ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ

ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ

ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ
ກອງປະຊຸມລ່ານຖິງພາຍໃຕ້ຫົວຂໍ້ “ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ” ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 27 ຕຸລານີ້ ທີ່ຫ້ອງປະຊຸມກະຊວງການຕ່າງປະເທດ ສປ ຈີນ ທີ່ ຫຼວງປັກກິ່ງ, ຈັດຂຶ້ນໂດຍສະມາຄົມການທູດຂອງຈີນ ພາຍໃຕ້ການສະໜັບສະໜູນຂອງກະຊວງການຕ່າງປະເທດແຫ່ງ ສປ ຈີນ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ຫວາງອີ້ ຄະນະກຳມະການສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອູ້ໄຫຫຼົງ ປະທານສະມາຄົມການທູດ ສປ ຈີນ ພ້ອມດ້ວຍຕາງໜ້າຈາກອົງການສາກົນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

 

ການຈັດກອງປະຊຸມໃນຄັ້ງນີ້, ຈຸດປະສົງເພື່ອເປັນເວທີໃຫ້ຜູ້ແທນຈາກຕ່າງປະເທດ ແລະ ອົງການສາກົນ ໄດ້ແລກປ່ຽນຄວາມຄິດເຫັນຊຶ່ງກັນ ແລະ ກັນ ເພື່ອສົ່ງເສີມການຮ່ວມມື ແລະ ຄວາມເຂົ້າໃຈລະຫວ່າງປະເທດ. ນອກຈາກນັ້ນຍັງເປັນການຊຸກຍູ້ສົ່ງເສີມຫຼັກການບໍລິຫານໂລກ ແບບຮ່ວມມື ແລະ ການສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ ໃຫ້ປະກົດຜົນເປັນຈິງ.

ໃນກອງປະຊຸມດັ່ງກ່າວ, ທ່ານ ຫວາງອີ້ ໄດ້ກ່າວຄຳປາໄສວ່າ: ໃນເດືອນທີ່ຜ່ານມາ ປະທານ ສີ ຈິ້ນຜິ້ງ ໄດ້ປະກາດເປັນທາງການ ກ່ຽວກັບຂໍ້ລິເລີ່ມບໍລິຫານໂລກ (GGI) ເພື່ອເປັນຄຳຕອບຂອງ ສປ ຈີນ ຕໍ່ຄຳຖາມໃນສະພາບຂອງໂລກປັດຈຸບັນ ໂດຍຄຳສະເໜີດັ່ງກ່າວປະກອບດ້ວຍ 5 ບັນຫາໃຫຍ່ຄື: ໜຶ່ງ, ຄວາມເທົ່າທຽມຂອງບັນດາປະເທດຊາດ ຕ້ອງຮັບປະກັນການມີສ່ວນຮ່ວມໃນວຽກງານໃນໂລກ ຂອງທຸກປະເທດ. ສອງ, ບັນຫາກົດ ໝາຍລະຫວ່າງປະເທດ, ຕ້ອງສ້າງລະບົບການບໍລິຫານໂລກທີ່ມີຄວາມຍຸຕິທຳ ແລະ ມີລະບຽບແຜນ. ສາມ, ຕ້ອງສ້າງການຮ່ວມມືຫຼາຍຝ່າຍ ສ້າງຄວາມຮ່ວມມືຢ່າງເຂັ້ມແຂງ ແລະ ການຮ່ວມມືລະຫວ່າງປະເທດໃຫ້ມີຄວາມຮັດ ແໜ້ນ. ສີ່, ຕ້ອງເອົາໃຈໃສ່ຕໍ່ປະຊາຊົນ ເພື່ອຜົນຮັບທີ່ມີຜົນປະໂຫຍດແບບສາທາລະນະ ແລະ ຮ່ວມມືທຸກຝ່າຍໃນການບໍລິຫານໂລກ. ຫ້າ, ຜົນໄດ້ຮັບ ເພື່ອສ້າງຂະບວນການບໍລິຫານໂລກທີ່ມີປະໂຫຍຍດ ແລະ ມີປະສິດຕິພາບທີ່ສຸດ.

ຫຼັງຈາກນັ້ນ, ໃນກອງປະຊຸມກໍໄດ້ມີການສົນທະນາ ແລະ ແລກປ່ຽນຄຳຄິດຄຳເຫັນຈາກອົງການສາກົນທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຢ່າງມີຄວາມເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ ແລະ ບັນຫາຂອງການພັດທະນາ, ນຳໃຊ້ປັນຍາປະດິດຕໍ່ການຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດອີກດ້ວຍ.

ຂ່າວ: ໄມຕຣີ

ຄໍາເຫັນ

ຂ່າວຕ່າງປະເທດ

Toyota ລາຍງານຍອດຂາຍທົ່ວໂລກເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ

Toyota ລາຍງານຍອດຂາຍທົ່ວໂລກເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ຕຸລາ ຜ່ານມາວ່າ: ບໍລິສັດ Toyota Motor Corp. ລາຍງານຍອດຂາຍລົດໃນໄລຍະເຄິ່ງທຳອິດຂອງປີງົບປະມານ (ເດືອນເມສາ-ກັນຍາ) ຢູ່ທີ່ 5,267,216 ຄັນ, ເພີ່ມຂຶ້ນ 4.7% ເມື່ອທຽບກັບປີກ່ອນ ຊຶ່ງສູງທີ່ສຸດແບບບໍ່ເຄີຍມີມາກ່ອນສຳລັບເຄິ່ງທຳອິດຂອງປີງົບປະມານ.
ຕວັກກີ ເກີດແຜ່ນດິນໄຫວ ຂະໜາດ 6.1 ຣິກເຕີ ມີຜູ້ບາດເຈັບ 22 ຄົນ

ຕວັກກີ ເກີດແຜ່ນດິນໄຫວ ຂະໜາດ 6.1 ຣິກເຕີ ມີຜູ້ບາດເຈັບ 22 ຄົນ

ຂ່າວຕ່າງປະເທດລາຍງານວ່າ: ເກີດແຜ່ນດິນໄຫວຂະໜາດ 6.1 ຣິກເຕີ ໃນພາກຕາເວັນຕົກຂອງຕວັກກີ, ເຮັດໃຫ້ອາຄານທີ່ເສຍຫາຍຈາກແຜ່ນດິນໄຫວຄັ້ງກ່ອນພັງລົງ. ລາຍງານເບື້ອງຕົ້ນມີຜູ້ບາດເຈັບ 22 ຄົນ. ຂ່າວລະບຸວ່າ: ແຜ່ນດິນໄຫວຂະໜາດ 6.1 ຣິກເຕີ ໄດ້ເກີດຂຶ້ນໃນພາກຕາເວັນຕົກຂອງຕວັກກີ ໃນຄືນວັນທີ 27 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ), ເຮັດໃຫ້ອາຄານສີ່ຫຼັງທີ່ເສຍຫາຍຈາກແຜ່ນດິນໄຫວຄັ້ງກ່ອນພັງລົງ. ໂດຍໃນເບື້ອງຕົ້ນຍັງບໍ່ມີລາຍງານກ່ຽວກັບການເສຍຊີວິດ.
ນັ່ງໜ້ອຍລົງ 30 ນາທີຕໍ່ມື້ ສາມາດຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດໄດ້

ນັ່ງໜ້ອຍລົງ 30 ນາທີຕໍ່ມື້ ສາມາດຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດໄດ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ຕຸລາ ຜ່ານມາວ່າ: ຜົນການຄົ້ນຄວ້າຈາກມະຫາວິທະຍາໄລ Turku ປະເທດແຟັງລັງ ພົບວ່າ: ການຫຼຸດຜ່ອນເວລານັ່ງ ພຽງ 30 ນາທີຕໍ່ມື້ ແລ້ວຫັນມາຢືນ ຫຼື ເຄື່ອນໄຫວຮ່າງກາຍແທນສາມາດຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດ ແລະ ປັບປຸງສຸຂະພາບການເຜົາຜານໄດ້ຢ່າງຫຼວງຫຼາຍ, ເຖິງແມ່ນວ່າບໍ່ໄດ້ອອກກຳລັງກາຍກໍຕາມ.
ຍີ່ປຸ່ນ - ສະຫະລັດ ອາເມຣິກາ ກຽມລົງນາມການຮ່ວມມືໃນອຸດສາຫະກຳຕໍ່ເຮືອ

ຍີ່ປຸ່ນ - ສະຫະລັດ ອາເມຣິກາ ກຽມລົງນາມການຮ່ວມມືໃນອຸດສາຫະກຳຕໍ່ເຮືອ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຍີ່ປຸ່ນ ແລະ ສະຫະລັດ ອາເມຣິກາ ຈະລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືໃນອຸດສາຫະກຳຕໍ່ເຮືອ, ປັນຍາປະດິດ (AI) ແລະ ເຕັກໂນໂລຊີການສື່ສານລຸ້ນໃໝ່ ໃນລະຫວ່າງການຢ້ຽມຢາມນະຄອນຫຼວງໂຕກຽວ ຂອງທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໃນອາທິດໜ້າ.
ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ

ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 26 ຕຸລາ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບບັນດາການນຳປະເທດອາຊຽນເຂົ້າຮ່ວມວາລະປະຊຸມຄົບຄະນະ ແລະ ວາລະປະຊຸມວົງແຄບ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ພາຍໃຕ້ການເປັນປະທານຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ.
ກອງປະຊຸມລ່ານຖິງ ພາຍໃຕ້ຫົວຂໍ້  “ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ”

ກອງປະຊຸມລ່ານຖິງ ພາຍໃຕ້ຫົວຂໍ້ “ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ”

ກອງປະຊຸມ ລ່ານຖິງ ພາຍໃຕ້ຫົວຂໍ້ “ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ” ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 27 ຕຸລານີ້ ທີ່ຫ້ອງປະຊຸມ ກະຊວງລັດຖະມົນຕີຕ່າງປະເທດ ທີ່ ປັກກິ່ງ ສປຈີນ
ອາຊຽນ ຕ້ອນຮັບຕີມໍແລັດສະເຕ ເຂົ້າເປັນສະມາຊິກປະເທດທີ 11

ອາຊຽນ ຕ້ອນຮັບຕີມໍແລັດສະເຕ ເຂົ້າເປັນສະມາຊິກປະເທດທີ 11

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ຕຸລາ ຜ່ານມາວ່າ: ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຕ້ອນຮັບຕີມໍແລັດສະເຕ ເຂົ້າເປັນສະມາຊິກປະເທດທີ 11. ໂດຍມີທ່ານ ໂຈເຊ ຣາໂມສ ອໍຕາ ປະທານາທິບໍດີ ແລະ ທ່ານ ຊານານາ ກຸສມາວ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີລົງນາມໃນຖະແຫຼງການວ່າດ້ວຍການຮັບຕີມໍແລັດສະເຕ ເຂົ້າສູ່ອາຊຽນ ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ທີ່ກົວລາລຳເປີ ປະເທດມາເລເຊຍ ໃນ 26 ຕຸລາ ຜ່ານມາ.
ກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ - ສິງກ​ະ​ໂປ​

ກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ - ສິງກ​ະ​ໂປ​

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 26 ຕຸ​ລາ ຜ່ານມາ ​ຢູ່ປະເທດ​ສິງກ​ະ​ໂປ, ທ່ານ ຫຼີ​ສຽງ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຈີນ​ໄດ້​ຮ່ວມກັບ​ທ່ານ ການ​ຄິມ​ຢົງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ-ສິງກ​ະ​ໂປ.
ສົນທິສັນຍາ ຮ່າໂນ້ຍ ພ້ອມກັນສ້າງໂລກແຫ່ງສັນຕິພາບ ແລະ ປອດໄພ

ສົນທິສັນຍາ ຮ່າໂນ້ຍ ພ້ອມກັນສ້າງໂລກແຫ່ງສັນຕິພາບ ແລະ ປອດໄພ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພິທີລົງນາມສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ຫົວຂໍ້ “ຕ້ານອາດຊະຍາກຳທາງໄຊເບີ - ແບ່ງປັນຄວາມຮັບຜິດຊອບ - ມຸ່ງໄປເຖິງອະນາຄົດ” ໄດ້ເປີດຂຶ້ນໃນວັນທີ 25 ຕຸລາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມພິທີລົງນາມມີທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ, ທ່ານ ກາດາ ຟາທີ ອິສມາອິລ ວາລີ ຫົວໜ້າຝ່າຍບໍລິຫານຫ້ອງການສະຫະປະຊາຊາດກ່ຽວກັບຢາເສບຕິດ ແລະ ອາຊະຍາກຳ (UNODC), ມີຫົວໜ້າ, ການນຳບັນດາປະເທດສະມາຊິກສະຫະປະຊາຊາດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ. ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ອ່ານສູນທອນພົດເປີດພິທີລົງນາມສົນທິສັນຍາຮ່າໂນ້ຍວ່າ: ບັນດາສິ່ງທ້າທາຍຂອງອາຊະຍາກຳທາງໄຊເບີ, ສົນທິສັນຍາ ຮ່າໂນ້ຍ, ເປັນສົນທິສັນຍາຫຼາຍຝ່າຍທົ່ວໂລກກ່ຽວກັບການຕ້ານອາຊະຍາກຳທາງໄຊເບີໄດ້ກຳເນີດ, ແມ່ນສິ່ງພິສູດໃຫ້ແກ່ນ້ຳໃຈສາມັກຄີ ແລະ ຄວາມເຄົາລົບກົດໝາຍ.
ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ

ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານວ່າ: ຍານອະວະກາດຂົນສົ່ງລຸ້ນໃໝ່ HTV-X ຂອງຍີ່ປຸ່ນ ຖືກສົ່ງຂຶ້ນສູ່ອະວະກາດສຳເລັດຜົນ ຈາກສູນອະວະກາດທາເນງາຊິມະ ແຂວງຄາໂງຊິມະ ໃນເວລາ 9:00 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຂອງວັນທີ 26 ຕຸລາ ຜ່ານມາ. ໂດຍໄດ້ຖືກບັນທຸກຢູ່ເທິງຈະຫຼວດ H3 ໝາຍເລກ 7 ແລະ ເຂົ້າສູ່ວົງໂຄຈອນຕາມທີ່ວາງແຜນໄວ້ໃນປະມານ 14 ນາທີຕໍ່ມາ.
ເພີ່ມເຕີມ