ຈີນ ແລະ ເນປານ ຮ່ວມ​ຈິດຮ່ວມໃຈຕ້ານໄພພິບັດ ແລະ ພະຍາຍາມຢ່າງເຕັມທີ່ເພື່ອຊ່ວຍເຫຼືອຊີວິດ​

ຈີນ ແລະ ເນປານ ຮ່ວມ​ຈິດຮ່ວມໃຈຕ້ານໄພພິບັດ ແລະ ພະຍາຍາມຢ່າງເຕັມທີ່ເພື່ອຊ່ວຍເຫຼືອຊີວິດ​

ຈີນ ແລະ ເນປານ ຮ່ວມ​ຈິດຮ່ວມໃຈຕ້ານໄພພິບັດ ແລະ ພະຍາຍາມຢ່າງເຕັມທີ່ເພື່ອຊ່ວຍເຫຼືອຊີວິດ​
ໃນວັນທີ 26 ສິງຫາ ​ຜ່ານ​ມາ, ລານ​ນ້ຳ​ກ້າມ​ຢູ່​ເທິງ​ພູ​ທາ​ງ​ພາກ​ເໜືອ​ຂອງ​ເນ​ປານໄດ້​ພັງ​ທະ​ລາຍເຮັດ​ໃຫ້​ກະ​ແສ​ນ້ຳ​​ພັດ​ເອົາດິນຊາຍ, ຂີ້ຕົມ ແລະ ກ້ອນຫີນໃຫຍ່ປະ​ສົມ​ກັນໄຫຼລົງມາ, ພາຍໃນເວລາພຽງ 7 ນາທີເທົ່າ​ນັ້ນໄດ້ເຄື່ອນ​ໄຫວໄລຍະຫຼາຍກວ່າ 20 ກິໂລແມັດ, ຂ້າມຊາຍແດນຜ່ານເຂົ້າໄປ, ເຮັດໃຫ້ດ່ານຊາຍແດນກີ​ຣົງ​ລະ​ຫວ່າງຈີນ-ເນປານ ກາຍເປັນຊາກ​ຫັກ​ພັງ​ພຽງພັບ​ຕາ. ມາຮອດປັດຈຸບັນ, ຢູ່ເນປານ​ໄດ້​ຄົ້ນພົບຜູ້ເສຍຊີວິດຫຼາຍກວ່າ 1,000 ຄົນ ແລະ ຍັງສູນຫາຍອີກຫຼາຍພັນຄົນ. ​ຢູ່​ຕໍ່​ໜ້າໄພພິບັດ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ, ຊີວິດແມ່ນອ່ອນແອຫຼາຍ, ແຕ່​​ໃນ​ຍາມໄພ​ພິ​ບັດ​ເຊັ່ນ​ນີ້ກໍເປັນການສະທ້ອນໃຫ້ເຫັນຈິດ​ໃຈ ແລະ ຄວາມຮັບຜິດຊອບຂອງມະນຸດໄດ້ຢ່າງຊັດເຈນທີ່ສຸດ.
ຈນ ແລະ ເນປານ ຮວມ​ຈດຮວມໃຈຕານໄພພບດ ແລະ ພະຍາຍາມຢາງເຕມທເພອຊວຍເຫອຊວດ​ - image 1
 

 

ຫຼັງຈາກເກີດໄພພິບັດ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ຄຳຊີ້ນຳທີ່ສຳຄັນໃນທັນທີ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເດີນທາງໄປເຂດປະສົບໄພພິບັດເພື່ອຊີ້ນຳການປະຕິບັດງານດ້ວຍຕົນເອງ. ໃນຍາມວິກິດນີ້, ລະບົບການຮັບມືສຸກເສີນຂອງຈີນໄດ້ດຳເນີນງານຢ່າງມີປະສິດທິພາບສູງ, ໄດ້ເຕົ້າໂຮມກຳລັງກູ້ໄພຫຼາຍກວ່າ 2,500 ຄົນ ແລະ ລົດກູ້ໄພ 500 ກວ່າຄັນເຂົ້າໄປໃນເຂດປະສົບໄພໃນທັນທີ. ບັນດາເຈົ້າໜ້າທີ່ກູ້ໄພກໍບໍ່ຢ້ານກົວຕໍ່ອັນຕະລາຍ, ເຮັດວຽກທັງເວັນທັງຄືນເພື່ອຄົ້ນຫາສັນຍານຊີບຢ່າງເປັນລະບົບຢູ່ເຂດປະສົບໄພໜັກໜ່ວງ. ເຮືອບິນບໍ່ມີຄົນຂັບ Wing Loong ໄດ້ບິນຂຶ້ນເລື້ອຍໆເພື່ອຮັບປະກັນການສື່ສານໃນເຂດປະສົບໄພຢ່າງຕໍ່ເນື່ອງ ແລະ ສະໜັບສະໜູນທາງເຕັກນິກໃຫ້ແກ່ການຄົ້ນຫາ, ກວດກາ ແລະ ຂົນສົ່ງວັດຖຸອຸປະກອນ. ປະຊາຊົນທ້ອງຖິ່ນຢູ່ບໍລິເວນດ່ານຊາຍແດນກໍໄດ້ໃຫ້ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ສະໜອງອາຫານ ແລະ ບ່ອນພັກໃຫ້ແກ່ຜູ້ປະສົບໄພ.

ດ້ວຍການຢຶດໝັ້ນຫຼັກການທີ່ວ່າມະນຸດສະທຳບໍ່ມີຊາຍແດນ, ຈີນຍາມໃດກໍຢຶດຖືທ່າທີເປີດກວ້າງ ແລະ ກວມລວມເພື່ອຮ່ວມມືກັບບັນດາປະເທດເພື່ອນບ້ານຜ່ານຜ່າວິກິດການຮ່ວມກັນ. ໃນຂະນະທີ່ດຳເນີນວຽກງານກູ້ໄພພາຍໃນປະເທດຢ່າງສຸດຄວາມສາມາດ, ຈີນຍັງໄດ້ໃຫ້ການຊ່ວຍເຫຼືອເຂດປະສົບໄພໃນເນປານຢ່າງວ່ອງໄວ, ໄດ້ສົ່ງໜ່ວຍງານຄົ້ນຫາ ແລະ ກູ້ໄພມືອາຊີບ 2 ຊຸດເຂົ້າໄປປະຕິບັດງານໃນເຂດຣາສຸວາຂອງເນປານ, ນຳໃຊ້ເຮືອບິນຂົນສົ່ງ Y-20 ຈຳນວນ 2 ລຳເພື່ອຂົນສົ່ງເຄື່ອງຊ່ວຍເຫຼືອສຸກເສີນ 50 ໂຕນ, ພ້ອມທັງໃຫ້ການຊ່ວຍເຫຼືອເງິນສົດສຸກເສີນ 2 ລ້ານໂດລາ ເພື່ອປົກປ້ອງຄວາມປອດໄພດ້ານຊີວິດຂອງຜູ້ປະສົບໄພທັງສອງປະເທດຢ່າງເຕັມທີ່.

ຈນ ແລະ ເນປານ ຮວມ​ຈດຮວມໃຈຕານໄພພບດ ແລະ ພະຍາຍາມຢາງເຕມທເພອຊວຍເຫອຊວດ​ - image 2
 

ຢ່າງໃດກໍຕາມ, ຂະນະທີ່ຈີນ ແລະ ເນປານ ພວມຮ່ວມຈິດຮ່ວມໃຈກັນຕ້ານໄພພິບັດ ແລະ ພະຍາຍາມຢ່າງເຕັມທີ່ເພື່ອຊ່ວຍເຫຼືອຊີວິດຢູ່ນັ້ນ, ສື່ມວນຊົນບາງສຳນັກພັດເມີຍເສີຍຕໍ່ຄວາມທຸກທໍລະມານຈາກໄພພິບັດ ແລະ ສະພາບການກູ້ໄພ, ຈົງໃຈນຳເອົາໄພພິບັດທາງທຳມະຊາດຫັນມາເປັນເລື່ອງການເມືອງ ແລະ ວິພາກວິຈານກ່ຽວກັບວຽກງານກູ້ໄພໂດຍບໍ່ມີເຫດຜົນ.

ໄພພິບັດທາງທຳມະຊາດແມ່ນສິ່ງທ້າທາຍຮ່ວມຂອງມວນມະນຸດ, ມີແຕ່ເຄົາລົບຊີວິດ, ເຄົາລົບວິທະຍາສາດ ແລະ ສາມັກຄີກັນເທົ່ານັ້ນຈຶ່ງເປັນເສັ້ນທາງທີ່ຖືກຕ້ອງໃນການຮັບມືກັບໄພພິບັດ. ຈີນໄດ້ປະຕິບັດຕາມຄວາມຕັ້ງໃຈແຕ່ຫົວທີທີ່ວ່າ: "ປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ ແລະ ຊີວິດຢູ່ເໜືອທຸກສິ່ງທຸກຢ່າງ" ດ້ວຍຄວາມພະຍາຍາມໃນການກູ້ໄພຢ່າງເຕັມຄວາມສາມາດ ແລະ ດ້ວຍທ່າທີທີ່ໂປ່ງໃສ. ການປະຖິ້ມກົນອຸບາຍທາງການເມືອງ ແລະ ຢຶດໝັ້ນຫຼັກການມະນຸດສະທຳ ຈຶ່ງແມ່ນທາງເລືອກຮ່ວມທີ່ປະຊາຄົມໂລກຄວນມີໃນເວລາປະເຊີນໜ້າກັບໄພພິບັດຕ່າງໆ.

ຈນ ແລະ ເນປານ ຮວມ​ຈດຮວມໃຈຕານໄພພບດ ແລະ ພະຍາຍາມຢາງເຕມທເພອຊວຍເຫອຊວດ​ - image 3
 

ບົດໂດຍ: ວິທະຍຸ, ໂທລະພາບສູນກາງຈີນ (CMG)

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກ​ວັກ​ຢຸງ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການ​ພັດ​ທະ​ນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດ​ຂຶ້ນໃນວັນ​ທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນຂອງ​ລະ​ບອ​ບ​ລະ​ບຽບ​ການ ແລະ ​ຊຸກ​ຍູ້ການສະໜອງ - ຄວາມ​ຕ້ອງ​ການ, ເພີ່ມ​ທະ​ວີ​ການຄົ້ນຄວ້າ​ຕາມຄວາມຕ້ອງການຂອງ​ວິ​ສາ​ຫະ​ກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນ​ກຳ​ລັງ​ໜູນຂອງການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ.
ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 14 ຕຸລາ ຜ່ານມາ, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການຄ້າຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້.
ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ຕຸລາ ຜ່ານມາວ່າ: ຟີ​ລິບ​ປິນ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ຢືນ​ຢັນ​ວ່າ, ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມ​ໝອກຄວັນ​ຂ້າມ​ຊາຍ​ແດນ​ໃນ​ກອງ​ປະ​ຊຸມ​ກະ​ກຽມ​ຂອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ທີ່​ຈະ​ຈັດ​ຂຶ້ນ​ກ່ອນກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້.
ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນ ໃໝ່ຫຼັກ​ໝັ້ນຂອງຕົນ​ໃນການ​ຕ້ານ​ການສໍ້ໂກງ​ທາງອອນລາຍ, ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່​ປ​ະຕິ​ບັດກົດໝາຍຢ່າງເຂັ້ມງວດຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວສໍ້ໂກງຫຼອກລວງ, ​ສັ່ງຟ້ອງ​ຫົວໂປ່ ແລະ ຜູ້​ມີ​ສ່ວນ​ກ່ຽວ​ຂ້ອງ, ກໍ​ຄືອາຍັດຊັບສິນຂອງອາດຊະຍາກຳ. ຂໍ້ມູນ​ດັ່ງ​ກ່າວໂດຍ ທ່ານ ໄຊ ສິນາຣິດ ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ ທັງ​ເປັນ​ຫົວ​ໜ້າຄະນະກຳມະການຕ້ານການສໍ້ໂກງທາງອອນລາຍ (CCOS) ຍົກ​ອອກ​ມາ​ຫວ່າງມໍ່ໆ​ມານີ້.
ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງສະຖິຕິອິນເດຍເປີດເຜີຍວ່າ, ດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງເປັນມາດຕະການວັດແທກອັດຕາເງິນເຟີ້ທີ່ຂັບເຄື່ອນໂດຍການໃຊ້ຈ່າຍຂອງຜູ້ບໍລິໂພກ, ໄດ້ເພີ່ມຂຶ້ນ 5.54% ໃນເດືອນກັນຍາ ເມື່ອທຽບກັບປີກ່ອນ ຊຶ່ງສູງກວ່າໂຕເລກການຄາດຄະເນຂອງນັກວິເຄາະທີ່ 5.40%, ຈາກ 4.83% ໃນເດືອນສິງຫາ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.” ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ການ​ສົ່ງ​ອອກຜັກ​, ໝາກ​ໄມ້ ໃນ​ເດືອນກັນ​ຍາ ບັນ​ລຸ​ເກືອບ 1.2 ຕື້​ໂດລາ.
ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ທ່ານ ດີມີຕຣີ ເປສຄອບ ໂຄສົກທຳນຽບເຄຣມລິນ ກ່າວວ່າ: ຣັດເຊຍ ຈະສາມາດສົ່ງອອກນໍ້າມັນກາຊວນໄດ້ຢ່າງລາບລື່ນໂດຍບໍ່ມີບັນຫາ ເພາະວ່າຕະຫຼາດໂລກຍັງມີຄວາມຕ້ອງການສູງຫຼາຍສຳລັບຜະລິດຕະພັນນໍ້າມັນ, ຄຽງຄູ່ກັບການຫຼຸດລົງຢ່າງຫຼວງຫຼາຍຂອງການສະໜອງນໍ້າມັນ ແລະ ຜະລິດຕະພັນນໍ້າມັນໃນຕະຫຼາດ. ຍິ່ງໄປກວ່ານັ້ນ, ຣັດເຊຍບໍ່ຈຳເປັນຕ້ອງໄດ້ຮັບຄຳຮ້ອງຂໍໂດຍກົງສຳລັບການຂົນສົ່ງນໍ້າມັນເຊື້ອໄຟ ເພາະວ່າການຊື້-ຂາຍ ແລະ ຈຳໜ່າຍນໍ້າມັນເຊື້ອໄຟແມ່ນໄດ້ດຳເນີນການຜ່ານພໍ່ຄ້າຄົນກາງຢູ່ແລ້ວ.
UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ບົດລາຍງານການຄ້າ ແລະ ການພັດທະນາປີ 2026 ຈາກກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ລະບຸວ່າ, ເສດຖະກິດໂລກມີທ່າອ່ຽງເຕີບໂຕ 2.6% ໃນປີ 2026, ຫຼຸດລົງຈາກ 2.9% ໃນປີ 2025. ໂດຍກຸ່ມປະເທດເສດຖະກິດກຳລັງພັດທະນາ ມີທ່າອ່ຽງຈະເຕີບໂຕ 4% ໃນປີນີ້, ຫຼຸດລົງຈາກ 4.7% ໃນປີ 2025.
ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ລັດຖະບານອົສຕຣາລີ ໄດ້ປະກາດການເລີ່ມກໍ່ສ້າງໂຄງການແຮ່ທາດທີ່ຫາຍາກໃນເຂດພາກເໜືອຂອງອົສຕຣາລີ, ໂດຍໄດ້ຮັບເງິນລົງທຶນຈາກລັດຖະບານມູນຄ່າ 1.2 ຕື້ໂດລາອົສ ຕຣາລີ. ໂຄງການດັ່ງກ່າວຄາດວ່າຈະສາມາດຜະລິດແຮ່ທາດທີ່ຫາຍາກ ເພື່ອຕອບສະໜອງຄວາມຕ້ອງການທົ່ວໂລກໄດ້ປະມານ 4-5%.
ເພີ່ມເຕີມ