ທ່ານ ບາຊິມ ຄູແດ ລັດຖະມົນຕີກະຊວງນ້ຳມັນອີຣັກໄດ້ເປີດເຜີຍໃນວັນ 14 ສິງຫາ ຜ່ານມາວ່າ: ການສົ່ງອອກນ້ຳມັນຂອງປະເທດສະເລ່ຍ 2 ລ້ານບາເຣວຕໍ່ມື້ນັບຕັ້ງແຕ່ຕົ້ນເດືອນສິງຫາ, ຫຼັງຈາກການຂົນສົ່ງນ້ຳມັນທາງທະເລຂອງອີຣັກໃນໄລຍະ 7 ເດືອນທຳອິດຂອງປີ 2026 ຫຼຸດລົງຢ່າງຫຼວງຫຼາຍ. ໂດຍປະລິມານການສົ່ງອອກໂດຍສະເລ່ຍພຽງແຕ່ປະມານ 1.31 ລ້ານບາເຣວຕໍ່ມື້, ຫຼຸດລົງເກືອບ 60% ເມື່ອທຽບກັບໄລຍະດຽວກັນໃນປີ 2025 ຊຶ່ງບັນລຸລະດັບສູງສຸດເຖິງ 3.33 ລ້ານບາເຣວຕໍ່ມື້.
ລັດຖະມົນຕີກະຊວງນ້ຳມັນອີຣັກ ກ່າວວ່າ: ກະຊວງກຳລັງເຮັດວຽກຢ່າງໜັກເພື່ອເພີ່ມປະລິມານການສົ່ງອອກ ຊຶ່ງກວມເອົາຫຼາຍກວ່າ 85% ຂອງງົບປະມານຂອງປະເທດ. ປັດຈຸບັນ, ກະຊວງນ້ຳມັນຂອງອີຣັກກຳລັງພະຍາຍາມເພີ່ມກຳລັງການຜະລິດ ແລະ ຄວາມສາມາດໃນການສົ່ງອອກ, ພ້ອມກັບການປັບປຸງພື້ນຖານໂຄງລ່າງ ແລະ ສະຖານີຂົນສົ່ງນ້ຳມັນດິບ, ຍ້ອນວ່າລັດຖະບານໃຫ້ຄວາມສຳຄັນກັບຄວາມຫຼາກຫຼາຍຂອງເສັ້ນທາງສົ່ງອອກພະລັງງານເພື່ອຫຼຸດຜ່ອນການເພິ່ງພາອາໄສຊ່ອງທາງແບບດັ້ງເດີມ.
ທັງນີ້, ໃນເດືອນກໍລະກົດ ຜ່ານມາ ອີຣັກມີປະລິມານການຂົນສົ່ງນ້ຳມັນດິບທັງໝົດປະມານ 49 ລ້ານບາເຣວ, ໂດຍການຂົນສົ່ງທາງທະເລເພີ່ມຂຶ້ນເກືອບ 39 ລ້ານບາເຣວ ຊຶ່ງສະແດງໃຫ້ເຫັນເຖິງການຟື້ນຕົວຢ່າງຫຼວງຫຼາຍເມື່ອທຽບກັບໂຕເລກຂອງເດືອນມິຖຸນາທີ່ມີພຽງແຕ່ 15 ລ້ານບາເຣວ ຫຼື ຄິດໄລ່ເປັນການເຕີບໂຕຕໍ່ເດືອນຫຼາຍກວ່າ 153%.
ສຳລັບຈຸດຕໍ່າສຸດໃນການສົ່ງອອກນ້ຳມັນຂອງອີຣັກເກີດຂຶ້ນໃນເດືອນພຶດສະພາ 2016 ຊຶ່ງການສົ່ງອອກຫຼຸດລົງເຫຼືອປະມານ 98,000 ບາເຣວຕໍ່ມື້ ຫຼື ຫຼຸດລົງ 97% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ.
ຄໍາເຫັນ