕາມ, ສື່ມວນຊົນລາວ ກໍຍັງມີພາລະໜ້າທີ່ ອັນໜັກໜ່ວງ ທີ່ຈະຕ້ອງໄດ້ປະເຊີນໜ້າໃນຍຸກໃໝ່ນີ້.

 

 

ໃນໂອກາດ ໂອ້ລົມໃຫ້ທິດຊີ້ນຳຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທີ I, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ໄດ້ເນັ້ນວ່າ: ພາລະໜ້າທີ່ຂອງສື່ມວນຊົນຍຸກໃໝ່ ຕ້ອງມີຄວາມໜັກແໜ້ນໃນການຍຶດໝັ້ນໃນທີ່ຕັ້ງ ຂອງຜູ້ເປັນສື່ທີ່ບໍລິສຸດ, ໂປ່ງໃສ, ເປັນທຳ, ໃນເມື່ອສື່ທຸກປະເພດເປັນຜູ້ໃຫ້ອາຫານລ້ຽງຈິດໃຈ ແລະ ສະໝອງ ຂອງຜູ້ຟັງ, ຜູ້ອ່ານ, ຜູ້ຊົມ, ຜູ້ເສບຂ່າວ ຢ່າງຂາດບໍ່ໄດ້ ໃນຊີວິດປະຈຳວັນ ຂອງຄົນເຮົາ, ອາຫານທີ່ວ່ານີ້ ມີ 2 ປະເພດຄື: ປະເພດອາຫານດີ, ມີຄຸນຄ່າ ທາງໂພສະນາການ, ເມື່ອບໍລິໂພກເຂົ້າໄປ ຈະເຮັດໃຫ້ຮ່າງກາຍຄົນເຮົາແຂງແຮງ, ທົນທານ, ມີອາລົມສົດຊື່ນ, ປອດໄພ, ອາຫານປະເພດສອງ ແມ່ນອາຫານເປັນພິດ ຈະເບື່ອເມົາຄົນ, ເບື່ອເມົາສັງຄົມ, ເຮັດໃຫ້ຄົນຫຼົງເຊື່ອ, ອາຫານປະເພດນີ້ ຈະພາໃຫ້ຮ່າງກາຍ ຂອງຜູ້ບໍລິໂພກ ອ່ອນເພຍ, ພະຍາດຈະເກີດຂຶ້ນ,ຖ້າປົວບໍ່ທັນ ຈະແກ້ບໍ່ຕົກ, ຈະເປັນອັນຕະລາຍ ຕໍ່ສຸຂະພາບຂອງຄົນ ແລະ ຕໍ່ສັງຄົມ, ຈະເປັນຜົນຮ້າຍຕໍ່ປະເທດໄດ້, ອາຫານສອງປະເພດນີ້ ຈະເກີດຂຶ້ນ ພ້ອມໆກັນ ພຽງແຕ່ຄົນເຮົາຕ້ອງຮູ້ເລືອກ ບໍລິໂພກ ປະເພດດີ, ປອດໄພ ຫຼື ເອົາການບໍລິໂພກປະເພດເບື່ອເມົາ ທີ່ເປັນອັນຕະລາຍ ຕໍ່ຮ່າງກາຍ ເທົ່ານັ້ນເອງ,ສະນັ້ນ, ຜູ້ໃດທີ່ມີອາວຸດຢູ່ໃນກຳມືຕົນ (ໝາຍເຖິງຜູ້ເປັນສື່ມວນຊົນ) ຈະເລືອກເອົາການປົກປ້ອງຂ່າວປະເພດໃດ ຫຼື ຈະຕໍ່ສູ້ ຕ້ານຂ່າວປະເພດໃດ, ສື່ມວນຊົນສາມາດເລືອກໄດ້ ເພື່ອທາງເດີນຂອງແຕ່ລະຄົນ ທີ່ເປັນສື່ມວນຊົນ, ເພື່ອປະຕິບັດໜ້າທີ່ ໃຫ້ຖືກຕ້ອງ ແລະ ສອດຄ່ອງ ກັບແນວທາງນະໂຍບາຍ ຂອງພັກ ແລະ ລັດເຮົາ, ສື່ມີໜ້າທີ່ ທັງເປັນຜູ້ຮັບ ແລະ ທັງເປັນຜູ້ໃຫ້, ການເປັນຜູ້ຮັບ ແມ່ນ ຮັບເອົາຂໍ້ມູນ ສະຖານະການ ທີ່ເກີດຂຶ້ນໃນໂລກ, ໃນປະເທດ, ໃນແຕ່ລະຊ່ົວໂມງ, ແຕ່ລະມື້ ມາວິໄຈ, ຮັບເອົາບັນດາທັດສະນະ ທີ່ແຕກຕ່າງຂອງແຕ່ລະເຫດການ ທີ່ເກີດຂຶ້ນ ມາສົມທຽບ, ຮັບເອົາຄວາມຢາກຮູ້, ຢາກເຂົ້າໃຈແຕ່ລະເຫດການ ຂອງຄົນໃນສັງຄົມ ວ່າອັນໃດເປັນຂ່າວປອມ, ຂ່າວລວງ, ຂ່າວອະກຸສົນ, ຮັບມາເພື່ອວິໄຈ ຄົ້ນຄວ້າ, ຮັບເອົາແນວທາງນະໂຍບາຍ ຂອງພັກ ແລະ ລັດ ມາເປັນບ່ອນອີງໃນການນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ຂອງຕົນ, ຮັບເອົາຄວາມມຸ່ງມາດປາຖະໜາ ຂອງຄົນໃນສັງຄົມ ທີ່ຢາກຮູ້ຂໍ້ມູນຂ່າວສານ ແລະ ຮັບເອົາຄຳສະເໜີ ຄຳຕຳນິຕິຊົມຂອງຄົນໃນສັງຄົມ ຕໍ່ບຸກຄົນ ຕໍ່ການຈັດຕັ້ງ ແລະ ອື່ນໆ ແລະ ການເປັນຜູ້ໃຫ້ຂອງສື່ມວນຊົນ ຕໍ່ສັງຄົມ ຄື: ການເຜີຍແຜ່ຂ່າວສານ ທີ່ເກີດຂຶ້ນຢ່າງສົດໆຮ້ອນໆ, ໃຫ້ຂໍ້ມູນ ທີ່ມີການກວດກາວິໄຈແລ້ວ, ໃຫ້ຄວາມຮູ້ດ້ານຕ່າງໆ ທີ່ບໍ່ມີຄວາມສິ້ນສຸດ ແກ່ຄົນຢ່າງກວ້າງຂວາງ, ໃຫ້ການສຶກສາອົບຮົມຄົນ ໃນທາງກົງ ແລະ ທາງອ້ອມ ໄປໃນຕົວ, ໃຫ້ຄຳແນະນຳ ເພື່ອສ້າງຄວາມມີສະຕິ, ມີຄວາມສະດຸ້ງໄວ, ມີຄວາມລະວັງຕົວ ທີ່ຈະນໍາໄປສູ່ສິ່ງທີ່ຖືກຕ້ອງ ຂອງກະແສສັງຄົມ ໂດຍຫຼີກລ່ຽງການໄປເມົາມົວນຳຂ່າວ ທີ່ເປັນພິດໄພ ທີ່ເປັນອັນຕະລາຍ ຕໍ່ສຸຂະພາບກາຍ, ສຸຂະພາບໃຈຂອງຄົນ, ຖ້າສື່ໃດ ຫຼື ບຸກຄົນ ທີ່ເຮັດໜ້າທີ່ສື່ສານ ໃຫ້ແກ່ສັງຄົມ, ບັນດາເຫດການ ທີ່ມີການວິເຄາະ-ວິໄຈ ເປັນຢ່າງດີ ແລະ ຊື່ກົງຕໍ່ຄວາມເປັນຈິງ ດ້ວຍຄວາມຂາວສະອາດໂປ່ງໃສ ໜ້າເຊື່ອຖືໄດ້, ສື່ນັ້ນ, ບຸກຄົນຜູ້ໃຫ້ນັ້ນ ຈະໄດ້ຮັບຄວາມເຊື່ອຖື ແລະ ສັງຄົມຈະຈົດຈໍ່ລໍຄອຍດ້ວຍຄວາມຫິວໂຫຍ, ຢາກຮູ້, ຢາກອ່ານ, ຢາກຟັງ ຕໍ່ບັນດາສື່ທີ່ເປັນຜູ້ໃຫ້ ທີ່ມີລັກສະນະນີ້.

ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໃຫ້ບັນດາສື່ມວນຊົນລາວ ໃຫ້ມີສະຕິເພື່ອທຳການກວດກາວິໄຈນຳກັນເບິ່ງວ່າ: ຄວາມສະດວກຂອງການເສບຂ່າວໃນຍຸກ 4.0, ຍຸກດີຈິຕອນ, ຍຸກປັນຍາປະດິດ (AI) ແລະ ອື່ນໆ, ມີຂໍ້ສະດວກ ແລະ ໂອກາດ ແຫ່ງການຮັບຂໍ້ມູນຂ່າວສານຈາກຍຸກຄວາມກ້າວໜ້າຂອງເຕັກໂນໂລຊີ ຂອງຄົນເຮົາມີມາກມາຍມະຫາສານ, ຖ້າເຮົາຮູ້ເລືອກໃຊ້ສິ່ງທີ່ເປັນປະໂຫຍດ ກໍຈະເປັນປະໂຫຍດອັນໃຫຍ່ຫຼວງຕໍ່ສັງຄົມ ດ້ວຍເງື່ອນໄຂແຫ່ງຄວາມວ່ອງໄວ, ຄວາມລໍ້າສະໄໝແຫ່ງຄວາມກ້າວໜ້າດ້ານເຕັກໂນໂລຊີ. ແຕ່ເວລາດຽວກັນນັ້ນ ສິ່ງທ້າທາຍ ແລະ ອັນຕະລາຍ ຈະເກີດຂຶ້ນ ກໍແມ່ນການນຳໃຊ້ສື່ໄປໃນເປົ້າໝາຍ ທີ່ບໍ່ສ້າງສັນ ເປັນເຄື່ອງມື ທີ່ເພື່ອຜົນປະໂຫຍດທາງການເມືອງ, ເສດຖະກິດ-ການເງິນ, ຜົນປະໂຫຍດສ່ວນຕົວ, ດ້ວຍການໃຊ້ທຸກກົນອຸບາຍເລ່ລ່ຽມ ທີ່ໂຫດຫ້ຽມ ເພື່ອຫຼອກລວງໃຫ້ຄົນເກີດຫຼົງໄຫຼ, ຫຼົງເຊື່ອ ຢ່າງບໍ່ຮູ້ສຶກຕົວ, ເຮັດໃຫ້ສັງຄົມແຕກແຍກ, ອັນດີກາຍເປັນອັນຮ້າຍ, ສາມາດຊວນເຊື່ອຄົນໃຫ້ເດີນໄປຕາມທາງຜິດເຂວ, ຫັນເຫຈາກຄວາມເປັນຈິງ ຕົກເຂົ້າສູ່ຄວາມຫາຍະນະໄປໃນຕົວໄດ້.

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ