ລາວ-ຫວຽດນາມ ປຶກສາຫາລືການຮ່ວມມືວຽກງານຖະແຫຼງຂ່າວ-ສື່ມວນຊົນໃນຕໍ່ໜ້າ

ລາວ-ຫວຽດນາມ ປຶກສາຫາລືການຮ່ວມມືວຽກງານຖະແຫຼງຂ່າວ-ສື່ມວນຊົນໃນຕໍ່ໜ້າ

ລາວ-ຫວຽດນາມ ປຶກສາຫາລືການຮ່ວມມືວຽກງານຖະແຫຼງຂ່າວ-ສື່ມວນຊົນໃນຕໍ່ໜ້າ
ໃນວັນທີ 27ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ສປປ ລາວ ໄດ້ພົບປະກັບກະຊວງວັດທະນາທຳ, ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ, ຝ່າຍລາວນຳໂດຍສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກພ້ອມຄະນະ, ຝ່າຍຫວຽດນາມນໍາໂດຍ ສະຫາຍ ເລຮາຍບິ່ງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ພ້ອມຄະນະ.
ລາວ-ຫວຽດນາມ ປກສາຫາລການຮວມມວຽກງານຖະແຫງຂາວ-ສມວນຊນໃນຕໜາ - image 1
 

 

ການພົບປະກັນຄັ້ງນີ້, ສອງຝ່າຍໄດ້ທົບທວນຄືນການຮ່ວມມືດ້ານວຽກງານຖະແຫຼງຂ່າວ-ສື່ມວນຊົນແຕ່ປີ 2021-2025 ຜ່ານມາ ແລະ ແຜນການຮ່ວມມືໃນຕໍ່ໜ້າປີ 2026-2030. ໃນນັ້ນ, ສອງຝ່າຍໄດ້ມີຄໍາຄິດຄໍາເຫັນແລກປ່ຽນ ແລະ ຄົ້ນຄວ້າ, ປຶກສາຫາລືລົງເລິກລາຍລະອຽດໃນແຕ່ລະວຽກງານເພື່ອເຮັດໃຫ້ແຜນການ ແລະ ການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ໂດຍສະເພາະວຽກງານດີຈີຕອນທີ່ທັນສະໄໝ, ວຽກງານການນຳໃຊ້ AI ເຂົ້າໃນວຽກງານສື່ມວນຊົນ ແລະ ວຽກງານຕອບຕ້ານຂ່າວປອມ ແລະ ອື່ນໆ.

ສະຫາຍນາງ ວິລະວອນ ພັນທະວົງ ກ່າວວ່າ: ບົນພື້ນຖານການຈັດຕັ້ງປະຕິບັດເນື້ອໃນຈິດໃຈບົດບັນທຶກຄວາມເຂົ້າໃຈ (MOU) ວຽກງານຮ່ວມມືດ້ານຖະແຫຼງຂ່າວ - ສື່ມວນຊົນໃນປີ 2021-2025 ລະຫວ່າງລາວ-ຫວຽດນາມ, ຫວຽດນາມ-ລາວ ຜ່ານມາ, ບັນດາຜົນສໍາເລັດທີ່ພົ້ນເດັ່ນວຽກງານການຮ່ວມມືຜ່ານມານັ້ນ, ຄະນະນໍາຂົງເຂດຖະແຫຼງຂ່າວ-ສື່ມວນສອງປະເທດໄດ້ຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ໄດ້ຈັດຕັ້ງປະຕິບັດຕາມວຽກງານຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ຊຶ່ງກັນ ແລະ ກັນຢ່າງຕໍ່ເນື່ອງ ໂດຍສະເພາະສື່ມວນຊົນລາວ ແມ່ນໄດ້ເອົາແຫຼ່ງຂໍ້ມູນຂ່າວສານຈາກສື່ມວນຊົນຫວຽດນາມ ກ່ຽວກັບຂ່າວເຫດການສໍາຄັນຕ່າງໆ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນມາໂຄສະນາ, ສື່ມວນຊົນລາວໄດ້ຮັບການຊ່ວຍເຫຼືອທາງດ້ານອຸປະກອນ-ເຕັກນິກເປັນຕົ້ນການກໍ່ສ້າງສະຖານີວິທະຍຸ-ໂທລະພາບຢູ່ບັນດາແຂວງຂອງ ສປປ ລາວ, ການຊ່ວຍເຫຼືອທາງດ້ານເຄື່ອງມືສື່ມວນຊົນ, ໂດຍສະເພາະແມ່ນການກໍ່ສ້າງພັດທະນາບຸກຄະລາກອນສື່ມວນຊົນລາວ (ການຈັດຝຶກອົບຮົມໄລຍະສັ້ນຢູ່ ສສ ຫວຽດນາມ ແລະ ຢູ່ລາວ). ປັດຈຸບັນກໍາລັງໄດ້ຮັບການຝຶກອົບຮົມວຽກງານນໍາພາຄຸ້ມຄອງ-ສື່ມວນຊົນໄລຍະສອງເດືອນ ຊຸດທີ 4 ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ ຫວຽດນາມ, ສື່ມວນຊົນສອງປະເທດໄດ້ເອົາໃຈໃສ່ໂຄສະນາຜ່ານສື່ມວນຊົນກ່ຽວກັບເຫດການສໍາຄັນຕ່າງໆຂອງພັກ, ຂອງຊາດຢູ່ ສປປ ລາວ ແລະ ຢູ່ ສສຫວຽດນາມ ຢ່າງເປັນລະບົບ, ຕໍ່ເນື່ອງ, ເປັນຕົ້ນການຢ້ຽມຢາມຂອງການນໍາຂັ້ນສູງລະຫວ່າງສອງປະເທດ, ການພົວພັນການທູດ, ອອກບົດສ່ອງແສງມູນເຊື້ອ ແລະ ຜົນງານການຮ່ວມມື ຄວາມສາມັກຄີພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ແກ່ສັງຄົມ ກໍຄືປະຊາຊົນສອງຊາດຮັບຮູ້, ເຂົ້າໃຈພ້ອມທັງໂຄສະນາປຸກລະດົມການເຊື່ອມຊຶມແນວຄິດທິດສະດີຂອງການນໍາພາ, ຊີ້ນໍາຂອງສອງພັກ, ສອງລັດໂດຍສະເພາະແມ່ນແນວຄິດ, ທິດສະດີຂອງປະທານ ໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ ທີ່ແສນຄົບລົບຮັກຂອງພວກເຮົາ; ລວມທັງການຕອບໂຕ້ຖອຍທໍານອງບິດເບືອນແນວທາງນະໂຍບາຍຂອງພັກ-ລັດແລະ ການກ່າວໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີ ຢ່າງເປັນລະບົບ, ຕໍ່ເນື່ອງ ແລະ ໃນໂອກາດ ທີ່ ສປປ ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດນີ້, ຢາກສະເໜີໃຫ້ສະຫາຍຫວຽດນາມຊ່ວຍເຫຼືອທາງດ້ານອຸປະກອນ, ບຸກຄະລາກອນແລະ ອື່ນໆໃຫ້ແກ່ ສປປລາວ.

ລາວ-ຫວຽດນາມ ປກສາຫາລການຮວມມວຽກງານຖະແຫງຂາວ-ສມວນຊນໃນຕໜາ - image 2
 

ໂອກາດດັ່ງກ່າວ, ສະຫາຍ ນາງ ວິລະວອນ ພັນທະວົງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ສະຫາຍຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມນີ້ຍັງໄດ້ລາຍງານຈຸດປະສົງໃນການມາເຄື່ອນໄຫວຢ້ຽມແລະ ເຮັດວຽກຢູ່ ສສ ຫວຽດນາມ ໃຫ້ທ່ານຮັບຊາບຕື່ມອີກ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ສາຍພົວພັນມິດຕະພາບ ລາວ-ຈີນ ປຽບເໝືອນເຫຼັກທີ່ຊຸບແລ້ວ ຍິ່ງໜຽວແໜ້ນທົນທານ ແລະ ກ້າວເດີນໄປໜ້າຢ່າງມີໄຊ

ສາຍພົວພັນມິດຕະພາບ ລາວ-ຈີນ ປຽບເໝືອນເຫຼັກທີ່ຊຸບແລ້ວ ຍິ່ງໜຽວແໜ້ນທົນທານ ແລະ ກ້າວເດີນໄປໜ້າຢ່າງມີໄຊ

65 ປີ​ ບົນ​ເສັ້ນທາງ​ສອງ​ປະ ເທດ​ລາວ​ ແລະ​ ຈີນ​ ໄດ້​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ນຳກັນ​ໃນ​ຖານະ​ແມ່ນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິ ຍົມ​ທີ່​ມີ​ຊາຕາກຳ​ຮ່ວມ​ກັນ, ມີ​ອຸດົມ​ການ​ຮ່ວມ​ກັນ, ລະບອບສັງຄົມ​ດຽວ​ກັນ​ ແລະ ​ເສັ້ນທາງ​ການ​ພັດທະນາ​ຄ້າຍຄື​ກັນ​ໄດ້​ເຮັດ​ໃຫ້​ມິດຕະພາບ​ຖານ “ສະຫາຍ ​ແລະ​ ອ້າຍ​ນ້ອງ​ກັນ” ທີ່​ຜູ້ນຳ​ຮຸ່ນ​ກ່ອນ​ຂອງ​ສອງ​ພັກ​-​ສອງ​ລັດ​ຈີນ​ ແລະ ​ລາວ​ສ້າງ​ຂຶ້ນ​ນັ້ນ ​ໄດ້​ຜ່ານ​ການ​ທົດ​ສອບ​ຂອງ​ການ​ເວລາ, ທັງ​ຜ່ານ​ພາຍຸ​ລົມແດງທີ່ມີ​ທັງ​ສິ່ງ​ທ້າ​ທາຍ ​ແລະ ​ກາລະ​ໂອກາດ​ຮ່ວມ​ກັນ​ນັ້ນ​ຍິ່ງ​ເຮັດ​ໃຫ້​ສາຍພົວ ພັນ​ມິດຕະພາບ​ລາວ​-​ຈີນ​ປຽບ​ ເໝືອນ​ເຫຼັກ​ທີ່​ຊຸບ​ແລ້ວ​ຍິ່ງ​ໜຽວ, ຍິ່ງ​ແໜ້ນໜາ​ທົນ​ທານ​ ແລະ​ ບໍ່​ມີ​ສິ່ງ​ໃດ​ສະກັດ​ກັ້ນ​ຕ້ານທານໄດ້​ ແລະ ​ກາຍເປັນ​ການ​ພົວພັນ​ຕົວ ​ແບບ​ທີ່​ດີ​ທີ່ສຸດ​ຂອງ​ພາກພື້ນ ​ແລະ ສາກົນ ​ເພື່ອ​ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ມີ​ໄຊ.
ມອບລາງວັນກິດຈະກໍາຜົນງານຮູບແຕ້ມ, ຮູບຖ່າຍແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນ

ມອບລາງວັນກິດຈະກໍາຜົນງານຮູບແຕ້ມ, ຮູບຖ່າຍແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນ

ພິທີມອບລາງວັນກິດຈະກໍາປະກວດຜົນງານຮູບແຕ້ມ, ຮູບຖ່າຍແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນໄດ້ຈັດຂຶ້ນໃນວັນທີ 8 ພຶດສະພາ 2026 ທີ່ສູນວັດທະນະທໍາຈີນປະຈໍາສປປລາວໂດຍການເຂົ້າຮ່ວມຂອງ ທ່ານວຽງພອນສຸກຂະວົງຫົວໜ້າກົມມໍລະດົກແລະວິຈິດສິນກະຊວງວັດທະນະທໍາແລະການທ່ອງທ່ຽວ(ວທ), ທ່ານວິລະວົງເລຂາເອກສະຖານທູດຈີນປະຈໍາສປປລາວ, ທ່ານຫຼົວເວີ້ນຈ້ຽນຫົວໜ້າສູນວັດທະນະທໍາຈີນປະຈໍາສປປລາວມີຄະນະກໍາມະການ, ຜູ້ໄດ້ຮັບລາງວັນແລະຜູ້ປົກຄອງ, ບັນດານັກສິລະປິນເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ

ໃນວັນທີ 7 ພຶດສະພາ ນີ້ ທີ່ ເຊບູ ປະເທດ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 31, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 38 ແລະ ກອງປະຊຸມຮ່ວມລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ.
ວັນແຫ່ງໄຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

ວັນແຫ່ງໄຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

(ທ່ານ Sergei Zhestkii ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ) ໃນວັນທີ 9 ພຶດສະພາ 2026 ຢູ່ຣັດເຊຍຈະມີການສະເຫຼີມສະຫຼອງວັນແຫ່ງໄຊຊະນະໃນສົງຄາມປົກປ້ອງປິຕຸພູມຄົບຮອບ 81 ປີ ແລະ ໄຊຊະນະຂອງທົ່ວໂລກຕ້ານລັດທິຟາດຊິດ. ສົງຄາມໂລກຄັ້ງທີສອງໄດ້ກາຍເປັນການສູນເສຍຄັ້ງຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດ. ໃນໄລຍະສົງຄາມ, ສະຫະພາບໂຊວຽດເປັນສະໜາມຮົບຫຼັກໃນເອີຣົບຄຽງຄູ່ກັບຈີນໃນພາກພື້ນຕະເວັນອອກໄກ.
ສໍາເລັດໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ສໍາເລັດໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ພິທີປິດໂຄງການ "ກ້າວຕາມຮອຍພະບໍຣົມມະສາສະດາ" ຜ່າຕັດຫົວເຂົ່າເສື່ອມ ແລະ ຂໍ້ສະໂພກທຽມ ໃຫ້ແກ່ຄົນເຈັບຜູ້ດ້ອຍໂອກາດໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ ນີ້ ທີ່ໂຮງແຮມ DoubleTree by Hilton ນະຄອນຫຼວງວຽງຈັນ, ພາຍຫຼັງສຳເລັດການຜ່າຕັດການກຸສົນ ທີ່ໂຮງໝໍມິດຕະພາບ ໃນລະຫວ່າງວັນທີ 4-6 ພຶດສະພາ ຜ່ານມາ.
ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ລະຫວ່າງວັນທີ 2-4 ພຶດສະພາ ຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ມີໄຊ ພົມເຂ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຮອງຫົວໜ້າຫ້ອງວ່າການສູນກາງພັກ
ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ສະຖານທູດກູບາ ປະຈຳລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງ (ຄຕພ) ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງ ພັກກອມມູນິດກູບາ ຄົບຮອບ 65 ປີ (16 ເມສາ 1961- 16 ເມສາ 2026) ຂຶ້ນໃນວັນທີ 7 ພຶດສະພານີ້
ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ (ຄອສພ) ໄດ້ຕ້ອນຮັບ ທ່ານ ນາງ ເມແກັນ ຈອນສ (Megan Jones) ເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ ເຂົ້າຢ້ຽມພົບປະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງຮັບແຂກ ຄອສພ, ຈຸດປະສົງເພື່ອປຶກສາຫາລືກ່ຽວ ກັບວຽກງານການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອົສຕຣາລີ.
ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ໃນວັນທີ 4 ພຶດສະພາ ຜ່ານມາ ທີ່ສໍານັກງານກອງເລຂາອາຊຽນ, ຈາກາກຕາ, ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມກອງເລຂາອາຊຽນຢ່າງເປັນທາງການ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ດຣ. ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາຮອງເລຂາທິການໃຫຍ່ອາຊຽນ ແລະ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ (CPR).
ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ກອງປະຊຸມພົບປະ ສາຫາລື ແລະ ແລກປ່ຽນ ກ່ຽວກັບການຈັດສັນ ຈາລະຈອນພາຫະນະຄົມມະນາຄົມ ແລະ ການເຂົ້າອອກ ຂອງພົນລະເມືອງ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ ໃນໄລຍະທີ່ນະຄອນດານັງ ຈັດຕັ້ງປະຕິບັດ ການລົງທຶນໂຄງການກໍ່ສ້າງຍົກລະດັບເສັ້ນທາງແຫ່ງຊາດ 14D ລະຫວ່າງ ຄະນະເຮັດວຽກແຂວງເຊກອງ ສປປ ລາວ ແລະ ຄະນະເຮັດວຽກ ນະຄອນດານັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ຫ້ອງວ່າການແຂວງເຊກອງ, ໂດຍການເປັນປະທານຮ່ວມ ຂອງທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງ, ທ່ານ ທ່ຽວ ຫວຽດ ຢຸ້ງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດຈູລາຍ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ