ໄຟຟ້າແສງຕາເວັນ ກາຍເປັນແຫຼ່ງກຳເນີດພະລັງໄຟຟ້າໃຫຍ່ອັນດັບໜຶ່ງຂອງຈີນ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ຂໍ້ມູນຫຼ້າສຸດຈາກກົມພະລັງງານແຫ່ງຊາດຈີນສະແດງໃຫ້ເຫັນວ່າ, ນັບມາຮອດທ້າຍເດືອນກໍລະກົດປີນີ້ ກຳລັງຕິດຕັ້ງໄຟຟ້າແສງຕາເວັນໃນທົ່ວປະເທດຈີນບັນລຸເຖິງ 1,286 ຕື້ກິໂລວັດ, ລື່ນກາຍໄຟຟ້າຖ່ານຫີນເປັນຄັ້ງທຳອິດ, ກາຍເປັນແຫຼ່ງກຳເນີດພະລັງໄຟຟ້າໃຫຍ່ອັນດັບໜຶ່ງຂອງຈີນຢ່າງເປັນທາງການ. ໃນກຳລັງຕິດຕັ້ງໄຟຟ້າທົ່ວປະເທດ, ໄຟຟ້າແສງຕາເວັນກວມເຖິງ 31.5%.
ປັດຈຸບັນ, ໃນແຜງຜະລິດໄຟຟ້າແສງຕາເວັນທຸກ 10 ແຜ່ນ ມີ 8 ແຜ່ນແມ່ນຜະລິດໂດຍຈີນ, ເຕັກໂນໂລຊີທີ່ເປັນຂໍກຸນແຈສຳຄັນຢູ່ໃນຖັນແຖວນຳໜ້າຂອງໂລກຢ່າງໝັ້ນທ່ຽງ. ໃນ 5 ປີຂ້າງໜ້າ, ຈີນຈະສືບຕໍ່ເພີ່ມທະວີການລົງທຶນເຂົ້າໃນອຸດສາຫະກຳໄຟຟ້າແສງຕາເວັນ, ເພື່ອເພີ່ມແຮງຂັບເຄື່ອນສີຂຽວທີ່ແຂງແຮງເຂົ້າໃນການພັດທະນາທີ່ມີຄຸນນະພາບສູງຂອງເສດຖະກິດຢ່າງຕໍ່ເນື່ອງ.
ຄໍາເຫັນ