ຈິດໃຈ “ເພື່ອນມິດທີ່ດີ” ສ້າງໂຄງການຕົວແບບດ້ານການເຊື່ອມໂຍງຈິດໃຈຂອງປະຊາຊົນ ຈີນ-ລາວ

ຈິດໃຈ “ເພື່ອນມິດທີ່ດີ” ສ້າງໂຄງການຕົວແບບດ້ານການເຊື່ອມໂຍງຈິດໃຈຂອງປະຊາຊົນ ຈີນ-ລາວ

ໂດຍ: ສູຍ ຈື້ລ້ຽງ(Xu Zhiliang) ນັກຄົ້ນຄວ້າຊ່ວຍ ຈາກ ສະຖາບັນຄົ້ນຄວ້າອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ຂອງຈີນ(ຄຸນໝິງ) ຈິດໃຈ “ເພື່ອນມິດທີ່ດີ” ເປັນການສະແດງອອກເຖິງສາຍພົວພັນ ຈີນ-ລາວ ໃນຍຸກໃໝ່, ພ້ອມທັງເປັນຄຸນຄ່າແນວຄິດອັນຕົ້ນຕໍຂອງສາຍສໍາພັນ ຈີນ-ລາວ, ເນື້ອແທ້ກໍແມ່ນສາຍສໍາພັນທີ່ເປັນຄູ່ຮ່ວມມືແບບເຊື່ອມໂຍງ ແລະ ຊ່ວຍເຫຼືອຊຶ່ງກັນຢ່າງຮອບດ້ານ

 

 ໂດຍຖືການປະຕິບັດຕໍ່ກັນດ້ວຍຄວາມຈິງໃຈ ເປັນຫຼັກການໃນພຶດຕິກໍາ, ຖືການເຊື່ອມໂຍງຂອງປະຊາຊົນ ເປັນສາຍໃຍແຫ່ງຄວາມຜູກພັນທາງດ້ານຈິດໃຈ ແລະ ຖືມິດຕະພາບອັນແໜ້ນແຟ້ນ ເປັນເປົ້າໝາຍສຳຄັນ.

ຈິດໃຈ “ເພື່ອນມິດທີ່ດີ” ແມ່ນບົດບາດສຳຄັນໃນການເສີມຂະຫຍາຍສາຍພົວພັນ ຈີນ-ລາວ ແລະ ການເພີ່ມທະວີການພົວພັນ ພາກລັດ ແລະ ສັງຄົມ ລະຫວ່າງຈີນ - ລາວ ຊຶ່ງມີຮາກຖານຄວາມຜູກພັນທາງປະຫວັດສາດ, ເປັນຄວາມຮັກແພງອັນຈິງໃຈ ທີ່ມີມາແຕ່ດົນນານ ແລະ ໝັ້ນຄົງຍາວນານ. ໃນປັດຈຸບັນ, ຢູ່ບັນດາເຂດຊາຍແດນຂອງສອງປະເທດຈີນ ແລະ ລາວ, ມີ 10 ຊົນເຜົ່າດໍາລົງຊີວິດຮ່ວມກັນຄື: ຊົນເຜົ່າໄຕລື້, ຊົນເຜົ່າຈ້ວງ, ຊົນເຜົ່າຮັ້ນ, ຊົນເຜົ່າມົ້ງ, ຊົນເຜົ່າຢ້າວ, ຊົນເຜົ່າປູລາງ, ຊົນເຜົ່າອາຄາ, ຊົນເຜົ່າອີ, ຊົນເຜົ່າລາຫູ້, ຊົນເຜົ່າຈິງ ຊຶ່ງມີພາສາດຽວກັນ, ວັດທະນະທຳເຊື່ອມໂຍງກັນ ແລະ ຮີດຄອງປະເພນີຄ້າຍຄືກັນ. ມີການເຊື່ອມໂຍງຢ່າງເລິກເຊິ່ງ ໄດ້ກາຍເປັນຄູ່ຮ່ວມຊາຕາກຳແບບ "ເຈົ້າຢູ່ໃນໃຈຂ້ອຍ, ຂ້ອຍຢູ່ໃນໃຈເຈົ້າ". ໃນຊຸມປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ແລະ ລັດຖະບານຂອງທັງສອງປະເທດຈີນ ແລະ ລາວ ໂດຍຖືຈິດໃຈ "ເພື່ອນມິດທີ່ດີ" ເປັນສິ່ງນຳພາ, ໂຄງການຕົວແບບດ້ານການເຊື່ອມໂຍງຈິດໃຈປະຊາຊົນ ໄດ້ຮັບເສີມສ້າງຢ່າງບໍ່ຢຸດຢັ້ງ, ຮັດແໜ້ນມິດຕະພາບທີ່ເປັນມູນເຊື້ອ ຈີນ-ລາວ ຢ່າງບໍ່ຢຸດຢັ້ງ. ຈີນໄດ້ເປັນຈຸດໝາຍປາຍທາງທຳອິດ ໃນການເລືອກຂອງນັກສຶກສາລາວ ເປັນເວລາ 5 ປີຕິດຕໍ່ກັນ, ກິດຈະກຳ "ປີມິດຕະພາບ ຈີນ-ລາວ" ໄດ້ຜັນຂະຫຍາຍໃນຫຼາຍຂະແໜງການ. ເພື່ອຊ່ວຍເຫຼືອ ແລະ ສະໜັບສະໜູນການຄຸ້ມຄອງການແກ້ໄຂຄວາມທຸກຍາກຂອງລາວ. ຈີນ ແລະ ລາວ ໄດ້ເພີ່ມທະວີການຮ່ວມມືແກ້ໄຂຄວາມທຸກຍາກຜ່ານຮູບແບບຕ່າງໆເຊັ່ນ: ການສ້າງແນວຄິດ, ການຮ່ວມມືໂຄງການ, ການຝຶກອົບຮົມບຸກຄະລາກອນ, ການສະໜັບສະໜູນດ້ານເຕັກນິກ ແລະ ການຊ່ວຍເຫຼືອດ້ານທຶນຮອນ ເພື່ອປະກອບສ່ວນດ້ານສະຕິປັນຍາ ແລະ ກຳລັງແຮງຂອງຈີນ ເຂົ້າໃນພາລະກິດການແກ້ໄຂຄວາມທຸກຍາກຂອງລາວ. ພາຍໃຕ້ການຈັດຕັ້ງປະຕິບັດ "8 ໂຄງການໃຫຍ່" ທີ່ຈີນ ຊ່ວຍເຫຼືອລາວດ້ານການກໍ່ສ້າງພື້ນຖານໂຄງລ່າງ ຢ່າງມີປະສິດທິຜົນເຊັ່ນ: ການສະໜອງນ້ຳປະປາ ແລະ ການສະໜອງໄຟຟ້າ ໃນເຂດຊົນນະບົດຂອງລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ຢ່າງບໍ່ຢຸດຢັ້ງ, ໂຮງຮຽນ ແລະ ໂຮງໝໍທີ່ຈີນ ແລະ ລາວ ຮ່ວມກັນສ້າງຂຶ້ນຈຳນວນບໍ່ໜ້ອຍໄດ້ສຳເລັດ ແລະ ເປີດນຳໃຊ້ຢ່າງຕໍ່ເນື່ອງ, ຄວາມຮູ້ສຶກຂອງຜົນສໍາເລັດ, ຄວາມຮູ້ສຶກຂອງຜົນໄດ້ຮັບ ແລະ ຄວາມຮູ້ສຶກທີ່ມີຄວາມສຸກຂອງປະຊາຊົນລາວ ກໍສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຜົນປະໂຫຍດທາງດ້ານເສດຖະກິດທ້ອງຖິ່ນ ໄດ້ປະກົດໃຫ້ເຫັນເທື່ອລະກ້າວ, ມິດຕະພາບທີ່ເປັນມູນເຊື້ອ ຈີນ ແລະ ລາວ ກໍນັບມື້ໝັ້ນຄົງຂຶ້ນເລື້ອຍໆ.

ຈິດໃຈ “ສະຫາຍທີ່ດີ” ເປັນການຊຸກຍູ້ການແລກປ່ຽນບົດຮຽນດ້ານການປົກຄອງປະເທດຢ່າງເລິກເຊິ່ງ

ຈິດໃຈ "ສະຫາຍທີ່ດີ" ບໍ່ພຽງແຕ່ແມ່ນຈິດວິນຍານທາງການເມືອງຂອງສາຍສໍາພັນ ຈີນ-ລາວ ເທົ່ານັ້ນ, ແຕ່ຍັງແມ່ນ "ຫີນຖ່ວງຄໍ້າເຮືອ" ເພື່ອຮັບປະກັນໃຫ້ສາຍພົວພັນຂອງສອງປະເທດ ມີການພັດທະນາທີ່ໝັ້ນຄົງ ແລະ ຍາວນານ.

ຈິດໃຈ "ສະຫາຍທີ່ດີ" ແມ່ນສາຍພົວພັນທາງການເມືອງ ທີ່ເປັນເອກະລັກ ຊຶ່ງກໍານົດຂຶ້ນໂດຍສອງພັກ, ສອງລັດຈີນ - ລາວ ໃນການປະຕິບັດໄລຍະຍາວ, ການກໍ່ສ້າງ ແລະ ການປະຕິບັດການປະຕິຮູບ, ແມ່ນອຸດົມການ ແລະ ຄວາມເຊື່ອໝັ້ນຮ່ວມກັນ, ການຢຶດໝັ້ນຫຼັກການແຫ່ງຄວາມສະເໝີພາບ ແລະ ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ, ການປຶກສາຫາລື ແລະ ເຂົ້າໃຈຊຶ່ງກັນ ແລະ ກັນ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອຮ່ວມກັນຄົ້ນຄວ້າຊອກຫາເສັ້ນທາງການພັດທະນາລັດທິສັງຄົມນິຍົມ ທີ່ສອດຄ່ອງກັບສະພາບຄວາມເປັນຈິງ ຂອງປະເທດຕົນ.

ຈິດໃຈ "ສະຫາຍທີ່ດີ" ບໍ່ພຽງແຕ່ສະແດງອອກເຖິງການເຫັນດີເປັນເອກະພາບໃນລະດັບສູງດ້ານອຸດົມຄະຕິຂອງສອງພັກ-ສອງລັດ ເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ໃນພຶດຕິກໍາຕົວຈິງ ກໍໄດ້ສ້າງຕັ້ງຮູບແບບການຮ່ວມມືທີ່ເປັນລະບົບ ຊຶ່ງໄດ້ສະໜອງແບບຢ່າງໃຫ້ແກ່ສາຍພົວພັນ ລະຫວ່າງ ພັກການເມືອງຂອງບັນດາປະເທດກຳລັງພັດທະນາ. ເບິ່ງຈາກຄວາມເຊື່ອຖືທາງດ້ານລັດທິແລ້ວ, ສອງພັກ ຈີນ ແລະ ລາວ ລ້ວນແຕ່ຢຶດໝັ້ນລັດທິ ມາກ-ເລນິນ ເປັນການຊີ້ນຳດ້ານທິດສະດີ, ຢຶດໝັ້ນເສັ້ນທາງສັງຄົມນິຍົມ, ຮ່ວມກັນປົກປ້ອງການປະຕິບັດ ລັດທິມາກ-ເລນິນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ. ເບິ່ງຈາກທັດສະນະທາງການເມືອງແລ້ວ, ສອງພັກ ຈີນ ແລະ ລາວ ໄດ້ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນບັນຫາສາກົນທີ່ສຳຄັນ. ລາວ ໄດ້ສະໜັບສະໜູນຫຼັກການຈີນດຽວ ຢ່າງໜັກແໜ້ນ, ສະໜັບສະໜູນທັດສະນະອັນຖືກຕ້ອງ ແລະ ຊອບທຳຂອງຝ່າຍຈີນ ຕໍ່ບັນຫາທີ່ກ່ຽວຂ້ອງກັບໄຕ້ຫວັນ, ຮົງກົງ, ຊິນຈຽງ ແລະ ບັນຫາອື່ນໆ. ສະໜັບສະໜູນ 3 ຂໍ້ລິເລີ່ມໃຫຍ່ທົ່ວໂລກ ແລະ ຊຸກຍູ້ການກໍ່ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ຢ່າງຕັ້ງໜ້າ. ຈີນ ສະໜັບສະໜູນລາວ ໃນການປົກປັກຮັກສາເອກະລາດແຫ່ງຊາດ, ຜືນແຜ່ນດິນອັນຄົບຖ້ວນ, ການເລືອກລະບອບສັງຄົມ ແລະ ເສັ້ນທາງການພັດທະນາດ້ວຍຕົນເອງ ຢ່າງໜັກແໜ້ນ, ສະໜັບສະໜູນໃຫ້ຝ່າຍລາວ ປົກປັກຮັກສາອະທິປະໄຕແຫ່ງຊາດ, ຜົນປະໂຫຍດດ້ານຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາ ຢ່າງໜັກແໜ້ນ, ຊຸກຍູ້ການກໍ່ສ້າງທາງລົດໄຟ ຈີນ-ລາວ ແລະ ແລວທາງເສດຖະກິດ ຈີນ-ລາວ ຢ່າງບໍ່ຢຸດຢັ້ງ. ເບິ່ງຈາກສາຍພົວພັນ ລະຫວ່າງພັກແລ້ວ, ສອງພັກ ຈີນ ແລະ ລາວ ພາຍໃຕ້ການນຳພາຂອງຈິດໃຈ "ສະຫາຍທີ່ດີ" ໄດ້ສ້າງຕັ້ງສາຍພົວພັນລະຫວ່າງພັກຢ່າງສະເໝີພາບ. ສາຍພົວພັນລະຫວ່າງສອງພັກຈີນ ແລະ ລາວ ບໍ່ພຽງແຕ່ກ້າວຂ້າມແນວຄິດແບບດັ້ງເດີມ "ປະເທດໃຫຍ່ ປະເທດນ້ອຍ" ເທົ່ານັ້ນ, ພ້ອມທັງໄດ້ສ້າງຕັ້ງມິດຕະພາບອັນເລິກເຊິ່ງແບບ "ສະຫາຍ-ອ້າຍນ້ອງ" ບົນພື້ນຖານຄວາມສະເໝີພາບ ແລະ ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ. ເບິ່ງຈາກການແລກປ່ຽນບົດຮຽນດ້ານການປົກຄອງປະເທດ, ພາຍໃຕ້ການນຳພາຂອງຈິດໃຈ "ສະຫາຍທີ່ດີ", ການແລກປ່ຽນບົດຮຽນດ້ານການປົກຄອງ ລະຫວ່າງ ລັດຖະບານຈີນ ແລະ ລັດຖະ ບານລາວ ນັບມື້ເລິກເຊິ່ງຂຶ້ນ. ກົນໄກ ແລະ ນະໂຍບາຍຕ່າງໆເຊັ່ນ: ການສ້າງກົນໄກຮ່ວມກັນຄົ້ນຄວ້າທິດສະດີລັດທິສັງຄົມນິຍົມ, ການສ້າງລະບົບຮ່ວມກັນໃນການກໍ່ສ້າງ ແລະ ຄຸ້ມຄອງພະນັກງານ, ການຕ້ານການສໍ້ລາດບັງຫຼວງ ແລະ ປົກຄອງດ້ວຍກົດໝາຍແບບເປັນປົກກະຕິ, ການແລກປ່ຽນບົດຮຽນການປະຕິບັດນະໂຍບາຍສັງຄົມ ນັບມື້ກາຍເປັນກົນໄກ, ເປັນປົກກະຕິ ແລະ ເປັນລະບົບຫຼາຍຂຶ້ນ, ຄວາມສາມາດ ໃນການປົກຄອງປະເທດ ຂອງທັງສອງຝ່າຍ ກໍໄດ້ຮັບການຍົກສູງຂຶ້ນ ຢ່າງບໍ່ຢຸດຢັ້ງ.

ຈິດໃຈ “ຄູ່ຮ່ວມມືທີ່ດີ” ສ້າງຕັ້ງລະບົບການພັດທະນາອຸດສາຫະກໍາແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

ຈິດໃຈ "ຄູ່ຮ່ວມມືທີ່ດີ" ແມ່ນຫຼັກການຕົ້ນຕໍຂອງການຮ່ວມມືທີ່ແທດເໝາະກັບສະພາບຄວາມເປັນຈິງ ໃນຍຸກປັດຈຸບັນ ລະຫວ່າງ ຈີນ-ລາວ, ແມ່ນການພົວພັນຮ່ວມມືສາກົນແບບໃໝ່ ທີ່ຖືເອົາຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເປັນພື້ນຖານ, ຖືເອົາການປະສານສົມທົບດ້ານອຸດສາຫະກຳ ເປັນແນວທາງ ແລະ ຖືເອົາການພັດທະນາແບບຍືນຍົງ ເປັນເປົ້າໝາຍ.

ຈິດໃຈ "ຄູ່ຮ່ວມມືທີ່ດີ" ໄດ້ກ້າວຂ້າມຮູບແບບການຊ່ວຍເຫຼືອ-ຮັບການຊ່ວຍເຫຼືອແບບດັ້ງເດີມ. ເນື້ອແທ້ແມ່ນການຊຸກຍູ້ການຫັນປ່ຽນ ແລະ ຍົກລະດັບອຸດສາຫະກຳຂອງສອງປະເທດ ໂດຍຜ່ານການຮ່ວມມືທາງເສດຖະກິດ ທີ່ເປັນລະບົບ, ການສື່ສານນະໂຍບາຍທີ່ເປັນກົນໄກ ແລະ ການປະຕິບັດການຜະລິດແບບໂຄງການ. ຈິດໃຈ "ຄູ່ຮ່ວມມືທີ່ດີ" ສະແດງໃຫ້ເຫັນເຖິງການທົດແທນຊຶ່ງກັນ ແລະ ກັນ ໃນລະດັບການພັດທະນາຂອງຈີນ ແລະ ລາວ. ທ່າແຮງດ້ານທຶນຮອນຂອງຈີນ, ທ່າແຮງດ້ານເຕັກໂນໂລຊີຂອງຈີນ ແລະ ທ່າແຮງດ້ານຕະຫຼາດຂອງຈີນ ມີການທົດແທນຊຶ່ງກັນ ແລະ ກັນ ຢ່າງເລິກເຊິ່ງ ກັບທ່າແຮງດ້ານຊັບພະຍາກອນທຳມະຊາດ, ທ່າແຮງດ້ານທີ່ຕັ້ງ ແລະ ທ່າແຮງດ້ານແຮງງານຂອງລາວ. ຈີນ ແລະ ລາວ ຮ່ວມກັນກໍ່ສ້າງນິຄົມອຸດສາຫະກຳທັນສະໄໝ, ສ້າງຕັ້ງລະບົບວົງປິດຂອງ “ການພັດທະນາຊັບພະຍາ ກອນ-ການແປຮູບໃນທ້ອງຖິ່ນ-ການແບ່ງປັນຜົນປະໂຫຍດ”.

ບົນຈິດໃຈ "ຄູ່ຮ່ວມມືທີ່ດີ", ຈີນ ແລະ ລາວ ແມ່ນການຮ່ວມແຮງຮ່ວມໃຈກັນ ສ້າງຕັ້ງລະບົບຕ່ອງໂສ້ມູນຄ່າເພີ່ມແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຮ່ວມກັນກໍ່ສ້າງໂຄງການຕ່າງໆເຊັ່ນ: ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ, ເຂດພັດທະນາກວມລວມໄຊເສດຖາ, ນິຄົມອຸດສາຫະກຳຢາງພາລາ ແລະ ໂຄງການຮ່ວມທຶນຂຸດຄົ້ນເກືອກາລີ.

ຈິດໃຈ "ຄູ່ຮ່ວມມືທີ່ດີ" ສະແດງໃຫ້ເຫັນເຖິງການປະດິດສ້າງໃໝ່ ຂອງຮູບແບບການຮ່ວມມື ຈີນ-ລາວ. ທາງລົດໄຟ ຈີນ-ລາວ ໄດ້ນຳໃຊ້ຮູບແບບການຮ່ວມມືແບ່ງເປັນໄລຍະ "ກໍ່ສ້າງ-ດຳເນີນງານ-ເຕັກນິກ", ໄດ້ສ້າງຕັ້ງກົນໄກ 3 ປະສານ “ລັດຖະບານຊີ້ນໍາ, ການຂັບເຄື່ອນຂອງຕະຫຼາດ ຕະຫຼອດຮອດການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ”. ຈິດໃຈ "ຄູ່ຮ່ວມມືທີ່ດີ" ຍັງໝາຍເຖິງການແບ່ງປັນຜົນປະໂຫຍດຮ່ວມກັນຂອງຈີນ ແລະ ລາວ. ນັບແຕ່ທາງລົດໄຟ ຈີນ-ລາວ ເປີດໃຫ້ບໍລິການເປັນຕົ້ນມາ, ໄດ້ຮັບສະໝັກພະນັກງານລາວ ຫຼາຍກວ່າ 3,500 ຄົນ, ໄດ້ສ້າງວຽກເຮັດງານທໍາທາງອ້ອມໃຫ້ແກ່ລາວ ຫຼາຍກວ່າ 100,000 ຕໍາແໜ່ງງານ ໃນຂະແໜງການຕ່າງໆເຊັ່ນ: ຂະແໜງໂລຈິສຕິກ, ຂະແໜງ ຄົມມະນາຄົມຂົນສົ່ງ, ຂະແໜງການຄ້າ ແລະ ຂະແໜງທ່ອງທ່ຽວ. ຂະແໜງການທາງລົດໄຟຂອງຈີນ ໄດ້ສົ່ງພະນັກງານໃນຫຼາຍຂົງເຂດ, ວິຊາສະເພາະທາງລົດໄຟ ຫຼາຍກວ່າ 1,000 ຄົນ ໄປເພື່ອຊ່ວຍເຫຼືອໃນການດໍາເນີນງານ ແລະ ບໍາລຸງຮັກສາເສັ້ນທາງລົດໄຟ. ພ້ອມນີ້, ກໍໄດ້ສືບຕໍ່ຝຶກອົບຮົມຍົກລະດັບພະນັກງານສັນຊາດລາວເປັນຈຳນວນ 1,263 ເທື່ອຄົນ.

ຈິດໃຈ "ຄູ່ຮ່ວມມືທີ່ດີ" ຜ່ານກົນໄກຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ທີ່ເປັນລະບົບ, ໄດ້ບັນລຸການປ່ຽນແປງຂັ້ນພື້ນຖານຈາກ “ການໃຫ້ຄວາມຊ່ວຍເຫຼືອ” ໄປສູ່ “ການຜະລິດດ້ວຍຕົນເອງ”, ສ້າງຕັ້ງສາຍພົວພັນຄູ່ຮ່ວມມືທີ່ທັນສະໄໝແບບ “ຄູ່ຮ່ວມພັດທະນາ” ຊຶ່ງໄດ້ສະໜອງແບບຢ່າງການປະຕິບັດ ໃຫ້ແກ່ບັນດາປະເທດກຳລັງພັດທະນາ ເພື່ອຜ່ານຜ່າບັນຫາໃນການພັດທະນາແບບເພິ່ງພາ.

ຄໍາເຫັນ

ຂ່າວການຮ່ວມມື

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ໃນຕອນບ່າຍວັນທີ 8 ທັນວາຜ່ານມານີ້, ທີ່ ສະພາແຫ່ງຊາດ(ສພຊ), ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເອລນູຣ ມາມາດົບ(Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 7-10 ທັນວາ 2025.
ເພີ່ມເຕີມ