ຫາລືການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ຫາລືການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ຫາລືການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ
ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ແລະ ລະນຶກວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ມີບັນຍາກາດຟົດຟື້ນ ແລະ ບັນລຸຈຸດປະສົງທີ່ກຳນົດໄວ້. ອະນຸກຳມະການໂຄສະນາ-ຂະບວນການ ແລະ ບຸກຄະລາກອນຍ້ອງຍໍໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນໃນວັນທີ 11 ມິຖຸນາ ຜ່ານມາ ທີ່ຫ້ອງປະຊຸມ ສນຊ ໂດຍການເປັນປະທານຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຫົວໜ້າອະນຸກຳມະການໂຄສະນາ-ຂະບວນການ ແລະ ບຸກຄະລາກອນ-ຍ້ອງຍໍ ໂດຍມີທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານລາວ, ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາຄະນະກຳມະການ, ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຫາລການກະກຽມສະເຫມສະຫອງວນສາງຕງແນວລາວສາງຊາດ ຄບຮອບ 75 ປ - image 1
 

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນໃນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ເພື່ອເຮັດໃຫ້ບັນດາກິດຈະກຳໄດ້ຮັບການຈັດຕັ້ງປະຕິບັດ ທ່ານໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ນອນຢູ່ໃນແຕ່ລະກິດຈະກໍາ ໃຫ້ພ້ອມກັນປຶກສາຫາລືຕາມ 5 ເນື້ອໃນ 2 ຮູບການ 8 ກິດຈະກໍາຕາມຂໍ້ຕົກລົງສະບັບເລກທີ 75/ສນຊ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ໃຫ້ມີຜົນສໍາເລັດ. ພ້ອມນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານມະຕິກ່ຽວກັບການຈັດຕັ້ງປະຕິບັດການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ສະບັບເລກທີ 116/ຄປຈ ແລະ ແຈ້ງການແນະນໍາ ສະບັບເລກທີ 30/ຄອສພ ວ່າດ້ວຍການຈັດຕັ້ງປາຖະກະຖາມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ. ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອແນໃສ່ເຮັດໃຫ້ໜ້າວຽກຂອງແຕ່ລະກິດຈະກຳມີຄວາມສອດຄ່ອງກັບຕົວຈິງ ສະເຫຼີມສະຫຼອງວັນດັ່ງກ່າວໃຫ້ເປັນຂະບວນຟົດຟື້ນ ແລະ ມີຜົນສໍາເລັດຢ່າງຈົບງາມ.

ຫາລການກະກຽມສະເຫມສະຫອງວນສາງຕງແນວລາວສາງຊາດ ຄບຮອບ 75 ປ - image 2
 

ຂ່າວ-ພາບ: ສນຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ໃນວັນທີ 27 ກໍລະກົດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ, ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ, ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ, ຮາກຖານ ເຂດເມືອງມຸນລະປາໂມກ ແຂວງຈໍາປາສັກ, ໂດຍມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ເພີ່ມເຕີມ