ຮອງລັດຖະມົນຕີກະຊວງ ປກສ ຢ້ຽມຢາມໂອ້ລົມຄະນະນຳ ປກສ ແຂວງຈຳປາສັກ

ຮອງລັດຖະມົນຕີກະຊວງ ປກສ ຢ້ຽມຢາມໂອ້ລົມຄະນະນຳ ປກສ ແຂວງຈຳປາສັກ

ຮອງລັດຖະມົນຕີກະຊວງ ປກສ ຢ້ຽມຢາມໂອ້ລົມຄະນະນຳ ປກສ ແຂວງຈຳປາສັກ
ສະຫາຍ ພົຕ ແອນ ອຸ່ນອະນົງນຸດ ຄະນະປະຈຳພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມຄະນະນຳກອງບັນຊາການ ປກສ ແຂວງຈຳປາສັກ ໃນວັນທີ 18 ພຶດສະພາຜ່ານມາ, ໃຫ້ກຽດຕ້ອນຮັບຂອງສະຫາຍ ພົຈວ ບຸນອ່ຽງ ພັນວົງສາ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມຄະນະ, ມີຄະນະພັກ-ຄະນະກອງບັນຊາການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງລດຖະມນຕກະຊວງ ປກສ ຢຽມຢາມໂອລມຄະນະນຳ ປກສ ແຂວງຈຳປາສກ - image 1
 

ສະຫາຍ ພົຈວ ບຸນອ່ຽງ ພັນວົງສາ ໄດ້ລາຍງານສະພາບລວມໂດຍຫຍໍ້ວ່າ: ໃນ 6 ເດືອນຕົ້ນປີ 2026 ມີຄະດີເກີດຂຶ້ນທັງໝົດ 54 ເລື່ອງ. ໃນນັ້ນ, ມີຄະດີລັກຊັບ 31 ເລື່ອງ, ທໍາລາຍຊັບ 3 ເລື່ອງ, ຄາດຕະກໍາ 4 ເລື່ອງ, ປຸ້ນຊັບ 3 ເລື່ອງ ສາມາດມ້າງຄະດີໄດ້ 33 ເລື່ອງ, ກັກຜູ້ຖືກຫາໄດ້ 29 ຄົນ, ເກັບກູ້ເຄື່ອງຂອງກາງມີລົດດ້າມ 6 ລໍ້ 1 ຄັນ, ປືນດັດແປງ 1 ກະບອກ ພ້ອມດ້ວຍລູກປືນ 50 ລູກ, ລົດຈັກ 5 ຄັນ, ໂທລະສັບ 1 ເຄື່ອງ, ປືນແກັບ 1 ກະບອກ, ມີອຸບັດເຫດເກີດຂຶ້ນ 235 ເລື່ອງ, ຄົນໄດ້ຮັບບາດເຈັບ 370 ຄົນ, ເສຍຊີວິດ 22 ຄົນ, ພາຫະນະເປ່ເພສົມຄວນ 228 ຄັນ, ໃຊ້ການບໍ່ໄດ້ 1 ຄັນ ລວມມູນຄ່າເສຍຫາຍ 3,196,500,000 ກີບ, ມີອັກຄີໄພເກີດຂຶ້ນ 13 ເລື່ອງ, ຜົນເສຍຫາຍ 4,523,650,000 ກີບ. ສາມາດມ້າງຄະດີຢາເສບຕິດໄດ້ 224 ເລື່ອງ, ກັກຜູ້ຖືກຫາໄດ້ 425 ຄົນ ຍິງ 30 ຄົນ, ຢຶດເຄື່ອງຂອງກາງໄດ້ ລວມມີຢາບ້າ 52,935 ເມັດ, ຢາໄອສ໌ 0,5 ກຣາມ, ເຮໂຣອິນ 6 ກິໂລກັບ 10,32 ກຣາມ, ຢາເຄ 0,78 ກຣາມ, ຄໍລາເຈນ 1 ກິໂລ ກັບ 805 ກຣາມ, ຢາສູບໄຟຟ້າ 21 ຫຼອດ, ໃບກະທ້ອມ 136 ກິໂລ ກັບ 13 ກຣາມ, ຢາດີໄອ, ທາດີຊິນ 1,721 ແກ້ວ,ປືນສັ້ນ 2 ກະບອກພ້ອມລູກ 25 ລູກ, ປືນເອັມ 16 ຈໍານວນ 1 ກະບອກ ພ້ອມລູກ 13 ລູກ, ປືນເຊກາດັດ ແປງ 1 ກະບອກພ້ອມລູກ 8 ລູກ, ລົດໃຫຍ່ 13 ຄັນ, ລົດຈັກ 150 ຄັນ, ໂທລະສັບ 205 ເຄື່ອງ, ເງິນ 126,198,000 ກີບ, ເງິນບາດ 22,000 ບາດ, ເງິນໂດລາ 926 ໂດລາ ແລະ ວັດຖຸອຸປະກອນອື່ນໆອີກຈຳ ນວນໜຶ່ງ. ທ່ານຍັງໄດ້ຍົກໃຫ້ເຫັນ ວຽກງານກໍ່ສ້າງຮາກຖານ, ວຽກງານກໍ່ສ້າງພະນັກງານ, ວຽກງານຄຸ້ມຄອງຄົນຕ່າງປະເທດ, ວຽກງານພະລາທິການ, ວຽກງານກວດກາຄົນເຂົ້າ-ອອກເມືອງ.

ຮອງລດຖະມນຕກະຊວງ ປກສ ຢຽມຢາມໂອລມຄະນະນຳ ປກສ ແຂວງຈຳປາສກ - image 2
 

ໂອກາດນີ້, ສະຫາຍ ພົຕ ແອນ ອຸ່ນອະນົງນຸດ ໄດ້ຊີ້ນຳຕໍ່ຄະນະພັກ-ຄະນະກອງບັນຊາການແຕ່ລະຂັ້ນເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນຕຳຫຼວດ ທົ່ວກອງບັນຊາການໃຫ້ເປັນປົກະຕິ, ຕໍ່ເນື່ອງ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດກໍຄືຂອງກຳລັງ ປກສ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ປັບປຸງແບບແຜນວິທີເຮັດວຽກໃຫ້ທັນສະໄໝ, ມີຄວາມເປັນເອກະພາບພາຍໃນໝູ່ຄະນະ, ເອົາໃຈໃສ່ປັບປຸງເຮັດວຽກງານການຈັດຕັ້ງທຸກຂັ້ນ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນໜ້າທີ່ການເມືອງ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີຄວາມສາມັກຄີພາຍໃນຄະນະພັກ, ກຳໃຫ້ໄດ້ສະພາບປະກົດການຫຍໍ້ທໍ້ພາຍໃນກຳລັງ ພ້ອມທັງກຳແໜ້ນສະພາບການຂອງສັດຕູ-ກຸ່ມຄົນບໍ່ດີ, ແກ້ໄຂໜໍ່ແໜງກໍ່ຄວາມບໍ່ສະຫງົບທາງດ້ານການເມືອງ ແລະ ປະ ກົດການຫຍໍ້ທໍ້ໃນສັງຄົມໃຫ້ດີຂຶ້ນ, ເອົາໃຈໃສ່ປັບປຸງວຽກງານສັນຕິບານເປັນຫຼັກ, ກຳແໜ້ນສະພາບການເຂົ້າ-ອອກເມືອງ, ສືບຕໍ່ຫັນພະນັກງານລົງກໍ່ສ້າງຮາກຖານຢູ່ບັນດາຈຸດສຸມ ແລະ ເຂດຫຼ່ໍແຫຼມ ປຸກລະດົມປະຊາຊົນໃຫ້ເຂົ້າໃຈແນວທາງຂອງພັກ-ລັດ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສະຖຽນລະພາບທາງດ້ານການເມືອງ, ມີສະຕິລະວັງຕົວ ກຽມພ້ອມເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ. ຂ່າວ: ປກສ 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ  ສ້າງກົນໄກການປະສານງານ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ ສ້າງກົນໄກການປະສານງານ

ອົງການໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງອຸທຸມພອນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເຫັນດີກໍານົດກົນໄກການປະສານງານ ໃນວັນທີ 24 ກັນຍານີ້, ທີ່ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດຍມີທ່ານ ຈິນດາວັນ ໄນ່ນັນທິລາດ ຫົວໜ້າອົງການໄອຍະການປະຊາຊົນເຂດ I ແລະ ທ່ານ ພັນໂທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງ.
5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ  ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ 2027-2030,ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານ ຕໍ່ກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດແລະ ແກ້ໄຂຄວາມທຸກຍາກວ່າ:
ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

​ ທ່ານ ບົວຫົງ ຄຳຫາຫົວໜ້າກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນໃນວັນທີ 24 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ກ່ຽວກັບສະພາບການລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ໃນ ສປປ ລາວ ພ້ອມທັງຊີ້ແຈງທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.
ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ທ່ານ ໄຊຊະນະ ໂຄດພູທອນກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ເນັ້ນໃຫ້ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາທຸກຂັ້ນ ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຍົກສູງປະສິດທິພາບວຽກງານກວດກາ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມແຂງແຮງ, ເປັນປົກກະຕິ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ.
ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ ເພື່ອພັດທະນາແຫຼ່ງທ່ອງທ່ຽວຄວບຄູ່ການອະນຸລັກທໍາມະຊາດ (ຂຸນນໍ້າພອນ) ຢູ່ເຂດບ້ານຜາແຫຼມເມືອງທ່າແຂກແຂວງຄຳມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງຄໍາມ່ວນ ແລະ ບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ຈຳກັດຜູ້ດຽວໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກັນ​ຍາ​ຜ່ານ​ມາທີ່ ພະ​ແນກ ອ​ຄ ແຂວງ​ຄຳ​ມ່ວນ.
ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ແຂວງອັດຕະປືສະຫຼຸບຜົນງານກວດກາໃນໄລຍະ5ປີ (2021-2025) ພົບວ່າໄດ້ດຳເນີນຄະດີຕໍ່ພະນັກງານ-ລັດຖະກອນທີ່ກ່ຽວພັນກັບການສໍ້ລາດບັງຫຼວງFການສໍ້ໂກງຊັບສິນFການປອມແປງເອກະສານແລະການລະເມີດລະບຽບການທາງການເງິນຫຼາຍກໍລະນີຊຶ່ງສ້າງຄວາມເສຍຫາຍແກ່ລັດເປັນຈຳນວນຫຼວງຫຼາຍ.
ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ພ້ອມດ້ວຍຄະ​ນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ ເມືອງເງິນ ແຂວງ ໄຊຍະບູລີ ເມື່ອ​ວັນ​ທີ 21 ກັນ​ຍາ​ຜ່ານ​ມາ, ໂດຍ​ມີ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ຕາ​ແສງ​ສາ​ມັກ​ຄີ​ໄຊພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນຍຶດອຳ ນາດ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ.
ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ຄະ​ນະ​ກຳມະການການທ່ອງ​ທ່ຽວ​ເນ​ປານ​ອອກ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ພາຍຫຼັງທີ່ເຈົ້າໜ້າທີ່ຄາດຄະເນວ່າ ຈະມີຝົນຕົກໜັກເຖິງໜັກຫຼາຍໃນຫຼາຍພື້ນທີ່ຂອງປະເທດລະຫວ່າງວັນທີ 25-27 ກັນຍານີ້.
ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ໂຮງຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XVII ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ VIII ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 23 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ແລະ ນັກຮຽນທັງສອງລະບົບເຂົ້າຮ່ວມ.
ເພີ່ມເຕີມ