ນາຍົກລັດຖະມົນຕີ ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ສທໜລ

ນາຍົກລັດຖະມົນຕີ ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ສທໜລ

ນາຍົກລັດຖະມົນຕີ ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ສທໜລ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂອ້ລົມຕໍ່ກອງປະຊຸມສະຫຼຸບ ວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງສະມາຄົມນັກທຸລະກິດໜຸ່ມລາວ (ສທໜລ) ໃນວັນທີ 6 ສິງຫາ ນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ: ໂດຍມີ ທ່ານ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ພ້ອມດ້ວຍຄະນະບໍລິຫານງານ ແລະ ສະມາຊິກສະມາຄົມນັກທຸລະກິດໜຸ່ມລາວເຂົ້າຮ່ວມຢ່າງພ້ອມພຽງ.
ນາຍກລດຖະມນຕ ໂອລມຕກອງປະຊມສະຫບວຽກງານ 6 ເດອນຕນປ ສທໜລ - image 1
 

 

ເພື່ອເປັນການສືບຕໍ່ຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນ ຮອດປີ 2030 ໃຫ້ມີປະສິດທິຜົນສູງສຸດ, ເພື່ອໃຫ້ສະມາຄົມນັກທຸລະກິດໜຸ່ມລາວ ນໍາໄປຈັດຕັ້ງຜັນຂະຫຍາຍ, ສະນັ້ນ ທ່ານນາຍົກ ໄດ້ໂອ້ລົມເນັ້ນໜັກບາງບັນຫາໃຫ້ ສທໜລ ເອົາໃຈໃສ່ຕື່ມຄື: ໜຶ່ງ, ຍົກສູງສະຕິການເມືອງ, ເຕົ້າໂຮມຄວາມສາມັກຄີ ແລະ ຍູ້ແຮງການຮ່ວມທຶນໃນການປະຕິບັດໂຄງການໃດໜຶ່ງຕົວຈິງ ໃຫ້ເປັນຮູບປະທໍາ: ນັກທຸລະກິດໜຸ່ມທຸກຄົນຕ້ອງເປັນເຈົ້າການຍົກສູງສະຕິເປັນແບບຢ່າງໃນການອຸທິດຕາມອຸດົມການທີ່ໜັກແໜ້ນ, ເຊື່ອມຊຶມ ແລະ ປະຕິບັດຕາມແນວທາງນະໂຍບາຍຂອງພັກ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍແຫ່ງ ສປປ ລາວ ຢ່າງເຂັ້ມງວດ, ພ້ອມທັງ ຖືເອົາວຽກງານການພັດທະນາຊົນນະບົດ ເປັນເປົ້າໝາຍຮີບດ່ວນ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ເປັນຄາດໝາຍສໍາຄັນບຸລິມະສິດແຖວໜ້າ ດ້ວຍຍູ້ແຮງການຮ່ວມທຶນ ລະຫວ່າງ ນັກທຸລະກິດໜຸ່ມດ້ວຍກັນ, ການຮ່ວມທຶນລະຫວ່າງພາກເອກະຊົນ ກັບລັດວິສາຫະກິດ, ຊຸມຊົນ ແລະ ພາກລັດ ໂດຍລະດົມທຶນ, ຊັບສິນ, ເຕັກໂນໂລຊີ, ທີ່ດິນ ແລະ ແຮງງານ ເຂົ້າໃນໂຄງການພັດທະນາ ເສດຖະກິດ-ສັງຄົມ ແລະ ເຂົ້າຮ່ວມ ປະກອບສ່ວນເຂົ້າໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢ່າງຕັ້ງໜ້າ ແລະ ແຂງແຮງ ເປັນຕົ້ນແມ່ນການປະຕິບັດ 5 ວຽກງານຈຸດສຸມຄື: ສ້າງອາຊີບ ແລະ ແຫຼ່ງລາຍຮັບ, ຈັດສັນພູມລໍາເນົາຂອງປະຊາຊົນໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ; ພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກຢູ່ຊົນນະບົດ; ສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກໍາມະການປົກຄອງຕາແສງ, ການຈັດຕັ້ງບ້ານ ແລະ ຊາວຊົນນະບົດ; ຂົນຂວາຍ ແລະ ຍາດແຍ່ງການລົງທຶນ ເຂົ້າໃສ່ການພັດທະນາຊົນນະບົດ; ສ້າງ ແລະ ປັບປຸງນິຕິກໍາ, ກົນໄກການຈັດຕັ້ງປະຕິບັດ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ມີປະສິດທິຜົນ. ໃຫ້ສະມາຄົມຄົ້ນຄວ້າ ແລະ ມີສ່ວນຮ່ວມໃນການລົງທຶນພື້ນຖານໂຄງລ່າງ ທີ່ເປັນຈຸດສຸມຍຸດທະສາດ ຂອງລັດຖະບານ ເຊັ່ນ: ເສັ້ນທາງດ່ວນ, ເສັ້ນທາງລົດໄຟຄວາມໄວສູງ, ຂົວ ແລະ ລະບົບການເຊື່ອມຈອດທັງພາຍໃນ ແລະ ຕ່າງປະເທດ. ການລົງທຶນທຸກຢ່າງຕ້ອງຕິດພັນກັບມາດຕະຖານປົກປັກຮັກສາສິ່ງແວດລ້ອມສັງຄົມ, ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ໂດຍໃຫ້ບ້ານເປັນຮຸ້ນສ່ວນ ແລະ ແບ່ງປັນຜົນກໍາໄລຢ່າງເປັນທໍາ ເພື່ອຫຼຸດຜ່ອນຄວາມທຸກຍາກຕົວຈິງ. ສອງ, ເສີມຂະຫຍາຍກົນໄກການຮ່ວມມືລະຫວ່າງ ພາກລັດ ແລະ ພາກເອກະຊົນ ເພື່ອຂັບເຄື່ອນເສດຖະກິດແຫ່ງຊາດ ໂດຍສຸມໃສ່ 7 ຂະແໜງເສດຖະກິດ ທີ່ເປັນບຸລິມະສິດ ເຊັ່ນ: ພະລັງງານສະອາດ; ກະສິກໍາສະອາດ ຕິດພັນກັບການແປຮູບ ແລະ ປຸງແຕ່ງ; ອຸດສາຫະກໍາປຸງແຕ່ງແຮ່ທາດ; ອຸດສາຫະກໍາປຸງແຕ່ງ ທີ່ເປັນຕ່ອງໂສ້ ແລະ ເພີ່ມມູນຄ່າ; ການບໍລິການຂົນສົ່ງ ແລະ ໂລຈິສຕິກ (ທ່າບົກ); ການບໍລິການທ່ອງທ່ຽວ; ການພັດທະນາເຕັກໂນໂລຊີ, ນະວັດຕະກໍາ, ປັນຍາປະດິດ ແລະ ຫັນເປັນດີຈີຕອນ. ລັດຖະບານມີນະໂຍບາຍເປີດກວ້າງ ແລະ ຍິນດີຕ້ອນຮັບການລະດົມທຶນ ພ້ອມທັງການນໍາໃຊ້ເຕັກໂນໂລຊີຈາກພາກເອກະຊົນ ໂດຍສະເພາະແມ່ນສະມາຄົມນັກທຸລະກິດໜຸ່ມລາວເຂົ້າໃນການລົງທຶນ, ດໍາເນີນ ງານ, ຄຸ້ມຄອງ ແລະ ບໍາລຸງຮັກສາພື້ນຖານໂຄງລ່າງ, ຂົງເຂດພະລັງງານ, ການຂົນສົ່ງ ແລະ ຂົງເຂດອື່ນໆ ເພື່ອແນໃສ່ຫຼຸດຜ່ອນພາລະໜີ້ສາທາລະນະ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ຊາວໜຸ່ມໃຫ້ກວ້າງຂວາງ. ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X, ລັດຖະບານສືບຕໍ່ຖືເອົາພາກ ເອກະຊົນເປັນກໍາລັງຫຼັກ, ພ້ອມທັງ ປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃຫ້ໂປ່ງໃສ, ຫຼຸດຜ່ອນຂັ້ນຕອນທີ່ຫຍຸ້ງຍາກ ແລະ ສ້າງກົນໄກປຶກສາຫາລືທີ່ຄ່ອງຕົວຂຶ້ນຕື່ມ; ສາມ, ສົ່ງເສີມຊາວໜຸ່ມສ້າງເສດຖະກິດ, ພັດທະນາແຫຼ່ງທຶນ ແລະ ຫັນເປັນດີຈີຕອນ. ສະມາຄົມນັກທຸລະກິດໜຸ່ມລາວ ຕ້ອງເປັນກໍາລັງແຮງໃນການຜັນຂະຫຍາຍຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນ ແລະ ບັນດາບົດບັນທຶກຄວາມເຂົ້າໃຈ (MOU) ທີ່ສູນກາງຊາວໜຸ່ມ ໄດ້ເຊັນຮ່ວມກັບ ພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ປະກົດຜົນເປັນຮູບປະທໍາ. ສຸມໃສ່ພັດທະນາແຮງງານໜຸ່ມໃຫ້ມີທັກສະສູງ ສາມາດເຂົ້າຕະຫຼາດແຮງງານໄດ້ຢ່າງທົ່ວເຖິງ, ຊຸກຍູ້ການເປັນຜູ້ປະກອບການໃນຂົງເຂດການປຸງແຕ່ງອາຫານ, ຜະລິດຕະພັນກະສິກໍາແບບຍືນຍົງ, ການຄ້າເອເລັກໂຕຣນິກ (E-Commerce), ການຂາຍສິນຄ້າອອນລາຍ, ການຈັດການສິ່ງເສດເຫຼືອ ແລະ ຫັດຖະກໍາ. ປູກຈິດສໍານຶກໃຫ້ຊາວໜຸ່ມຮັກການອອກແຮງງານ, ມີວິຊາຊີບສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ, ພ້ອມທັງດຶງດູດແຮງງານໃຫ້ເຂົ້າມາເຮັດວຽກໃນປະເທດ ດ້ວຍນະໂຍບາຍຄ່າແຮງງານ ແລະ ເງື່ອນໄຂ ສະຫວັດດີການທີ່ເໝາະສົມ; ສີ່, ຍາດແຍ່ງການພົວພັນຮ່ວມມື ແລະ ການເຊື່ອມໂຍງສາກົນຢ່າງມີຍຸດທະສາດ: ການພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະການຮັບເໝົາໂຄງການຕ່າງໆ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍການຮ່ວມທຶນລະຫວ່າງລັດ ແລະ ເອກະຊົນ ແລະ ລະບຽບກົດ ໝາຍອື່ນໆ ທີ່ກ່ຽວຂ້ອງຢ່າງເຄັ່ງຄັດ.

ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ