![]() |
ໃນປີນີ້ ບໍລິສັດໄດ້ໃຫ້ການສະໜັບສະໜູນງົບປະມານທັງໝົດ ຈໍານວນ 119,000,000 ກີບ ປະກອບມີຄື: ງົບຈັດງານ 20,000,000 ກີບ ແລະ ງົບສະໜັບສະໜູນເສື້ອສີພາຍໃຫ້ແກ່ 18 ບ້ານ ລວມມູນຄ່າ 99,000,000 ກີບ ເພື່ອສົ່ງເສີມພະລັງຄວາມພ້ອມ, ຄວາມຮ່ວມແຮງຮ່ວມໃຈ ແລະ ສ້າງຂວັນກໍາລັງໃຈໃຫ້ແກ່ຊຸມຊົນ
ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງຊຽງຮ່ອນ ເປັນປະທານໃນພິທີ ພ້ອມດ້ວຍແຂກຜູ້ມີກຽດຈາກ ແຂວງໄຊຍະບູລີ, ຫນ່ວຍງານລັດ, ພາກເອກະຊົນ ແລະ ປະຊາຊົນໃນພື້ນທີ່ໃກ້ຄຽງ ເຂົ້າຮ່ວມຢ່າງຫຼວງຫຼາຍ, ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມຄະນະຜູ້ບໍລິຫານ ແລະ ພະນັກງານ ເຂົ້າຮ່ວມໃນພິທີເປີດ ແລະ ຮ່ວມເຊຍໃຫ້ກໍ່າລັງໃຈສີພາຍ ສະທ້ອນໃຫ້ເຫັນເຖິງຄວາມສຳພັນອັນແໜ້ນແຟ້ນລະຫວ່າງບໍລິສັດ ແລະ ຊຸມຊົນ
ການສະໜັບສະໜູນໃນຄັ້ງນີ້, ບໍ່ພຽງແຕ່ສະທ້ອນເຖິງຄວາມຕັ້ງໃຈຂອງ ໄຟຟ້າຫົງສາ ໃນການ “ຢູ່ຮ່ວມກັນ ແລະ ເຕີບໂຕໄປກັບຊຸມຊົນ” ຢ່າງແທ້ຈິງ ແຕ່ຍັງເປັນພະລັງແຫ່ງການສົ່ງຕໍ່ຄຸນຄ່າຂອງວັດທະນະທໍາທ້ອງຖິ່ນໃຫ້ຄົງຢູ່ກັບ ເມືອງຊຽງຮ່ອນ ແລະ ສືບທອດຕໍ່ໄປສູ່ຄົນຮຸ່ນໃໝ່ຢ່າງຍືນຍົງ
ຂ່າວ:ໄຟຟ້າຫົງສາ

ຄໍາເຫັນ