![]() |
ສະຫາຍ ພັຕ ບຸນຮຽງ ເພັດທະສອນ ຫົວໜ້າການທະຫານກອງພັນນ້ອຍຕີພິເສດ 432 ໄດ້ຂຶ້ນຜ່ານບົດສະຫຼຸບອົບຮົມ-ຫັດແອບ ໄລຍະສັ້ນຕີຕົວເມືອງປະຈຳປີ 2025ວ່າ: ວຽກງານອົບຮົມ-ຫັດແອບ ວິຊາສະເພາະຕີຕົວເມືອງ ແມ່ນໜ້າທີ່ໃຈກາງ ດ້ານວິຊາສະເພາະໃນການຈັດຕັ້ງປະຕິບັດໂຄງການຫຼັກສູດອົບຮົມ-ຫັດແອບ ເພື່ອປະກອບສ່ວນໃຫ້ແກ່ໜ້າທີ່ວຽກງານ ປກຊ - ປກສ ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຈຳເປັນທາງດ້ານພາວະວິໄສ ແລະ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີລະບຽບແບບແຜນທັນສະໄໝ ແນ່ໃສ່ເພື່ອຕອບສະໜອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ.
![]() |
ການຝຶກອົບຮົມ-ຫັດແອບຄັ້ງນີ້,ໄດ້ດໍາເນີນໄປໃນໄລຍະ15 ວັນ(ວັນທີ 27 ຕຸລາ-ວັນທີ 10 ພະຈິກ 2025),ມີຜູ້ເຂົ້າຮ່ວມທັງໝົດ85 ສະຫາຍ, ສະລັບວິຊາທີ່ໄດ້ຈັດຕັ້ງອົບຮົມ - ຫັດແອບຄັ້ງນີ້, ມີພາກສິນລະປະຍຸດຄື: ການເຄື່ອນໄຫວຕາມຂັ້ນໃດ, ລະບຽງເຮືອນ, ຜ່ານປະຕູ ແລະ ປ່ອງຢ້ຽມ, ວິທີວ່າງລະເບີດໃສ່ເປົ້າໝາຍຕ່າງໆ, ຕາມຫ້ອງການ ແລະເຮືອນນອນ.ພາກຍຸດທະວິທີຕົວເມືອງຂອງເຫຼົ່າຮົບຕີພິເສດຄື: ປີກຕີພິເສດປິດລັບດັບສູນ, ດັບສູນໃນອົງການ, ສຳນັກງານ, ກອງຮ້ອຍຕີພິເສດຕ້ານສະກັດກັ້ນ - ສະຫຼາຍກຸ່ມປະທ້ວງ ແລະ ປີກຕີພິເສດຊີງຕົວປະກັນ - ປົດປ່ອຍຕົວປະກັນ.
ໃນໂອກາດດຽວກັນນີ້, ທາງກຸ່ມບໍລິສັດສີສະເກດ ໄດ້ມອບທຶນສົມທົບສ້າງເພດານເຮືອນນອນອ້າຍນ້ອງ ກອງພັນນ້ອຍຕີພິເສດ 432 ຂະໜາດ 10x14 ແມັດ ລວມມູນຄ່າ 150 ລ້ານກີບ.
(ແຫຼ່ງຂ່າວ: ແຂວງວຽງຈັນ)


ຄໍາເຫັນ