ຮອງຫົວໜ້າ ຄອສພ ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ

ຮອງຫົວໜ້າ ຄອສພ ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ

ຮອງຫົວໜ້າ ຄອສພ ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ
ໃນວັນທີ 2 ກຸມພາ ຜ່ານມານີ້, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລ ຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ, ໂດຍ ທ່ານ ວັນໄຊ ເງຍຈັນທະສອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ ພ້ອມດ້ວຍຄະນະພັກ, ຄະນະນຳ, ສະມາຊິກພັກ ແລະ ພະນັກງານໃຫ້ການຕ້ອນຮັບ ທີ່ສຳນັກງານໂຄສະນາອົບຮົມແຂວງບໍລິຄຳໄຊ.
ຮອງຫວໜາ ຄອສພ ເຮດວຽກຮວມກບຄະນະໂຄສະນາອບຮມແຂວງບລຄຳໄຊ - image 1
 

ທ່ານ ວັນໄຊ ເງຍຈັນທະສອນ ໄດ້ລາຍງານຫຍໍ້ສະພາບການຈັດຕັ້ງປະຕິບັດ ວຽກງານໂຄສະ ນາອົບຮົມ ໃນໄລຍະ 1 ປີຜ່ານມາວ່າ: ຄະນະໂຄສະນາອົບຮົມແຂວງແມ່ນອົງການຈັດຕັ້ງໜຶ່ງ ຊຶ່ງມີຖາ ນະທຽບເທົ່າກັບພະແນກການ - ອົງການຈັດຕັ້ງຕ່າງໆຂັ້ນແຂວງມີພາລະບົດບາດ, ໜ້າທີ່ເປັນເສນາທິການ ດ້ານວຽກງານການເມືອງ - ແນວຄິດ, ທິດສະດີຂອງພັກໃຫ້ແກ່ຄະນະປະຈໍາພັກແຂວງໃນການຈັດຕັ້ງຄົ້ນ ຄວ້າ, ເຜີຍແຜ່-ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍແນວທາງ-ນະໂຍບາຍ, ມະຕິ, ຄໍາສັ່ງຂອງ ພັກ-ລັດວາງອອກ ໃນແຕ່ລະໄລຍະ, ພ້ອມທັງຕິດຕາມ, ເກັບກໍາສະພາບແນວຄິດ ຈິດໃຈ-ຫາງສຽງສັງຄົມ ທົ່ວແຂວງ, ເພື່ອຮັບຮູ້ຕໍ່ການປະຕິບັດແນວທາງ-ນະໂຍບາຍ, ລະບຽບກົດໝາຍ, ດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ ເພື່ອສັງລວມ-ລາຍງານໃຫ້ຄະນະພັກຂັ້ນເທິງ, ພາຍຫຼັງໄດ້ປະກາດໂອນ ມອບ-ຮັບ ໃນວັນທີ 14 ສິງຫາ 2025 ຜ່ານມາ, ພະນັກງານພາຍໃນ ຄະນະໂຄສະນາອົບຮົມແຂວງເພີ່ມເປັນ 51 ຄົນ ຍິງ 24 ຄົນ. ປະກອບມີ 5 ຂະແໜງການຄື: ຂະແໜງໂຄສະນາ, ຂະແໜງອົບຮົມ, ຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ, ຂະແໜງສື່ມວນຊົນ ແລະ ຂະແໜງບໍລິຫານ, ໃນນັ້ນດ້ານວິຊາສະເພາະ, ຂະແໜງໂຄ ສະນາ, ໄດ້ເອົາໃຈໃສ່ໃນການຈັດຕັ້ງເຜີຍແຜ່-ເຊື່ອມຊຶມ ແລະ ຜັນຂະຫຍາຍບັນດາມະຕິກອງປະຊຸມ ໃຫຍ່ທີ່ສຳຄັນຂອງພັກ, ຈັດໂຄສະນາ-ປາຖະກະຖາວັນປະຫວັດສາດທີ່ສຳຄັນຂອງພັກ-ຂອງຊາດ ຂອງ ສາກົນ ລວມທົ່ວແຂວງໄດ້ 155 ຄັ້ງ ມີຜູ້ເຂົ້າຮ່ວມ 44,697 ເທື່ອຄົນ, ໃນນັ້ນ, ຂະແໜງສື່ມວນຊົນ, ໄດ້ເຄື່ອນໄຫວຢ່າງແຂງແຮງໃນການປະຕິບັດໜ້າທີ່ສື່ມວນຊົນເປັນຕົ້ນແມ່ນຄຸ້ມຄອງ - ນໍາໃຊ້ພາຫະນະສື່, ຕິດຕາມເກັບກຳຂ່າວ-ຂຽນຂ່າວ ບົດຕ່າງໆ ອອກສື່ທາງວິທະຍຸ, ໂທລະພາບ, ໜັງສືພິມ, ວາລະສານ, ເວັບໄຊ, ເຟສບຸກ ໄດ້ 1,311 ຂ່າວ, ຂ່າວມົ້ງສົ່ງໃຫ້ໂທລະພາບແຫ່ງຊາດ 516 ຂ່າວ, ລາຍງານ ຂ່າວຕາມເຫດການ ແລະ ຂ່າວທົ່ວໄປ ໄດ້ 66 ຂ່າວ, ສົ່ງອອກວິທະຍຸກະຈາຍສຽງ ແຫ່ງຊາດ 41 ຂ່າວ, ເຂົ້າລາຍການໂທລະສັບບອກຂ່າວ 44 ຄັ້ງ ແລະ ສໍາພາດໄດ້ 32 ພາກສ່ວນ. ສຳລັບວຽກງານ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງຄັ້ງທີ VIII ແລະ ມະຕິກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ. ໄດ້ເຜີຍແຜ່ອອກທາງສື່ຕ່າງໆໃນທົ່ວແຂວງ ນອກນັ້ນ ກໍຍັງໄດ້ຮ່າງນິຕິກໍາ (ເອກະສານເຊື່ອຊຶມ) 3 ບົດເປັນຂອງແຂວງ ແລະ ນໍາໃຊ້ເອກະສານສູນກາງອີກ 4 ບົດ ລວມເປັນ 7 ບົດເພື່ອເຜີຍແຜ່-ເຊື່ອມຊຶມ.

ຮອງຫວໜາ ຄອສພ ເຮດວຽກຮວມກບຄະນະໂຄສະນາອບຮມແຂວງບລຄຳໄຊ - image 2
 

ໂອກາດດັ່ງກ່າວ, ທ່ານ ລາວປາວຊົ່ງ ນະວົງໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຈິດໃຈບຸກບືນ, ຫ້າວຫັນຂອງຄະນະພັກ, ຄະນະນໍາໃນການຈັດຕັ້ງປະຕິບັດວຽກງານທີ່ມີຜົນສໍາເລັດໃນໄລ ຍະທີ່ຜ່ານມາ ແລະ ໄດ້ເນັ້ນໃຫ້ສືບຕໍ່ນໍາພາ-ຊີ້ນໍາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາ ຊິກພັກ-ພະນັກງານ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ປະຕິບັດກົດລະບຽບຂອງພັກ ຢ່າງຖືກ ຕ້ອງ, ໃນນັ້ນເອົາໃຈໃສ່ຊີ້ນຳວຽກງານຫ້ອງການໃຫ້ຖືກຕ້ອງຕາມພາລະບົບາດ, ຕິດຕາມເອົາໃຈໃສ່ ວຽກງານຫາງສຽງສັງຄົມ, ເອົາໃຈໃສ່ວຽກງານໂຄສະນາແນວທາງນະໂຍບາຍຂອງພັກ ແລະ ວຽກງານພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມວ່ອງໄວ, ທັນການ, ໃນນັ້ນ, ວຽງານອົບຮົມ ເຮັດແນວໃດເພື່ອໃຫ້ປະຊາຊົນບັນດາເຜົ່າມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ແລະ ສ້າງ ຄວາມຮັບຮູ້ເຂົ້າໃຈ ໃຫ້ປະຊາຊົນປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ, ນຳພາ-ຊີ້ນຳ ວຽກງານສື່ມວນຊົນ, ສ້າງເຄືອຂ່າຍສື່ມວນຊົນ ແລະ ນັກສື່ມວນຊົນໃຫ້ຫຼາກຫຼາຍ ແລະ ວຽກງານອື່ນໆໃຫ້ນັບມື້ມີການພັດທະນາດີຂຶ້ນເລື້ອຍໆ

ຮອງຫວໜາ ຄອສພ ເຮດວຽກຮວມກບຄະນະໂຄສະນາອບຮມແຂວງບລຄຳໄຊ - image 3
 

ໃນໂອກາດດັ່ງກ່າວ, ທ່ານ ລາວປາວຊົ່ງ ນະວົງໄຊ ຍັງໄດ້ມອບເງິນ ຈຳນວນ 5 ລ້ານກີບ ໃຫ້ແກ່ໂຄສະນາອົບຮົມແຂວງບໍລິຄຳໄຊ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໂຄສະນາຂອງແຂວງ ດັ່ງກ່າວ. 

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ວັນທີ 23 ກັນຍາຜ່ານມາ, ໂຮງໝໍບໍລິເວນ 107 ກອງທັບ ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X ຢູ່ທີ່ສະໜາມຍິງປືນ ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງພະບາງ ໂດຍການເປັນປະທານຂອງສະຫາຍ ພັນໂທ ສຸວັນ ສໍປະກາຍແກ້ວ ຮອງອໍານວຍການໂຮງໝໍ ບໍລິເວນ 107 ກອງທັບ ພ້ອມດ້ວຍຄະນະ, ມີຄະນະກອງຮ້ອຍນັກສຶກສາ, ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ກຳມະການຄະນະພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກກອງບັນຊາການ ຕະຫຼອດຮອດພະນັກງານ ແລະ ສະມາຊິກພັກ ເຂົ້າຮ່ວມ.
ເຜີຍແຜ່ຮ່າງນິຕິກຳຫົວໜ່ວຍຊົດເຊີຍຜົນກະທົບໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ

ເຜີຍແຜ່ຮ່າງນິຕິກຳຫົວໜ່ວຍຊົດເຊີຍຜົນກະທົບໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ

ພິທີເຜີຍແຜ່ ຮ່າງນິຕິກຳວ່າດ້ວຍ ຫົວໜ່ວຍຊົດເຊີຍ ຜົນກະທົບຕາມແລວເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍໄລຍະເສັ້ນທາງບໍລິຄຳໄຊ-ແທງຖູຍ ຢູ່ຕາແສງ ບົວວຽງຄຳ ຈັດຂຶ້ຶນໃນວັນທີ 23 ກັນຍາຜ່ານມາ, ໂດຍມີທ່ານ ບຸນເລີດ ລັດທະພອນປະທານຄະນະກຳມະການປົກຄອງຕາແສງ ບົວວຽງຄຳ, ມີຄະນະກຳມະການຄົ້ນຄວ້າຊົດເຊີຍຜົນກະທົບຂັ້ນແຂວງ,ຂັ້ນເມືອງ,ຕາງໜ້າໂຄງການ,ອຳນາດການປົກຄອງບ້ານ ແລະ ຕາງໜ້າຄອບຄົວທີ່ມີເນື້ອທີ່ຖືກຜົນກະທົບຈາກໂຄງການເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝສາມັນ ຄັ້ງທີ 5 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝສາມັນ ຄັ້ງທີ 5 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝສາມັນ ຄັ້ງທີ 5 ສະໄໝທີ VII ໄດ້ເປີດຂຶ້ນໃນວັນທີ 25 ກັນຍານີ້, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງບໍ່ແກ້ວ ມອບອຸປະກອນກິລາ ໃຫ້ກອງພັນໃຫຍ່ 302

ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງບໍ່ແກ້ວ ມອບອຸປະກອນກິລາ ໃຫ້ກອງພັນໃຫຍ່ 302

ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງພົນທະຫານຮາບທີ 3 ທີ່ຈະໝູນວຽນມາບັນຈົບຄົບຮອບ 45 ປີ (ວັນທີ 25 ຕຸລາ 1981-25 ຕຸລາ 2026) ໃນວັນທີ 24 ກັນຍາຜ່ານມາ, ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງບໍ່ແກ້ວ ໄດ້ມອບເສື້ອໂປໂລແຂນສັ້ນຈໍານວນ 19 ຊຸດ, ເຄື່ອງຊຸດວອມ 5 ຊຸດ ແລະ ໝາກບູ່ນ 1 ຊຸດ ລວມມູນຄ່າ 3,268,000 ກີບ ມອບໃຫ້ກອງພັນໃຫຍ່ 302 ເພື່ອຊຸກຍູ້ຈິດໃຈຂອງພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດໜ້າທີ່ຢູໃນກົມກອງຂອງຕົນ, ທັງເປັນການຊຸກຍູ້ຂະບວນການກິລາ ຢູ່ກອງພັນໃຫຍ່ 302 ໃຫ້ມີບັນຍາກາດຟົດຟື້ນ, ໂດຍການກ່າວມອບຂອງສະຫາຍ ເຕີນ ລາດວົງສາ ຫົວໜ້າໜ່ວຍງານສະຖາບັນການເງິນຈຸລະພາກສິນຊັບເມືອງເໝືອ ສາຂາແຂວງບໍ່ແກ້ວ ພ້ອມດ້ວຍຄະນະໜ່ວຍງານ, ກ່າວຮັບໂດຍສະຫາຍ ພັນເອກ ຄຳອ້ວນ ວຽງສະຫວັນ ຄະນະພັກກອງພົນ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 302 ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ກອງພົນທີ​ 2​ ມອບ​ເງິນ​ອຸດໜູນເທື່ອດຽວໃຫ້ນາຍທະຫານ

ກອງພົນທີ​ 2​ ມອບ​ເງິນ​ອຸດໜູນເທື່ອດຽວໃຫ້ນາຍທະຫານ

ໃນວັນທີ​ 24 ກັນຍາ​ຜ່ານມາ​,​ ກອງພົນທີ​ 2​ ໄດ້ມອບ​ເງິນ​ອຸດໜູນເທື່ອດຽວໃຫ້ນາຍທະຫານ​ ໂດຍການເປັນປະທານຂອງສະຫາຍ ພັນໂທ​ ສົມຈິດ ແກ້ວ​ໄຊຍະວົງ​ ກຳມະການຄະນະພັກກອງພົນ​ ຮອງ​ຫົວໜ້າ​ຫ້ອງ ການ​ເມືອງ​ກອງພົນ​ທີ​ 2,​ ມີ​ພະແນກການກ່ຽວຂ້ອງ ແລະ ນາຍທະຫານ ທີ່ອອກການຮັບເງິນອຸດໜູນເທື່ອດຽວເຂົ້າຮ່ວມ.
9 ເດືອນ ເມືອງເງິນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 6.29 ຕື້ກີບ

9 ເດືອນ ເມືອງເງິນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 6.29 ຕື້ກີບ

ຕາມການລາຍງານຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ ຕໍ່ກອງປະຊຸມຄະນະກໍາມະການປົກຄອງເມືອງປະຈໍາ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026 ຊຶ່ງຈັດຂຶ້ນໃນວັນທີ 25 ກັນຍາຜ່ານມາ, ທີ່ຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດຮ່ວມມືເສດຖະກິດບໍ່ເຕ່ນ - ບໍ່ຫານ

ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດຮ່ວມມືເສດຖະກິດບໍ່ເຕ່ນ - ບໍ່ຫານ

ໃນວັນທີ 24 ກັນຍານີ້ ທີ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມກອງປະຊຸມຄະນະກໍາມະການປະສານງານຮ່ວມເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ຊຶ່ງຈະຈັດຂຶ້ນໃນເດືອນຕຸລາ 2026 ພາຍໃຕ້ການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງຮອງລັດຖະມົນຕີຮອງປະທານ ຄລທ ຜູ້ປະຈໍາການປະທານຄະນະກໍາມະການປະສານງານ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ໂດຍມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ ພ້ອມດ້ວຍຄະນະຮັບຜິດຊອບຈາກຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ແຂວງຫຼວງນໍ້າທາ ເຂົ້າຮ່ວມແບບຊ້ອງໜ້າ ແລະ ຜ່ານລະບົບທາງໄກ.
4 ໜ່ວຍພັກ ຍທຂ ເຊກອງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

4 ໜ່ວຍພັກ ຍທຂ ເຊກອງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ 4 ໜ່ວຍພັກ ປະກອບມີ ໜ່ວຍພັກຂະແໜງບໍລິຫານ, ຈັດຕັ້ງ, ກວດກາແຜນການ-ການເງິນ; ໜ່ວຍພັກຂະແໜງຂົນສົ່ງ, ຄຸ້ມຄອງພາຫະນະ, ເຄຫາ-ຜັງເມືອງ, ໜ່ວຍພັກລັດວິສາຫະກິດນໍ້າປະປາ ແລະ ໜ່ວຍພັກທາງບົກ-ທາງນໍ້າ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນປະຈຳປີ 2025 ຈັດຂຶ້ນໃນວັນທີ 24 ກັນຍາຜ່ານມາ, ໃຫ້ກຽດມອບໃບຢັ້ງຢືນໂດຍສະຫາຍ ແກ້ວປະເສີດ ແກ້ວມະນີວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຍທຂ ແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກເຂົ້າຮ່ວມ.
ກະຊວງ ຮສສ ຮ່ວມກັບຄູ່ຮ່ວມງານ ວາງແຜນດຸ່ນດ່ຽງແຮງງານ ໄລຍະສັ້ນ-ໄລຍະຍາວ

ກະຊວງ ຮສສ ຮ່ວມກັບຄູ່ຮ່ວມງານ ວາງແຜນດຸ່ນດ່ຽງແຮງງານ ໄລຍະສັ້ນ-ໄລຍະຍາວ

ກົມການຈັດຫາງານກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາການຂາດແຄນແຮງງານ ພ້ອມທັງກຳນົດແຜນການຮ່ວມກັນໃນການສະໜອງແຮງງານ ທັງໄລຍະສັ້ນ ແລະ ໄລຍະຍາວ ຂຶ້ນ ໃນວັນທີ 24 ທັນວາ ນີ້ ທີ່ໂຮງແຮມລາວພຣາຊານະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ອານຸສອນ ຄໍາສິງສະຫວັດຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນຫົວໜ້າຄະນະກອງເລຂາ ຄະນະດຸ່ນດ່ຽງທາງດ້ານການສະໜອງແຮງງານ.
ເພີ່ມເຕີມ