ບົດລາຍງານລະບຸວ່າ: ການເຕີບໂຕຢ່າງຕໍ່ເນື່ອງຂອງລາຍໄດ້ ແລະ ມາດຕະການນະໂຍບາຍທີ່ດຳເນີນໃນປັດຈຸບັນໄດ້ສະໜັບສະໜູນການໃຊ້ຈ່າຍຂອງຄົວເຮືອນ, ໃນຂະນະທີ່ການລົງທຶນຍັງສືບຕໍ່ໄດ້ຮັບຜົນປະໂຫຍດຈາກການໃຊ້ຈ່າຍໃນພື້ນຖານໂຄງລ່າງ, ເຄື່ອງຈັກ ແລະ ອຸປະກອນ.
ຂະແໜງການສົ່ງອອກເພີ່ມຂຶ້ນ ໂດຍໄດ້ຮັບການຊຸກຍູ້ຈາກຜະລິດຕະພັນ ແລະ ການບໍລິການດ້ານໄຟຟ້າ ແລະ ເອເລັກໂຕຣນິກ (E&E) ທີ່ເຂັ້ມແຂງ, ຄຽງຄູ່ກັບການຟື້ນຕົວຂອງການສົ່ງອອກອາຍແກ໊ສທຳມະຊາດແຫຼວ (LNG), ສິນຄ້າທີ່ບໍ່ແມ່ນໄຟຟ້າ ແລະ ເອເລັກໂຕຣນິກ. ໃນຂະນະດຽວກັນ, ຂະແໜງ ການບໍລິການ ແລະ ການຜະລິດໄດ້ຊຸກຍູ້ການເຕີບໂຕດ້ານການສະໜອງ.
ໂດຍລວມແລ້ວ, ເສດຖະກິດມາເລເຊຍຂະຫຍາຍຕົວ 2.5% ເມື່ອທຽບໃສ່ໄຕມາດກ່ອນໜ້ານີ້ ໂດຍປັບຕາມລະດູການ ແລະ 5.7% ໃນເຄິ່ງທຳອິດຂອງປີ 2026, ສູງກວ່າການເຕີບໂຕ 4.5% ໃນໄລຍະດຽວກັນຂອງປີ 2025 ຢ່າງຫຼວງຫຼາຍ. ໂດຍທະນາຄານກາງມາເລເຊຍຄາດຄະເນການເຕີບໂຕໃນປີ 2026 ຢູ່ທີ່ 4-5%.
ຄໍາເຫັນ