ຈາກແນວຄິດສູ່ນະໂຍບາຍ: ການທູດຊ່ອງທາງທີ 2ຊຸກຍູ້ບົດບາດຂອງ ສປປ ລາວ

ຈາກແນວຄິດສູ່ນະໂຍບາຍ: ການທູດຊ່ອງທາງທີ 2ຊຸກຍູ້ບົດບາດຂອງ ສປປ ລາວ

ໃນສະພາບພູມສາດ-ການເມືອງຂອງໂລກທີ່ຜັນແປໄປຢ່າງສະຫຼັບສັບຊ້ອນ ແລະ ໄວວາ, ການທູດແບບດັ້ງເດີມ ຫຼື ການທູດຊ່ອງທາງທີໜຶ່ງ (Track OneDiplomacy)ເຊິ່ງໝາຍເຖິງການຕິດຕໍ່ພົວພັນລະຫວ່າງລັດຕໍ່ລັດແມ່ນບໍ່ພຽງພໍທີ່ຈະຮັບມືກັບສະພາບການຫັນປ່ຽນຂອງໂລກທີ່ມີຄວາມສະຫຼັບສັບຊ້ອນຕໍ່ບັນຫາໃໝ່ໆທີ່ເກີດຂຶ້ນໄດ້ຢ່າງທັນການ. ການທູດຊ່ອງທາງທີ 2 (Track Two)ແມ່ນການສົນທະນາທີ່ບໍ່ແມ່ນຊ່ອງທາງທີ 1 ໂດຍມີການເຂົ້າຮ່ວມຂອງນັກວິຊາການ, ມະຫາວິທະຍາໄລ, ສະຖາບັນ-ຄັງປັນຍາ ແລະ ອົງການພາກສັງຄົມ–ພົນລະເຮືອນ,ໄດ້ກາຍເປັນເຄື່ອງມື ຫຼື ຊ່ອງທາງໜຶ່ງທີ່ປອດໄພໃນການນໍາສະເໜີແນວຄິດໃໝ່ ເພື່ອນໍາເອົາແນວຄິດເຫຼົ່ານັ້ນສະເໜີແນະຕໍ່ລັດຖະບານເພື່ອນໍາມາໝູນໃຊ້ເຂົ້າໃນການວາງນະໂຍບາຍ.ການທູດຊ່ອງທາງທີ2ນີ້ ຍັງສົ່ງເສີມການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນຂອງຄັງປັນຍາພາກພື້ນ ແລະ ສາກົນ,ໂດຍບໍ່ແມ່ນການແຂ່ງຂັນກັບການທູດຊ່ອງທາງທີ 1,ແຕ່ເປັນກົງລໍ້ໜູນ ຊ່ວຍເສີມສ້າງໃຫ້ການຕັດສິນໃຈຂອງລັດມີຂໍ້ມູນຮອບດ້ານ ແລະ ທັນກັບສະພາບການຂອງຍຸກສະ ໄໝ.

 

 

ການເຄື່ອນໄຫວວຽກການທູດຊ່ອງທາງທີ2(Track Two Diplomacy) ແມ່ນເປັນວຽກໜຶ່ງທີ່ມີຄວາມສໍາຄັນ, ນັບຕັ້ງແຕ່ ສະຖາບັນຄົ້ນຄວ້າຍຸດທະສາດຂອງ ສປປ ລາວ ກໍຄືສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມເປັນສະມາຊິກຂອງເຄືອຂ່າຍສະຖາບັນຄົ້ນຄວ້າຍຸດທະສາດ ແລະ ບັນຫາສາກົນຂອງອາຊຽນ (ASEAN-Institute for Strategic and International Studies)ໃນປີ 1999 ຫຼື ສອງປີຕໍ່ມາພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນຂອງອາຊຽນ ໃນວັນທີ 23 ກໍລະກົດ 1997. ສປປ ລາວ ໄດ້ປະກອບສ່ວນເຄື່ອນໄຫວວຽກງານໃນຂອບການທູດຊ່ອງທາງທີ 2 ຢ່າງຫ້າວຫັນ ແລະ ຕັ້ງໜ້າ ຕາມພັນທະ, ໜ້າທີ່ ແລະ ພາລະບົດບາດຂອງຕົນ ເຊັ່ນ: ການເຂົ້າຮ່ວມກອງປະຊຸມ, ສໍາມະນາ, ຂຽນບົດຄວາມ ແລະ ບົດຄົ້ນຄວ້າຕ່າງໆ. ພ້ອມດຽວກັນ, ການເປັນສະມາຊິກ ແລະ ການເຄື່ອນໄຫວກິດຈະກໍາຂອງເຄືອຂ່າຍຄັງປັນຍາຕ່າງໆ ທັງພາກພື້ນ ແລະ ສາກົນ, ກໍຄືການນໍາເອົາແນວທາງນະໂຍບາຍຂອງພັກ ແລະ ລັດ ໄປເຜີຍແຜ່ໃນເວທີສາກົນ, ເຮັດໃຫ້ບົດບາດ ຂອງ ສປປ ລາວ ພົ້ນເດັ່ນຂຶ້ນ ແລະ ເປັນທີ່ຮັບຮູ້ຢ່າງກວ້າງຂວາງ ທັງໃນລະດັບພາກພື້ນ ແລະ ສາກົນ. ນອກນັ້ນການເຄື່ອນໄຫວວຽກງານດັ່ງກ່າວ ຍັງເປັນການເປີດໂອກາດໃນການຊອກຮູ້ແນວຄວາມຄິດ ແລະ ທັດສະນະຂອງບັນດານັກຄົ້ນຄວ້າ, ຜູ້ຊ່ຽວຊານ, ຜູ້ຊົງຄຸນວຸດທິ ແລະ ຄູອາຈານ ທີ່ເຂົ້າຮ່ວມແລກປ່ຽນຄໍາຄິດຄໍາເຫັນໃນເວທີກອງປະຊຸມທີ່ກ່ຽວຂ້ອງກັບ ອາຊຽນ, ພາກພື້ນ ແລະ ສາກົນ ເພື່ອສາມາດເລືອກເຟັ້ນມາໝູນໃຊ້ເປັນບົດຮຽນເຂົ້າໃນວຽກງານວິຊາສະເພາະ ແລະ ສະໜອງຂໍ້ມູນໃຫ້ແກ່ການນໍາຂອງ ສປປ ລາວ.

ສະຖາບັນການປະເທດ ໃນນາມເປັນສະຖາບັນໜຶ່ງທີ່ເຄື່ອນໄຫວວຽກງານການທູດຊ່ອງທາງທີ 2 ໄດ້ເຂົ້າຮ່ວມກອງປະຊຸມ–ສໍາມະນາວິຊາການຫຼາຍກວ່າ 60 ຄັ້ງ/ປີ, ມີບົດຄົ້ນຄວ້າ-ວິເຄາະຈໍານວນຫຼາຍ ແລະ ຂະຫຍາຍຄູ່ຮ່ວມງານຜ່ານເອກະສານບົດບັນທຶກຮ່ວມກັນ ຫຼືMOU (Memorandum of Understanding)ຫຼາຍກວ່າ 20 ສະບັບ. ນອກນັ້ນ, ຍັງມີບົດບາດສໍາຄັນໃນການເຂົ້າຮ່ວມເຄືອຂ່າຍຄັງປັນຍາຂອງພາກພື້ນໂດຍມີ ASEAN-ISIS ເປັນແກນກາງຊຸກຍູ້, ເຊັ່ນ: NACT (Network of ASEAN-China Think Tanks), ເຊິ່ງແມ່ນເຄືອຂ່າຍຄັງປັນຍາອາຊຽນ-ຈີນ ທີ່ເນັ້ນການຮ່ວມມືໃນຂົງເຂດດ້ານເສດຖະກິດ, ພື້ນຖານໂຄງລ່າງ, ດີຈີຕອນ ແລະ ສິ່ງແວດລ້ອມ. ຂົງເຂດເຫຼົ່ານີ້ ໄດ້ສອດຄ່ອງກັບຍຸດທະສາດຂອງລາວເຮົາ ໃນການຫັນຕົນເອງ ຈາກປະເທດທີ່ບໍ່ຕິດກັບທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດຂອງພາກພາກພື້ນ ໂດຍຜ່ານເສັ້ນທາງລົດໄຟ, ຖະໜົນຫົນທາງ ແລະ ການພັດທະນາລະບົບດີຈີຕອນ ເພື່ອເຊື່ອມໂຍງເຂົ້າກັບນະໂຍບາຍຂອງພາກພື້ນ ແລະ ສາກົນໂດຍສະເພາະ ໃນຂອບແຜນແມ່ບົດຂອງອາຊຽນໃນການເຊື່ອມຈອດ (Master Plan on ASEAN Connectivity),ຂໍ້ລິເລີ່ມໜຶ່ງແຫຼວໜຶ່ງເສັ້ນທາງ (Belt and Road Initiative)ແລະກົນໄກການຮ່ວມມືອະນຸພາກພື້ນ, ລວມທັງກົນໄກຮ່ວມມືອະນຸພາກພື້ນລຸ່ມແມ່ນນ້ຳຂອງGMS (Greater Mekong Sub-region).ທັງໝົດນີ້ ກໍເພື່ອໃຫ້ປະສານສອດຄ່ອງກັບຄວາມຕ້ອງການພັດທະນາຕົວຈິງຂອງ ສປປ ລາວ ແລະ ພາກພື້ນ. ຄຽງຄູ່ກັບNACT,ເຄືອຂ່າຍຄັງປັນຍາ NEAT (Network of East Asian Think Tanks),ເຊິ່ງເປັນເຄືອຂ່າຍ ASEAN+3 (ຈີນ-ຍີ່ປຸ່ນ- ເກົາຫຼີໃຕ້),ໂດຍເນັ້ນໜັກການຮ່ວມມືໃນຂົງເຂດດ້ານການເງິນ-ເສດຖະກິດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານ ແລະການຄ້າດີຈີຕອນ. ໃນຂົງເຂດນີ້ ໄດ້ຊຸກຍູ້ຄວາມຄືບໜ້າຂອງລາວ ໃນທຸລະກິດຂະໜາດນ້ອຍ ແລະ ກາງແລະ ມາດຖານຂໍ້ມູນການເຊື່ອມຈອດ ພາຍໃຕ້ກອບຂໍ້ຕົກລົງຄວາມຮ່ວມມືເສດຖະກິດພາກພື້ນຢ່າງຮອບດ້ານ RCEP (Regional Comprehensive Economic Partnership)ຫຼື ຂອບການຮ່ວມມືອາຊຽນ ບວກ3 (ຈີນ–ຍີ່ປຸ່ນ–ເກົາຫຼີໃຕ້) ເພື່ອສ້າງເງື່ອນໄຂໃຫ້ຜູ້ປະກອບການຂອງແຕ່ລະປະເທດເຂົ້າເຖິງຕະຫຼາດພາກພື້ນທີ່ກວ້າງຂວາງໄດ້ຢ່າງສະດວກຂຶ້ນ.ນອກຈາກນີ້, ສະຖາບັນການຕ່າງປະເທດ ຍັງເປັນທີ່ຕັ້ງຂອງສູນສຶກສາຄົ້ນຄວ້າແມ່ນໍ້າຂອງ ຫຼື GCMS (Global Center for Mekong Studies),ເຊິ່ງເປັນເຄືອຂ່າຍຄັງປັນຍາຮ່ວມຂອງ6ປະເທດໃນພາກພື້ນແມ່ນໍ້າຂອງ, ປະກອບມີ ຈີນ, ຫວຽດນາມ, ກໍາປູເຈຍ, ໄທ, ມຽນມາ ແລະ ລາວ. ການເຄື່ອນໄຫວຂອງ GCMS ເນັ້ນໃສ່ການສຶກສາຄົ້ນຄວ້າບັນຫາສໍາຄັນຂອງພາກພື້ນ ເປັນຕົ້ນແມ່ນ ການຈັດການນໍ້າ, ການອະນຸລັກຮັກສາສິ່ງແວດລ້ອມ, ການເຊື່ອມໂຍງພາຍໃນພາກພື້ນ ແລະ ການຮັບມືກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ.ບົດຮຽນ ແລະ ຂໍ້ສະເໜີແນະທີ່ເກີດຈາກການຮ່ວມມືນີ້ ໄດ້ຊ່ວຍສະໜອງຂໍ້ມູນອ້າງອີງໃຫ້ແກ່ການວາງນະໂຍບາຍລະດັບພາກພື້ນ ແລະ ການປັບຕົວໃນດ້ານການພັດທະນາທີ່ຍືນຍົງ.ພ້ອມກັນນັ້ນ, ຍັງເປັນສະມາຊິກຂອງການຮ່ວມມືໃນສະພາຄວາມຮ່ວມມືຄວາມໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ ຫຼືCSCAP (Council for Security Cooperation in the Asia Pacific)ເຊິ່ງເປັນຂອບ “Track Two”ທີ່ສໍາຄັນທີ່ສຸດຂອງພາກພື້ນໃນດ້ານຄວາມໝັ້ນຄົງ. ການມີສ່ວນຮ່ວມໃນ CSCAPເຮັດໃຫ້ ສປປລາວສາມາດເພີ່ມພູມປັນຍາໃນບັນຫາຄວາມໝັ້ນຄົງ ແລະ ການຈັດການກັບຂໍ້ຂັດແຍ່ງຢ່າງສັນຕິວິທີ, ພ້ອມທັງສ້າງເຄືອຂ່າຍນັກວິຊາການ ແລະ ນັກນະໂຍບາຍຂອງພາກພື້ນທີ່ກວ້າງຂວາງຂຶ້ນ. ນອກຈາກນັ້ນ, CSCAPຍັງເປັນຄູ່ຮ່ວມທີ່ໃກ້ຊິດຂອງເວທີຄວາມໝັ້ນຄົງຂອງພາກພື້ນອາຊຽນ ຫຼື ARF (ASEAN Regional Forum)ເຊິ່ງເປັນຊ່ອງທາງທີ່ສໍາຄັນໃນການສົ່ງສຽງຂອງລາວໃຫ້ເຂົ້າເຖິງການຕັດສິນບັນຫາຂອງພາກພື້ນແລະສາກົນ.

ການເຂົ້າຮ່ວມເຄື່ອນໄຫວການທູດຊ່ອງທາງທີ 2ໃນອະດີດ, ສ່ວນໃຫຍ່ເປັນພຽງແຕ່ຜູ້ເຂົ້າຮ່ວມເພື່ອສັງເກດການ ຫຼື ຮັບຟັງການສົນທະນາເທົ່ານັ້ນ, ແຕ່ໃນປັດຈຸບັນ ບົດບາດນັ້ນ ໄດ້ກ້າວຂ້າມໄປສູ່ການເປັນ“ເຈົ້າການ”, ມີສ່ວນຮ່ວມຢ່າງສ້າງສັນຫຼາຍຂຶ້ນ ໃນການສະເໜີແນະແນວທາງນະໂຍບາຍຂອງພາກພື້ນ. ການສະເໜີຄໍາຄິດເຫັນ ແລະ ຂໍ້ສະເໜີນະໂຍບາຍດ້ານວິຊາການຂອງສະຖາບັນ ໄດ້ຖືກຍົກລະດັບໃຫ້ມີນໍ້າໜັກຫຼາຍຂຶ້ນ ຍ້ອນມີການວິເຄາະທີ່ອີງໃສ່ຫຼັກຖານ ແລະ ການປະກອບຄໍາເຫັນຢ່າງມີຫຼັກການ. ຜົນງານເຫຼົ່ານີ້ບໍ່ພຽງແຕ່ຊ່ວຍຍົກລະດັບບົດບາດຂອງລາວໃນເວທີພາກພື້ນ ແຕ່ຍັງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການກໍານົດນະໂຍບາຍໃຫ້ມີຄວາມສອດຄ່ອງກັບຄວາມຕ້ອງການຂອງສະພາບການໃນປັດຈຸບັນຍ້ອນມີການປ່ຽນແປງຢ່າງໄວວາ.ດ້ວຍບົດບາດທີ່ມີການຍົກລະດັບຂຶ້ນຄືດັ່່ງກ່າວນັ້ນ, ສະຖາບັນການຕ່າງປະເທດ ຈຶ່ງໄດ້ກາຍເປັນພື້ນທີ່ ຫຼື ຊ່ອງທາງທີ່ສໍາຄັນໃນການເຕົ້າໂຮມທັດສະນະ ແລະ ຂໍ້ສະເໜີແນະລະຫວ່າງນັກວິຊາການ ແລະ ຜູ້ກໍານົດນະໂຍບາຍ, ປູທາງໃຫ້ການທູດຊ່ອງທາງທີສອງຂອງລາວເຂົ້າມີສ່ວນຮ່ວມຢ່າງໜັກແໜ້ນ ແລະ ໄດ້ຮັບໝາກຜົນໃນການປະຕິບັດຕົວຈິງ.

ເຖິງຢ່າງໃດກໍດີ,ຄຽງຄູ່ກັບຜົນງານທີ່ເປັນຮູບປະທໍາ, ຕັ້ງແຕ່ການເຂົ້າຮ່ວມກອງປະຊຸມ ແລະ ສໍາມະນາຫຼາຍກວ່າ 60 ຄັ້ງ/ປີ, ການຕີພິມບົດຄວາມ ແລະ ບົດຄົ້ນຄວ້າ-ວິເຄາະຈໍານວນຫຼວງຫຼາຍ, ຕະຫຼອດຈົນຮອດການລົງນາມ MOU ຫຼາຍສະບັບ, ກໍຍັງມີອຸປະສັກທີ່ຈໍາເປັນຕ້ອງກ້າວຂ້າມ. ບັນຫາສໍາຄັນອັນໜຶ່ງແມ່ນຄວາມພຽງພໍ ແລະ ຍືນຍົງຂອງງົບປະມານໃນການຄົ້ນຄວ້າ ແລະ ໃນການເຄື່ອນໄຫວວຽກງານການທູດTrack Twoທີ່ເປັນຂໍ້ຈໍາກັດ ໂດຍເພິ່ງພາງົບປະມານຈາກພາກລັດ, ອົງການຈັດຕັ້ງສາກົນ ແລະ ສະຖານທູດຕ່າງປະເທດປະຈໍາລາວ,ເຊິ່ງມີຄວາມບໍ່ແນ່ນອນໃນແຕ່ລະປີ, ເຮັດໃຫ້ການຂັບເຄື່ອນຊຸກຍູ້ແຜນງານຕາມກຳນົດເວລາພົບຄວາມຫຍຸ້ງຍາກ. ອີກດ້ານໜຶ່ງ, ບຸກຄະລາກອນໃນການເຮັດບົດຄົ້ນຄວ້າ-ວິເຄາະ ຍັງມີປະສົບການ ແລະ ບົດຮຽນບໍ່ທັນສູງເຮັດໃຫ້ຜົນງານຄົ້ນຄວ້າ ແມ່ນມີລັກສະນະທົ່ວໄປ, ບໍ່ວິເຄາະໄດ້ເລິກເຊິ່ງ,ອັນເຮັດໃຫ້ຂໍ້ສະເໜີແນະຍັງຈໍາກັດໃນການປະຕິບັດຕົວຈິງ.

ເວົ້າລວມແລ້ວ, ຜົນສໍາເລັດຂອງວຽກງານການທູດຊ່ອງທາງທີ 2ສາມາດບັນລຸໄດ້ບົນພື້ນຖານຂອງການຊີ້ນໍາຢ່າງໃກ້ຊິດ, ແຕ່ເປີດກວ້າງ ແລະ ຍອມຮັບຄຳຄິດຄຳເຫັນທີ່ສ້າງສັນມີເຫດມີຜົນຂອງນັກວິຊາການ, ເຊິ່ງເປັນສະພາບແວດລ້ອມທີ່ສົ່ງເສີມໃຫ້ເກີດການຄິດຢ່າງອິດສະຫຼະ ແລະ ການແລກປ່ຽນທາງວິຊາການຢ່າງສ້າງສັນ. ສະຖາບັນການຕ່າງປະເທດ ໃນນາມຜູ້ເຄື່ອນໄຫວການທູດຊ່ອງທາງທີສອງບໍ່ຈໍາກັດຢູ່ພຽງບົດບາດຂອງຜູ້ສັງເກດການ, ແຕ່ໄດ້ກ້າວຂຶ້ນສູ່ການມີບົດບາດຂອງຄວາມເປັນເຈົ້າການທີ່ມີສ່ວນຮ່ວມຢ່າງສ້າງສັນໃນການກໍານົດແນວທາງນະໂຍບາຍຂອງພາກພື້ນ.ຂໍ້ສະເໜີ ແລະ ຄໍາຄິດເຫັນ ໄດ້ຖືກຍົກລະດັບໃຫ້ມີນໍ້າໜັກຫຼາຍຂຶ້ນ ເພື່ອໃຫ້ການກໍານົດນະໂຍບາຍຂອງພາກພື້ນສອດຄ່ອງກັບຄວາມຈໍາເປັນໃນປັດຈຸບັນ ແລະ ສາມາດເຫັນຜົນໃນທາງປະຕິບັດໄດ້ຢ່າງແທ້ຈິງ,ຈາກແນວຄິດສູ່ເຄື່ອງມື ແລະຈາກຄໍາແນະນໍາສູ່ການຕັດສິນໃຈ.ນີ້ແມ່ນເສັ້ນທາງທີ່ສປປ ລາວ ກໍາລັງເດີນຢ່າງໝັ້ນຄົງ, ທັງໃນການຍົກລະດັບບົດບາດຂອງລາວໃນເວທີພາກພື້ນ ແລະ ສາກົນ, ແລະ ໃນການສ້າງພື້ນຖານທາງຄວາມຄິດທີ່ເຂັ້ມແຂງ.

ຈາກແນວຄດສນະໂຍບາຍ: ການທດຊອງທາງທ 2ຊກຍບດບາດຂອງ ສປປ ລາວ - image 1ບົດຄວາມນີ້ແມ່ນໜຶ່ງໃນຫຼາຍບົດທີ່ຖືກຈັດທໍາເພື່ອປະກອບສ່ວນໃນການສະເຫຼີມສະຫຼອງວັນການທູດລາວຄົບຮອບ 80ປີແລະ ເຫດການສໍາຄັນຂອງຊາດໃນປີ2025,ເພື່ອສະທ້ອນໃຫ້ເຫັນເສັ້ນທາງການທູດຂອງລາວທີ່ເຕີບໂຕມາພ້ອມກັບບົດບາດໃໝ່ໃນພາກພື້ນ ແລະ ສາກົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ