ທ່ານ ທອງລຸນ ສີສຸລິດ ຕ້ອນຮັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ແຫ່ງ ລາຊະອານາຈັກກໍາປູເຈຍ

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ແຫ່ງ ລາຊະອານາຈັກກໍາປູເຈຍ

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ແຫ່ງ ລາຊະອານາຈັກກໍາປູເຈຍ
ໃນວັນທີ 10 ສິງຫາ ນີ້ ທີ່ສໍານັກງານປະທານປະເທດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ກໍາມະການກົມການເມືອງສູນກາງພັກປະຊາຊົນກໍາປູເຈຍ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ກໍາປູເຈຍ ໃນໂອກາດເດີນທາງມາວາງພວງມາລາ ແລະ ໄຫວ້ອາໄລ ເຖິງດວງວິນຍານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ທີ່ຜ່ານມາ.
ທານ ທອງລນ ສສລດ ຕອນຮບ ສມເດດມະຫາ ຣດສະເພຍທກາ ທພະໄດ ຄນ ສດາຣ ແຫງ ລາຊະອານາຈກກາປເຈຍ - image 1
 


ທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ຄອບຄົວ ພົມວິຫານ ສະແດງຄວາມຂອບໃຈ ແລະ ຊາບຊຶ້ງຕໍ່ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ທີ່ໄດ້ນໍາພາ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແລະ ປະຊາຊົນກໍາປູເຈຍ ອ້າຍນ້ອງ ທີ່ເດີນທາງມາຮ່ວມ ພິທີໄຫ້ວອາໄລເຖິງດວງວິນຍານຂອງ ທ່ານ ໄຊສົມພອນ ພົມວິຫານ ຊຶ່ງເປັນການບິແບ່ງຄວາມເສົ້າໂສກເສຍດາຍ ຂອງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ທັງເປັນການສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ, ເປັນການໃຫ້ກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ, ທັງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນທີ່ເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ແລະ ຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ.
ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ໄດ້ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ, ສະພາແຫ່ງຊາດ ແລະ ປະຊາຊົນກໍາປູເຈຍ ສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ, ພ້ອມທັງໄດ້ຕີລາຄາສູງຕໍ່ຜົນງານຂອງ ທ່ານ ໄຊສົມພອນ ພົມວິຫານ ທີ່ເປັນການນຳຫຼັກແຫຼ່ງຂອງພັກປະຊາຊົນ ປະຕິວັດລາວ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ເປັນນັກຮົບປະຕິວັດທີ່ຈົງຮັກພັກດີ, ທີ່ຕະຫຼອດຊີວິດໄດ້ເສຍສະຫຼະສູ້ຊົນ ເພື່ອຄວາມຜາສຸກຂອງປະຊາຊົນລາວ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງ ໃນພາລະກິດປົກປັກຮັກສາ ແລະ ການພັດທະນາ ປະເທດ ສປປ ລາວ.
ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງສຳລັບ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງທ່ານ, ແຕ່ຫາກຍັງ ເປັນການສູນເສຍເພື່ອນມິດທີ່ດີຂອງ ພັກ, ລັດ ແລະ ປະຊາຊົນກໍາປູເຈຍ ອີກດ້ວຍ. ພັກ, ລັດ ແລະ ປະຊາຊົນກໍາປູເຈຍ ຂໍແບ່ງເບົາຄວາມເສົ້າສະຫຼົດໃຈອັນສຸດຊຶ້ງ ມາຍັງ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ຄອບຄົວ ພົມວິຫານ ມານະໂອກາດນີ້ ແລະ ເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຄອບຄົວພົມວິຫານ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫຼວງນີ້ ແລະ ສືບຕໍ່ພາລະກິດປັກປັກຮັກສາ ແລະ ສ້າງສາປະເທດລາວ ໃຫ້ນັບມື້ພັດທະນາຈະເລີນຮຸ່ງເຮືອງ.
(ຂ່າວ: ກົມການຂ່າວ ກຕທ)

ຄໍາເຫັນ

ຂ່າວເດັ່ນ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ

ໃນຕອນແລງວັນທີ 23 ກັນຍາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຂິງຄໍາ ແກ້ວໜູຈັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 22 ແລະ ອັດລົງໃນຕອນແລງວັນທີ 23 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ນອກນັ້ນ ຍັງມີບັນດາຄະນະນຳອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2026.
ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ຢ້ຽມຢາມ ສປປ ລາວ

ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ຢ້ຽມຢາມ ສປປ ລາວ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ນຳໂດຍ ສະຫາຍ ເຊຣ໌ເກ ອາເລັກຊັນໂດຼວິຈ໌ ຊືຣັນກົບ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-25 ກັນຍາ 2026.
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 22 ກັນຍານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາຄະນະນຳອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນຕຸລາ 2026.
ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສຫວຽດນາມ

ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສຫວຽດນາມ

ໃນວັນທີ 21 ກັນຍາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ.
ນາຍົກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ

ນາຍົກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ

ໃນຕອນບ່າຍວັນທີ 21 ກັນຍານີ້, ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ນາຍົກໂອ້ລົມຕໍ່ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ນາຍົກໂອ້ລົມຕໍ່ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນວັນທີ 21 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກົມ ຫົວໜ້າພະແນກການຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຊຶ່ງທ່ານນາຍົກກ່າວວ່າ: ວຽກງານການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກແມ່ນໜຶ່ງໃນວຽກງານຍຸດທະສາດທີ່ສຳຄັນທີ່ສຸດຂອງພັກ ແລະ ລັດຖະບານ ນັບຕັ້ງແຕ່ສະຖາປະນາ ສປປ ລາວ ເປັນຕົ້ນມາ.
ກອງປະຊຸມຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາ

ກອງປະຊຸມຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາ

ໃນວັນທີ 18 ກັນຍານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ເປັນປະທານກອງປະຊຸມຄົ້ນຄວ້າ ແລະ ຜ່ານນິຕິກຳ ຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາ; ມີທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຮອງປະທານຄະນະຊີ້ນຳລະດັບຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານຄະນະຊີ້ນໍາ ແລະ ກອງເລຂາຄະນະຊີ້ນໍາລະດັບຊາດ, ຕາງໜ້າຈາກກະຊວງ-ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຄຳເວົ້າອັນຊົງຄຸນຄ່າຂອງທ່ານ ທອງລຸນ ສີສຸລິດ ໃນພິທີລົງນາມສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໃນປີ 2008

ຄຳເວົ້າອັນຊົງຄຸນຄ່າຂອງທ່ານ ທອງລຸນ ສີສຸລິດ ໃນພິທີລົງນາມສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໃນປີ 2008

ເນື່ອງໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM), ພວກເຮົາຂໍຫວນຄືນເຖິງຄຳເວົ້າອັນຊົງຄຸນຄ່າຂອງ ພະນະທ່ານ ທອງລຸນ ສີສຸລິດປະທານປະເທດແຫ່ງ ສປປ ລາວ ທີ່ເຄີຍກ່າວໄວ້ໃນພິທີລົງນາມສົນທິສັນຍາດັ່ງກ່າວໃນປີ 2008 ວ່າ:
ເປີດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ຂຶ້ນຢ່າງເປັນທາງການ

ເປີດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ຂຶ້ນຢ່າງເປັນທາງການ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of Convention on Cluster Munitions) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 14 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ,
ນາຍົກລັດຖະມົນຕີ ຕ້ອນຮັບການນຳກະຊວງກະລາໂຫມຣາຊະອານາຈັກໄທ

ນາຍົກລັດຖະມົນຕີ ຕ້ອນຮັບການນຳກະຊວງກະລາໂຫມຣາຊະອານາຈັກໄທ

ໃນວັນທີ 9 ກັນຍາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ໃຫ້ກຽດຕ້ອນຮັບທ່ານພົນໂທ ອະດຸນ ບຸນທໍາຈະເຣີນ ລັດຖະມົນຕີວ່າການກະຊວງກະລາໂຫມແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທຄັ້ງທີ 30 ທີ່ນະຄອນຫຼວງວຽງຈັນ ສປປ ລາວ.
ເພີ່ມເຕີມ