ຮອງຫົວໜ້າ ຄອສພ ພ້ອມຄະນະ ພົບປະກັບໂທລະພາບຫວຽດນາມ

ຮອງຫົວໜ້າ ຄອສພ ພ້ອມຄະນະ ພົບປະກັບໂທລະພາບຫວຽດນາມ

ຮອງຫົວໜ້າ ຄອສພ ພ້ອມຄະນະ ພົບປະກັບໂທລະພາບຫວຽດນາມ
ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງຄະ ນະໂຄສະນາອົບຮົມສູນກາງພັກ (ຄອສພ), ໃນລະຫວ່າງວັນທີ 22-29 ຕຸລາ 2025, ນໍາໂດຍສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໃນວັນທີ 27 ຕຸລາ ນີ້, ຄະນຜູ້ແທນດັ່ງກ່າວໄດ້ຢຽມຢາມ ແລະ ພົບປະກັບໂທລະພາບຫວຽດນາມ (VTV), ໂດຍມີ ສະຫາຍ ຢິງດຶກວິງ ຮອງຜູ້ອໍານວຍການໃຫຍ່ໂທລະພາບຫວຽດນາມພ້ອມຄະນະໃຫ້ການຕ້ອນຮັບ. ໃນໂອກາດດັ່ງກ່າວ ສະຫາຍ ຢິງດຶກວິງ ໄດ້ລາຍງານການເຄື່ອນໄຫວວຽກງານໂທລະພາບຫວຽດນາມໂດຍ ຫຍໍ້ ໃຫ້ຄະນະຜູ້ແທນໄດ້ຮັບຊາບວ່າ: ໂທລະພາບຫວຽດນາມໄດ້ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານຫວຽດນາມ ແລະ ເຮັດ ທຸລະກິດຫຼາຍຜະລິດຕະພັນເພື່ອເປັນການສ້າງແຫຼ່ງລາຍ ຮັບໃນການກຸ້ມຕົນເອງ ແລະ ໄດ້ນຳໃຊ້ລະບົບດີຈີຕອນເຂົ້າໃນວຽກງານ, ປັດຈຸບັນມີພະນັກງານ 3,500 ຄົນ, ມີ 3 ສາຂາຄື: ດານັງ, ໂຮ່ຈິມິນ ແລະ ເກີນເທີ, ໃນນັ້ນ, ແຜນການແມ່ນຈະນໍາໃຊ້ລະບົບ AI ເຂົ້າໃນວຽກ ງານຂອງໂທລະພາບຫວຽດນາມ, ທ່ານຮອງຜູ້ອຳນວຍການຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບການຮ່ວມ ມື ສອງຝ່າຍລະຫວ່າງໂທລະພາບຫວຽດນາມ ແລະ ໂທ ລະພາບແຫ່ງຊາດລາວ, ລວມທັງໂທລະພາບທ້ອງຖິ່ນ ຂອງລາວ, ປັດຈຸບັນແມ່ນກຳລັງວາງສີລາລືກສ້າງຕັ້ງ ໂທລະພາບແຂວງຫົວພັນອີກດ້ວຍ.
ຮອງຫວໜາ ຄອສພ ພອມຄະນະ ພບປະກບໂທລະພາບຫວຽດນາມ - image 1
 

 

ສະຫາຍ ນາງ ວິລະວອນ ພັນທະວົງ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຢິງດຶກວິງ ທີ່ໄດ້ ຕ້ອນຮັບຄະນະໃນຄັ້ງນີ້ ແລະ ຂອບໃຈທີ່ໂທລະພາບຫວຽດນາມໃຫ້ການຊ່ວຍເຫຼືອ ແກ່ສື່ມວນຊົນລາວຕະ ຫຼອດໄລຍະທີ່ຜ່ານມາເປັນຕົ້ນການແລກປ່ຽນຂໍ້ມູນຂ່າວສານ, ການຜະລິດລາຍການສາລະຄະດີສໍາຄັນຕ່າງໆ ກ່ຽວກັບວຽກງານການພັດທະນາເສດຖະກິດ-ສັງຄົມ, ການຊ່ວຍເຫຼືອປັບປຸງພື້ນຖານວັດຖຸ-ເຕັກນິກ, ອຸປະ ກອນ ໃຫ້ແກ່ໂທລະພາບແຫ່ງຊາດລາວ. ສຳລັບໃນປີ 2025 ນີ້ ສື່ມວນຊົນລາວ ກໍໄດ້ໂຄສະນາໃຫ້ແກ່ພິ ທີການສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ແລະ ການສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ, ໃນນັ້ນ ສປປ ລາວ ກໍໄດ້ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ ຊົມການຖ່າຍ ທອດຕໍ່ ຜ່ານໂທລະພາບ ສສ ຫວຽດນາມ (VTV); ນອກນັ້ນ, ສື່ມວນຊົນລາວກໍໄດ້ໂຄສະນາບັນຍາກາດ ການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ ລວມທັງການໂຄສະນາແລກປ່ຽນວັດທະນະທໍາ, ການທ່ອງທ່ຽວ, ການພົວພັນການທູດ, ສ່ອງແສງມູນເຊື້ອຄວາມສາມັກຄີພິເສດ, ການຢ້ຽມຢາມຂອງຄະນະຜູ້ ແທນຂັ້ນສູງລະຫວ່າງສອງປະເທດ ແລະ ການເຂົ້າຮ່ວມກອງປະຊຸມຢູ່ພາກພື້ນ ແລະ ສາກົນ ທັງໄດ້ຮັບ ເຊີນສື່ມວນຊົນລາວມາເຄື່ອນໄຫວເກັບກໍາຂ່າວຢູ່ຫວຽດນາມ ແລະ ເອົາແຫຼ່ງຂ່າວຈາກສື່ທາງການຫວຽດນາມ ອອກຜ່ານສື່ມວນຊົນລາວພວກເຮົາ ແລະ ການເຄື່ອນໄຫວຕອບໂຕ້ຂ່າວທີ່ບິດເບືອນຄວາມຈິງ ຕໍ່ແນວທາງ ນະໂຍບາຍຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ຮອງຫວໜາ ຄອສພ ພອມຄະນະ ພບປະກບໂທລະພາບຫວຽດນາມ - image 2
 

ທ່ານ ນາງ ວິລະວອນ ພັນທະວົງ ຍັງໄດ້ແຈ້ງໃຫ້ຝ່າຍຫວຽດນາມຊາບວ່າ: ຄະນະໂຄສະນາອົບຮົມ ສູນ ກາງພັກ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ ກໍໄດ້ປັບປຸງກົງຈັກ ການຈັດຕັ້ງຄືນໃໝ່ໂດຍມອບ-ໂອນວຽກງານຖະແຫຼງຂ່າວ-ສື່ມວນຊົນມາຂຶ້ນກັບຄະນະໂຄສະນາອົບຮົມສູນ ກາງພັກປະກອບມີ: ກົມສື່ມວນຊົນ, ສໍານັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸກະ ຈາຍສຽງແຫ່ງຊາດລາວ, ໜັງສືພິມພາສາຕ່າງປະເທດ ແລະ ໜັງສືພິມປະຊາຊົນ, ເຖິງຢ່າງໃດກໍຕາມ, ສື່ ມວນຊົນລາວ ໂດຍສະເພາະທາງດ້ານວຽກງານໂທລະພາບພວກເຮົາກໍຍັງພົບກັບບັນຫາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍບໍ່ໜ້ອຍ ເປັນຕົ້ນບາງລະບົບເຕັກນິກຍັງເປັນລະບົບເກົ່າ ແລະ ເປ່ເພ, ພາບສຽງທີ່ກະຈາຍ ອອກບາງອັນກໍຍັງບໍ່ລະອຽດຊັດເຈນ ແລະ ການຜະລິດສີສັນທາງດ້ານເນື້ອໃນ ກໍຍັງບໍ່ທັນດຶງດູດຜູ້ຟັງຜູ້ເບິ່ງ ເທົ່າທີ່ຄວນ ລວມເຖິງການສ້າງລາຍຮັບທາງດ້ານວິຊາການກໍຍັງບໍ່ທັນສາມາດກຸ້ມຕົນເອງໄດ້ ລວມທັງບຸກຄະ ລາກອນທີ່ຊໍານານງານກໍຍັງມີຈໍານວນຈໍາກັດ. ສະນັ້ນ, ຕໍ່ກັບບັນຫາດັ່ງກ່າວຈຶ່ງຢາກສະເໜີໃຫ້ສະຫາຍ ຄະ ນະນໍາໂທລະພາບຫວຽດນາມ ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ຝ່າຍລາວ, ໃນໂອກາດທີ່ ສປປ ລາວ ຈະສະ ເຫຼີມສະຫຼອງວັນຊາດທີ 2 ທັນວາຄົບຮອບ 50 ປີທີ່ຈະມາເຖິງນີ້.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າ ຫຼື CIIE ຄັ້ງທີ8 ໄດ້ຈັດຂຶ້ນໃນວັນທີ 5 ພະຈິກນີ້ທີ່ສູນວາງສະແດງ ຫໍປະຊຸມແຫ່ງຊາດທີ່ເມືອງສິ່ງຜູ່ ນະຄອນຊຽງໄຮ້ ສປຈີນ ຈັດໂດຍກະຊວງການຄ້າຂອງຈີນ, ຊຶ່ງງານສະແດງດັ່ງກ່າວຈະດຳເນີນໄປຈົນເຖິງວັນທີ10 ພະຈິກນີ້
ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ເພີ່ມເຕີມ