![]() |
ສະຫາຍ ພົນຈັດຕະ ວາ ເພັດສະຫວ່າງ ຫຼ້າວົງຄຳ ຫົວໜ້າກົມກຳ ລັງພົນ ກົມໃຫຍ່ເສນາທິການ ໄດ້ສະເໜີຕໍ່ກອງປະຊຸມວ່າດ້ວຍການປະກອບເຄື່ອງອຸ ປະ ໂພກໃຫ້ຄູອາສາທີ່ເຂົ້າເປັນທະຫານຊຶ່ງຈະໄດ້ຮັບຊຸດລາຍສະໜາມຊຸດນາຍທະຫານຕາມລະດູການ ແລະ ຊຸດໃຫຍ່, ເສື້ອຊ້ອນ, ໂສ້ງຊ້ອນ, ເກີບ, ແຜເຊັດ, ບ່າໂລ, ຖົງຕີນ, ສາດ, ເປ້ ແລະ ອື່ນໆ ຕາມລະບຽບການ. ການສັບຊ້ອນຕຳແໜ່ງງານແມ່ນອີງໃສ່ເງື່ອນຕົວຈິງໃນໂຮງຮຽນນັ້ນໆ, ການເບີກຈ່າຍເງິນເດືອນ(ແມ່ນຈະໄດ້ຮັບຢູ່ນໍຳກອງບັນຊາການທະ ຫານເມືອງ. ໃນນີ້ຈະໄດ້ຮັບເງິນເດືອນພື້ນຖານ ຕາມຊັ້ນ ແລະ ວຸດການສຶກສາຈາກກະຊວງປ້ອງກັນປະເທດ ແລະ ຍັງຈະໄດ້ຮັບເງິນຊຸກຍູ້ການຮຽນ-ການສອນຈາກກະ ຊວງສຶກສາທິການ ແລະ ກິລາຈຳນວນໜຶ່ງ) ການຄຸ້ມຄອງຈຳນວນພົນແມ່ນໃຫ້ຂຶ້ນກັບກົມກອງເປັນຫຼັກ ແລະ ຄູອາສາເຫຼົ່ານັ້ນແມ່ນຈະໄດ້ຮັບການຝຶກອົບຮົມການທະຫານຂັ້ນພື້ນ ຖານໃນໄລຍະສັ້ນ, ຄາດວ່າຈະຈັດໃສ່ໃນໄລຍະພັກແລ້ງ. ຈາກນັ້ນແຕ່ລະພາກສ່ວນໄດ້ປະ ກອບຄຳຄິດເຫັນຢ່າງກົງໄປກົງມາ ເພື່ອຮັບ ປະກັນໜ້າວຽກໃຫ້ດຳເນີນໄປຢ່າງຖືກຕ້ອງ ແລະ ເໝາະສົມ.
![]() |
ສໍາລັບປີ 2025 ຜ່ານມາ, ກະຊວງປ້ອງກັນປະເທດໄດ້ຮັບເອົາຄູອາສາຈຳນວນ 2,000 ຄົນ ເຂົ້າມາເປັນລັດຖະ ກອນກຳລັງປ້ອງກັນ ຊາດ, ໃນນີ້ມີເພດຍິງ 1,383 ຄົນ ຊາຍ 617 ຄົນ. ປັດຈຸບັນໄດ້ຮັບການປະດັບຊັ້ນແລ້ວຕາມວຸດທິການສຶກສາ ແລະ ມີບາງກົມກອງກໍໄດ້ປະດັບທຽບຊັ້ນເປັນທີ່ຮຽບຮ້ອຍແລ້ວ.
ໂອກາດນີ້, ສະຫາຍ ປະທານໄດ້ມີຄຳເຫັນຊີ້ນຳຫຼາຍບັນຫາ ພ້ອມທັງຮຽກຮ້ອງໃຫ້ແຕ່ລະພາກສ່ວນສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ພ້ອມກັນເຮັດສຳເລັດທຸກການມອບໝາຍຂອງຂັ້ນເທິງ.
ໂດຍ: ຈິດ ເພັດພູທອງ


ຄໍາເຫັນ