ກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I

ກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I

ກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I
​ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຈັດກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I ຂຶ້ນໃນລະຫວ່າງວັນທີ 11–12 ສິງຫານີ້, ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ທັງເປັນປະທານ ຄລທ, ໄດ້ຮັບກຽດເຂົ້າຮ່ວມ ໃຫ້ທິດຊີ້ນຳໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ, ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງ, ຮອງລັດຖະມົນຕີ, ພະນັກງານຫຼັກແຫຼ່ງຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຜູ້ຕາງໜ້າຈາກພາກທຸລະກິດ.
ກອງປະຊມວຽກງານສງເສມ ແລະ ຄມຄອງການລງທນ ທວປະເທດ ຄງທ I - image 1
 

ກອງປະຊຸມ ໄດ້ຮັບຟັງການລາຍງານສະຫຼຸບຕີລາຄາສະພາບການສົ່ງເສີມ ແລະ ຄຸ້ມຄອງການລົງທຶນໃນໄລຍະຜ່ານມາ ພ້ອມທັງທິດທາງແຜນການໃນຕໍ່ໜ້າ, ຮັບຟັງຜົນການປະເມີນການຈັດຕັ້ງປະຕິ ບັດດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ, ລົງວັນທີ 11 ສິງຫາ 2025; ພ້ອມທັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ, ທ້ອງຖິ່ນ ແລະ ຕາງໜ້າພາກທຸລະກິດ ຕໍ່ກັບວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ກອງປະຊມວຽກງານສງເສມ ແລະ ຄມຄອງການລງທນ ທວປະເທດ ຄງທ I - image 2
 

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນໜັກວ່າ: ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ຍາມໃດກໍຕີລາຄາສູງຕໍ່ບົດບາດຂອງການລົງທຶນພາກເອກະຊົນທັງພາຍໃນ ແລະ ຕ່າງປະ ເທດ. ນັບແຕ່ໄດ້ເປີດກວ້າງການລົງທຶນເປັນຕົ້ນມາ, ລັດຖະບານໄດ້ມີການປັບປຸງນິຕິກຳ ແລະ ນະໂຍ ບາຍຕ່າງໆ ໃຫ້ສອດຄ່ອງກັບເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນແຕ່ລະໄລຍະ ເພື່ອແນໃສ່ດຶງດູດການລົງທຶນ, ວິຊາການ ແລະ ແຫຼ່ງທຶນສຳຄັນຢ່າງຕໍ່ເນື່ອງ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ນັບແຕ່ປີ 1989 ຮອດປັດຈຸບັນ ມີການລົງທຶນທັງໝົດ 5,394 ໂຄງການ, ມູນຄ່າລວມ 65.5 ຕື້ໂດລາ. ໃນນັ້ນ, ການລົງທຶນພາຍໃນ (ສະເພາະກິດຈະການຄວບຄຸມ ແລະ ສຳປະທານ) ກວມເອົາປະມານ 23% ຂອງການອະນຸມັດທັງໝົດ, ປະເທດທີ່ລົງທຶນຫຼາຍກວ່າໝູ່: ອັນດັບ 1 ແມ່ນ ສປ ຈີນ (970 ໂຄງການ, ມູນຄ່າ 15 ຕື້ໂດລາ), ອັນດັບ 2 ແມ່ນ ສສ ຫວຽດນາມ (441 ໂຄງການ, ມູນຄ່າ 12.7 ຕື້ໂດລາ) ແລະ ຣາຊະອານາຈັກໄທ (686 ໂຄງການ, ມູນຄ່າ 6.9 ຕື້ໂດລາ), ໃນ 7 ເດືອນຕົ້ນປີ 2026 ໄດ້ອະນຸມັດການລົງທຶນໃນກິດຈະການສຳປະທານ ແລະ ກິດຈະການຄວບຄຸມ ທັງໝົດ 34 ໂຄງການ, ມູນຄ່າ 8.5 ຕື້ໂດລາ, ເພີ່ມຂຶ້ນ 68% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025 ແລະ ສາມາດນຳເຂົ້າທຶນຕົວຈິງໄດ້ຫຼາຍກວ່າ 1 ຕື້ໂດລາ.

ກອງປະຊມວຽກງານສງເສມ ແລະ ຄມຄອງການລງທນ ທວປະເທດ ຄງທ I - image 3
 

ທ່ານ ສອນໄຊ ສີພັນດອນ, ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳ ຊຶ່ງເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ໄຂຂຶ້ນໃນໄລຍະທີ່ທົ່ວພັກ-ລັດ ແລະ ປະຊາຊົນ ພວມຕັ້ງໜ້າແຂ່ງຂັນສ້າງຜົນງານເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ພາຍໃຕ້ຄຳຂວັນ: "ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາ ຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ" ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030).

ກອງປະຊມວຽກງານສງເສມ ແລະ ຄມຄອງການລງທນ ທວປະເທດ ຄງທ I - image 4
 

ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳທິດທາງໃນຕໍ່ໜ້າ ຄື: ບຸກທະລຸດ້ານຈິນຕະນາການໃໝ່: ສ້າງການຫັນປ່ຽນໃນວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃຫ້ມີຄວາມວ່ອງໄວ, ທັນການ, ມີຄຸນນະພາບ, ໂປ່ງໃສ ແລະ ເປັນມືອາຊີບ, ຫັນເປັນທັນສະໄໝ: ເອົາໃຈໃສ່ຍົກສູງວຽກງານຄຸ້ມຄອງ ແລະ ກວດກາບັນດາໂຄງການສຳປະທານທີ່ໄດ້ອະນຸມັດຜ່ານມາ ແລະ ໂຄງການໃໝ່ທີ່ຈະອະນຸມັດໃນຕໍ່ໜ້າ ໃຫ້ຮັດກຸມ, ລະອຽດ, ຈະແຈ້ງ ບົນພື້ນຖານນິຕິກຳ ແລະ ລະບຽບກົດໝາຍ, ແກ້ໄຂປະກົດການຫຍໍ້ທໍ້: ເດັດ ຂາດແກ້ໄຂບັນຫາຫຍໍ້ທໍ້ໃນຂະແໜງການລົງທຶນຢ່າງຈິງຈັງ, ເພີ່ມທະວີມາດຕະການທີ່ເຂັ້ມງວດ, ນຳໃຊ້ເຄື່ອງມືທັນສະໄໝ, ເຄັ່ງຄັດຕໍ່ຜູ້ລະເມີດ ແລະ ຍ້ອງຍໍຊົມເຊີຍຜູ້ມີຜົນງານດີເດັ່ນ ທັງພາກລັດ ແລະ ພາກທຸລະກິດ.

ກອງປະຊຸມໄດ້ເປັນເອກະພາບກັນຮັບຮອງເອົາບັນຫາສຳຄັນຕ່າງໆ ໂດຍມອບໃຫ້ທຸກກະຊວງ, ອົງ ການທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ສືບຕໍ່ປະຕິບັດພາລະບົດບາດຂອງຕົນ ເພື່ອຊຸກຍູ້ການລົງທຶນພາກເອກະຊົນໃຫ້ບັນລຸ 409,470 ຕື້ກີບ (ເທົ່າກັບ 64.4% ຂອງການລົງທຶນທັງໝົດ) ຕາມຄາດໝາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026–2030), ສຸມໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນດ້ານຊັບພະຍາກອນຕາມທິດຍືນຍົງ ແລະ ສີຂຽວ, ສ້າງກົນໄກທີ່ເອື້ອອຳນວຍໃຫ້ທຸລະກິດພາຍໃນສາມາດແຂ່ງຂັນໄດ້ ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ.

ກອງປະຊມວຽກງານສງເສມ ແລະ ຄມຄອງການລງທນ ທວປະເທດ ຄງທ I - image 5
 

ພ້ອມດຽວກັນນັ້ນ, ໄດ້ຊີ້ນຳໃຫ້ເລັ່ງປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປີ 2024 ແລະ ກົດໝາຍທີ່ກ່ຽວຂ້ອງ; ເຫັນດີສະເໜີປັບປຸງດຳລັດ ເລກທີ 530/ນຍ, ລົງວັນທີ 11 ສິງຫາ 2025 ເພື່ອໃຫ້ກົງຈັກການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ສອດຄ່ອງກັບກົງຈັກດ້ານພັກ ແລະ ຕອບສະໜອງໜ້າທີ່ການເມືອງໄດ້ຢ່າງມີປະສິດທິພາບ. ໃຫ້ ຄລທ ສືບຕໍ່ເປັນໃຈກາງປະສານງານ, ປັບປຸງກົນໄກການພິຈາລະນາອະນຸມັດໂຄງການ (ໂດຍສະເພາະກິດຈະການຄວບຄຸມ ແລະ ສຳປະທານ) ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ ເພື່ອດຶງດູດນັກລົງທຶນທີ່ມີຄຸນນະພາບ ແລະ ທຶນຮອນຕົວຈິງ ພ້ອມທັງຈັດຕັ້ງປະຕິບັດການລວມສູນວຽກງານເຊັນບົດບັນທຶກຄວາມເຂົ້າໃຈ (MOU) ແລະ ສັນຍາລົງທຶນ ຢູ່ ຄລທ ແຕ່ລະຂັ້ນ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 564/ຫສນຍ, ລົງວັນທີ 5 ພຶດສະພາ 2026 ຢ່າງເຂັ້ມງວດ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ໃນລະຫວ່າງວັນທີ 15-16 ພະຈິກນີ້, ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ຊຶ່ງຈັດຂຶ້ນພາຍໃຕ້ຫົວຂໍ້ “ການລົງທຶນຄືນໃໝ່ໃນສັນຕິພາບ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ສະຖຽນລະພາບທີ່ຍືນຍົງ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກສົມບູນ, ປະເທດສະມາຊິກສົມທົບ ແລະ ປະເທດສະມາຊິກສັງເກດການຂອງອົງການຝຣັງໂກໂຟນີສາກົນ (OIF) ເຂົ້າຮ່ວມ. ພ້ອມນີ້, ຍັງມີການປຶກສາຫາລືໃນຫົວຂໍ້ສະເພາະຄື: “ການເສີມສ້າງສັນຕິພາບ: ໂຄງການລວມໝູ່ລວມເອົາຈຸດແຂງ ແລະ ຂໍ້ໄດ້ປຽບທີ່ຫຼາກຫຼາຍຂອງພວກເຮົາ” ຂອງບັນດາປະເທດສະມາຊິກ.
ພັກປປ ລາວ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນກຳປູເຈຍ ພົບປະປຶກສາຫາລື ການພົວພັນຮ່ວມມື

ພັກປປ ລາວ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນກຳປູເຈຍ ພົບປະປຶກສາຫາລື ການພົວພັນຮ່ວມມື

ໃນຕອນເຊົ້າວັນທີ 16 ພະຈິກນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ຮັບປະທານອາຫານເຊົ້າ ແລະ ພົບປະສາມຝ່າຍ ລາວ-ຫວຽດນາມ-ກຳປູເຈຍ ໂດຍການເປັນເຈົ້າພາບຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງແຫ່ງຣາຊະອານາຈັກກໍາປູເຈຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກໍາປູເຈຍ.
ສອງເລຂາທິການໃຫຍ່ ປະທານປະເທດລາວ-ຫວຽດນາມ ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX

ສອງເລຂາທິການໃຫຍ່ ປະທານປະເທດລາວ-ຫວຽດນາມ ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ.
ຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນ ມວສຊ

ຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນ ມວສຊ

ພິທີປະກາດຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເປັນມະຫາວິທະຍາໄລວິທະຍາ ສາດສຸຂະພາບແຫ່ງຊາດ (ມວສຊ) ພ້ອມທັງເປີດສົກຮຽນໃໝ່ 2026-2027 ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້ ທີ່ວິທະຍາເຂດດົງໂພສີ ມວສຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ອະດີດການນໍາກະຊວງສາທາລະນະສຸກ, ບັນດາຜູ້ອໍານວຍການ-ຮອງອໍານວຍການໃຫຍ່, ຄູ-ອາຈານ ເຂົ້າຮ່ວມ.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ໃນວັນທີ 15 ພະຈິກນີ້ ທີ່ມະນີລາ ສາທາລະນະລັດ ຟີລິບປິນ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງໄດ້ມີພິທີເປີດກອງປະຊຸມຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 15 ພະຈິກ ນີ້, ໂດຍການເປັນປະທານຂອງ ທ່ານ ເຟີດິນານ ມາຄອດຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໃນນາມປະທານອາຊຽນ 2026,
ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍທ່ານ ໂຄອິຊຸມິ ຊຶໂຕມຸ(H.E Mr. KOIZUMI Tsutomu)ເອກອັກຄະລັດຖະທູດຢີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho)ຮອງປະທານອາວຸໂສອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ແກ່ ສປປ ລາວ.
ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ເພີ່ມເຕີມ