![]() |
ສະຫາຍ ບຸນຫຼາຍ ບຸດທິ ໄດ້ກ່າວຕ້ອນຮັບ ຄະນະນໍານະຄອນດານັງ ທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງເຊກອງໃນຄັ້ງນີ້ ເພື່ອພ້ອມກັນຕີລາຄາ, ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຫວຽດນາມ ເວົ້າສະເພາະ ກໍແມ່ນແຂວງເຊກອງ-ນະຄອນດານັງ ໃຫ້ໝັ້ນຄົງ ແລະ ກວ້າງຂວາງສູ່ລວງເລິກ; ພ້ອມນີ້ ການນໍາແຂວງເຊກອງ ກໍໄດ້ລາຍງານຜົນສຳເລັດໃນການດຳເນີນກອງປະຊຸມໃຫຍ່ຄັ້ງທີ Xl ຂອງອົງຄະນະພັກແຂວງເຊກອງ ໃຫ້ຮັບຊາບ ພ້ອມສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ຄະນະນໍາ ນະຄອນດານັງ ທີ່ໃຫ້ທຶນຊ່ວຍເຫຼືອເຂົ້າໃນການສ້າງສາພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງແຂວງເຊກອງ ຕະຫຼອດໄລຍະຜ່ານມາ.
![]() |
ທ່ານ ຫງວຽນ ດິ່ງ ວິງ ໄດ້ລາຍງານກ່ຽວກັບສະພາບໂດຍລວມການປັບປຸງກົງຈັກການຈັດຕັ້ງຂອງນະຄອນດານັງ ໃຫ້ຮັບຊາບ ແລະ ໄດ້ມີການປຶກສາຫາລື ແລກປ່ຽນຄໍາເຫັນໃນແນວທາງການພົວພັນຮ່ວມມືນໍາກັນໃນຕໍ່ໜ້າ. ຈາກນັ້ນ, ຄະນະນໍາເຊກອງ-ນະຄອນດານັງ ກໍໄດ້ລົງນາມເຊັນບົດບັນທຶກການຮ່ວມມືວຽກງານຊາຍແດນ ໂດຍເອກະພາບກັນຈັດຕັ້ງປະຕິບັດບັນດານິຕິກຳ, ສັນຍາວ່າດ້ວຍລະບຽບການຄຸ້ມຄອງ ແລະ ດ່ານຊາຍແດນ, ສືບຕໍ່ເພີ່ມທະວີວຽກງານໂຄສະນາ, ສາຍພົວພັນມິດຕະພາບແບບພິເສດບົນຈິດໃຈສາມັກຄີ, ເອກະພາບໃຫ້ກຳລັງເຈົ້າໜ້າທີ່ກ່ຽວຂ້ອງປະສານສົມທົບກັນຢ່າງແໜ້ນແຟ້ນ, ເອົາໃຈໃສ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງຄູ່ດ່ານຊາຍແດນໃຫ້ດີຂຶ້ນ, ຈັດຕັ້ງຜັນຂະຫຍາຍວຽກງານກວດກາຂອບເຂດຊາຍແດນ,ແຕ່ງຕັ້ງຄະນະປະຕິບັດວຽກງານກ່ຽວຂ້ອງ ເພື່ອພ້ອມກັນປະສານສົມທົບ ກວດກາ ແລະ ສຳຫຼວດພາກສະໜາມ, ທັງນີ້ກໍເພື່ອເຮັດໃຫ້ວຽກງານຂອບເຂດຕາມຊາຍແດນ ມີຄວາມສະຫງົບ, ປອດໄພ ແລະ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.
(ຂ່າວ: ອັດສະວິນ)


ຄໍາເຫັນ