ໂຮມຊຸມນຸມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຢ່າງຍິ່ງໃຫຍ່

ໂຮມຊຸມນຸມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຢ່າງຍິ່ງໃຫຍ່

ໂຮມຊຸມນຸມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຢ່າງຍິ່ງໃຫຍ່
ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 13 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດແບບເຊິ່ງໜ້າ ແລະ ທາງໄກ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີພະ​ເຖລາ-ນຸ​ເຖລະ, ​ບັນດາການນໍາຂັ້ນສູງ​ພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດ, ກໍາມະການແນວລາວສ້າງຊາດແຕ່ລະຂັ້ນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໂຮມຊມນມສະຫອງວນສາງຕງແນວລາວສາງຊາດ ຄບຮອບ 75 ປຢາງຍງໃຫຍ - image 1
 

ໃນພິທີ, ທ່ານ ສິນລະວົງ ຄຸດໄພທູນ ໄດ້ຂຶ້ນລາຍງານກ່ຽວກັບປະຫວັດການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດໃນແຕ່ລະໄລຍະ, ບົດຮຽນທີ່ຖອດຖອນໄດ້ ພ້ອມຍົກໃຫ້ເຫັນໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງຂອງຄະນະກໍາມະການແນວລາວສ້າງຊາດໃນສະເພາະໜ້າ.

ໂຮມຊມນມສະຫອງວນສາງຕງແນວລາວສາງຊາດ ຄບຮອບ 75 ປຢາງຍງໃຫຍ - image 2
 

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຂຶ້ນກ່າວສູນທອນພົດບາງຕອນສໍາຄັນວ່າ: ເມື່ອຫວນຄືນປະຫວັດສາດ ແລະ ຄວາມເປັນມາອັນຍາວນານຂອງຊາດລາວ, ປະເທດຊາດຂອງພວກເຮົາໄດ້ຜ່ານຍຸກສະໄໝທີ່ມີທັງຄວາມຮຸ່ງ ເຮືອງສີວິໄລ ແລະ ໄລຍະສູນເສຍເອກະລາດ, ຕົກເປັນເມືອງສ່ວຍ-ເມືອງຂຶ້ນຂອງຕ່າງຊາດ ແລະ ລະບອບການປົກ ຄອງທີ່ເຕັມໄປດ້ວຍການກົດຂີ່ຂົ່ມເຫັງມາເປັນເວລາຫຼາຍສະຕະວັດ, ແຕ່ຊົນຊາດລາວເປັນຊົນຊາດໜຶ່ງທີ່ເຕັມໄປດ້ວຍຄວາມຮັກເຊື້ອແພງຊາດອັນດູດດື່ມ, ມີຄວາມສາມັກຄີປອງດອງ ໄດ້ຮ່ວມແຮງຮ່ວມໃຈກັນປົກປັກຮັກສາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງຕົນ, ເດັດດ່ຽວຕໍ່ສູ້ບໍ່ຍອມຈໍານົນຕ້ານການຮຸກຮານ, ການຢຶດຄອງຂອງສັກດີນາຕ່າງດ້າວ ແລະ ຈັກກະພັດລ່າເມືອງຂຶ້ນ, ເກີດມີຂະບວນການຕໍ່ສູ້ຂອງປະຊາຊົນເຜົ່າຕ່າງໆຢ່າງເນື່ອງນິດລຽນຕິດ, ແຕ່ຂະບວນການຕໍ່ສູ້ເຫຼົ່ານັ້ນລ້ວນແຕ່ຖືກປາບປາມລົງຍ້ອນບໍ່ທັນມີການຈັດຕັ້ງແນວໂຮມຂອງປະເທດຊາດ ທີ່ມີຄັນທຸງອັນແຂງແຮງໜັກແໜ້ນທີ່ສາມາດເຕົ້າໂຮມກໍາລັງແຮງໄດ້ຢ່າງກວ້າງຂວາງ, ບໍ່ທັນມີພັກປະຕິວັດນໍາພາ ແລະ ບໍ່ທັນສ້າງກໍາລັງປະກອບອາວຸດທີ່ເຂັ້ມແຂງຂຶ້ນໄດ້.

ໂຮມຊມນມສະຫອງວນສາງຕງແນວລາວສາງຊາດ ຄບຮອບ 75 ປຢາງຍງໃຫຍ - image 3
 

ທ່ານ ທອງລຸນ ສີສຸລິດ ຍັງເນັ້ນໜັກຕໍ່ວຽກງານແນວໂຮມ ຕ້ອງໄດ້ເອົາໃຈໃສ່ສືບຕໍ່ຍົກສູງຄັນທຸງເຕົ້າໂຮມຄວາມສາມັກຄີ, ຄວາມເປັນປຶກແຜ່ນແໜ້ນໜາຂອງປວງຊົນທັງຊາດ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວອິດສະຫຼະ, ແນວລາວຮັກຊາດໂດຍສະເພາະມູນເຊື້ອໃກ້ຊິດຕິດແທດກັບປະຊາຊົນ ແລະ ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ ເພື່ອປຸກລະດົມກໍາລັງແຮງທົ່ວສັງຄົມ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເຊີດຊູສະຕິຊາດ ເອກະພາບເປັນອັນໜຶ່ງອັນດຽວ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດ ຊອບຂອງຄົນລາວຕໍ່ຊາຕາກໍາຂອງປະເທດຊາດ, ບໍ່ໃຫ້ອິດທິກຳລັງໃດໆມາມ້າງເພ ແລະ ທໍາລາຍໄດ້; ຕ້ອງປັບປຸງສິດໜ້າທີ່ ແລະ ກົນໄກການເຄື່ອນໄຫວເຮັດວຽກຂອງແນວລາວສ້າງຊາດໃຫ້ກວ້າງຂວາງ, ກວມລວມ, ສອດຄ່ອງກວ່າເກົ່າ; ຄະນະພັກ, ອໍານາດການປົກຄອງ ແລະ ຂະແໜງການທຸກຂັ້ນ ຕ້ອງເພີ່ມທະວີການນໍາພາຂອງຕົນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວປະຕິບັດພາລະບົດບາດ, ໜ້າທີ່ຂອງແນວລາວສ້າງຊາດໃຫ້ດີຂຶ້ນກວ່າເກົ່າ, ຮ່ວມມືກັບກະຊວງ, ອົງການສູນກາງ, ອົງການປົກຄອງທ້ອງຖິ່ນ, ອົງການພາຄີ ແລະ ອົງການຈັດຕັ້ງສັງຄົມເພື່ອຊ່ວຍໜູນຊຶ່ງກັນ ແລະ ກັນ, ພ້ອມກັນຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ, ມະຕິ, ຄໍາສັ່ງຕ່າງໆ ຂອງພັກ, ຂອງລັດ ແລະ ໃນການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ, ການປັບປຸງກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ສົ່ງເສີມໃຫ້ປະຊາຊົນລາວເຮົາຮູ້ທໍາມາຫາກິນ, ດໍາລົງຊີວິດ ແລະ ມີວິຖີຊີວິດໃໝ່ທີ່ກ້າວໜ້າ, ຮູ້ພັດທະນາ, ຮູ້ຜະລິດເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ແຂງແຮງ ແລະ ພົ້ນເດັ່ນກວ່າເກົ່າ; ແນວລາວສ້າງຊາດຂັ້ນຕ່າງໆ ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງ ແລະ ຍົກສູງຄຸນນະພາບການ ເຄື່ອນໄຫວຂອງຕົນ, ສ້າງການຫັນປ່ຽນດ້ານເນື້ອໃນ, ຮູບການ ແລະ ວິທີການປຸກລະດົມຂົນຂວາຍປະຊາຊົນ, ຊັ້ນຄົນຕ່າງໆໃຫ້ມີຫຼາຍຮູບຫຼາຍສີ ແລະ ທັນກັບຍຸກສະໄໝ ແນໃສ່ຈັດຕັ້ງປະຕິບັດມະຕິຂອງສູນກາງພັກ, ລັດຖະບານ ກໍຄືຄະນະພັກ-ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການໃຫ້ມີປັດໄຈໃໝ່ທີ່ສູງເດັ່ນຂຶ້ນ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ຕ້ອງຢຶດໝັ້ນ ແລະ ເສີມຂະຫຍາຍຄຸນລັກສະນະສະເພາະຂອງກໍາມະການ ແລະ ພະນັກງານແນວລາວສ້າງຊາດຕາມເນື້ອໃນ 4 ເສີມສ້າງທີ່ບັນດາສະຫາຍວາງອອກຄື: 1) ເສີມສ້າງຄວາມສາມັກຄີ, 2) ເສີມສ້າງຄຸນງາມຄວາມດີ, 3) ເສີມສ້າງຄຸນວຸດທິ ແລະ 4) ເສີມສ້າງຄຸນນະທໍາ. ນີ້ແມ່ນມູນເຊື້ອຕົວຈິງທີ່ມີຊີວິດຊີວາຂອງອົງການແນວລາວສ້າງຊາດ; ເພີ່ມທະວີການປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ບົນພື້ນຖານກົດໝາຍ ແລະ ລະບຽບການທີ່ກຳນົດໄວ້, ໂດຍສະເພາະແມ່ນຜັນຂະຫຍາຍມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ປຸກລະດົມປະຊາຊົນສ້າງວິຖີຊີວິດ, ແບບແຜນການດໍາລົງຊີວິດແບບໃໝ່, ຮູ້ທໍາມາຫາກິນ, ຮູ້ນໍາໃຊ້ທ່າແຮງຂອງແຕ່ລະທ້ອງຖິ່ນຂອງແຕ່ລະຄອບຄົວ; ສືບຕໍ່ຈັດຕັ້ງປະຕິບັດໂຄງການ “ສ້າງກອງທຶນບ້ານສາມັກຄີ ແລະ ພັດທະນາ” ດ້ວຍຮູບແບບການຮ່ວມມືລະຫວ່າງແນວລາວສ້າງຊາດ, ນັກທຸລະກິດ ແລະ ປະຊາຊົນ ຫຼືຮູບແບບການສ້າງຕັ້ງລັດວິສາຫະກິດ ແລະ ມູນນິທິ, ລະດົມກໍາລັງແຮງໃນສັງຄົມເພື່ອຊ່ວຍແກ້ໄຂຄວາມທຸກຍາກ ແລະ ພັດທະນາເຂດຫ່າງໄກສອກຫຼີກທີ່ຍັງມີຄວາມຫຍຸ້ງຍາກ; ແນວລາວສ້າງຊາດແຕ່ລະຂັ້ນຕ້ອງສືບຕໍ່ເພີ່ມທະວີບົດບາດຕິດຕາມ, ກວດກາສຽງສະທ້ອນຂອງສັງຄົມກ່ຽວກັບການປະຕິບັດແນວທາງ, ນະໂຍບາຍ, ກົດໝາຍ ແລະ ລະບຽບການ ກໍຄືຕໍ່ການເຄື່ອນໄຫວປະຕິບັດພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງອົງການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນຢູ່ຂັ້ນຕ່າງໆ; ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສ້າງເງື່ອນໄຂຊຸກຍູ້ໃຫ້ປະຊາຊົນ ໄດ້ມີສ່ວນຮ່ວມໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃຫ້ຫຼາຍຂຶ້ນຕາມທິດທີ່ວ່າທຸກໆວຽກຕ້ອງ "ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາ, ປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ, ປະຊາຊົນຕິດຕາມ ກວດກາ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດຢ່າງຊອບທໍາ” ໃນຂະນະດຽວກັນນັ້ນ, ຕ້ອງເພີ່ມທະວີບົດບາດຂອງສື່ມວນຊົນລາວໃນການເຮັດໜ້າທີ່ຕິດຕາມ, ກວດກາ ການປະຕິບັດແນວທາງ, ນະໂຍບາຍ, ລັດຖະທໍາມະນູນ, ບັນດາກົດໝາຍຂອງອົງການຈັດຕັ້ງໃນລະບົບການເມືອງ, ການຈັດຕັ້ງສັງຄົມ, ພະນັກງານ, ສະມາຊິກພັກໃຫ້ແຂງແຮງ, ຊັດເຈນ, ວ່ອງໄວ ແລະ ສ້າງສັນ ຈຶ່ງເຮັດໃຫ້ວຽກງານມະຫາຊົນຂອງພັກເຮົາມີຊີວິດຊີວາ, ໜັກແໜ້ນ ແລະ ຖືກທິດ; ສືບຕໍ່ເພີ່ມທະວີການເຄື່ອນໄຫວການທູດປະຊາຊົນ ກໍຄືເປີດກວ້າງການຮ່ວມມືສາກົນ ໂດຍສະເພາະອົງການແນວໂຮມຂອງບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດເພື່ອນບ້ານເພື່ອປະກອບສ່ວນເຂົ້າໃນການເສີມສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອການພັດທະນາ; ສົ່ງເສີມການໄປມາຫາສູ່ລະຫວ່າງປະຊາຊົນໃຫ້ຖືກຕ້ອງຕາມລະບຽບ ເພື່ອແລກປ່ຽນວັດທະນະທໍາ, ດຶງດູດການລົງທຶນ, ການຄ້າ ແລະ ການທ່ອງທ່ຽວໃຫ້ນັບມື້ນັບຫຼາຍຂຶ້ນ; ສືບຕໍ່ເຕົ້າໂຮມຂົນຂວາຍ ແລະ ສ້າງເງື່ອນໄຂໃຫ້ຄົນລາວຢູ່ຕ່າງປະເທດທີ່ມີຈິດໃຈຮັກເຊື້ອແພງຊາດ ອວ່າຍໜ້າມາຫາປະເທດຊາດເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ພ້ອມກັນນັ້ນ, ເອົາໃຈໃສ່ປຸກລະດົມຊາວຕ່າງດ້າວ ຊາວຕ່າງປະເທດທີ່ດຳລົງຊີວິດ, ທໍາມາຫາກິນ ແລະ ປະຕິບັດໜ້າທີ່ຢູ່ສປປ ລາວໃຫ້ຮັບຮູ້, ເຂົ້າໃຈ ແລະ ເຄົາລົບລະບຽບກົດໝາຍ, ວັດທະນະທໍາຮີດຄອງປະເພນີອັນດີງາມຂອງລາວ ແລະ ມີຄວາມສາມັກຄີກັບປະຊາຊົນລາວບັນ ດາເຜົ່າ ທັງປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາສປປ ລາວໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ພັກເຮົາຍາມໃດກໍໃຫ້ຄວາມສໍາຄັນ ແລະ ຖືວຽກງານແນວໂຮມ ເປັນພື້ນຖານໃນການເຄື່ອນໄຫວນໍາພາຂອງຕົນ, ດັ່ງທັດສະນະທີ່ວ່າ: "ພາລະກິດປະຕິວັດ ຍາມໃດກໍແມ່ນພາລະກິດຂອງມະຫາຊົນ, ຕ້ອງຖືມະຫາຊົນເປັນກົກ ແລະ ເປັນຈຸດເລີ່ມ, ເປັນເປົ້າໝາຍວຽກງານມະຫາຊົນຂອງພັກ ແມ່ນວຽກງານສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ແລະ ແມ່ນການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ". ເພື່ອສືບຕໍ່ເສີມຂະຫຍາຍພາລະກຳປະ ຫວັດສາດອັນຍິ່ງໃຫຍ່, ມູນເຊື້ອອັນສະຫງ່າລາສີຂອງ “ແນວລາວອິດສະຫຼະ”, “ແນວລາວຮັກຊາດ” ແລະ “ແນວລາວສ້າງຊາດ”, ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ, ທຸກສາສະໜາ, ທຸກສາຂາອາຊີບ ແລະ ທຸກເພດ, ໄວ ແລະ ອື່ນໆຈົ່ງເຊີດຊູຈິດໃຈຮັກຊາດ, ເສີມຂະຫຍາຍມູນເຊື້ອສາມັກຄີເປັນປຶກແຜ່ນ, ຊ່ວຍເຫຼືອ, ເອື້ອເຟື້ອເພື່ອແຜ່, ຕື່ນຕົວເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວເດັ່ນ

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 3 ​ທັນວາ 2025, ທີ່ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ(Marta Ayala Ávila), ກໍາມະການກົມການເມືອງສູນກາງພັກ, ອໍານວຍການໃຫຍ່ສູນວິສາວະກໍາກຳມະພັນ ແລະ ເຕັກໂນໂລຊີຊີວະພາບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດແຫ່ງ ສ.ກູບາ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-3 ທັນວາ 2025.
ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ໃນວັນທີ 2 ທັນວາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນ ຣັດເຊຍ ປະທານສະມາຄົມມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີ.
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ໃນວັນທີ 2 ທັນວານີ້, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ກຳປູເຈຍ ໃນໂອກາດເດີນທາງມາຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ເປີດການນຳໃຊ້ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ພິທີເປີດການນຳໃຊ້ສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 2 ທັນວານີ້ ທີ່ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ,ສະຫາຍ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດ ຫວຽດນາມ,ບັນດາກະຊວງ, ອົງການຂອງລາວ ແລະ ຫວຽດນາມ ແລະ ຊາວໜຸ່ມເຍົາວະຊົນເຂົ້າຮ່ວມ.
ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ  ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ  ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ  (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

- ບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ທີ່ນັບຖື, - ບັນດາສະຫາຍສະມາຊິກພັກ, ພະນັກງານອາວຸໂສ ໃນທົ່ວປະເທດ, - ແຂກຕ່າງປະເທດ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ,ທ່ານຍິງ, ທ່ານຊາຍທີ່ມີກຽດ, - ພີ່ນ້ອງຮ່ວມຊາດ, ເພື່ອນມິດທີ່ຮັກແພງທັງຫຼາຍ. ມື້ນີ້, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວລາວສ້າງຊາດ, ກໍາລັງປະກອບອາວຸດ ແລະ ປວງຊົນລາວ ໄດ້ຮ່ວມເປັນຈິດໜຶ່ງໃຈດຽວ ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ຂຶ້ນ ໃນສະຖານທີ່ອັນສັກກາລະບູຊາ ແລະ ທີ່ຕິດພັນກັບບັນດາເຫດການປະຫວັດສາດດ້ານການເມືອງ, ວັດທະນະທໍາ, ສັງຄົມຂອງຊາດລາວເຮົາແຫ່ງນີ້ ເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.
ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ພິທີໂຮມຊຸມນຸມໃຫຍ່ ແລະ ການສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 – 2 ທັນວາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນຕອນເຊົ້າວັນທີ 2 ທັນວານີ້ ທີ່ສະໜາມຫຼວງ (ເດີ່ນພະທາດຫຼວງວຽງຈັນ), ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ມີບັນດາການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຕົວແທນຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຕົວແທນນັກຮົບເກົ່າປະຕິວັດ, ຜູ້ຊົງຄຸນນະວຸດທິ, ຕົວແທນບັນດາເຜົ່າ, ຕົວແທນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ມວນຊົນຊາວນະຄອນຫຼວງ ກໍຄືປະຊາຊົນລາວບັນດາເຜົ່າ.
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ເພີ່ມເຕີມ