ດ່ານສາກົນບ້ານວັງ ແມ່ນປັດໄຈສຳຄັນ ທີ່ຊຸກຍູ້ການພັດທະນາ

ດ້ວຍທີ່ຕັ້ງທີ່ສຳຄັນ ດ່ານສາກົນບ້ານວັງ ແມ່ນປັດໄຈສຳຄັນ ທີ່ຊຸກຍູ້ການພັດທະນາ

ດ້ວຍທີ່ຕັ້ງທີ່ສຳຄັນ ດ່ານສາກົນບ້ານວັງ ແມ່ນປັດໄຈສຳຄັນ ທີ່ຊຸກຍູ້ການພັດທະນາ
ໂດຍ: ສ.ບຸດປະຊາ ແຂວງວຽງຈັນ ແມ່ນແຂວງພາກກາງຂອງປະເທດ ທິດເໜືອຕິດກັບແຂວງຫຼວງພະບາງ, ທິດໃຕ້ຕິດກັບນະຄອນຫຼວງວຽງຈັນ, ທິດຕາເວັນອອກຕິດກັບແຂວງໄຊສົມບູນ

 

 ແລະ ແຂວງບໍລິຄໍາໄຊ, ທິດຕາເວັນຕົກຕິດກັບແຂວງໄຊຍະບູລີ; ແຂວງວຽງຈັນ ຍັງມີຊາຍແດນຕິດກັບຈັງຫວັດເລີຍ ຣາຊະອານາຈັກໄທ ຢູ່ທາງທິດຕາເວັນອອກສ່ຽງໃຕ້ ຊຶ່ງມີແມ່ນໍ້າຂອງເປັນຊາຍແດນຮ່ວມກັນ ມີລວງຍາວທັງໝົດ 97 ກິໂລແມັດ; ແຂວງວຽງຈັນ, ເປັນຕັ້ງຍຸດທະສາດທີ່ສຳຄັນ ເປັນຈຸດເຊື່ອມໂຍງ-ເຊື່ອມຈອດ ການບໍລິການຂົນສົ່ງ ໂດຍສະເພາະມີດ່ານສາກົນບ້ານວັງ ທີ່ເປັນທີ່ຕັ້ງຍຸດທະສາດ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງບັນດາເມືອງ, ແຂວງວຽງຈັນ ແລະ ຂອງປະເທດໂດຍລວມ.

ດ່ານສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ ຕັ້ງຢູ່ຈຸດຜ່ານລະຫວ່າງເສັ້ນທາງເລກທີ11 ຈາກນະຄອນຫຼວງວຽງຈັນໄປລຽບຕາມເສັ້ນທາງແຄມຂອງ ຜ່ານເມືອງສີໂຄດຕະບອງ, ເມືອງສັງທອງ ແລະ ເສັ້ນທາງຫຼວງຂອງແຂວງວຽງຈັນ ເລກທີ 4510 ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 99 ກິໂລແມັດຊຶ່ງດ່ານດັ່ງກ່າວມີທ່າເຮືອບັກ ແລະ ການບໍລິການເຮືອບັກທີ່ສາມາດຂົນສົ່ງສິນຄ້າ, ລົດບັນທຸກຂົນສົ່ງ ແລະ ລົດໂດຍສານຂອງ 2 ປະເທດ ລາວ ແລະ ໄທ; ດ່ານສາກົນບ້ານວັງ ແມ່ນຢູ່ກົງກັນຂ້າມກັບບ້ານຄົກໄຜ່ ຕໍາບົນປາກຊົມ ອຳເພີປາກຊົມຂອງຈັງຫວັດເລີຍ ຊຶ່ງເປັນຈຸດຍຸດທະສາດທີ່ສອດຄ່ອງກັບແຜນແມ່ບົດການພັດທະນາທີ່ເປັນປັດໄຈສຳຄັນ, ເປັນພື້ນຖານ ແລະ ກຳລັງດັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ. ການຍົກລະດັບດ່ານບ້ານວັງ ຈາກດ່ານທ້ອງຖິ່ນມາເປັນດ່ານສາກົນ ເປັນທາງເລືອກໃນການຕອບສະໜອງແກ່ການບໍລິການຜູ້ໂດຍສານທາງບົກຈາກຈັງຫວັດເລີຍ ຣາຊະອານາຈັກໄທ ທີ່ຕ້ອງການໄປຍັງນະຄອນຫຼວງວຽງຈັນ ຫຼື ຜ່ານໄປຍັງບັນດາແຂວງພາກເໜືອ ແລະ ພາກຕາເວັນອອກຂອງ ສປປ ລາວ.

ໃນເມື່ອກ່ອນ, ການເດີນທາງ ທາງບົກ ຈາກຈັງຫວັດເລີຍ ມານະຄອນຫຼວງວຽງຈັນ ຫຼື ຜ່ານໄປຍັງບັນດາແຂວງຕ່າງໆ ລ້ວນແຕ່ໃຊ້ເສັ້ນທາງຜ່ານທາງຂົວມິດຕະພາບລາວ-ໄທແຫ່ງທີ1ເຮັດໃຫ້ດ່ານຂົວມິດຕະພາບທີ1ມີຄວາມແອອັດສົ່ງຜົນໃຫ້ການບໍລິການຂົນສົ່ງເລີ່ມມີຄວາມຊັກຊ້າ. ສະນັ້ນ, ໄດ້ມີປະຊາຊົນຊາວໄທແລະຊາວຕ່າງປະເທດ, ບໍລິສັດສັດທີ່ຂົນສົ່ງສິນຄ້າເຂົ້າ-ອອກສປປລາວໄດ້ຊອກຫາທາງເລືອກນໍາເຂົ້າໃໝ່ທີ່ສະດວກແລະມີຄ່າສິ້ນເປືອງຕໍ່າກວ່າ. ທາງເລືອກທີ 1, ແມ່ນເອົາເຂົ້າທາງດ່ານສາກົນປາກຊັນແຂວງບໍລິຄໍາໄຊແຕ່ອີງໃສ່ໄລຍະທາງຈາກປາກຊັນເຖິງນະຄອນຫຼວງວຽງຈັນແມ່ນປະມານ158 ກິໂລແມັດບວກກັບເສັ້ນທາງເລກ13ໃຕ້ຂອງສປປລາວທີ່ຍັງບໍ່ທັນສະດວກເພາະມີການສັນຈອນໄປມາຂອງຜູ້ໂດຍສານທົ່ວໄປເປັນຈໍານວນຫຼາຍເຮັດໃຫ້ການຂົນສົ່ງສິນຄ້າມີຄວາມຫຍຸ້ງຍາກຊຶ່ງສ່ວນໃຫຍ່ກໍຍັງຈໍາກັດເວລາເດີນທາງເພື່ອຮັບປະກັນຄວາມປອດໄພ. ທາງເລືອກທີ2, ແມ່ນເຂົ້າ-ອອກຜ່ານດ່ານບ້ານນາກະເຊັງເມືອງແກ່ນທ້າວແຂວງໄຊຍະບູລີ ແຕ່ຍັງຕ້ອງໄດ້ໃຊ້ເສັ້ນທາງຜ່ານບ້ານຄົກເຂົ້າດໍເມືອງຊະນະຄາມ ແຂວງວຽງຈັນ ຜ່ານມາທາງດ່ານບ້ານວັງເຂົ້າເມືອງສັງທອງໄປຍັງນະຄອນຫຼວງວຽງຈັນລວມໄລຍະທາງປະມານ249ກິໂລແມັດແຕ່ຫຼາຍບໍລິສັດກໍຍັງເລືອກຂົນສົ່ງເສັ້ນທາງນີ້ຂຶ້ນກັບໄລຍະທາງເບື້ອງຝັ່ງຣາຊະອານາຈັກໄທ.

ການຂົນສົ່ງເຂົ້າ-ອອກຜ່ານດ່ານບ້ານວັງຈຶ່ງແມ່ນທາງເລືອກທີ່ຫຼາຍບໍລິສັດຂົນສົ່ງມີຄວາມຮຽກຮ້ອງຕ້ອງການເພື່ອເຮັດໃຫ້ຄ່າສິ້ນເປືອງຫຼຸດລົງເນື່ອງຈາກໄລຍະທາງແຕ່ຈຸດດ່ານບ້ານວັງໄປຫານະຄອນຫຼວງວຽງຈັນເມື່ອສົມທຽບກັບເສັ້ນທາງອື່ນແມ່ນສັ້ນກວ່າ. ດັ່ງນັ້ນ,ຫຼາຍບໍລິສັດໃຫ້ບໍລິການຂົນສົ່ງສິນຄ້າເຂົ້າ-ອອກຈຶ່ງໄດ້ສະເໜີຂໍນໍາໃຊ້ເສັ້ນທາງຜ່ານດ່ານບ້ານວັງໂດຍສະເພາະແມ່ນການຂົນສົ່ງແຮ່ທາດ, ນໍ້າມັນເຊື້ອໄຟແລະສິນຄ້າອື່ນໆ.

ຈຸດທີ່ຕັ້ງຂອງດ່ານບ້ານວັງແມ່ນຈຸດຍຸດທະສາດດ້ານພູມສັນຖານທີ່ມີຄວາມສໍາຄັນຕໍ່ການເຊື່ອມໂຍງດ້ານເສດຖະກິດຂອງພາກພື້ນ ໂດຍສະເພາະການເຊື່ອມໂຍງເຂດນິຄົມອຸດສາຫະກໍາ ແລະ ເຂດເສດຖະກິດທາງພາກເໜືອ ແລະ ຕາເວັນອອກສ່ຽງເໜືອຂອງຣາຊະອານາຈັກໄທຄື: ເຂດເສດຖະກິດພິເສດຊຽງລາຍ, ເຂດອຸດສາຫະກໍາລໍາພັນ 1 ແລະ 2, ເຂດຣາຊະທານີແຫ່ງປະເທດໄທ, ເຂດເສດຖະກິດພິເສດໜອງຄາຍ, ເຂດນິຄົມອຸດສາຫະກໍາພາກເໜືອແຫ່ງຣາຊະອານາຈັກໄທ ແລະ ອື່ນໆ ເຊື່ອມໂຍງກັບແລວເສດຖະກິດລາວ-ຈີນຄື: ເສັ້ນທາງລົດໄຟ ລາວ-ຈີນ ແລະ ເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ບໍ່ເຕ່ນ. ດ່ານບ້ານວັງ ໄດ້ເປີດໂອກາດໃຫ້ການເຊື່ອມໂຍງເສດຖະກິດ ຈາກເຂດເສດຖະກິດທາງພາກເໜືອ ແລະ ຕາເວັນອອກສ່ຽງເໜືອແຫ່ງ ຣາຊະອານາຈັກໄທກັບ ສປຈີນ ຜ່ານ ສປປ ລາວ ຈະຫຼຸດໄລຍະທາງ ແລະ ການສິ້ນເປືອງລົງ ໂດຍຜ່ານດ່ານບ້ານວັງ ເພື່ອເຊື່ອມຕໍ່ກັບເສັ້ນທາງລົດໄຟລາວ-ຈີນ ທີ່ໂພນໂຮງ ຫຼື ທາງດ່ວນທີ່ເມືອງຫີນເຫີບ ແລະ ເມືອງໂພນໂຮງຂອງແຂວງວຽງຈັນ. ການເຊື່ອມໂຍງດັ່ງກ່າວ, ຈະເປັນໂອກາດທີ່ດີຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດພາກເໜືອຂອງ ສປປ ລາວ ໂດຍເຊື່ອມໂຍງກັບການພັດທະນາເສດຖະກິດຂອງພາກເໜືອ ແລະ ຕາເວັນອອກສ່ຽງເໜືອຂອງຣາຊະອານາຈັກໄທ ກັບພາກໃຕ້ຂອງ ສປ ຈີນ ແລະ ພາກເໜືອຂອງ ສສ ຫວຽດນາມ.

ທີ່ຕັ້ງຍຸດທະສາດດັ່ງກ່າວ,ຍັງອຳນວຍຄວາມສະດວກສໍາລັບການເດີນທາງເຂົ້າ-ອອກຂອງຜູ້ໂດຍສານ, ນັກທ່ອງທ່ຽວຈາກຣາຊະອານາຈັກໄທ ແລະ ຕ່າງປະເທດ ທີ່ມີຈຸດປະສົງມາທ່ອງທ່ຽວນະຄອນຫຼວງວຽງຈັນ, ວັງວຽງ, ຫຼວງພະບາງ ແລະ ສະຖານທີ່ຕ່າງໆຢູ່ພາກເໜືອຂອງ ສປປ ລາວ.ນອກຈາກເດີນທາງເຂົ້າ-ອອກ ໂດຍນໍາໃຊ້ເສັ້ນທາງສະໜາມບິນ, ດ່ານສາກົນຂົວມິດຕະພາບແຫ່ງທີ 1ແລ້ວ, ຈໍານວນຫຼາຍກໍໄດ້ນໍາໃຊ້ເສັ້ນທາງເຮືອມາທາງນໍ້າຂອງ ຫຼື ເສັ້ນທາງຜ່ານແຂວງໄຊຍະບູລີ. ປັດຈຸບັນ, ສະຖານທີ່ທ່ອງທ່ຽວຢູ່ແຂວງ ວຽງຈັນ ໄດ້ມີຫຼາຍແຫ່ງກາຍເປັນຈຸດໝາຍເສັ້ນທາງທ່ອງທ່ຽວຂອງບັນດານັກທ່ອງທ່ຽວຈາກຣາຊະອານາຈັກໄທ ແລະ ຕ່າງປະເທດ; ສະນັ້ນ, ການເດີນທາງເຂົ້າ-ອອກຈຸດດ່ານບ້ານວັງ ຈຶ່ງກາຍເປັນທາງເລືອກ, ເປັນເສັ້ນທາງຂອງນັກທ່ອງທ່ຽວເຫຼົ່ານັ້ນ ຊຶ່ງຈະເຊື່ອມໂຍງກັບແຜນພັດທະນາການທ່ອງທ່ຽວບັນດາແຂວງພາກເໜືອຂອງ ສປປ ລາວ ຕາມແຜນແມ່ບົດພັດທະນາ 9ແຂວງພາກເໜືອ ຂອງ ສປປ ລາວ.

ເຫັນໄດ້ວ່າ, ດ່ານສາກົນບ້ານວັງ ແມ່ນປັດໄຈໜຶ່ງທີ່ສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາເມືອງ, ແຂວງ ແລະ ການພັດທະນາໂດຍລວມຂອງປະເທດ ດ້ວຍທ່າແຮງໃນການຈັດຕັ້ງຜັນຂະຫຍາຍຈຸດພິເສດທີ່ຕັ້ງຍຸດທະສາດດ້ານພູມສັນຖານທີ່ສຳຄັນ ໂດຍສະເພາະອີງຕາມແຜນແມ່ບົດພັດທະນາ 9 ແຂວງພາກເໜືອຂອງ ສປປ ລາວ ກຳນົດໃນປີ 2008, ເຖິງວ່າແຂວງວຽງຈັນ ຢູ່ພາກກາງແຕ່ກໍໄດ້ຖືກຈັດເຂົ້າໃນກຸ່ມບັນດາແຂວງພາກເໜືອ ທີ່ໄດ້ມີການກຳນົດຮູບແບບການພັດທະນາຕາມທິດ 1334 ຄື: 1 ສູນກາງພັດທະນາເສດຖະກິດ ທີ່ເມືອງຫຼວງພະບາງ; 3 ແລວທາງເສດຖະກິດ ເພື່ອເຊື່ອມຕໍ່ບັນດາແຂວງພາກເໜືອ ກັບບັນດາປະເທດອ້ອມຂ້າງ, 3 ເຂດພັດທະນາອຸດສາຫະກຳ ເພື່ອເປັນສູນກາງພັດທະນາອຸດສາຫະກຳຢູ່ເຂດພາກເໜືອ ຂອງ ສປປ ລາວ ແລະ 4 ເຂດຮ່ວມມືເສດຖະກິດຊາຍແດນ ເພື່ອເປັນປະຕູເຊື່ອມຕໍ່ບັນດາປະເທດອ້ອມຂ້າງ, ພາກພື້ນ ແລະ ສາກົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ