ຈອມພູເບ້ຍ ມີອາກາດໜາວເຢັນ ອຸນຫະພູມສະເລ່ຍປະມານ 4 ຫາ 6 ອົງສາ

ຈອມພູເບ້ຍ ມີອາກາດໜາວເຢັນ ອຸນຫະພູມສະເລ່ຍປະມານ 4 ຫາ 6 ອົງສາ
ໃນໂອກາດທີ່ມາເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ, ໃນວັນທີ 10 ທັນວາ ຜ່ານມາ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ໄປທ່ຽວຊົມສະຖານທີ່ທ່ອງທ່ຽວຈອມພູເບ້ຍ ດິນແດນມະຫັດສະຈັນທາງທຳມະຊາດ ແລະ ຈອມພູທີ່ສູງທີ່ສຸດ ໃນ ສປປ ລາວ ຊຶ່ງນຳພາຄະນະດັ່ງກ່າວມີ ທ່ານ ພົນຕີ ວົງສອນ ອິນປານພີມ ຮອງເລຂາພັກຜູ້ຊີ້ນຳວຽກງານພັກ ແລະ ພະນັກງານ, ມີຄະນະໂຄສະນາອົບຮົມ ແລະ ພະແນກຖະແຫຼ່ງຂ່າວແຂວງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ນາງ ຂັນແກ້ນ ສອນອຸໄທ ວິຊາການຂະແໜງທ່ອງທ່ຽວ ພະແນກຖະແຫຼ່ງຂາວ-ທ່ອງທ່ຽວແຂວງໄຊສົມບູນ ໄດ້ລາຍງານໃຫຮູ້ວ່າ: ຈອມພູສູງສຽດຟ້າ ຫຼັງຄາແຫ່ງດິນແດນລາວ     ອັດສະຈັນສີລາໜໍ່ແຮດ ກັບແຜ່ນດິນ ແລະ ຜືນປ່າທີ່ລີ້ລັບ ສຳຜັດກັບຄວາມມະຫັດສະຈັນທາງທຳມະຊາດ  ອາກາດອັນບໍລິສຸດ   ສະດຸດໃຈກັບປ່າຂົນ ຄວາມເປັນຈິງແຫ່ງດິນແດນເນລະມິດໃກ້ຊິດກັບກຸຫຼາບລ້ານປີ ລາຊີນີດອກໄມ້ຖິ່ນສູງ ແລະ ສັດປ່ານາໆພັນ. ສະພາບອາກາດຢູ່ພູເບ້ຍ ແມ່ນມີຄວາມໜາວເຢັນ ມີຄວາມແຕກຕ່າງກັນໄປຕາມລະດັບຄວາມສູງ, ມີລົມພັດໂຊຍ ແລະ ມີເມກໝອກ, ຝົນຝອຍເປັນບາງໄລຍະ. ສະເພາະຈອມພູເບ້ຍມີອາກາດໜາວເຢັນ ອຸນະພູມສະເລ່ຍປະມານ 4 ຫາ 6 ອົງສາ, ມີເມກປົກຄຸມເກືອບຕະຫຼອດເວລາ ແລະ ໄລຍະທີ່ມີອາກາດໜາວຈະມີນໍ້າກ້າມຕາມກິ່ງໄມ້ໃບຫຍ້າ ແລະ ຫິມະຕົກໜ້ອຍ ຫຼືວ່າເກືອບບໍ່ມີເລີຍ.
ຈຸດຊົມວິວປ້ອມປ່າກ້ວຍຊຶ່ງພວກເຮົາໄດ້ໃສ່ຊື່ວ່າ: ຈຸດລຸ່ມເມກ ເຂດພື້ນທີ່ນີ້ຢູ່ໃນລະດັບຄວາມສູງ ຈາກລະດັບນໍ້າທະເລ 1850-2050 ແມັດ, ເປັນຈຸດທຳອິດທີ່ຖືກຈັດໃຫ້ເປັນເຂດພັກຜ່ອນ ເພື່ອປັບສະພາບຂອງຮ່າງກາຍ ກ່ອນທ່ານຈະເດີນທາງຂຶ້ນສຳຜັດກັບຄວາມອະ ລັງການຂອງທຳມະຊາດຈອມພູເບ້ຍ ຫຼື ການເດີນທາງລົງຈາກຈອມພູລົງສູ່ພື້ນທີ່ດ້ານລຸ່ມ. ພື້ນທີ່ແຫ່ງນີ້ຍັງມີເປົ້າໝາຍໃນການພັດທະນາ ໃຫ້ເປັນສະຖານທີ່ເພື່ອການພັກຜ່ອນຢ່ອນໃຈໃນອະນາຄົດ.
ທ່ານ ນາງ ຂັນແກ້ນ ສອນອຸໄທ ລາຍງານໃຫ້ຮູ້ຕື່ມວ່າ:ຈຸດເດັ່ນຂອງພື້ນທີ່ນີ້ທ່ານສາມາດຊົມວິວທີວທັດທຳມະຊາດ ແລະ ຕົວເມືອງອະນຸວົງ ຕາມສອງຟາກສາຍນໍ້າຈັ້ງທີ່ໄຫຼຜ່ານ; ຜາຖໍ້າເຈົ້າອະນຸວົງ ຖໍ້າປະຫວັດສາດ ທີ່ເປັນສັນຍາລັກແຫ່ງຄວາມກ້າຫານຂອງວິລະກະສັດລາວລ້ານຊ້າງ ໃນສະໄໝສົງຄາມກູ້ຊາດຕ້ານການຮຸກຮານ ຂອງສັກດີນາສະຫຍາມ. ນອກນັ້ນ, ຊົມທີວທັດພູຫົວຊ້າງ, ຜາສາມຍອດ  ແລະ ຈຸດຄົບກັນຂອງສາຍນໍ້າຈັ້ງ ແລະ ນໍ້າເບ້ຍ, ສາຍນໍ້າທີ່ຜູກພັນກັບວິຖີການດຳລົງຊີວິດ ຂອງປະຊາຊົນຊາວເມືອງອະນຸວົງ ມາແຕ່ບູຮານນະການ.
ເຂດເໜືອເມກ ຈຸດໄມ້ໂລງເລງ  ຊົມວິວພູ 5 ສັນຍອດນໍ້າທອງ, ພື້ນທີ່ເຂດນີ້ເອີ້ນວ່າ ເຂດພຽງເມກ ຫຼື ເຂດປ່າຂົນ ຊຶ່ງຢູ່ໃນລະດັບຄວາມສູງຈາກລະດັບນໍ້າທະເລແຕ່ 2,400- 2,600 ແມັດ, ພື້ນທີ່ນີ້ຍັງຖືກກຳນົດໃຫ້ຖືເປັນຈຸດກະກຽມ ແລະ ເປັນຈຸດເລີ່ມຕົ້ນຂອງການຍ່າງຂຶ້ນພິຊິດຈອມພູເບ້ຍ  ທັງເປັນຈຸດບໍລິການຫ້ອງນ້ຳ, ຈຸດພັກລານຈອດລົດໃນການຮັບ-ສົ່ງ ນັກທ່ອງທ່ຽວ ເພື່ອຂຶ້ນ ແລະ ລົງພູເບ້ຍ.  
ເຂດເໜືອເມກ ຈອມພູເບ້ຍ ຫຼັງຄາຂອງປະເທດລາວ ພື້ນທີ່ຈຸດສູງສຸດຂອງພູເບ້ຍ ແລະ ເປັນຈຸດສູງສຸດຂອງປະເທດລາວ ຖືວ່າເປັນຫຼັງຄາເພດານຂອງປະເທດ  ທີ່ຢູ່ໃນລະດັບຄວາມສູງຈາກລະດັບນໍ້າທະເລ 2.800 – 2.828 ແມັດເປັນພື້ນທີ່ທີ່ມີຄວາມໝາຍທາງປະຫວັດສາດ, ວັດທະນະທໍາ  ແລະ ທຳມະຊາດ, ຄວາມໝາຍທາງປະຫວັດສາດກໍຄືເປັນປ້ອມຍຸດທະສາດທາງການທະຫານ ຊຶ່ງເມື່ອກ່ອນປາງສົງຄາມກອງກຳລັງທະຫານທັງສອງຝ່າຍຕ່າງກໍຕ້ອງການຄອບຄອງພື້ນທີ່ແຫ່ງນີ້. ສະຫຼຸບແລ້ວ ການທ່ອງທ່ຽວພູເບ້ຍໃຫ້ທ່ານໄດ້ຫຼາຍກວ່າສິ່ງທີ່ທ່ານຄິດ ຢ່າງນ້ອຍ ກໍຄື ຄວາມສຸກຄວາມປະທັບໃຈທີ່ທ່ານໄດ້ເຫັນ ຍາກທີ່ຈະລືມລົງໄດ້ ຄືການສຳຜັດກັບຜືນປ່າ ຣິແກນ ແລະ ໄຄ ເຮັດໃຫ້ຜູ້ຄົນໄດ້ຮັບອາກາດທີ່ບໍລິສຸດ, ການໄດ້ຊົມຄວາມສວຍງາມ ແລະ ແປກຕາກັບສິ່ງທີ່ເປັນທໍາມະຊາດໄດ້ສ້າງໃຫ້ຜູ້ຄົນມີອາລົມດີ ໂດຍການສຳພັດທາງສາຍຕາກັບສິ່ງມະຫັດສະຈັນທາງທຳມະຊາດ ເຮັດໃຫ້ທຸກຄົນມີອາຍຸວັດທະນະ ທັງໝົດທັງມວນນີ້ ໄດ້ລວມຕົວກັນໃນເຂດຈອມພູສູງສຸດຂອງປະເທດລາວ ນັ້ນຄື ຈອມພູເບ້ຍ ດິນແດນມະຫັດສະຈັນທາງທຳມະຊາດ ອະລັງການໄປດ້ວຍປ່າຂົນຄວາມເປັນຈິງແຫ່ງເທບນິຍາຍ. 
(ຂ່າວ-ພາບ: ບຸນຕອມ.)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ຜູ້ໂດຍສານທີ່ຮັກແພງທຸກທ່ານ

ຜູ້ໂດຍສານທີ່ຮັກແພງທຸກທ່ານ

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງປະຊາຊົນໂດຍໄວເທົ່າທີ່ຈະໄວໄດ້, ທາງລົດໄຟລາວ-ຈີນ ໄດ້ຈັດຕັ້ງປຸກລະດົມພະນັກງານເຮັດວຽກທັງເວັນ ແລະ ຄືນ ເພື່ອລົງເລິກກວດກາສະພາບແລວເສັ້ນທາງ, ອຸປະກອນກົນຈັກ ແລະ ສະຖານີລົດໄຟ ຢ່າງຖີ່ຖ້ວນຮອບດ້ານ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານຊາບວ່າ:
ເພີ່ມເຕີມ