ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ

ຫາລືວຽກສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ

ຫາລືວຽກສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ
ກອງປະຊຸມຄະນະຊີ້ນຳລະດັບຊາດ ຄັ້ງທີ III ຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຈັດຂຶ້ນໃນວັນທີ 14 ມັງກອນ ນີ້ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຊີ້ນຳລະດັບຊາດ

 

 ສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຍົກໃຫ້ເຫັນວ່າ: ໄລຍະຜ່ານມາ ສປປ ລາວ ໄດ້ດໍາເນີນການສໍາຫຼວດພົນລະເມືອງ ທີ່ຢູ່ອາໄສທົ່ວປະເທດມາແລ້ວ 4 ຄັ້ງ ຊຶ່ງໄດ້ດຳເນີນໃນທຸກໆ 10 ປີ ເລີ່ມແຕ່ປີ 1985 ແລະ ຄັ້ງນີ້ ເປັນຄັ້ງທີ 5 ຊຶ່ງຈະໄດ້ຈັດຕັ້ງປະຕິບັດໃນປີ 2025. ການສໍາຫຼວດຄັ້ງນີ້, ແມ່ນມີຄວາມໝາຍສຳຄັນທີ່ສຸດ ໃນການເກັບກໍາຂໍ້ມູນອັນສຳຄັນ ກ່ຽວກັບຄຸນລັກສະນະຂອງພົນລະເມືອງ ແລະ ທີ່ຢູ່ອາໄສ, ສະພາບການສຶກສາ, ແຮງງານ ແລະ ຄວາມພິການ, ການຍົກຍ້າຍ, ການເກີດ, ການຕາຍ ແລະ ດ້ານສຸຂະອະນາໄມ. ຂໍ້ມູນດັ່ງກ່າວ, ຈະສາມາດສ່ອງແສງໃຫ້ເຫັນໄດ້ເຖິງການປ່ຽນແປງ ທາງດ້ານຂະໜາດ, ໂຄງປະກອບ, ການຂະຫຍາຍຕົວ ແລະ ການ ແຈກຢາຍຂອງພົນລະເມືອງ ໃນຮອບ 10 ປີຜ່ານມາ ເພື່ອປະກອບສ່ວນ ເຂົ້າໃນການສ້າງນະໂຍບາຍ ແລະ ວາງແຜນຄຸ້ມຄອງພົນລະເມືອງ. ພ້ອມທັງເປັນຂໍ້ມູນພື້ນຖານໃນການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການສ້າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ພ້ອມທັງປະກອບສ່ວນເຂົ້າໃນການຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງເປົ້າໝາຍການພັດທະນາແບບຍືນຍົງ ເພື່ອເປັນຂໍ້ມູນໃນການສ້າງບົດລາຍງານແຫ່ງຊາດ ແບບສະໝັກໃຈເຫຼັ້ມທີ 3 (VNR 3) ຂອງລັດຖະບານ. ນອກຈາກນີ້, ຂໍ້ມູນດັ່ງກ່າວ ຈະປະກອບສ່ວນເຂົ້າໃນການປະເມີນການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ເປັນຕົ້ນການຄິດໄລ່ດັດຊະ ນີຊັບສິນມະນຸດ ຊຶ່ງເປັນດັດຊະນີໜຶ່ງ ໃນສາມມາດຕະຖານຂອງການປະເມີນ ການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ (ດັດຊະນີຊັບສິນມະນຸດ ປະກອບມີ: ອັດຕາສ່ວນພົນລະເມືອງທີ່ຂາດໂພຊະນາການ, ອັດຕາການຕາຍຂອງເດັກຕໍ່າກວ່າ 5 ປີ, ອັດຕາການເຂົ້າຮຽນລວມ ໃນຊັ້ນມັດທະຍົມ ແລະ ອັດຕາການຮູ້ໜັງສືຂອງຜູ້ໃຫຍ່).

ໂອກາດດຽວກັນ, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນໃຫ້ຄະນະຊີ້ນໍາແຕ່ລະຂັ້ນ ແລະ ອໍານາດການປົກຄອງທ້ອງຖິ່ນ ຕ້ອງຖືສຳຄັນວຽກງານສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ, ຖືວຽກງານນີ້ເປັນວຽກບຸລິມະສິດ, ຖືເປັນພັນທະໜ້າທີ່ໃຫ້ການຮ່ວມມື ແລະ ຕິດຕາມຊຸກຍູ້ວຽກງານດັ່ງກ່າວເປັນປະຈຳ ເພື່ອເຮັດໃຫ້ການສຳຫຼວດ ໄດ້ຮັບຂໍ້ມູນທີ່ມີຄຸນນະພາບ ຮັບໃຊ້ເຂົ້າໃນວຽກງານຕ່າງໆ ພ້ອມນີ້, ບັນດາຂະແໜງການ ແລະ ທ້ອງຖິ່ນທຸກຂັ້ນ ຕ້ອງໄດ້ສຸມໃສ່ວຽກງານໂຄສະນາເຜີຍແຜ່ ໂດຍໃຫ້ຜັນຂະຫຍາຍແຜນໂຄສະນາ ທີ່ສູນກາງວາງອອກ ຫັນເປັນແຜນວຽກຂອງຕົນ ເພື່ອປຸກລະດົມທົ່ວປວງຊົນເຂົ້າຮ່ວມການສຳຫຼວດ, ສ້າງຄວາມເຂົ້າໃຈໃຫ້ທຸກພາກສ່ວນ ກ່ຽວກັບຄວາມສໍາຄັນຂອງຂໍ້ມູນດ້ານພົນລະເມືອງ ເພື່ອບັນລຸຈຸດປະສົງ ໃນການພັດທະນາປະເທດຊາດ. ພ້ອມກັນນີ້, ກໍໃຫ້ມີການປະສານສົມທົບ ກັບພາກສ່ວນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງຊີ້ນຳຢ່າງໃກ້ຊິດ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນສັງຄົມ ໃຫ້ໄດ້ 100% ໂດຍສະເພາະເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ; ການຈັດຫາ ແລະ ປະກອບຈຳນວນບຸກຄະລາກອນ ທີ່ຈະເປັນນັກເດີນສຳຫຼວດ ແລະ ການກວດກາ ໃຫ້ຄົບຖ້ວນຕາມແຜນທີ່ກຳນົດ ເອົາໃຈໃສ່ການຈັດຫາພະນັກງານ ທີ່ມີຄວາມຮູ້ຄວາມສາມາດ ທີ່ຈະນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ (ແທັບເລັດ) ພ້ອມກັນນັ້ນກໍໃຫ້ຄະນະຊີ້ນຳທຸກຂັ້ນ ສ້າງແຜນຢ່າງລະອຽດຄົບຖ້ວນຂອງການຝຶກອົບຮົມ ແລະ ແຜນການດຳເນີນການສຳຫຼວດຂອງຕົນ ແລະ ແຜນການລົງຕິດຕາມຊຸກຍູ້ແຕ່ຫົວທີ ເພື່ອຮັບປະກັນ ໃຫ້ການສໍາຫຼວດມີຄຸນນະພາບ ແລະ ຜົນສຳເລັດ.

(ຂ່າວ-ພາບ: ຂປລ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ວັນທີ 23 ພະຈິກນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນແຫ່ຜາສາດເຜິ້ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026 ໂດຍໄດ້ເຕົ້າໂຮມທີ່ວັດໜອງບອນ ແລ້ວແຫ່ອ້ອມກົມມະລຽນພະທາດຫຼວງ 3 ຮອບ ເພື່ອເປັນການບູຊາຄຸນພະພຸດ, ພະທໍາ ແລະ ພະສົງ ໂດຍມີຂະ ບວນແຫ່ຂອງພະສົງອອກໜ້າ ແລະ ຂະບວນແຫ່ຂອງການນໍາພັກ-ລັດ ຊຶ່ງນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນຳພັກ-ລັດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ເພີ່ມເຕີມ