ຫ້າປີບ້ານໃຫຍ່ພັດທະນາບວມເລົາ-ຜາແກ້ວສ້າງລາຍຮັບໄດ້169,33ຕື້ກວ່າກີບ

ຫ້າປີບ້ານໃຫຍ່ພັດທະນາບວມເລົາ-ຜາແກ້ວສ້າງລາຍຮັບໄດ້169,33ຕື້ກວ່າກີບ
ອົງການປົກຄອງບ້ານໃຫຍ່ພັດທະນາບວມເລົາ-ຜາແກ້ວເມືອງປາກລາຍແຂວງໄຊຍະບູລີໄດ້ດຳເນີນກອງປະຊຸມຂອງຕົນຂຶ້ນໃນວັນທີ6ທັນວາ ຜ່ານມາທີ່ສະໂມສອນໂຮງຮຽນມ.ສບວມເລົາໂດຍການເປັນປະທານຂອງທ່ານສົມມິດພິມມະສອນກໍາມະການພັກເມືອງເລຂາຄະນະພັກຮາກຖານນາຍບ້ານໆໃຫຍ່ພັດທະນາບວມເລົາ-ຜາແກ້ວໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານເພັດພິໄຊສູນວິໄລຮອງເຈົ້າແຂວງໄຊຍະບູລີ,ມີທ່ານກອງສີວົງສີກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງໆປາກລາຍ, ມີທີມງານຂອງເມືອງ, ຄະນະປົກຄອງບ້ານພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ໃນກອງປະຊຸມ,ທ່ານສົມມິດພິມມະສອນກ່າວເປີດກອງປະຊຸມຢ່າງເປັນທາງການພ້ອມທັງຜ່ານຮ່າງບົດສະຫຼຸບຈັດຕັ້ງປະຕິບັດແຜນພັດທະນາຂອງບ້ານໃນໄລຍະ5ປີຜ່ານມາພ້ອມທັງທິດທາງແຜນການ5ປີໃນຕໍ່ໜ້າຊຶ່ງທ່ານໄດ້ຍົກໃຫ້ເຫັນ: ບ້ານໃຫຍ່ພັດທະນາບວມເລົາ-ຜາແກ້ວ,ປະກອບມີ95ໜວ່ຍ, ມີ923ຄອບຄົວ,ມີພົນລະເມືອງ4.372ຄົນຍິງ2.160ຄົນ,ປະກອບມີ2ເຜົ່າຄື:ເຜົ່າລາວ4.364ຄົນຍິງ2.157, ເຜົ່າກຶມມຸ8ຄົນຍິງ3ຄົນ, ມີແຮງງານທັງໝົດ3.770ຄົນຍິງ1.885ຄົນ, ມີແຮງງານຕົ້ນຕໍທັງໝົດ2.829ແຮງງານຍິງ1.414ແຮງງານ, ແຮງງານສຳຮອງທັງໝົດ866ແຮງງານຍິງ429ແຮງງານ, ອາຊີບກະສິກໍາ865ຄອບຄົວ, ອາຊີບການຄ້າຂາຍແລະບໍລິການ36ຄອບຄົວ, ອາຊີບພະນັກງານ22ຄອບຄົວຕະຫຼອດໄລຍະ5ປີຜ່ານມາອົງການປົກຄອງບ້ານໄດ້ຊຸກຍູ້ໃຫ້ແຕ່ລະຄອບຄົວອອກແຮງພັດທະນາເສດຖະກິດ-ສັງຄົມຕິດພັນກັບການສ້າງຄອບຄົວແບບຢ່າງດ້ານຕ່າງໆເຮັດໃຫ້ບ້ານມີຄວາມສະຫງົບສຸກໂດຍພື້ນຖານແລະເສດຖະກິດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງແລະສາມາດສ້າງລາຍຮັບທັງໝົດ169,33ຕື້ກວ່າກີບສະເລ່ຍຕໍ່ຫົວຄົນບັນລຸ38,73ລ້ານກວ່າກີບ/ຄົນ/ປີທຽບໃສ່ຄາດໝາຍກອງປະຊຸມບ້ານຄັ້ງຜ່ານມາເພີ່ມຂຶ້ນ29,82ລ້ານກີບເທົ່າກັບ77,89%,ລາຍຮັບຈາກກະສິກຳ133,51ຕື້ກີບ,ຮັບຈາກຄ້າຂາຍ-ບໍລິການອື່ນໆ32,29ຕື້ກີບ,ຮັບຈາກເງິນເດືອນ5,21ຕື້ກີບສໍາລັບປີ2023ໄດ້ຮັບໂຕເລກມອບເໝົາຈັດເກັບລາຍຮັບເຂົ້າງົບປະມານທັງໝົດ1.762.613.000ກີບປະຕິບັດໄດ້1.700.613.000ລ້ານກີບເທົ່າກັບ96,48% ສາມາດບັນລຸຄອບຄົວພົ້ນທຸກຕາມມາດຕະຖານຕາມດໍາລັດ348/ນຍມີ895ຄອບຄົວເທົ່າກັບ97%,ຍັງບໍ່ທັນບັນລຸ28ຄອບຄົວເທົ່າກັບ3%.ໃນໂອກາດນີ້ຄະນະບ້ານຊຸດເກົ່າກໍໄດ້ຂຶ້ນກ່າວລາໜ້າທີ່ຈາກນັ້ນປະຊາຊົນພາຍໃນບ້ານໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບ້ານຊຸດໃໝ່ຊຶ່ງມີຜູ້ສະໝັກທັງໝົດ7ທ່ານເລືອກເອົາ5ທ່ານຜົນການປ່ອນບັດເລືອກຕັ້ງຕົວຈິງໂດຍໄດ້ເລືອກເອົາທ່ານບຸນລັ່ງທຽນສິງເປັນນາຍບ້ານ, ທ່ານເພັດສະໝອນແສງທະວີ, ທ່ານທອງໜັກແສງທອງ,ທ່ານອຸ່ນເຮືອນຄໍາອ້າຍແລະທ່ານຄໍາໝັ້ນແກ້ວມະນີເປັນຮອງນາຍບ້ານກອງປະຊຸມໄດ້ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງແລະບຸກຄະລາກອນຕາມ5ໜ່ວຍງານ17ຈຸງານ, ຮັບຮອງເອົາຂໍ້ແຂ່ງຂັນຮັກຊາດແລະພັດທະນາຂອງບ້ານ.
ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກທ່ານເພັດພິໄຊສູນວິໄລຮອງເຈົາແຂວງໄຊຍະບູລີຕື່ມອີກ. 
(ຂ່າວ-ພາບ: ກ່າຄຸດທະວົງສັກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 23 ສິງຫາ 2025. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ໄດ້ນໍາເອົາເຄື່ອງຊ່ວບເຫຼືອມາມອບໃຫ້ຫ້ອງວ່າການ ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງການ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ ແລະ ທ່ານ ຈາງຍີ້ ຮອງປະທານບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ພ້ອມດ້ວຍພາກສ່ວນທ່ກຽ່ຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ພິທີປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜູ້ປະຈຳການ ຊຶ່ງມີຕາງໜ້າຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ ຕະຫຼອດຮອດພະນັກງານທັງໝົດເຂົ້າຮ່ວມ.
ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ວັນທີ 21 ສິງຫາຜ່ານມາ, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ລົງພົບປະໂອ້ລົມ ພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ, ເມືອງໝື່ນ ແຂວງວຽງຈັນ ຕິດພັນກັບການລົງໂຄສະນາເຜີຍແຜ່ມູນເຊື້ອວັນສຳຄັນຕ່າງໆຂອງພັກ ຂອງຊາດ ຂອງແຂວງ, ມີທ່ານ ສອນໄຊ ຫຼວງອາໄພ ເລຂາພັກເມືອງໝື່ນ, ການນຳແຂວງ, ການນຳເມືອງໝື່ນ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂດດັ່ງກ່າວເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຕອນເຊົ້າວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງເຊກອງ, ບໍລິສັດ ດາກຈຶງ ສໍາຫຼວດແຮ່ທາດ ໂຄງການພັດທະນາບໍ່ແຮ່ ເຂດດາກປຣາ ເມືອງດາກຈຶງ ແຂວງເຊກອງ ໄດ້ມອບເງິນ 500 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາ ແຂວງເຊກອງ ມອບເງິນ 20 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ທີ່ຈະໄຂຂຶ້ນໃນທ້າຍເດືອນສິງຫານີ້, ໂດຍກ່າວຮັບຂອງທ່ານ ບຸນຫຼາຍ ບຸດທິ ຮັກສາການແທນເຈົ້າແຂວງເຊກອງ,.
ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຂອງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຈັດບຸນໃຫ້ເດັກນ້ອຍທີ່ເສຍຊີວິດຢູ່ໂຮງໝໍ ຈໍານວນ 36 ສົບ ໃນລະຫວ່າງ ວັນທີ 21, 22, 23 ສິງຫາ 2025 ນີ້ ທີ່ ວັດໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ເພີ່ມເຕີມ