ບົດສໍາພາດ ຂອງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ

ບົດສໍາພາດ ຂອງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ

ບົດສໍາພາດ ຂອງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ
ກ່ຽວກັບ ລະຫັດລັບຄວາມປະສົບຜົນສຳເລັດໃນການບໍລິຫານປະເທດຂອງຈີນ, ການປະກອບສ່ວນສໍາຄັນ ຂອງຈີນຕໍ່ສັນຕິພາບ ແລະ ການພັດທະນາຂອງໂລກ, ໝາກຜົນອັນອຸດົມສົມບູນຂອງການສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ລາວ.

 

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດປະຊາຊົນຈີນ ຄົບຮອບ 76 ປີ, ສະຫາຍ ນາງ ຟ່າງຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ຕອບສໍາພາດຜ່ານເອກະສານຈາກສື່ມວນຊົນລາວ, ໂດຍໄດ້ນໍາສະເໜີ ກ່ຽວກັບ ຜົນສຳເລັດສໍາຄັນ ຂອງ ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ ທີ່ ນະຄອນທ່ຽນຈິ່ນ ແລະ ກິດຈະກໍາລະນຶກໄຊຊະນະສົງຄາມຕ້ານຟາຊິດຂອງປະຊາຊົນຈີນ ກໍຄື ໄຊຊະນະຕ້ານຟາຊິດໂລກ ຄົບຮອບ 80 ປີ, ລວມທັງການເຂົ້າຮ່ວມກິດຈະກໍາຂ້າງເທິງ 2 ລາຍການ ແລະ ການຢ້ຽມຢາມເຮັດວຽກຢູ່ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ. ຜ່ານການແນະນໍາ ຂອງ ສະຫາຍ ນາງ ຟ່າງຫົງ, ພວກເຮົາສາມາດເຂົ້າໃຈເຖິງລະຫັດລັບຂອງຜົນສຳເລັດທີ່ຢູ່ເບື້ອງຫຼັງ ການບໍລິຫານປະເທດຂອງຈີນ, ເຊິ່ງໄດ້ເປັນການປະກອບສ່ວນສໍາຄັນໃຫ້ແກ່ສັນຕິພາບ ແລະ ການພັດທະນາຂອງໂລກ ແລະ ເຮັດໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ.

ຄໍາຖາມ: ປະຊາຊົນຈີນຫາກໍ່ໄດ້ສະເຫຼີມສະຫຼອງວັນຊາດຈີນ ຄົບຮອບ 76 ປີ, ພວກຂ້າພະເຈົ້າຂໍສະແດງຄວາມຢື້ຢາມຖາມຂ່າວ ແລະ ອວຍພອນວັນຊາດຈີນມານະທີ່ນີ້ ອີກຄັ້ງໜຶ່ງ. ກ່ອນອື່ນ, ສະເໜີໃຫ້ສະຫາຍແນະນໍາກ່ຽວກັບຜົນສຳເລັດສໍາຄັນ ຂອງປະຊາຊົນຈີນ ທີ່ຍາດມາໄດ້ໃນໄລຍະ 76 ປີ ຜ່ານມາ ໂດຍສະເພາະນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ ເປັນຄຶືແນວໃດ?

ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ຮັບການສໍາພາດຜ່ານເອກະສານຈາກສື່ມວນຊົນຂອງລາວ, ຂໍສະແດງຄວາມຂອບໃຈຕໍ່ຄໍາອວຍພອນ ໃນໂອກາດຄົບຮອບ 76 ປີວັນຊາດຈີນ. ກ່ອນໜ້ານີ້ 76 ປີປະເທດຈີນໃໝ່ໄດ້ຮັບການສະຖາປະນາຂຶ້ນ ແລະ ໄດ້ປະກາດແຈ້ງວ່າປະເທດຈີນໄດ້ຫຼຸດພົ້ນອອກຈາກປະຫວັດສາດອັນອັບປະຍົດທີ່ເຕັມໄປດ້ວຍການຖືກກົດຂີ່ຂົ່ມເຫງຈາກພວກຕ່າງຊາດເປັນເວລາສະຕະວັດກວ່າ, ທັງໄດ້ເປັນການເປີດຂະບວນວິວັດປະຫວັດສາດ ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນອີກ. ຕະຫຼອດໄລຍະ 76 ປີ ຜ່ານມາ, ພາຍໃຕ້ການນໍາພາອັນໜັກແໜ້ນຂອງພັກກອມມູນິດຈີນ, ປະຊາຊົນຈີນບັນດາເຜົ່າທົ່ວທັງຊາດ ໄດ້ເປັນຈິດໜຶ່ງໃຈດຽວກັນ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ສາມາດສ້າງສິ່ງມະຫັດສະຈັນ 2 ຢ່າງ ທີ່ພົບເຫັນໄດ້ຍາກໃນໂລກກໍຄື ເສດຖະກິດມີການພັດທະນາຢ່າງໄວວາ ແລະ ສັງຄົມມີຄວາມສະຫງົບໝັ້ນຄົງຍາວນານ, ສາມາດຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ທີ່ຈາລຶກໄວ້ໃນປຶ້ມປະຫວັດສາດຢ່າງສະຫງ່າງາມ.

ໂດຍສະເພາະນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ພາຍໃຕ້ການນໍາພາຢ່າງເຂັ້ມແຂງຈາກສູນກາງພັກ ທີ່ຖື ສະຫາຍ ສີຈິ້ນຜິງ ເປັນແກນກາງ ແລະ ພາຍໃຕ້ທິດຊີ້ນໍາຢ່າງມີວິທະຍາສາດຂອງແນວຄິດສີຈິ້ນຜິງວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ພາລະກິດຂອງພັກ ແລະ ຂອງປະເທດຈີນ ຍາດໄດ້ຜົນສຳເລັດທີ່ມີລັກສະນະປະຫວັດສາດ ແລະ ເກີດການປ່ຽນແປງທີ່ມີລັກສະນະປະຫວັດສາດ. ແຕ່ປີ 2021 ຮອດ ປີ 2025 ໃນໄລຍະ “ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 ”, ບໍລິມາດລວມດ້ານເສດຖະກິດຂອງຈີນສືບຕໍ່ຂະຫຍາຍຕົວກາຍ 110,000 ຕື້ຢວນ, 120,000 ຕື້ຢວນ ແລະ 130,000 ຕື້ຢວນ, ອັດຕາການຂະຫນາຍຕົວສະເລ່ຍປະມານ 5,5%, ຄາດຄະເນປີນີ້ຈະບັນລຸໄດ້ປະມານ 140,000 ຕື້ຢວນ; ຄາດຄະເນເພີ່ມຂຶ້ນປະມານຫຼາຍກວ່າ 35,000 ຕື້ຢວນ, ສາມາດລື່ນກາຍບໍລິມາດລວມຂອງເສດຖະກິດຂອງ 3 ປະເທດທີ່ຈັດຢູ່ອັນດັບແຖວໜ້າຂອງໂລກ. ອັດຕາການປະກອບສ່ວນຂອງຈີນຕໍ່ການຂະຫຍາຍຕົວຂອງເສດຖະກິດໂລກ ຮັກສາໄວ້ຢູ່ປະມານ 30%, ໄດ້ເປັນກໍາລັງແຮງທີ່ມີການພັດທະນາໝັ້ນທ່ຽງທີ່ສຸດ, ໜ້າເຊື່ອຖືທີ່ສຸດ ແລະ ຕັ້ງໜ້າທີ່ສຸດ. ການປະດິດສ້າງໃໝ່ຂອງປະເທດຈີນໄດ້ມີການບຸກທະລຸສໍາຄັນ, ສີຂຽວກາຍເປັນສີພື້ນຖານຂອງການພັດທະນາ, ຊີວິດການເປັນຢູ່ທີ່ມີຄວາມຜາສຸກຂອງປະຊາຊົນສືບຕໍ່ປັບປຸງດີຂຶ້ນ, ເປົ້າໝາຍ ແລະ ໜ້າທີ່ລວມຂອງການປະຕິຮູບໄດ້ສຳເລັດຕາມຄາດໝາຍ. ໃນເດືອນນີ້ຈະຈັດກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ 20 ຂອງສູນກາງພັກກອມມູນິດຈີນ, ເຊິ່ງຈະໄດ້ຄົ້ນຄວ້າຂໍ້ສະເໜີ ກ່ຽວກັບ ການກໍານົດແຜນການ “5 ປີ ຄັ້ງທີ 15”. ພວກຂ້າພະເຈົ້າເຊື່ອໝັ້ນຢ່າງແນ່ວແນ່ວ່າ ການພັດທະນາຕາມ “ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15” ຈະມີອະນາຄົດອັນໃສແຈ້ງຍິ່ງຂຶ້ນ, ທັງຈະປະກອບສ່ວນຫຼາຍກວ່າເກົ່າໃຫ້ແກ່ການການພັດທະນາຂອງໂລກ.

ຄໍາຖາມ: ວັນທີ 31 ສິງຫາ ຫາ ວັນທີ 1 ກັນຍາ, ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ ແລະ “ກອງປະຊຸມຊຽງໄຮ້+” ໄດ້ຈັດຂຶ້ນດ້ວຍຜົນສຳເລັດ ທີ່ນະຄອນທ່ຽນຈິີ່ນ, ສະຫາຍ ປະທານປະເທດ ທອງລຸນ ສີສຸລິດ ກໍ່ໄດ້ຮັບເຊີນເຂົ້າຮ່ວມ. ຂໍຖາມວ່າ ສະຫາຍທູດ ເຫັນວ່າ ກອງປະຊຸມສຸດຍອດຄັ້ງນີ້ໄດ້ມີໝາກຜົນສຳຄັນໃດແດ່?

ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ທີ່ນະຄອນທ່ຽນຈິ່ນ ແມ່ນກອງປະຊຸມສຸດຍອດ ຂອງອົງການຮ່ວມມືຊຽງໄຮ້ ທີ່ຈັດຂຶ້ນເປັນຄັ້ງຂະໜາດໃຫຍ່ທີສຸດ, ທັງເປັນກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 5 ທີ່ປະເທດຈີນໄດ້ເປັນເຈົ້າພາບຈັດ. ກອງປະຊຸມສຸດຍອດເທື່ອນີ້ ແມ່ນກອງປະຊຸມມະໂຫລານທີ່ເຕັມໄປດ້ວຍຄວາມສາມັກຄີ, ມິດຕະພາບ ແລະ ມີໝາກຜົນອັນອຸດົມສົມບູນ, ມີຈຸດພິເສດຈະແຈ້ງ, ມີຄວາມໂດດເດັ່ນ ແລະ ໝາກຜົນຕົ້ນຕໍ ລວມມີ: ໜຶ່ງ, ໄດ້ມີປະມຸກລັດ ແລະ ຫົວໜ້າລັດຖະບານຈາກ 20 ກວ່າປະເທດ ໃນນັ້ນລວມມີ ສະຫາຍ ປະທານປະເທດ ທອງລຸນ ສີສຸລິດ ແລະ ຜູ້ຮັບຜິດຊອບຂອງອົງການຈັດຕັ້ງສາກົນ 10 ທ່ານ ເຂົ້າຮ່ວມ, ສປປ ລາວ ໄດ້ເຂົ້າເປັນຄູ່ຮ່ວມເຈລະຈາ, ສະມາຊິກ ຂອງ ວົງຄະນະຍາດອົງການຮ່ວມມືຊຽງໄຮ້ ໄດ້ເພີ່ມຂຶ້ນເປັນ 27 ປະເທດ. ສະຫາຍ ປະທານປະເທດ ສີຈິ້ນຜິງ ໄດ້ຮ່ວມກັບຜູ້ນໍາຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມແລກປ່ຽນປຶກສາຫາລືດ້ວຍໄມຕີຈິດມິດຕະພາບ, ຮ່ວມກັນສະແຫວງຫາການພັດທະນາ, ຊຸກຍູ້ໃຫ້ອົງການຮ່ວມມືຊຽງໄຮ້ໄດ້ກ້າວຂຶ້ນສູ່ໄລຍະການພັດທະນາໃໝ່ດ້ວຍຄຸນນະພາບສູງ. ສອງ, ໄດ້ກໍານົດແຜນຍຸດທະສາດການພັດທະນາ ໄລຍະ 10 ປີ, ໄດ້ປະກາດການສ້າງຕັ້ງສູນສັງລວມການຮັບມືຕໍ່ໄພຂົ່ມຂູ່ ແລະ ສິ່ງທ້າທາຍດ້ານຄວາມປອດໄພ ຂອງ ອົງການຮ່ວມມືຊຽງໄຮ້, ສູນເກືອດຫ້າມຢາເສບຕິດຂອງອົງການຮ່ວມມືຊຽງໄຮ້ ແລະ “ສູນຄວາມປອດໄພ 4 ແຫ່ງ” ເປັນຕົ້ນ, ໄດ້ຕົກລົງສ້າງຕັ້ງທະນາຄານພັດທະນາ ຂອງອົງການຮ່ວມມືຊຽງໄຮ້, ສ້າງຕັ້ງເວທີການຮ່ວມມືຮູບປະທໍາ 6 ແຫ່ງ, ກໍານົດແຜນປະຕິບັດງານການພັດທະນາດ້ວຍຄຸນນະພາບສູງ 6 ລາຍການ. ສາມ, ສະຫາຍ ປະທານປະເທດ ສີຈິ້ິນຜິງ ໄດ້ປະກາດວ່າ ຝ່າຍຈີນມີແຜນດຳເນີນໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ “ຂະໜາດນ້ອຍແຕ່ສວຍງາມ” 100 ໂຄງການໃຫ້ແກ່ບັນດາປະເທດສະມາຊິກທີ່ມີຄວາມຕ້ອງການ, ພາຍໃນປີນີ້ຈະສະໜອງເງິນຊ່ວຍເຫຼືອລ້າຈຳນວນ 2 ຕື້ຢວນໃຫ້ແກ່ປະເທດສະມາຊິກ, ໃນ 3 ປີຕໍ່ໜ້າຈະເພີ່ມການປ່ອຍເງິນກູ້ຈໍານວນ 10 ຕື້ຢວນໃຫ້ແກ່ສະມາຊິກຂອງປະຊາຄົມຮ່ວມທະນາຄານ, ໃນ 5 ປີຕໍ່ໜ້າຈະສະໜອງທຶນຝຶກອົບຮົມບຳລຸງສ້າງບຸກຄະລາກອນຈຳນວນ 10,000 ຄົນ ແລະ ອື່ນໆ.

ຄໍາຖາມ: ໃນກອງປະຊຸມ “ອົງການຮ່ວມມືຊຽງໄຮ້ ສະຫາຍ ປະທານປະເທດ ສີຈິ້ນຜິງ ໄດ້ສະເໜີ ກ່ຽວກັບຂໍ້ລິເລີ່ມການປົກຄອງທົ່ວໂລກ. ນີ້ແມ່ນຂໍ້ລິເລີ່ມໃໝ່ ທີ່ສືບຕໍ່ມາຈາກຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມປອດໄພທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມສີວິໄລທົ່ວໂລກ, ນີ້ແມ່ນຂໍ້ລິເລີ່ມທົ່ວໂລກອັນສຳຄັນໜຶ່ງອີກທີ່ປະເທດຈີນໄດ້ສະເໜີອອກມາ. ສະເໜີໃຫ້ສະຫາຍແນະນໍາກ່ຽວກັບການຄົ້ນຄິດທີ່ສໍາຄັນ ກໍຄືທັດສະນະ ແລະ ຄວາມໝາຍແກນກາງ ຂອງຂໍ້ລິເລີ່ມການປົກຄອງທົ່ວໂລກທີ່ ສປ ຈີນ ສະເໜີອອກນີ້ເປັນຄືແນວໃດ? ສະຫາຍເຫັນວ່າ ລາວ-ຈີນ ຈະສາມາດປະຕິບັດຂໍ້ລິເລີ່ມການປົກຄອງທົ່ວໂລກນີ້ຄືແນວໃດ ເພື່ອຊຸກຍູ້ໃຫ້ລະບຽບການຂອງໂລກມີຄວາມຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ?

ຂໍຂອບໃຈຕໍ່ຄວາມສົນໃຈລະດັບສູງ ແລະ ການຕີລາຄາຢ່າງຕັ້ງໜ້າຂອງສະຫາຍຕໍ່ຂໍ້ລິເລີ່ມທົ່ວໂລກ. ດັ່ງກັບທີ່ສະຫາຍໄດ້ກ່າວໄປນັ້ນ, ສະຫາຍ ປະທານປະເທດ ສີຈິ້ນຜິງ ໄດ້ສະເໜີອອກກ່ຽວກັບຂໍ້ລິເລິ່ມການບໍລິຫານທົ່ວໂລກ ໃນກອງປະຊຸມ “ອົງການຮ່ວມມືຊຽງໄຮ້+”, ນີ້ສາມາດເວົ້າໄດ້ວ່າເປັນຈຸດເດັ່ນທີ່ສຸດຂອງກອງປະຊຸມສຸດຍອດເທື່ອນີ້. ປີນີ້ແມ່ນຄົບຮອບ 80 ປີ ຂອງ ໄຊຊະນະສົງຄາມຕ້ານຟາຊິດໂລກ ແລະ ການສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 80 ປີ, ແມ່ນປີທີ່ມີຄວາມໝາຍປະຫວັດສາດພິເສດຕໍ່ການພົວພັນສາກົນ.

ປັດຈຸບັນ, ສະພາບການປ່ຽນແປງໃນຮອບຮ້ອຍປີມີການຜັນແປວ່ອງໄວຂຶ້ນ, ພາກພື້ນມີຄວາມປັ່ນປ່ວນເລື້ອຍໆ, ການພັດທະນາເສດຖະກິດຖືກກີດຂວາງ, ໂລກາພິວັດສວນລວງປະກົດຕົວຂຶ້ນ, ຂາດລະບຽບການ ແລະ ການບໍລິຫານຄຸ້ມຄອງດ້ວຍກົດໝາຍ, ຄວາມຂາດດຸ່ນດ້ານການບໍລິຫານນັບມື້ເພີ່ມຂຶ້ນ. ໃນສະພາບເງື່ອນໄຂດັ່ງກ່າວ, ການສ້າງລະບົບການບໍລິຫານທົ່ວໂລກແບບໃດ ແລະ ຈະປະຕິຮູບລະບົບການບໍລິຫານທົ່ວໂລກໃຫ້ດີສົມບູນແບບຂຶ້ນແນວໃດ ກໍ່ນັບມື້ກາຍເປັນຫົວຂໍ້ສໍາຄັນທີ່ສັງຄົມສາກົນເອົາໃຈ ໃສ່ລະດັບສູງ. ສະຫາຍ ປະທານປະເທດ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມການປົກຄອງທົ່ວໂລກໃນເທື່ອນີ້ ໄດ້ອີງໃສ່ເວລາ ແລະ ສະຖານະການ, ສອດຄ່ອງກັບຍຸກສະໄໝ,ເຊິ່ງໄດ້ເປັນການປະກອບວິທີການແກ້ໄຂຂອງຈີນ ແລະ ສະຕິປັນຍາຂອງຈີນ ເພື່ອຊຸກຍູ້ໃຫ້ການສ້າງລະບົບບໍລິຫານທົ່ວໂລກໃຫ້ມີຄວາມທ່ຽງທໍາ ແລະ ສົມເຫດສົມຜົນຍິ່ງຂຶ້ນ, ເຊິ່ງໄດ້ຮັບຄວາມຍິນດີ ແລະ ການສະໜັບສະໜູນຈາກທຸກຝ່າຍ.

ຂໍ້ລິເລີ່ມວ່າດ້ວຍການບໍລິຫານທົ່ວໂລກ ມີເນື້ອໃນອັນອຸດົມສົມບູນ, ມີລະບົບຄົບຊຸດ, ເຊິ່ງກວມເອົາ 5 ແນວຄິດແກນກາງ ຄື: ຢຶດໝັ້ນຄວາມສະເໝີພາບດ້ານອະທິປະໄຕ, ເຄົາລົບການຄຸ້ມຄອງດ້ວຍກົດໝາຍສາ ກົນ, ປະຕິລັດລັດທິຫຼາຍຝ່າຍ, ສົ່ງເສີມການຖືຄົນເປັນກົກ, ເອົາໃຈໃສ່ທິດທາງການປະຕິບັດງານ,ໃນນັ້ນຄວາມສະເໝີພາບດ້ານອະທິປະໄຕແມ່ນ ເງື່ອນໄຂອັນດັບທຳອິດ, ຕ້ອງຊຸກຍູ້ເຮັດໃຫ້ການພົວພັນສາກົນຫັນເປັນປະຊາທິປະໄຕ,ຍົກລະດັບຄວາມເປັນຕົວແທນ ແລະ ສິດປະ ກອບຄໍາເຫັນ ຂອງ ບັນດາປະເທດກຳລັງພັດທະນາໃຫ້ຫຼາຍຂຶ້ນ; ການຄຸ້ມຄອງບໍລິຫານດ້ວຍກົດໝາຍສາກົນແມ່ນການຮັບປະກັນພື້ນຖານ, ຕ້ອງເຄົາລົບຫຼັກການພື້ນຖານຂອງການພົວ ພັນສາກົນຢ່າງເຕັມສ່ວນຮອບດ້ານ ແລະ ສົມບູນ, ຮັບປະກັນໃຫ້ກົດໝາຍສາກົນ ແລະ ລະບຽບການສາກົນມີຄວາມສະເໝີພາບ, ເອກະພາບ ແລະ ເໝາະສົມ; ລັດທິຫຼາຍຝ່າຍແມ່ນຊ່ອງທາງພື້ນຖານ,ຕ້ອງຢຶດໝັ້ນທັດສະນະການບໍລິ ການທົ່ວໂລກແບບ ຮ່ວມກັນປຶກສາ, ຮ່ວມກັນສ້າງສາ ແລະ ຮ່ວມກັນຊົມໃຊ້, ເສີມຂະຫຍາຍບົດບາດສໍາຄັນທີ່ບໍ່ສາມາດທົດແທນໄດ້ຂອງສະ ຫະປະຊາຊາດໃນການບໍລິຫານທົ່ວໂລກ; ການຖືຄົນເປັນກົກ ແມ່ນທິດທາງດ້ານຕົ້ນຕໍຂອງຄ່ານິຍົມ, ຕ້ອງຮັບປະກັນໃຫ້ປະຊາຊົນບັນດາປະ ເທດມີສ່ວນຮ່ວມໃນການບໍລິຫານທົ່ວໂລກ, ຮ່ວມກັນຊົມໃຊ້ໝາກຜົນຂອງການບໍລິຫານທົ່ວໂລກ; ທິດທາງການປະຕິບັດແມ່ນຫຼັກການສໍາຄັນ, ຕ້ອງຢືດໝັ້ນຊຸກຍູ້ແຜນ ການໃຫ້ດຳເນີນໄປຢ່າງລະບົບ, ປະສານສົມທົບກັບການປະຕິບັດງານຂອງທົ່ວໂລກຢ່າງກົມກຽວ.

ຂໍ້ລິເລີ່ມວ່າດ້ວຍການບໍລິຫານທົ່ວໂລກແມ່ນການສືບຕໍ່ຂໍ້ລິເລີ່ມວ່າດ້ວຍ ການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມປອດໄພທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມສີວິໄລທົ່ວໂລກ, ປະເທດຈີນ ໄດ້ປະກອບສ່ວນຜະລິດຕະພັນສາທາລະນະສຳຄັນອີກຢ່າງໜຶ່ງໃຫ້ແກ່ທົ່ວໂລກ, ໄດ້ເຮັດໃຫ້ລະບົບທິດສະດີຂອງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ມີຄວາມອຸດົມສົມບູນຂຶ້ນຕື່ມອີກ. ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ ໄດ້ສຸມໃສ່ຊຸກຍູ້ການພັດທະນາ ແລະ ການຮ່ວມມືສາກົນ, ຂໍ້ລິເລີ່ມວ່າດ້ວຍຄວາມປອດໄພທົ່ວໂລກ ສຸມໃສ່ການແກ້ໄຂຂໍ້ຂັດແຍ່ງສາກົນຜ່ານການເຈລະຈາ, ຂໍ້ລິເລີ່ມວ່າດ້ວຍອາລິຍະທຳທົ່ວໂລກ ໄດ້ອອກແຮງຊຸກຍູ້ການແລກປ່ຽນດ້ານອາລິຍະທຳ, ຂໍ້ລິເລີ່ມວ່າດ້ວຍການບໍລິຫານທົ່ວໂລກໄດ້ວາງແຜນການປະຕິຮູບກົນໄກລະບຽບການບໍລິຫານຂອງທົ່ວໂລກ. 4 ຂໍ້ລິເລີ່ມທົ່ວໂລກ ໄດ້ລົງເລິກແຕ່ລະດ້ານຕ່າງກັນ ແລະ ເດີນໄປຕາມທິດທາງດຽວກັນ, ເຊິ່ງຈະໄດ້ສຸມກຳລັງທີ່ຕັ້ງໜ້າຫຼາຍກວ່າເກົ່າໃສ່ໂລກທີ່ປັ່ນປ່ວນຈາກແຕ່ລະມູມມອງ. ຂ້າພະເຈົ້າຢາກເນັ້ນໜັກວ່າ ຂໍ້ລິເລີ່ມການປົກຄອງທົ່ວໂລກ ບໍ່ແມ່ນການໂຄ່ນລົ້ມລະບຽບການສາກົນທີ່ມີຢູ່ ຫຼື ສ້າງລະບຽບການສາກົນໃໝ່ຕ່າງຫາກ, ແຕ່ເປັນການສືບທອດວັດຖຸປະສົງ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ, ແນໃສ່ປະຕິຮູບ ແລະ ບູລະນະການບໍລິຫານຂອງທົ່ວໂລກ, ເຮັດໃຫ້ສອດຄ່ອງກັບການປ່ຽນແປງຂອງສະຖານະການ.

ການປ່ຽນແປງລະບົບການບໍລິຫານທົ່ວໂລກ ແລະ ຮັບມືກັບສິ່ງທ້າທາຍຂອງທົ່ວໂລກ ລ້ວນແຕ່ບໍ່ແມ່ນເລື່ອງທີ່ປະເທດໃດໜຶ່ງຈະສາມາດເຮັດໄດ້. ຈີນ-ລາວ ລ້ວນແຕ່ແມ່ນສະມາຊິກສໍາຄັນ ຂອງ ອົງການສະຫະປະຊາຊາດ, ໄດ້ມີທັດສະນະຈຸດຢືນຄ້າຍຄືກັນຕໍ່ບັນຫາທີ່ສໍາຄັນ ເຊັ່ນ ການຫັນເປັນໂລກຫຼາຍຂົ້ວ, ການຫັນໃຫ້ການພົວພັນສາກົນມີປະຊາທິປະໄຕ ແລະ ບັນຫາສໍາຄັນອື່ນໆ. ສະຫາຍ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຖືສໍາຄັນ ແລະ ຍິນດີສະໜັບສະໜູນຂໍ້ລິເລີ່ມວ່າດ້ວຍການບໍລິຫານທົ່ວໂລກທີ່ ສະຫາຍ ປະທານປະເທດ ສີຈິ້ນຜິງ ສະເໜີອອກ. ຝ່າຍຈີນຕີລາຄາສູງ ແລະ ຫວັງເປັນຢ່າງຍິ່ງວ່າຈະໄດ້ຮ່ວມກັບຄູ່ຮ່ວມມືທີ່ມີອຸດົມການດຽວກັນ ລວມທັງປະເທດລາວ ຮ່ວມກັນສືບຕໍ່ຊຸກຍູ້ໃຫ້ 4 ຂໍ້ລິເລີ່ມໃຫຍ່ທົ່ວໂລກ ລວມທັງຂໍ້ລິເລິ່ມວ່າດ້ວຍການບໍລິຫານທົ່ວໂລກ ນັບມື້ນັບເລິກເຊິ່ງ ແລະ ແທດເໝາະກັບຕົວຈິງ, ຮ່ວມກັນປະຕິບັດລັດທິຫຼາຍຝ່າຍອັນແທ້ຈິງ, ຈັບມືກັນຊຸກຍູ້ໂລກຫຼາຍຂົ້ວທີ່ມີຄວາມຍຸຕິທຳ ແລະ ເປັນລະບຽບຮຽບຮ້ອຍ ກໍຄື ຊຸກຍູ້ໃຫ້ເສດຖະກິດໂລກາພິວັດມີການເອື້ອອຳນວຍ ແລະ ກວ້າງຂວາງຢ່າງທົ່ວເຖິງ, ຮ່ວມແຮງກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເພື່ອອອກແຮງພະຍາຍາມບຸກເບີກອະນາຄົດອັນໃສແຈ້ງທີ່ເຕັມໄປດ້ວຍສັນຕິພາບໝັ້ນຄົງ, ຈະເລີນຮຸ່ງເຮືອງ ແລະ ກ້າວໜ້າ.

ຄໍາຖາມ: ວັນທີ 3 ກັນຍາ ເປັນມື້ລະນຶກໄຊຊະນະຂອງສົງຄາມຕ້ານຟາຊິດຂອງປະຊາຊົນຈີນ ກໍຄື ໄຊຊະນະສົງຕາມຕ້ານຟາຊິດໂລກ ຄົບຮອບ 80 ປີ ໄດ້ຈັດຂຶ້ນທີ່ສະໜາມຫຼວງທ່ຽນອ່ານເມິນ, ປັກກິ່ງ ຢ່າງຄຶກຂຶມ, ສະຫາຍ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຮັບເຊີນເຂົ້າຮ່ວມພິທີລະນຶກວັນດັ່ງກ່າວ. ສະຫາຍ ປະທານປະເທດ ສີຈິ້ນຜິງ ໄດ້ມີຄໍາເຫັນສໍາຄັນ ແລະ ສວນສະໜາມກອງທະຫານ, ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກທົ່ວໂລກ. ຂໍຖາມສະຫາຍທູດວ່າ ສະຫາຍເຫັນວ່າການຈັດກິດຈະກໍາດັ່ງກ່າວຂອງຝ່າຍຈີນ ໄດ້ສົ່ງສັນຍານຄືແນວໃດຕໍ່ພາຍນອກ?

ໄຊຊະນະອັນຍິ່ງໃຫຍ່ຂອງສົງຄາມຕ້ານຟາຊິດ ແມ່ນໄຊຊະນະອັນຍິ່ງໃຫຍ່ທີ່ມີບົດບາດອັນໜັກແໜ້ນໃນການນໍາພາຂອງພັກກອມມູນິດຈີນ, ທັງເປັນໄຊຊະນະອັນຍິ່ງໃຫຍ່ໃນການຕໍ່ສູ້ຢ່າງພິລະອາດຫານດ້ວຍເລືອດເນື້ອຂອງປະຊາຊົນຈີນ. ໃນພິທີລະນຶກດັ່ງກ່າວ, ກອງທັບຈີນໄດ້ຮັບການກວດແຖວທະຫານຢ່າງສະຫງ່າງາມ “ຍຸດໂທປະກອນໃໝ່” “ກ້ອນກໍາລັງໃໝ່” ໄດ້ປະກົດຕົວຢ່າງລວມສູນ. ການເດີນສວນສະໜາມເທື່ອນີ້ ໄດ້ສະແດງໃຫ້ເຫັນໝາກຜົນສຳຄັນ ຂອງ ກອງທັບ ແລະ ກຳລັງປ້ອງກັນປະເທດຂອງຈີນ ໃນໄລຍະສິບປີຜ່ານມາ, ໄດ້ສະແດງໃຫ້ເຫັນໂສມໜ້າອັນມີກຽດສະຫງ່າ ຂອງ ນາຍທະຫານຈີນໃນຍຸກໃໝ່, ໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງຄວາມຕັດສິນໃຈອັນໜັກແໜ້ນໃຫນການເດີນຕາມເສັ້ນທາງແຫ່ງສັນຕິພາບ ແລະ ການພັດທະນາຂອງຈີນ, ເຫັນເຖິງມານະຈິດອັນເດັດດ່ຽວໃນການປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນ, ເຫັນເຖິງກຳລັງແຮງອັນເຂັ້ມແຂງໃນການປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບສຸກຂອງໂລກ.

ພວກເຮົາໄດ້ຈັດພິທີລະນຶກເຖິງໄຊຊະນະຂອງສົງຄາມຕ້ານຍີ່ປຸ່ນ ກໍຄື ໄຊຊະນະຂອງສົງຄາມຕ້ານຟາຊິດໂລກ ຄົບຮອບ 80 ປີ ຢ່າງຄຶກຂຶມ, ເປົ້າໝາຍກໍ່ແມ່ນເພື່ອລະນຶກເຖິງປະຫວັດສາດ, ໄວ້ອາໄລເຖິງວີລະຊົນທີ່ໄດ້ລ່ວງລັບໄປແລ້ວ, ຮັກຫອມສັນຕິພາບ ແລະ ບຸກເບີກສູ່ອະນາຄົດ. ພວກເຮົາໄດ້ກ່າວປະນາມຄວາມໂຫດຮ້າຍປ່າເຖື່ອນຂອງຜູ້ຮຸກຮາກ, ໄດ້ເນັ້ນໜັກວ່າຕ້ອງຈົດຈໍາບົດຮຽນ ແລະ ປະສົບການທາງປະຫວັດສາດ, ບໍ່ແມ່ນການສືືບຕໍ່ຄວາມຄຽດແຄ້ນໂກດຊັງ, ແຕ່ຕ້ອງປຸກລະດົມໃຫ້ຜູ້ຄົນທີ່ມີຄວາມເມດຕາທັງຫຼາຍຕ້ອງອ່ວຍໜ້າ ແລະ ຢຶດໝັ້ນຕໍ່ສັນຕິພາບ, ເຮັດໃຫ້ປະຊາຊົນບັນດາປະເທດໃນໂລກໄດ້ພ້ອມກັນແບ່ງປັນສັນຕິພາບ ແລະ ຄວາມສະຫງົບສຸກ. ຄວາມທ່ຽງທຳຕ້ອງໄດ້ຮັບໄຊຊະນະ (ຄວາມທ່ຽງທຳໝັ້ນຍືນ), ປະຊາຊົນຕ້ອງໄດ້ຮັບໄຊຊະນະ (ປະຊາຊົນໝັ້ນຍືນ), ສັນຕິພາບຕ້ອງໄດ້ຮັບໄຊຊະນະ (ສັນຕິພາບໝັ້ນຍືນ). ສິ່ງນີ້ນອກຈາກເປັນສັດຈະທໍາອັນຍິ່ງໃຫຍ່ທີ່ປະຫວັດ ສາດໄດ້ຊີ້ບອກໃຫ້ພວກເຮົາ, ທັງເປັນການປະກາດຢ່າງເຄັ່ງຂຶມ ແລະ ການປ່ອຍສັນຍານທີ່ຈະແຈ້ງຂອງປະເທດຈີນ.

ສະຫາຍ ປະທານປະເທດ ທອງລຸນ ສີສຸລິດ ໄດ້ເດີນທາງໄປເຂົ້າຮ່ວມພິທີລະນຶກໄຊຊະນະສົງຄາມຕ້ານຟາຊິດຂອງປະຊາຊົນຈີນ ກໍຄື ໄຊຊະນະຂອງການຕ້ານຟາຊິດໂລກ ຄົບຮອບ 80 ປີ ອັນໄດ້ສະແດງໃຫ້ເຫັນວ່າ ຝ່າຍລາວໄດ້ຮ່ວມກັບບັນດາປະເທດຈັບມືກັນປົກປ້ອງໝາກຜົນຂອງໄຊຊະນະການຕ້ານຟາຊິດໂລກ, ເປັນມານະຈິດອັນໜັກແໜ້ນໃນການປົກປັກຮັກສາລະບຽບການສາກົນພາຍຫຼັງສົງຄາມ. ພວກເຮົາຍິນດີຮ່ວມກັບບັນດາປະເທດໃນໂລກ ລວມທັງ ສປປ ລາວ, ຍາມໃດກໍ່ຢືນຢູ່ເບື້ອງທີ່ຖືກຕ້ອງຂອງປະຫວັດສາດ, ຢຶດໝັ້ນທັດສະນະປະຫວັດສາດສົງຄາມໂລກ ຄັ້ງທີ 2 ຢ່າງຖືກຕ້ອງ, ເດັດດ່ຽວປົກປ້ອງລະບຽບການສາກົນພາຍຫຼັງສົງຄາມ, ເດັດດ່ຽວປົກປ້ອງຄວາມຍຸຕິທຳ ແລະ ຄວາມທ່ຽງທຳຂອງສາກົນ, ເດັດຂາດບໍ່ອະນຸຍາດໃຫ້ປະຕິເສດ, ບິດເບືອນ ຫຼື ແຕ່ງແຕ້ມຄວາມສວຍງາມໃຫ້ແກ່ປະຫວັດສາດການຮຸກຮານ, ເດັດຂາດບໍ່ໃຫ້ລັດທິຂຸນເສິກກັບຄືນມາອີກ, ເດັດຂາດບໍ່ອະນຸຍາດໃຫ້ໂສກອະນາດຕະກໍາທາງປະຫວັດສາດຊໍ້າຮອຍອີກ, ເດັດຂາດຈະເປັນຜູ້ຮັກສາຄວາມຊົງຈໍາທາງປະຫວັດສາດ, ເປັນຜູ້ເດີນຕາມການພັດທະນາ ແລະ ການຟື້ນຟູຄວາມຮຸ່ງເຮືອງ, ເປັນຜູ້ປົກປ້ອງຄວາມຍຸຕິທຳ ຄວາມທ່ຽງທໍາຂອງສາກົນ, ເພື່ອສູ້ຊົນເຮັດໃຫ້ໂຊກຊາຕາກຳຂອງມວນມະນຸດໄດ້ມີອະນາຄົດອັນໃສແຈ້ງຍິ່ງຂຶ້ນ.

ໄລຍະວັນທີ 3 ຮອດ ວັນທີ 6 ກັນຍາ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມເຮັດວຽກຢູ່ ສປ ຈີນ, ໃນໄລຍະຢູ່ປັກກິ່ງ ໄດ້ພົບປະກັບ ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ ແລະ ສະຫາຍ ຕິງເຊຍສຽງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ສອງຝ່າຍໄດ້ບັນລຸຄວາມຮັບຮູ້ຮ່ວມກັນຢ່າງເປັນລະບົບ. ສະຫາຍມີຄວາມຮູ້ສຶກແນວໃດຕໍ່ການຢ້ຽມຢາມຄັ້ງນີ້? ປະມຸກລັດຂອງສອງປະເທດ ຈີນ-ລາວ ໄດ້ພົບປະກັນ ໄດ້ມີໝາກຜົນສຳຄັນໃດແດ່? ໂດຍສະເພາະ ຕໍ່ການເຊັນສັນຍາ ວ່າດ້ວຍ “ປະຕູດຽວ ຄັ້ງດຽວ” ຢູ່ດ່ານສະຖານີລົດໄຟສາກົນ ລາວ-ຈີນ ຈະນໍາເອົາຜົນປະໂຫຍດໃດແດ່ມາສູ່ສອງປະເທດ ຈີນ-ລາວ?

ສອງປະເທດ ຈີນ-ລາວ ແມ່ນປະເທດສັງຄົມນິຍົມທີ່ເປັນບ້ານໄກ້ເຮືອນຄຽງທີ່ດີນໍາກັນ, ຍາມໃດກໍ່ເດີນຢູ່ແຖວໜ້າຂອງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ການຢ້ຽມຢາມເທື່ອນີ້ ເຮັດໃຫ້ຂ້າພະເຈົ້າມີຄວາມຮູ້ສຶກເລິກເຊິ່ງທີ່ສຸດ ກໍ່ແມ່ນ ການນໍາສູງສຸດຂອງສອງພັກ, ສອງລັດ ຍາມໃດກໍ່ຖືສໍາຄັນລະດັບສູງ ແລະ ໄດ້ກຳກັບການພັດທະນາສາຍພົວພັນ ຈີນ-ລາວ ດ້ວຍຕົນເອງມາໂດຍຕະຫຼອດ, ໄດ້ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ນັບມື້ສະແດງໃຫ້ເຫັນເຖິງອະນາຄົດອັນໃສແຈ້ງ ແລະ ກວ້າງຂວາງທີ່ສຸດ. ໃນການພົບປະຄັ້ງນີ້, ການນໍາສູງສຸດຂອງສອງພັກ, ສອງລັດ ໄດ້ແລກປ່ຽນຄໍາຄິດເຫັນຢ່າງເລິກເຊິ່ງ ໃນການລົງເລິກກໍ່ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃນຍຸກໃໝ່. ສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຊີິ້ອອກວ່າ ເດືອນຕຸລາ ປີ 2023 ສອງຝ່າຍໄດ້ລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໄລຍະ 5 ປີ ສະບັບໃໝ່ເປັນຕົ້ນມາ, ການຮ່ວມມືຂອງສອງປະເທດໃນແຕ່ລະຂົງເຂດໄດ້ມີໝາກຜົນອັນພົ້ນເດັ່ນ, ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍຍຸດທະສາດ ແລະ ການເປັນຕົວແບບຂອງການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ. ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ກໍ່ໄດ້ກ່າວວ່າ ປັດຈຸບັນ ການພົວພັນສອງປະເທດ ລາວ-ຈີນ ຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ, ຝ່າຍລາວຍິນດີຮ່ວມກັບຝ່າຍຈີນສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດໄລຍະ 5 ປີ ສະບັບໃໝ່ໃຫ້ດີ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໄດ້ກ້າວຂຶ້ນສູ່ມາດຕະຖານສູງຂຶ້ນ, ຄຸນນະພາບສູງຂຶ້ນ ແລະ ລະດັບສູງຂຶ້ນ.

ການນໍາສູງສຸດຂອງສອສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງ ເນັ້ນໜັກວ່າ ປັດຈຸບັນ ສະຖານະການສາກົນ ແລະ ພາກພື້ນມີການປ່ຽນແປງຢ່າງເລິກເຊິ່ງ ແລະ ສະຫຼັບສັບຊ້ອນ, ສອງຝ່າຍຄວນມີສາຍຕາຍາວໄກ ແລະ ມີວິໄສທັດຍຸດທະສາດ ເພື່ອເບິ່ງ ແລະ ກໍາໄດ້ສາຍພົວພັນ ຈີນ-ລາວ, ຕໍ່ບັນຫາທີ່ພົວພັນເຖິງຜົນປະໂຫຍດແກນການຂອງໃຜລາວ ແລະ ບັນຫາພົວພັນທີ່ສໍາຄັນ ຕ້ອງໄດ້ເດັດດ່ຽວສະໜັບສະໜູນເຊິ່ງກັນແລະກັນ. ສອງຝ່າຍຄວນຖືເອົາໂອກາດການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ຂອງສອງປະເທດເປັນໂອກາດວາງແຜນການແລກປ່ຽນຳພົວພັນໃນແຕ່ລະຂົງເຂດໃຫ້ດີ. ຄວນຖືເອົາການດຳເນີນທຸລະກິດຂອງເສັ້ນທາງລົດໄຟ ຈີນ-ລາວ ແລະ ການພັດທະນາລຽບຕາມເສັ້ນທາງເປັນຈຸດສຸມ, ສືບຕໍ່ບຸກເບີກ “ເສັ້ນທາງທອງຄໍາໃຫຍ່” ນີ້ ໃຫ້ມີບົດບາດກະຕຸກຊຸກຍູ້ອອກໄປຢ່າງກວ້າງຂວາງ, ຊຸກຍູ້ໃຫ້ໂຄງການສໍາຄັນໄດ້ຮັບການຍົກສູງຂຶ້ນດ້ານຄຸນນະພາບ. ຄວນລົງເລິກການຮ່ວມມືໃນວຽກງານປ້ອງກັນຊາດ, ການປະຕິບັດກົດໝາຍ, ການຮັກສາສະຖຽນລະພາບຄວາມໝັ້ນຄົງ ແລະ ອື່ນໆ, ຮັກສາການປາບປາມຢ່າງເຂັ້ມງວດຕໍ່ການພະນັນຂ້າມຊາຍແດນ, ການສໍ້ໂກງຜ່ານທາງລະບົບໂທລະຄົມ ແລະ ອື່ນໆ. ໃນໄລຍະການຢ້ຽມຢາມ, ສອງຝ່າຍຍັງໄດ້ເຊັນເອກະສານຮ່ວມມືຫຼາຍສະບັບ ແລະ ໄດ້ມີໝາກຜົນການຮ່ວມມືສໍາຄັນຈຳນວນໜຶ່ງຮ່ວມກັນ ເຊັ່ນ: ດ້ານຫຸ່ນຍົນອັດສະລິຍະ, ລະບົບດາວທຽມພາທາງ, ການປິ່ນປົວສາທາລະນະສຸກ, ການສຶກສາ, ການຫຼຸດຜ່ອນຄວາມທຸກຍາກ, ການກັກກັນພືດສັດ ແລະ ຂົງເຂດອື່ນໆ, ໃນນັ້ນ ປະເທດຈີນໄດ້ຊ່ວຍປະເທດລາວສ້າງໂມເດວໃຫຍ່ແຫ່ງຊາດ LaoAI ກໍ່ໃກ້ຈະໄດ້ເປີດຕົວໃນມໍ່ໆນີ້, ນີ້ແມ່ນໂມເດວພາສາໃຫຍ່ແຫ່ງຊາດທຳອິດຂອງອາຊຽນ, ໂດຍຖືເອົາການຝຶກຊ້ອມດ້ວຍລະບົບຂໍ້ມູນພາສາລາວ, ແມ່ນໂມເດວພາສາຂອງຄົນລາວເອງ, ເຊິ່ງໄດ້ຊ່ວຍໃຫ້ ສປປ ລາວ ພັດທະນາທາງດ້ານ AI ໃນຍຸກປັດຈຸບັນ, ສາມາດຮັບໃຊ້ໃຫ້ແກ່ປະຊາຊົນລາວ ແລະ ເພີ່ມຄວາມສາມາດໃຫ້ແກ່ການຜະລິດຂອງລາວໄດ້ຢ່າງແທ້ຈິງ. ໃນຕໍ່ໜ້າ, ຝ່າຍຈີນຈະຮ່ວມກັບຝ່າຍລາວ ຖືເອົາຄວາມຮັບຮູ້ຮ່ວມກັນທີ່ສໍາຄັນຂອງການນໍາສູງສຸດສອງປະເທດເປັນທິດນໍາ ສືບຕໍ່ຊຸກຍູ້ໃຫ້ແຜນແມ່ບົດ ແລະ ແຜນປະຕິບັດງານໄດ້ຮັບການຈັດຕັ້ງຢ່າງລະອຽດ, ຊຸກຍູ້ໃຫ້ການຮ່ວມມືຮູບປະທໍາລະຫວ່າງ ຈີນ-ລາວ ກ້າວຂຶ້ນສູ່ລະດັບເລິກເຊິີ່ງ ແລະ ກວ້າງຂວາງກວ່າເກົ່າ.

ສັນຍາລະຫວ່າງສອງລັດຖະບານ ກ່ຽວກັບ “ປະຕູດຽວ ຄັ້ງດຽວ” ຢູ່ດ່ານສະຖານີລົດໄຟສາກົນ ຈີນ-ລາວ ທີ່ໄດ້ເຊັນກັນນັ້ນ ກໍ່ເປັນໜຶ່ງໃນໝາກຜົນສຳຄັນຂອງການຢ້ຽມຢາມເທື່ອນີ້. ນັບແຕ່ເປີດນໍາໃຊ້ເສັ້ນທາງລົດໄຟ ຈີນ-ລາວ ເປັນຕົ້ນມາ, ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຂອງເສັ້ນທາງລົດໄຟ ຈີນ-ລາວ ມີຄວາມຄຶກຄື້ນຫຼາຍ, ລວມຍອດການຂົນສົ່ງຜູ້ໂດຍສານຮັບສົ່ງໄດ້ຫຼາຍກວ່າ 58 ລ້ານເທື່ອຄົນ ແລະ ການຂົນສົ່ງສິນຄ້າໄດ້ຫຼາຍກວ່າ 66 ລ້ານໂຕນ, ມາຮອດ ວັນທີ 6 ກັນຍາ ປີ 2025 ປະລິມານການຂົນສົ່ງສິນຄ້າລວມຜ່ານເສັ້ນທາງລົດໄຟ ລາວ-ຈີນ ຊ່ວງຢູ່ພາຍໃນປະເທດລາວ ບັນລຸໄດ້ 15 ລ້ານໂຕນ, ເຊິ່ງໄດ້ສະແດງໃຫ້ເຫັນວ່າ ລະບົບການຂົນສົ່ງໂລຈິດສະຕິກໃນເຂດແຄວ້ນຂອງເສັ້ນທາງລົດໄຟໄດ້ມີບົດບາດຮັບປະກັນທີ່ສໍາຄັນ. ການເຊື່ອມຕໍ່ກັນລະຫວ່າງອຸມົງຂ້າມແດນຂອງສອງປະເທດ ຜ່ານເສັ້ນທາງລົດໄຟ ຈີນ-ລາວ, ໃນເວລາຜ່ານດ່ານຜູ້ໂດຍສານມີແຕ່ຜ່ານ “ປະຕູດຽວ ຄັ້ງດຽວ”, ມີແຕ່່ຂຶ້ນລົງລົດຢູ່ສອງສະຖານີ ແລະ ຮັບການກວດກາຜ່ານດ່ານ ແລະ ການກວດກາຂອງດ່ານພາສີຂອງສອງຝ່າຍເທົ່ານັ້ນ. ພາຍຫຼັງຈັດຕັ້ງປະຕິບັດ “ປະຕູດຽວ ຄັ້ງດຽວ” ແລ້ວ, ຜູ້ໂດຍສານສາມາດນັ່ງລົດໄຟ ຈີນ-ລາວ ຜ່ານດ່ານເຂົ້າອອກເມືອງ ພຽງແຕ່ຂຶ້ນລົດລົງລົດເທື່ອດຽວເທົ່ານັ້ນ, ເວລາການຜ່ານດ່ານກໍ່ຫຼຸດລົງຫຼາຍ. ນີ້ແມ່ນການສະແດງອອກເຖິງຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງລະຫວ່າງສອງຝ່າຍ, ທັງເປັນໝາກຜົນການຊອກຄົ້ນອັນສຳຄັນໃນການອຳນວຍຄວາມສະດວກຜ່ານດ່ານທາງລົດໄຟຂ້າມແດນ, ເຊິ່ງຈະກາຍເປັນຕົວແບບຂອງການຮ່ວມມືທີ່ກ່ຽວຂ້ອງໃຫ້ແກ່ບັນດາປະເທດ.

ມີການຕີລາຄາໜຶ່ງເວົ້າວ່າ ການກ້າຫານປະຕິຮູບດ້ວຍຕົນເອງ ແມ່ນລະຫັດພາຍໃນທີ່ເຮັດໃຫ້ພັກກອມມູນິດຈີນປະສົບຜົນສຳເລັດ. ໃນຫົກເດືອນຕົ້ນປີນີ້, ພັກກອມມູນິດຈີນໄດ້ລົງເລິກດຳເນີນການສຶກສາເຊື່ອມຊຶມເນື້ອໃນຈິດໃຈຂອງ ຂໍ້ກໍານົດ 8 ຂໍ້ ຂອງສູນກາງພັກ, ຂໍຖາມວ່າ ຂໍ້ກໍານົດ 8 ຂໍ້ ຂອງສູນກາງພັກ ໄດ້ມີຄວາມໝາຍສໍາຄັນແນວໃດຕໍ່ການປະຕິຮູບຕົນເອງຂອງພັກກອມມູນິດຈີນ? ສອງຝ່າຍ ຈີນ-ລາວ ລ້ວນແຕ່ຖືສໍາຄັນຕໍ່ການແລກປ່ຽນບົດຮຽນໃນການຄຸ້ມຄອງພັກ ບໍລິຫານປະເທດ, ຂໍຖາມວ່າ ການພົບປະກັນລະຫວ່າງການນໍາສູງສຸດຂອງສອງຝ່າຍຄັ້ງນີ້ ໄດ້ມີການແລກປ່ຽນຕໍ່ບັນຫານີ້ຄືແນວໃດ?

ການປະຕິວັດດ້ວຍຕົນເອງ ແມ່ນຄວາມຮຽກຮ້ອງທີ່ເປັນທາດແທ້ຂອງພັກການເມືອງລັດທິມາກ. ພັກກອມມູນິດຈີນ ເປັນຫຍັງຈິ່ງສາມາດນໍາພາປະຊາຊົນສ້າງເລື່ອງມະຫັດສະຈັນຕໍ່ກັນໄດ້ຫຼາຍເລື່ອງ, ຂໍກະແຈສໍາຄັນກໍ່ແມ່ນພັກຂອງພວກຂ້າພະເຈົ້າຍາມໃດກໍ່ຖືເອົານໍ້າໃຈການປະຕິວັດດ້ວຍຕົນເອງມາຝຶກຝົນຫຼໍ່ຫຼອມຕົນເອງ, ຍາມໃດກໍ່ຮັກສາຄວາມກ້າວໜ້າ ແລະ ຄວາມຜ່ອງໃສ່ຂອງຕົນເອງມາໂດຍຕະຫຼອດ, ຈົນເຮັດໃຫ້ສາມາດເຕົ້າໂຮມສາມັກຄີເອົາປະຊາຊົນຈີນທັງປວງກໍ່ສາມາດເດີນຢູ່ແຖວໜ້າການພັດທະນາຂອງຍຸກສະໄໝມາໂດຍຕະຫຼອດ. ສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງ ຊີ້ອອກຢ່າງເລິກເຊິ່ງວ່າ: “ການປະຕິວັດດ້ວຍຕົນເອງ ແມ່ນການເພີ່ມທາດແຄວຊ້ຽມໃຫ້ກະດູກແຂງແຮງ, ແມ່ນການຂັບຜິດແລະຂ້າເຊື້ອພະຍາດ, ແມ່ນການເຮັດໃຫ້ຂໍ້ແຂນແຂງຂຶ້ນ, ກຳຈັດຊີ້ນເປື່ອຍເນົ່າ ແລະ ສ້າງຊີ້ນໃໝ່, ກຳຈັດປັດເປົ່າເຊື້ອພະຍາດທີ່ກັດແຫ້ນສຸຂະພາບຊີວິດຂອງພັກໃຫ້ອອກໄປເລື້ອຍໆ, ເຮັດໃຫ້ສາມາດເພີ່ມພູມຕ້ານທານຂອງຮ່າງກາຍໃຫ້ດີຂຶ້ນເລື້ອຍໆ, ປ້ອງກັນບໍ່ໃຫ້ຄົນເສຍຊີວິດ ແລະ ຊີວິດການເມືອງຖົດຖອຍ”.

ແບບແຜນຂອງພັກ ກໍ່ແມ່ນພາບພົດຂອງພັກ, ມັນພົວພັນເຖິງຄວາມເປັນໃຈຫຼືອ່ວຍຫຼັງໃສ່ຂອງປະຊາຊົນ, ພົວພັນເຖິງຄວາມເປັນຄວາມຕາຍແລະຄວາມຢູ່ລອດຂອງພັກ. ເລີ່ມຈາກການປັບປຸງແບບແຜນມາຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ແມ່ນບົດຮຽນສໍາຄັນຂໍ້ໜຶ່ງ ຂອງການປະຕິວັດດ້ວຍຕົນເອງຂອງພັກກອມມູນິດຈີນ. ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ໃນເວລາປະເຊີນໜ້າກັບຄວາມຂັດແຍ່ງ ແລະ ບັນຫາພົ້ນເດັ່ນພາຍໃນພັກທີ່ສະສົມມາເປັນເວລາຍາວນານ ແລະ ຫາກໍ່ເກີດຂຶ້ນໃຫມ່ຈຳນວນໜຶ່ງນັ້ນ, ສູນກາງພັກ ທີ່ຖື ສະຫາຍ ສີຈິ້ນຜິງ ເປັນແກນກາງ ໄດ້ວາງ ຂໍ້ກໍານົດ 8 ຂໍ້ ຂອງ ກຳມະການກົມການເມືອງສູນກາງພັກ ກ່ຽວກັບ ການປັບປຸງແຜນການການເຮັດວຽກ ແລະ ການຕິດແທດມະຫາຊົນ, ເລີ່ມຈາກການເກັບກໍາຂໍ້ມູນເພື່ອຄົ້ນຄວ້າ, ແບບແຜນການຈັດກອງປະຊຸມ-ການຮ່າງເອກະສານ, ການຈັດສັນການຢ້ຽມຢາມ, ການຮັບຕ້ອນທາງການ ແລະ ດ້ານອື່ນໆ ເຊິ່ງໄດ້ສະເໜີ “ກົດເຫຼັກ” “ຄອກເຫຼັກ”, ຖືເອົາຕົນເອງເປັນແບບຢ່າງນໍາໜ້າພາທາງ, ປະຕິບັດແຕ່ເທິງລົງລຸ່ມ, ຂຸດຄົ້ນການສ້າງສະພາບການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ຊຸກຍູ້ໃຫ້ແບບແຜນຂອງພັກ ແລະ ຂອງລັດມີການປ່ຽນແປງໃໝ່, ນໍາພາໃຫ້ແບບແຜນຂອງສັງຄົມ ແລະ ຂອງປະຊາຊົນ ໄດ້ມີການປ່ຽນແປງໃໝ່ຢ່າງເລິກເຊິ່ງ.

ໃນເດືອນມີນາ ຮອດເດືອນກໍລະກົດ ປີນີ້, ພັກຂອງພວກເຮົາໄດ້ດຳເນີນການລົງເລິກສຶກສາເຊື່ອມຊືມເນື້ອໃນຈິດໃຈ “ຂໍ້ກຳນົດ 8 ຂໍ້” ຂອງສູນກາງພັກ, ພະນັກງານສະມາຊິກພັກທັງຫຼາຍໄດ້ຕັ້ງໜ້າຮໍ່າຮຽນເອົາທິດສະດີສໍາຄັນ ຂອງ ເລຂາທິການໃຫຍ່ ສີຈິ້ນຜິງ ກ່ຽວກັບການເພີ່ມທະວີການສ້າງແບບແຜນຂອງພັກ, ໂດຍໃຫ້ຜັນຂະຫຍາຍຂໍ້ກໍານົດ 8 ຂໍ້ ແລະ ລະບຽບການລະອຽດຕ່າງໆຢ່າງບໍ່ລົດລະ. ແຕ່ລະທ້ອງຖິ່ນ, ແຕ່ລະອົງການ ແລະ ແຕ່ລະຫົວໜ່ວຍຕ່າງກໍ່ໄດ້ປັບປຸງແກ້ໄຂການກິນຢູ່ແບບຜິດລະບຽບ, ການຮັບຂອງຂວັນເງິນລາງວັນແບບຜິດລະບຽບ, ການລ່ວງລໍ້າຜົນປະໂຫຍດຂອງມະຫາຊົນ, ບັນຫາການຂາດຄວາມຮັບຜິດຊອບ-ການບໍ່ປະຕິບັດໜ້າທີ່ ແລະ ບັນຫາອື່ນໆ, ໄດ້ກວດກາແກ້ໄຂ ແລະ ແຈ້ງຂ່າວຢ່າງເປີດເຜີຍຕໍ່ກໍລະນີການລະເມີດຂໍ້ກໍານົດ 8 ຂໍ້ ທີ່ສູນກາງວາງອອກ. ຜ່ານຂໍ້ມູນສະແດງໃຫ້ເຫັນວ່າ ໃນໄລຍະການສຶກສາເຊື່ອມຊຶມ ອົງການກວດກາພັກ-ລັດແຕ່ລະຂັ້ນ ໄດ້ຮ່ວມກັນກວດກາ ແລະ ແກ້ໄຂບັນຫາການລະເມີດຂໍ້ກໍານົດ 8 ຂໍ້ ຈຳນວນ 111,000 ກໍລະນີ, ໄດ້ຕັກເຕືອນ ແລະ ແກ້ໄຂ 145,000 ຄົນ.

ນັບແຕ່ການກໍານົດ ແລະ ຈັດຕັ້ງປະຕິບັດ ຂໍ້ກຳນົດ 8 ຂໍ້ ຂອງສູນກາງພັກກອມມູນິດຈີນ ກໍໄດ້ເຈາະເລິກຫົວຂໍ້ບັນຫາ, ໄດ້ລົງເລິກການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ຊຸກຍູ້ໃຫ້ພັກຂອງພວກເຮົາໄດ້ມີບາດກ້າວໃໝ່ຂອງການປະຕິຮູບດ້ວຍຕົນເອງ, ໄດ້ເປີດສັກກະລາດໃໝ່ຂອງການກໍ່ສ້າງພັກ. ຜ່ານຄວາມພະຍາຍາມຢ່າງບໍ່ລົດລະເປັນເວລາສິບກວ່າປີ, ພະຍາດທີ່ເຊື່ອງຊ້ອນຢູ່ພາຍໃນພັກ, ລັດ ແລະ ກອງທັບຈີນໄດ້ຖືກກຳຈັດໄປ, ສະພາບການຄຸ້ມຄອງພັກ ແລະ ບໍລິຫານພັກທີ່ອ່ອນແອໄດ້ຮັບການຫັນປ່ຽນຢ່າງເຖິງກົກເຖິງຮາກ, ໄດ້ເປັນການຮັບປະກັນຢ່າງເຂັ້ມແຂງໃຫ້ແກ່ແບບແຜນການຊຸກຍູ້ໃຫ້ການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທໍາ, ການບໍລິຫານປະເທດ ແລະ ດ້ານຕ່າງໆຂອງຈີນໃນຍຸກປັດຈຸບັນເກີດການປ່ຽນແປງຢ່າງໃຫຍ່ຫຼວງ, ທັງໄດ້ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ປະເທດຈີນໃນການສືບຕໍ່ເສີມຂະຫຍາຍກຳລັງສັນຕິພາບ, ກຳລັງສະຖຽນລະພາບ, ກຳລັງການພັດທະນາຂອງໂລກ ຈາກຄວາມໝາຍດັ່ງກ່າວ, ຂໍ້ກໍານົດ 8 ຂໍ້ ບໍ່ພຽງແຕ່ເປັນ “ນາມບັດສີຄໍາ” ຂອງການຄຸ້ມຄອງພັກບໍລິຫານພັກຂອງຈີນໃນຍຸກ ໃໝ່, ທັງໄດ້ມີຄວາມໝາຍອັນສໍາຄັນ ແລະ ເລິກເຊິ່ງຍາວນານຕໍ່ໂລກອີກດ້ວຍ.

ຈີນ ແລະ ລາວ ແມ່ນປະເທດສັງຄົມນິຍົມທີ່ມີພັກກອມມູນິດນໍາພາ, ສອງພັກເພີ່ມທະວີການແລກປ່ຽນບົດຮຽນ ແລະ ປະສົບການໃນການຄຸ້ມຄອງພັກບໍລິຫານປະເທດມີຄວາມໝາຍສໍາຄັນຫຼາຍ, ນີ້ຍັງເປັນຫົວຂໍ້ສໍາຄັນໃນການ ພົບປະແລກປ່ຽນລະຫວ່າງການນໍາສູງສຸດຂອງສອງພັກ, ສອງລັດ ໃນຄັ້ງນີ້ອີກດ້ວຍ. ການພົບປະກັນລະຫວ່າງ ສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງ ແລະ ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ກໍ່ໄດ້ລົງເລິກແລກປ່ຽນບັນຫານີ້, ສອງຝ່າຍໄດ້ເນັ້ນໜັກວ່າຄວນລົງເລິກການແລກປ່ຽນບົດຮຽນການຄຸ້ມຄອງພັກບໍລິຫານປະເທດຂອງສອງພັກ, ເຮັດໃຫ້ການກໍ່ສ້າງພັກຂອງໃຜລາວນັບມື້ມີກຳລັງແຮງຂຶ້ນ, ຈັບມືກັນເດີນຕາມເສັ້ນທາງສັງຄົມນິຍົມໃຫ້ດີ. ພວກຂ້າພະເຈົ້າຍິນດີຮ່ວມກັບຝ່າຍລາວ ປະຕິບັດຄວາມຮັບຮູ້ຮ່ວມກັນຂອງການນໍາຂອງສອງຝ່າຍ, ເພີ່ມທະວີການແລກປ່ຽນບົດຮຽນໃນການຄຸ້ມຄອງພັກຢ່າງເຂັ້ມ ງວດຮອບດ້ານ, ຊຸກຍູ້ການກໍ່ສ້າງພັກຂອງໃຜລາວໃຫ້ດີຂຶ້ນ.

ຝ່າຍລາວ ໄດ້ຍ້ອງຍໍຕໍ່ຜົນສຳເລັດຂອງການຫຼຸດຜ່ອນຄວາມທຸກຍາກຂອງປະເທດຈີນ, ໃນໄລຍະ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ຢ້ຽມຢາມຈີນ ຍັງໄດ້ເດີນທາງໄປຢ້ຽມຢາມກິ່ງແຂວງສິບສອງພັນນາ ແຂວງ ຢູນນານ ເພື່ອເບິ່ງວຽກງານການຫຼຸດຜ່ອນຄວາມທຸກຍາກ ແລະ ການຟື້ນຟູຄວາມຮຸ່ງເຮືອງຂອງຊົນນະບົດ. ຂໍເຊີນສະຫາຍແນະນໍາບົດຮຽນອັນລໍ້າຄ່າ ແລະ ຄວາມໝາຍຕໍ່ໂລກ ຂອງ ບັ້ນລົບລ້າງຄວາມທຸກຍາກຂອງຝ່າຍຈີນ.

ການແລກປ່ຽນບົດຮຽນປະສົບການໃນການຫຼຸດຜ່ອນຄວາມທຸກຍາກ ແມ່ນໜຶ່ງໃນເນື້ອໃນສໍາຄັນ ຂອງການແລກປ່ຽນບົດຮຽນໃນການປົກຄອງບໍລິຫານປະເທດ ຂອງ ຈີນ-ລາວ, ສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ແລກ ປ່ຽນບັນຫານີ້ກັບການນໍາສູງສຸດຂອງຝ່າຍລາວຫຼາຍຄັ້ງ, ການນໍາຝ່າຍລາວໄດ້ເດີນທາງມາຈີນເພື່ອເບິ່ງວຽກງານການຫຼຸດຜ່ອນຄວາມທຸກຍາກຢູ່ຈີນ. ເດືອນມິຖຸນາ ປີ 2018, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໃນເວລານັ້ນ ໄດ້ເດີນທາງໄປສຳຫຼວດ “ການຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ຢູ່ບ້ານ 18 ຖໍ້າ ກິ່ງແຂວງຊ່ຽງຊີ ແຂວງຫູນານ, ເຊິ່ງໄດ້ເປັນເລື່ອງລາວທີ່ຈົບງາມຂອງການເດີນຕາມເສັ້ນທາງຫຼຸດຜ່ອນຄວາມທຸກຍາກຮ່ວມກັນຂອງ ເລຂາທິການໃຫຍ່ສອງພັກ ຈີນ-ລາວ. ເດືອນມິຖຸນາ ປີ 2023, ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ໃນໄລຍະຢູ່ຢ້ຽມຢາມຈີນ ກໍ່ໄດ້ໄປເບິ່ງວຽກງານການພັດທະນາຢູ່ເຂດຊົນນະບົດ. ບ້ານ 18 ຖໍ້າ ກັບ ບ້ານຖິ່ນຊົມ, ນະຄອນຫຼວງພະບາງ ຂອງລາວໄດ້ສ້າງເປັນບ້ານເອື້ອຍນ້ອງ, ເປັນການຮ່ວມມືໃນດ້ານການຫຼຸດ ຜ່ອນຄວາມທຸກຍາກຢ່າງເລິກເຊິ່ງ.

ການຫຼຸດພົ້ນອອກຈາກຄວາມທຸກຍາກ ແມ່ນຄວາມຝັນຂອງປະຊາຊົນບັນດາປະເທດ. ປີ 2013, ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ສະເໜີແນວຄິດສໍາຄັນ ກ່ຽວກັບ ການຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ ຢູ່ບ້ານ 18 ຖໍ້າເປັນຄັ້ງທຳອິດ, ໄດ້ນໍາພາປະເທດຈີນດຳເນີນບັ້ນຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງຮອບດ້ານ. ປີ 2021, ປະເທດຈີນໄດ້ສຳເລັດໜ້າທີ່ອັນຫຍຸ້ງຍາກໃນການຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງເດັດຖານ ແລະ ໄດ້ບັນລຸເປົ້າໝາຍຫຼຸດຜ່ອນຄວາມທຸກຂອງວາລະການພັດທະນາແບບຍືນຍົງ ປີ 2030 ຂອງ ສປຊ ກ່ອນກໍານົດ. ໃນຂະບວນການຂອງບັ້ນຫຼຸດພົ້ນອອກຈາກຄວາມທຸກຍາກ, ປະເທດຈີນຍາມໃດກໍ່ຢືດໝັ້ນຖືປະຊາຊົນເປັນໃຈກາງ, ໃຫ້ ຄໍາໝັ້ນສັນຍາຢ່າງເຄັ່ງຂຶມວ່າ “ຈະບໍ່ໃຫ້ມີເຂດທຸກຍາກໃດໜຶ່ງ ແລະ ມະຫາຊົນທຸກຍາກໜຶ່ງຖືກຕົກເຮັ່ຍຢ່າງເດັດຂາດ”. ຢຶດໝັ້ນການຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍແລະມີຈຸດສຸມ, ປະຕິບັດນະໂຍບາຍຕາມສະພາບຂອງບ້ານ, ຂອງຄອບຄົວ ແລະ ຂອງບຸກຄົນ. ຢືດໝັ້ນວ່າໃນການຫຼຸດຜ່ອນຄວາມທຸກຍາກຜ່ານການພັດທະນາເສດຖະກິດນັ້ນ ຕ້ອງໄດ້ຕັ້ງໜ້ານໍາເອົາບຸກຄະລາກອນ, ທຶນຮອນ ແລະ ເຕັກນິກຫຼັ່ງໄຫຼເຂົ້າສູ່ພື້ນທີ່ທຸກຍາກ. ຢຶດໝັ້ນໃຫ້ຊຸກຍູ້ການພັດທະນານຜະລິດທີ່ມີສີສັນພິເສດຂອງທ້ອງຖິ່ນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ, ຊ່ວຍໃຫ້ເຂດທຸກຍາກປັບປຸງພື້ນຖານໂຄງລ່າງ, ພັດທະນາຂະແໜງການຜະລິດທີ່ມີປະສິດທິຜົນໃນການປ່ຽນເລືອດປ່ຽນຢາງ ຕາມສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ. ຢຶດໝັ້ນຊຸກຍູ້ການສ້າງຄວາມຮັ່ງມີເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ, ຊຸກຍູ້ໃຫ້ເຂດພັດທະນາແລ້ວ “ສ້າງຄູ່” ກັບ ເຂດຂາດເຂີນ ເພື່ອຊ່ວຍເຫຼືອເຊິ່ງກັນແລະກັນ. 5 ຂໍ້ຢຶດໝັ້ນນີ້ ແມ່ນປະສົບການອັນລໍ້າຄ່າຂອງການສູ້ຊະນະບັ້ນລົບລ້າງຄວາມທຸກຍາກຂອງປະເທດຈີນ.

ສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງ ຊີ້ອອກວ່າ ຂະບວນວິວັດການຫຼຸດພົ້ນອອກຈາກຄວາມທຸກຍາກຂອງຈີນ ສະແດງໃຫ້ເຫັນວ່າ ບັນຫາຄວາມທຸກຍາກຂອງປະເທດກຳລັງພັດທະນາ ແມ່ນເລື່ອງທີ່ສາມາດແກ້ໄຂໄດ້, ປະເທດຈີນສາມາດປະສົບຜົນສຳເລັດ, ປະເທດກຳລັງພັດທະນາອື່ນກໍ່ສາມາດປະສົບຜົນສຳເລັດໄດ້ເຊັ່ນກັນ. ນີ້ແມ່ນຄວາມໝາຍຕໍ່ໂລກຂອງບັ້ນລົບລ້າງຄວາມທຸກຍາກ ທີ່ປະເທດຈີນໄດ້ປະສົບຜົນສຳເລັດ. ປະເທດຈີນ ຍິນດີຮ່ວມກັບບັນດາປະເທດກຳລັງພັດທະນາ ລວມທັງ ສປປ ລາວ ເພື່ອເພີ່ມທະວີການແລກປ່ຽນບົດຮຽນໃນການຫຼຸດຜ່ອນຄວາມທຸກຍາກ, ເພື່ອປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນພາລະກິດການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະ ນາຂອງທົ່ວໂລກ. ຝ່າຍລາວ ໄດ້ກໍານົດວ່າ ເມື່ອຮອດປີ 2026 ຈະຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາແມ່ນຂໍກະແຈສໍາຄັນໃນວຽກງານນີ້. ຝ່າຍຈີນຍິນດີຮ່ວມກັບຝ່າຍລາວເພີ່ມທະວີການແລກປ່ຽນ ແລະ ຮ່ວມມືຕື່ມອີກບາດກ້າວໜຶ່ງ, ຊ່ວຍໃຫ້ພາກລະກິດຫຼຸດຜ່ອນຄວາມທຸກຍາກຂອງລາວໄດ້ຮັບການພັດທະນາໃໝ່.

ປີນີ້ ແມ່ນປີທີ່ສໍາຄັນຕໍ່ພັກ ແລະ ການພັດທະນາຂອງປະເທດລາວ, ໃນຖານະທີ່ເປັນສະຫາຍ ແລະ ເພື່ອນມິດ, ທ່ານຢາກເວົ້າຫຍັງກັບປະຊາຊົນລາວ?

ໃນຖານະທີ່ເປັນສະຫາຍ ແລະ ເພື່ອນມິດ, ພວກຂ້າພະເຈົ້າມີຄວາມຍິນດີທີ່ເຫັນວ່າ ປີນີ້ ສປປ ລາວ ໄດ້ສະເຫຼີມສະຫຼອງການສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ເສດຖະກິດມີທ່າອ່ຽງດີ ແລະ ໜັກແໜ້ນຂຶ້ນ, ສັງຄົມຮັກສາໄດ້ຄວາມກົມກຽວປອງດອງ ແລະ ສະຖຽນລະພາບດີ, ນັບມື້ມີບົດບາດສໍາຄັນໃນເວທີສາກົນ. ຕໍ່ໜ້າ, ຝ່າຍລາວຍັງຈະໄດ້ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ລະນຶກວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ, ຕົ້ນປີໜ້າກໍຈະຈັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ, ປະຊາຊົນລາວໄດ້ຮັບຂ່າວດີຢ່າງບໍ່ຂາດສາຍ. ພັກ ປປ ລາວ ຜ່ານການຈັດກິດຈະກໍາສຳຄັນໄດ້ຫວນຄືນຂະບວນປະຫວັດສາດການຕໍ່ສູ້ ແລະ ຜົນງານອັນສະຫງ່າງາມຂອງພັກ, ໄດ້ສະຫຼຸບບົດຮຽນອັນລໍ້າຄ່າຂອງພັກ, ສຶກສາອົບຮົມໃຫ້ພະນັກງານສະມາຊິກພັກ ແລະ ຊາວໜຸ່ມຮຸ່ນໃໝ່ທັງຫຼາຍສືບທອດນໍ້າໃຈປະຕິວັດ, ເດັດດ່ຽວຢຶດໝັ້ນອຸດົມການແນວຄິດ, ຊຸກຍູ້ໃຫ້ການກໍ່ສ້າງພັກມີປະສິດທິຜົນທີ່ຈະແຈ້ງ. ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍໃຕ້ການນໍາພາຂອງສູນກາງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງແນ່ນອນຈະສາມາດເຮັດສຳເລັດບັນດາເປົ້າໝາຍການພັດທະນາ ທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ ລາວ ໄດ້ວາງອອກຢ່າງຈົບງາມ, ບັນລຸແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 ດ້ວຍຜົນສຳເລັດ ແລະ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ທີ່ຈະມາເຖິງດ້ວຍຜົນສຳເລັດອັນໂດດເດັ່ນ.

ຄໍາເຫັນ

ຂ່າວການຮ່ວມມື

ຮອງຫົວໜ້າ ຄອສພ ພ້ອມຄະນະ ພົບປະກັບໂທລະພາບຫວຽດນາມ

ຮອງຫົວໜ້າ ຄອສພ ພ້ອມຄະນະ ພົບປະກັບໂທລະພາບຫວຽດນາມ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງຄະ ນະໂຄສະນາອົບຮົມສູນກາງພັກ (ຄອສພ), ໃນລະຫວ່າງວັນທີ 22-29 ຕຸລາ 2025, ນໍາໂດຍສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໃນວັນທີ 27 ຕຸລາ ນີ້, ຄະນຜູ້ແທນດັ່ງກ່າວໄດ້ຢຽມຢາມ ແລະ ພົບປະກັບໂທລະພາບຫວຽດນາມ (VTV), ໂດຍມີ ສະຫາຍ ຢິງດຶກວິງ ຮອງຜູ້ອໍານວຍການໃຫຍ່ໂທລະພາບຫວຽດນາມພ້ອມຄະນະໃຫ້ການຕ້ອນຮັບ. ໃນໂອກາດດັ່ງກ່າວ ສະຫາຍ ຢິງດຶກວິງ ໄດ້ລາຍງານການເຄື່ອນໄຫວວຽກງານໂທລະພາບຫວຽດນາມໂດຍ ຫຍໍ້ ໃຫ້ຄະນະຜູ້ແທນໄດ້ຮັບຊາບວ່າ: ໂທລະພາບຫວຽດນາມໄດ້ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານຫວຽດນາມ ແລະ ເຮັດ ທຸລະກິດຫຼາຍຜະລິດຕະພັນເພື່ອເປັນການສ້າງແຫຼ່ງລາຍ ຮັບໃນການກຸ້ມຕົນເອງ ແລະ ໄດ້ນຳໃຊ້ລະບົບດີຈີຕອນເຂົ້າໃນວຽກງານ, ປັດຈຸບັນມີພະນັກງານ 3,500 ຄົນ, ມີ 3 ສາຂາຄື: ດານັງ, ໂຮ່ຈິມິນ ແລະ ເກີນເທີ, ໃນນັ້ນ, ແຜນການແມ່ນຈະນໍາໃຊ້ລະບົບ AI ເຂົ້າໃນວຽກ ງານຂອງໂທລະພາບຫວຽດນາມ, ທ່ານຮອງຜູ້ອຳນວຍການຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບການຮ່ວມ ມື ສອງຝ່າຍລະຫວ່າງໂທລະພາບຫວຽດນາມ ແລະ ໂທ ລະພາບແຫ່ງຊາດລາວ, ລວມທັງໂທລະພາບທ້ອງຖິ່ນ ຂອງລາວ, ປັດຈຸບັນແມ່ນກຳລັງວາງສີລາລືກສ້າງຕັ້ງ ໂທລະພາບແຂວງຫົວພັນອີກດ້ວຍ.
ຄະນະຜູ້ແທນອາດີດຊ່ຽວຊານທະຫານອາສາສະໝັກຫວຽດນາມ-ລາວ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນອາດີດຊ່ຽວຊານທະຫານອາສາສະໝັກຫວຽດນາມ-ລາວ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 26 ຕຸລານີ້ ທີ່ຫ້ອງວ່າການແຂວງວຽງຈັນ, ຄະນະຜູ້ແທນອາດີດຊ່ຽວຊານທະຫານອາສາສະຫມັກຫວຽດນາມ-ລາວ ຂອງແຂວງຟູ້ເທາະ, ລາວກາຍ ແລະ ຮາຍຟອງ ສສ ຫວຽດນາມ ໄດ້ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ຊຶ່ງນຳໂດຍ ທ່ານ ວູກວາງຍາກ ຫົວໜ້າຄະນະຜູ້ແທນອະດີດຊ່ຽວຊານທະຫານອາສາສະໝັກຫວຽດນາມ ແຂວງຟູ້ເທາະ, ແຂວງລາວກາຍ, ແຂວງຮາຍຟອງ ໃຫ້ກຽດຕ້ອນຮັບໂດຍ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະ.
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກ  ສສ ຫວຽດນາມ

ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ

ໃນວັນທີ 24 ຕຸລານີ້ ທີ່ຫ້ອງຮັບແຂກຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ໄຊຍະບູລີ ໄດ້ຕ້ອນຮັບຄະນະອາດີດ ຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ ນໍາໂດຍ ທ່ານ ວູກວາງຍາກ ຫົວໜ້າຄະນະອາດີດ ຊ່ຽວຊານທະຫານອາສາສະມັກຫວຽດນາມພ້ອມຄະນະ.
ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ໃນວັນທີ 21 ຕຸລາ ຜ່ານມາ, ທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຝຣັ່ງ ໄດ້ເຂົ້າຍື່ນສານແຕ່ງຕັ້ງຕໍ່ ທ່ານ ນາງ Louise Mushikiwabo ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ ເພື່ອດຳລົງຕຳແໜ່ງ ເປັນຜູ້ຕາງໜ້າສ່ວນຕົວ ຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ (ພະນະທ່ານ ທອງລຸນ ສີສຸລິດ) ປະຈຳ ອົງການຝຣັ່ງໂກໂຟນີສາກົນ (CPF) ທີ່ ມີສຳນັກງານໃຫຍ່ ຕັ້ງຢູ່ ນະຄອນຫຼວງປາຣີ ສາທາລະນະລັດ ຝຣັ່ງ.
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ໃນວັນທີ 23 ຕຸລານີ້ ທີ່ ກະຊວງການຕ່າງປະເທດ, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງ ຂອງ ສະຫາຍ ຫວູ ຫງອກ ຫຼີ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ຢູ່ ນະຄອນ-ຫຼວງພະບາງ ຄົນໃໝ່.
ຄະນະຜູ້ແທນ ຄອສພ ແລກປ່ຽນບົດຮຽນກັບໜັງສືພິມຕວຍແຈ ຫວຽດນາມ

ຄະນະຜູ້ແທນ ຄອສພ ແລກປ່ຽນບົດຮຽນກັບໜັງສືພິມຕວຍແຈ ຫວຽດນາມ

ໃນລະຫວ່າງວັນທີ 22-29 ຕຸລານີ້, ໃນການເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ນໍາໂດຍສະຫາຍນາງວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ໄປຢ້ຽມຍາມ ແລະ ພົບປະກັບໜັງສືພິມຕວຍແຈ ໃນວັນທີ 23 ຕຸລານີ້ ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ,ໂດຍສະຫາຍ ເລເຖຈິ ບັນນາທິການໃຫຍ່ໜັງສືພິມຕວຍແຈ, ພ້ອມຄະນະໃຫ້ການຕ້ອນຮັບ.
ສະພາປະຊາຊົນ ສາລະວັນ-ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ສະພາປະຊາຊົນ ສາລະວັນ-ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ສະພາປະຊາຊົນ ແຂວງສາລະວັນ ສປປ ລາວ ແລະ ສະພາປະຊາຊົນ ນະຄອນເຫວ້ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ຊັ້ນສອງ ຂອງສະໂມສອນແຂວງສາລະວັນ ຝ່າຍສະພາປະຊາຊົນ ແຂວງສາລະວັນ ນໍາໂດຍ ທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ປະທານສະພາປະຊາຊົນ ແຂວງສາລະວັນ ພ້ອມດ້ວຍຄະນະ ແລະ ຝ່າຍສະພາປະຊາຊົນ ນະຄອນເຫວ໋ ນໍາໂດຍ ທ່ານ ຫງວຽນ ກວາງ ຕ໋ວນ ຄະນະປະຈໍາພັກແຂວງ ຮອງປະທານຜູ້ປະຈໍາການ ສະພາປະຊາຊົນ ນະຄອນເຫວ້ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ

ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ

ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ “ລັດຖະສະພາທີ່ເປີດກວ້າງ ແລະ ການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ ແລະ ຕອບສະໜອງ, ໃນວັນທີິ 22 ຕຸລານີ້ ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ສັນຍາ ປຣະເສີດ ປະທານຄະນະສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດ ແຫ່ງ ສປປ ລາວ, ມີບັນທ່ານສະມາຊິກລັດຖະສະພາ, ບັນດາຜູ້ຊ່ຽວຊານແລະ ແຂກຖືກເຊີນເຂົາຮ່ວມຢ່າງພ້ອມພຽງ.
ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ

ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ

ໃນວັນທີ 23 ຕຸລານີ້, ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຄະນະໂຄ ສະນາອົບຮົມ ສູນກາງພັກ (ຄອສພ) ນຳໂດຍ ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ພົບປະເຮັດວຽກ ກັບຄະນະໂຄສະ ນາສຶກສາ ແລະ ຂົນຂວາຍປະຊາຊົນ ສສ ຫວຽດນາມ, ນຳໂດຍ ສະຫາຍ ຕັງຫິວຟອງ ຮອງປະທານ ຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ຄະນະພັກ ນະຄອນໂຮ່ຈິມິນ ພ້ອມຄະນະ ໃຫ້ການຕ້ອນຮັບ
ສໍາເລັດກອງປະຊຸມສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ສ.ເກົາຫຼີ ຄັ້ງທີ XIV

ສໍາເລັດກອງປະຊຸມສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ສ.ເກົາຫຼີ ຄັ້ງທີ XIV

ໂດຍຕອບສະໜອງ ຕາມການເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບ ສ. ເກົາຫຼີ - ລາວ (KLFA), ຄະນະຜູ້ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ສ. ເກົາຫຼີ (LKFA) ຊຶ່ງນຳໂດຍທ່ານ ຄໍາສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ - ສ.ເກົາຫຼີ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດ​ວຽກທີ່ ສ. ເກົາຫຼີ ແຕ່ວັນທີ 22-27 ຕຸ​ລາ 2025.
ເພີ່ມເຕີມ