ທ່ານ ສີທັດ ແກ້ວສົມສຸກ ນາຍບ້ານໆລ້ອງຄາວ ໄດ້ລາຍງານການພັດທະນາເສດຖະກິດສັງຄົມແລະ ໄພພິບັດຂອງບ້ານ ຊຶ່ງໄດ້ຍົກໃຫ້ເຫັນບ້ານລ້ອງຄາວມີ 150 ຫຼັງຄາເຮືອນ, ມີ 191 ຄອບຄົວ, ມີ 764 ຄົນ ຍິງ 347 ຄົນ. ໃນວັນທີ 27 ເມສາຜ່ານມາ ໄດ້ມີລົມພັດແຮງ (ພະຍຸ) ພັດເຂົ້າບ້ານ ໄດ້ເຮັດໃຫ້ຈຳນວນ 10 ຄອບຄົວ ໄດ້ຮັບຜົນກະທົບ ເປັນຕົ້ນແມ່ນ: ເຮືອນເປ່ເພ, ຄອກງົວ - ຄວາຍ, ເຫຼົ້າເຂົ້າ,ຖຽງນາ ແລະ ອື່ນໆເປ່ເພເສຍຫາຍ ມີມູນຄ່າຜົນເສຍຫາຍປະມານ 20 ລ້ານກີບ. ໃນໂອກາດນີ້, ພໍ່ແມ່ປະຊາຊົນພາຍໃນບ້ານກໍໄດ້ສະເໜີຂໍໃຫ້ຂັ້ນເທິງຊ່ວຍສ້ອມແປງເສັ້ນທາງເຂົ້າບ້ານໃຫ້ທຽວໄດ້ສອງລະດູ, ກໍ່ສ້າງຂົວອູ່ຂ້າມນ້ຳຄານເພື່ອເຊື່ອມຕໍ່ລະຫວ່າງຕໍ່ບ້ານ ແລະ ໄຟຟ້າ, ເພື່ອເຮັດໃຫ້ນັກຮຽນມາເຂົ້າໂຮງຮຽນມີຄວາມປອດໄພ, ການນຳສົ່ງຄົນເຈັບໄປສຸກສາລາ ຫຼື ໂຮງໝໍທັນເວລາ.
(ຂ່າວ: ບຸນມີ ແສງທຸມມີ)
ຄໍາເຫັນ