![]() |
ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ກ່ຽວກັບການນຳໃຊ້ອຸປະ ກອນມອດໄຟປະເພດຕ່າງໆ ໂດຍສະເພາະ ການນຳໃຊ້ຖັງດັບເພີງໃຫ້ຖືກວິທີ ເຊັ່ນ: ວິທີຖອນສະຫຼັກນິລະໄພ, ການຈັບຫົວສີດໃຫ້ຖືກທິດທາງ, ການເລັງໄປຍັງແປວໄຟ ແລະ ການກົດຄັນບີບ ພ້ອມກວາດຫົວສີດໄປມາ ເພື່ອດັບແປວໄຟໃຫ້ມີປະສິດທິຜົນ. ນອກຈາກນັ້ນ, ຍັງໄດ້ຝຶກປະຕິບັດວິທີການມອດໄຟທີ່ເກີດຈາກຖັງແກັສ ໂດຍຮຽນຮູ້ວິທີການປິດວາວແກັສຢ່າງປອດໄພ, ການນຳໃຊ້ຖັງດັບເພີງໃຫ້ເໝາະສົມກັບປະເພດໄຟ, ການປະເມີນສະຖານະການກ່ອນເຂົ້າຄວບຄຸມເຫດ ແລະ ວິທີການອົບພະຍົບອອກຈາກພື້ນທີ່ເມື່ອເຫດການຢູ່ນອກເໜືອການຄວບຄຸມ.
![]() |
ການຝຶກອົບຮົມຄັ້ງນີ້, ຊ່ວຍໃຫ້ຜູ້ເຂົ້າຮ່ວມມີຄວາມຮູ້, ຄວາມເຂົ້າໃຈ ແລະ ສາມາດນຳທັກສະທີ່ໄດ້ຮຽນໄປນຳໃຊ້ໃນສະຖານະການຈິງ ເພື່ອຫຼຸດຜ່ອນຄວາມສູນເສຍຊັບສິນ ລວມທັງສ້າງຄວາມພ້ອມໃນການຮັບມື ເຫດອັກຄີໄພໄດ້ຢ່າງມີປະສິດທິຜົນ.
ຂ່າວ-ພາບ: ລີ


ຄໍາເຫັນ