ຮອງເຈົ້າແຂວງຜົ້ງສາລີຊຸກຍູ້ບັນດາກິດຈະການທີ່ຈັດຕັ້ງປະຕິບັດຢູ່ເມືອງບຸນເໜືອ

ຮອງເຈົ້າແຂວງຜົ້ງສາລີຊຸກຍູ້ບັນດາກິດຈະການທີ່ຈັດຕັ້ງປະຕິບັດຢູ່ເມືອງບຸນເໜືອ
ວັນທີ 26 ຕຸລາ ຜ່ານມາ, ທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງຜົ້ງສາລີ ຜູ້ຊີ້ນໍາຂົງເຂດເສດຖະກິດ-ຂັ້ນແຂວງ, ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງຂົງເຂດເສະຖະກິດຂັ້ນແຂວງ ຂັ້ນເມືອງ ໄດ້ລົງຊຸກຍູ້ການບັນດາກິດຈະການທີ່ຈັດຕັ້ງປະຕິບັດຢູ່ເມືອງບຸນເໜືອ ໂດຍສະເພາະແມ່ນ ການລ້ຽງໄກ່ໄຂ່ ຂອງບໍລິສັດ ສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈຳກັດຜູ້ດຽວ ແລະ ໂຮງສີໝາກເດືອຍ ຂອງບໍລິສັດ ຢຸນເວີນ ຮຸ້ນສ່ວນຈຳກັດ ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງບຸນເໜືອພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມຕິດຕາມ.
ກິດຈະການການລ້ຽງໄກ່ໄຂ່ ຂອງບໍລິສັດ ສຸກຈະເລີນຟາມລ້ຽງໄກ່ຄົບວົງຈອນ ຈຳກັດຜູ້ດຽວ ແມ່ນໄດ້ດຳເນີນກິດຈະການໃນຕົ້ນເດືອນກໍລະກົດ ປີ 2022 ໃນໄລຍະຜ່ານມາທາງບໍລິສັດ ໄດ້ມີການກະກຽມ ແລະ ດຳເນີນການບຸກເບີກພື້ນຖານໂຄງລ່າງໂດຍສະເພາະແມ່ນ: ບຸກເບີກພື້ນທີ່, ກໍ່ສ້າງເສັ້ນທາງ ເຂົ້າຟາມ, ກໍ່ສ້າງຄອກລ້ຽງໄກ່ແບບເຄິ່ງຖາວອນ-ແບບຖາວອນ ແລະ ນຳເຂົ້າໄກ່ພັນໄຂ່ຈາກປະເທດໄທ (ເປັນໄກ່ພັນໄຂ່ໄຮບຣິດ). ມາຮອດປັດຈຸບັນໄດ້ສໍາເລັດການສ້າງຄອກໄກ່ໄຂ່ແບບເຄິ່ງຖາວອນ ຂະໜາດ 8x25 ແມັດ ຈໍານວນ 1 ຫຼັງ ບັນຈຸໄກ່ໄດ້ 500 ໂຕ, ສ່ວນການລ້ຽງໄກ່ໄຂ່ໃນໄລຍະ 3 ເດືອນຜ່ານມາ ການໃຫ້ຜົນຜະລິດ ໄຂ່ແມ່ນຢູ່ອັດຕາສ່ວນ ປະມານ 88,5% ສະເລ່ຍ 11.700 ໜ່ວຍຕໍ່ເດືອນ (ສະເລ່ຍໃຫ້ໄຂ່ 390 ໜ່ວຍຕໍ່ມື້) ສະເລ່ຍ ລາຍຮັບ 21 ລ້ານກີບຕໍ່ເດືອນ ແລະ ລາຍຈ່າຍສະເລ່ຍ 16 ລ້ານກີບຕໍ່ເດືອນ, ພ້ອມກັນນັ້ນທາງບໍລິສັດກຳລັງ ກໍ່ສ້າງຟາມໄກ່ໄຂ່ທີ່ສາມາດບັນຈຸໄກ່ໄຂ່ 10.000 ໂຕ ເພື່ອສາມາດສະໜອງໄກ່ໄຂ່ຢູ່ພາຍໃນເທດສະບານເມືອງບຸນເໜືອ, ຢູ່ໃນເມືອງຂອງແຂວງ ແລະ ບ່ອນອື່ນໆ (ສຳລັບແຜນການນໍາເຂົ້າໄກ່ພັນໄຂ່ໃນທ້າຍເດືອນ 12 ປີ 2023 ແມ່ນຈຳນວນ 2.000 ໂຕ ແລະ ໄດ້ສ້າງຟາມລ້ຽງໄກ່ຊີ້ນ 3 ສາຍພັນນັ້ນ ທີ່ສາມາດບັນຈຸໄດ້ 500 ໂຕ ແລະ ສ້າງໂຮງລູກໄກ່ ເພື່ອລອງ ແລະ ຂະຫຍາຍ ແນວພັນໄກ່ 3 ສາຍພັນ ເພື່ອສະໜອງຊີ້ນໄກ່ຢູ່ພາຍໃນເມືອງບຸນເໜືອ ກໍຄືພາຍໃນແຂວງ ແລະ ອື່ນໆຕາມຄວາມ ຕ້ອງການຂອງຕະຫຼາດ. ຈາກນັ້ນ ທ່ານຮອງເຈົ້າແຂວງ ພ້ອມດ້ວຍຄະນະໄດ້ໄປເບິ່ງໂຮງສີໝາກເດືອຍ ຂອງບໍລິສັດ ຢຸນເວີນ ຮຸ້ນສ່ວນຈຳກັດ ຊຶ່ງໂຮງງານດັ່ງກ່າວ ເລີ່ມດຳເນີນແຕ່ 2008-2009 ໂດຍຮ່ວມກັບບໍລິສັດອື່ນສົ່ງເສີມປູກໃນຮູບແບບ 2+3 ແລະ ເກັບຊື້ ເພື່ອສົ່ງອອກໄປຈີນ, ຕໍ່ມາໄດ້ລົງທຶນຮ່ວມ ກັບນັກທຸລະກິດຈີນ ສ້າງຕັ້ງເປັນບໍລິສັດສົ່ງເສີມກະສິກຳໄດ້ສົ່ງເສີມປູກ ແລະ ເກັບຊື້ໝາກເດືອຍ ໃນ 40 ກວ່າ ບ້ານເປົ້າໝາຍ ຢູ່ເມືອງບຸນເໜືອ ເຊັ່ນ: ບັນດາບ້ານເທດສະບານ ແລະ 5 ກຸ່ມຄື: ກຸ່ມບ້ານຍໍ້, ຕອນຊາຍ ບ້ານນໍ້າລູ, ພຽງຊາຍ ແລະ ງາຍເໜືອ ໃນແຕ່ລະປີໄດ້ລົງທຶນ ສົ່ງເສີມປູກຢ່າງໜ້ອຍ 30 ບ້ານ, ໃນເນື້ອທີ່ປະມານ 500-800 ເຮັກຕາ ສະເລ່ຍໄດ້ຮັບຜົນຜະລິດ 1 ພັນກວ່າໂຕນ, ນອກຈາກນີ້ໄດ້ສົ່ງເສີມ ປູກ ແລະ ເກັບຊື້ຕື່ມອີກ 5 ເມືອງ ສະເລ່ຍໄດ້ຮັບຜົນຜະລິດທັງໝົດປະມານ 2 ພັນກວ່າໂຕນ; ມາຮອດຕົ້ນປີ 2021 ໄດ້ສ້າງຕັ້ງໂຮງແກະໝາກເດືອຍ ໃນມູນຄ່າ 12 ຕື້ກວ່າກີບ ແລະ ປີ 2022 ໄດ້ເລີ່ມແກະໝາກເດືອຍ, ໝາກເດືອຍທີ່ນຳມາແກະ 2 ພັນໂຕນໄດ້ 1 ພັນໂຕນເຄິ່ງສຳເລັດຮູບ (ຜົນຜະລິດທີ່ແກະອອກຈາກໂຮງງານໃນປີ 2022 ແມ່ນໄດ້ສົ່ງອອກໄດ້ 1 ພັນກວ່າໂຕນ), ຄວາມສາມາດຂອງໂຮງແກະໝາກເດືອຍສະເລ່ຍ 60-70 ໂຕນ/ມື້, ຄວາມຕ້ອງການຜົນຜະລິດຂອງໂຮງແກະໝາກເດືອຍປະມານ 10 ພັນໂຕນ/ປີ; ມາຮອດປັດຈຸບັນໂຮງແກະໝາກເດືອຍມີກຳມະກອນ 16 ຄົນ, ຄາດຄະເນໃນປີ 2023 ຈະເກັບຊື້ ແລະ ມີຜົນຜະລິດ ມາປ່ອນໂຮງແກະໝາກເດືອຍໄດ້ຈຳນວນ 3 ພັນໂຕນ ລາຄາເກັບຊື້ 11 ພັນກີບ/ກິໂລ, ຈະສ້າງລາຍຮັບໃຫ້ປະຊາຊົນຄິດໄລ່ເປັນເງິນ 30 ຕື້ ກວ່າກີບ. (ຂ່າວ-ພາບ: ແສງຄຳ ສາລີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ຕອນເຊົ້າວັນທີ່ 22 ສີງຫານີ້, ອົງການປົກຄອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2568 ຄສ 2025, ມີທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ-ເມືອງ, ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 23 ສິງຫາ 2025. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ໄດ້ນໍາເອົາເຄື່ອງຊ່ວບເຫຼືອມາມອບໃຫ້ຫ້ອງວ່າການ ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງການ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ ແລະ ທ່ານ ຈາງຍີ້ ຮອງປະທານບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ພ້ອມດ້ວຍພາກສ່ວນທ່ກຽ່ຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ພິທີປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜູ້ປະຈຳການ ຊຶ່ງມີຕາງໜ້າຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ ຕະຫຼອດຮອດພະນັກງານທັງໝົດເຂົ້າຮ່ວມ.
ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ວັນທີ 21 ສິງຫາຜ່ານມາ, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ລົງພົບປະໂອ້ລົມ ພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ, ເມືອງໝື່ນ ແຂວງວຽງຈັນ ຕິດພັນກັບການລົງໂຄສະນາເຜີຍແຜ່ມູນເຊື້ອວັນສຳຄັນຕ່າງໆຂອງພັກ ຂອງຊາດ ຂອງແຂວງ, ມີທ່ານ ສອນໄຊ ຫຼວງອາໄພ ເລຂາພັກເມືອງໝື່ນ, ການນຳແຂວງ, ການນຳເມືອງໝື່ນ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂດດັ່ງກ່າວເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຕອນເຊົ້າວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງເຊກອງ, ບໍລິສັດ ດາກຈຶງ ສໍາຫຼວດແຮ່ທາດ ໂຄງການພັດທະນາບໍ່ແຮ່ ເຂດດາກປຣາ ເມືອງດາກຈຶງ ແຂວງເຊກອງ ໄດ້ມອບເງິນ 500 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາ ແຂວງເຊກອງ ມອບເງິນ 20 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ທີ່ຈະໄຂຂຶ້ນໃນທ້າຍເດືອນສິງຫານີ້, ໂດຍກ່າວຮັບຂອງທ່ານ ບຸນຫຼາຍ ບຸດທິ ຮັກສາການແທນເຈົ້າແຂວງເຊກອງ,.
ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເພີ່ມເຕີມ