ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ
ວັນທີ 26 ຕຸລາຜ່ານມານີ້ ທີ່ຂະແໜງປິ່ນປົວຕາ ໂຮງໝໍແຂວງຫຼວງພະບາງ ໄດ້ເປີດພິທີການຜ່າຕັດແກ່ນຕາຂຸ້ນ, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ພ້ອມດ້ວຍຜູ້ອຳນວຍການສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົງ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ອຳນວຍການໂຮງໝໍແຂວງ, ແຂກຮັບເຊີນ ພ້ອມດ້ວຍປະຊາຊົນ ທີ່ເປັນພະຍາດແກ່ນຕາຂຸ້ນ ເຂົ້າຮ່ວມ.
ປະຊາຊນແຂວງຫວງພະບາງໄດຮບການຜາຕດແກນຕາຂນໂດຍບເສຍຄາ - image 1
 

ທ່ານ ພູວະນາ ອານຸລັກຄຳ ອຳນວຍການໂຮງໝໍແຂວງຫຼວພະບາງກ່າວວ່າ: ໃນລະຫວ່າງວັນທີ 21-23 ຕຸລາ 2025ຜ່ານມາ ໄດ້ມີການກວດວັດສາຍຕາ ແລະ ແຈກແວ່ນຕາ ໃຫ້ປະຊາຊົນແຂວງຫຼວງພະບາງ 3,000 ອັນ ແລະ ໄດ້ກວດພົບປະຊາຊົນເປັນພະຍາດແກ່ນຕາຂຸ້ນຈໍານວນ 116 ຄົນ ໂດຍແມ່ນ ທິມງານແພດໝໍຜ່າຕັດແກ່ນຕາຂຸ້ນ ຈາກສູນປີ່ນປົວຕາແຫ່ງຊາດ ປະເທດສິງຫະໂປ ໄດ້ລົງມາກວດ ແລະສ້ອມແປງເຄື່ອງຜ່າຕັດແກ່ນຕາຢູ່ໂຮງໝໍແຂວງຫຼວງພະບາງ ພ້ອມທັງໄດ້ສອນວິທີການສ້ອມແປງ ອຸປະກອນປີ່ນປົວ ໃຫ້ໂຮງໝໍແຂວງ. ສ່ວນວັນທີ 24-25 ໄດ້ກວດກຸ່ມເປົ້າໝາຍທີ່ເປັນພະຍາດແກ່ນຕາຂຸ້ນຄືນ ແລະ ລົງທະບຽນ ເຂົ້າຮັບການຜ່າຕັດ ຊຶ່ງມີທັງໝົດ 140 ຄົນ.

ປະຊາຊນແຂວງຫວງພະບາງໄດຮບການຜາຕດແກນຕາຂນໂດຍບເສຍຄາ - image 2
 

ມາຮອດວັນທີ 26 ຕຸລາ ທິມງານແພດໝໍ ຜ່າຕັດແກ່ນຕາຂຸນ ຈາກສູນປິ່ນປົວຕາແຫ່ງຊາດປະເທດສິງຫະໂປ ໄດ້ເລີ່ມການຜ່າຕັດແກ່ນຕາຂຸ້ນໃຫ້ປະຊາຊົນ ແລະ ການຜ່າຕັດຈະດຳເນີນໄປເຖິງວັນທີ 30 ຕຸລາຈິ່ງຈະສໍາເລັດ ພ້ອມທັງກວດເຊັກ ສາຍຕາໃຫ້ປະຊາຊົນຄືນ ຕື່ມອີກ. ທັງໝົດນີ້ ກໍເພື່ອໃຫ້ປະຊາຊົນສາມາເຂົ້າເຖິງລະບົບການຮັກສາສຸຂະພາບຕາ ທີ່ມີຄວາມສະເໝີພາບ ແລະ ຍືນຍົງ, ປັບປຸງຄຸນນະພາບ ການຮັກສາສຸຂະພາບຕາຂອງປະຊາຊົນ ໃນທົ່ວປະເທດລາວ ໂດຍສະເພາະແມ່ນການສຶກສາ, ປັບປຸງ ແລະ ພັດມທະນາພື້ນຖານໂຄງລ່າງຢູ່ທ້ອງຖິ່ນ ເພື່ອໃຫ້ການຮັກສາສຸຂະພາບຕາ ທີ່ດີສາມາດເຂົ້າເຖີງໄດ້ທຸກຄົນ.

ປະຊາຊນແຂວງຫວງພະບາງໄດຮບການຜາຕດແກນຕາຂນໂດຍບເສຍຄາ - image 3
 

(ພາບ-ຂ່າວໂດຍ: ດາວອນ ມະນີວັນ)

ຄໍາເຫັນ

ຂ່າວສາທະລະນະສຸກ

ທຳລາຍສິນຄ້າ ປະເພດອາຫານ-ຢາ ແລະ ຜະລິດຕະພັນການແພດຕ້ອງຫ້າມ

ທຳລາຍສິນຄ້າ ປະເພດອາຫານ-ຢາ ແລະ ຜະລິດຕະພັນການແພດຕ້ອງຫ້າມ

ເມື່ອບໍ່ດົນມານີ້, ກອງກວດກາອາຫານ ແລະ ຢາ ກະຊວງສາທາລະນະສຸກ ຈັດພິທິທຳລາຍສິນຄ້າປະ ເພດອາຫານ, ຢາ ແລະ ຜະລິດຕະພັນການແພດທີ່ຕ້ອງຫ້າມ ທີ່ສະໜາມຂີ້ເຫຍື້ອຫຼັກ 32 ນະຄອນຫຼວງວຽງຈັນ ນໍາໂດຍທ່ານ ບຸນເລື່ອນ ຜະລາດຊະໂຍທາ ຫົວໜ້າກອງກວດກາອາຫານ ແລະ ຢາ, ມີບັນດາຂະແໜງການ, ອົງການຈັດຕັ້ງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິຈາກເລືອດ ສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ

ບໍລິຈາກເລືອດ ສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ

ສູນກາງສະຫະພັນກຳມະບານລາວ (ສກລ) ຮ່ວມກັບສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຈັດຂະບວນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ເພື່ອ ຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ແລະ ງານວາງສະແດງສິນຄ້າຜະລິດຕະພັນຂອງຜູ້ອອກແຮງງານລາວຢ່າງເປັນຂະບວນຟົດຟື້ນ ຂຶ້ນໃນວັນທີ 22 ມັງກອນນີ້, ທີ່ ສກລ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ, ມີຄະນະພັກ, ຫົວໜ້າກົມ, ຮອງກົມ, ແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໂຮງໝໍມະໂຫສົດ ຫັນເປັນທັນສະໄໝ ແລະ ກຸ້ມຕົນເອງ

ໂຮງໝໍມະໂຫສົດ ຫັນເປັນທັນສະໄໝ ແລະ ກຸ້ມຕົນເອງ

ໂຮງໝໍມະໂຫສົດ ຈັດພິທີສະຫຼຸບການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານບໍລິການສຸຂະພາບ ປະຈໍາປີ 2025 ແລະ ແຜນພັດທະນາປະຈໍາປີ 2026 ຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງໝໍດັ່ງກ່າວ, ມີທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຊູຊາດ ວົງພະຈັນ ຜູ້ອໍານວຍການໂຮງໝໍມະໂຫສົດ ພ້ອມດ້ວຍ ພະນັກງານແພດ-ໝໍເຂົ້າຮ່ວມ.
ການນໍາແຂວງເຊກອງ ຢ້ຽມຢາມ, ອວຍພອນ ພະນັກງານ-ນັກຮົບໂຮງໝໍທະຫານແຂວງ

ການນໍາແຂວງເຊກອງ ຢ້ຽມຢາມ, ອວຍພອນ ພະນັກງານ-ນັກຮົບໂຮງໝໍທະຫານແຂວງ

ໃນວັນທີ 20 ມັງກອນ 2026ນີ້, ທ່ານ ນາງ ຄໍາເສັງ ທຸມມະວົງສາ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງເຊກອງ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມ ແລະ ອວຍພອນ ພະນັກງານ-ນັກຮົບ (ແພດ-ໝໍ) ຢູ່ໂຮງໝໍທະຫານແຂວງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ໂດຍມີທ່ານ ພັທ ຈັນທາ ດວງໄພສີ ຫົວໜ້າອໍານວຍການໂຮງໝໍທະຫານແຂວງ ພ້ອມຄະນະ ເຂົ້າຮ່ວມ.
ຮ່ວມມືເພື່ອນໍ້າສະອາດ ຍົກລະດັບມາດຕະຖານ WASH ໃນລາວ

ຮ່ວມມືເພື່ອນໍ້າສະອາດ ຍົກລະດັບມາດຕະຖານ WASH ໃນລາວ

ຫວ່າງບໍ່ດົນມານີ້, ອົງການສຸພະນິມິດສາກົນ ປະຈຳ ສປປ ລາວ ໄດ້ມອບເຄື່ອງສະໜັບສະໜູນໃຫ້ສູນນໍ້າສາດ ເພື່ອສົ່ງເສີມນໍ້າສະອາດ ແລະ ສຸຂາພິບານທີ່ປອດໄພໃນປະເທດລາວ.
ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ເພີ່ມເຕີມ