ຮອງນາຍົກລັດຖະມົນຕີ ຕິດຕາມຄວາມເປັນໄປໄດ້ໃນການກໍ່ສ້າງຊົນລະປະທານ ເຊລະມັງ

ຮອງນາຍົກລັດຖະມົນຕີ ຕິດຕາມຄວາມເປັນໄປໄດ້ໃນການກໍ່ສ້າງຊົນລະປະທານ ເຊລະມັງ

ຮອງນາຍົກລັດຖະມົນຕີ ຕິດຕາມຄວາມເປັນໄປໄດ້ໃນການກໍ່ສ້າງຊົນລະປະທານ ເຊລະມັງ
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມເບີ່ງຄວາມເປັນໄປໄດ້ ໂຄງການກໍ່ສ້າງຊົນລະປະທານ ເຊລະມັງ ເມືອງຕະໂອ້ຍ ແຂວງສາລະວັນ ໃນວັນທີ 17 ມັງກອນຜ່ານມານີ້. ອົງການປົກຄອງແຂວງ ກໍຄືເມືອງ ໄດ້ສຳຫຼວດຄວາມເປັນໄປໄດ້ເບື້ອງຕົ້ນ ເພື່ອຈະສ້າງເງື່ອນໄຂໃຫ້ແກ່ການປູກພຶດ-ການລ້ຽງສັດ ຂອງປະຊາຊົນບັນດາເຜົ່າ ແລະ ສາມາດບຸກເບີກ, ຂະຫຍາຍເປັນເນື້ອທີ່ທຳການຜະລິດ ໄດ້ທັງລະດູແລ້ງ ແລະ ລະດູຝົນ, ທັງເປັນການສະເໜີ ເຈດຈຳນົງ ເພື່ອຂໍງົບປະມານ ດໍາເນີນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ຮອງນາຍກລດຖະມນຕ ຕດຕາມຄວາມເປນໄປໄດໃນການກສາງຊນລະປະທານ ເຊລະມງ - image 1
 

ຕາມການສຶກສາຄວາມເປັນໄປໄດ້ ແລະ ຜົນການສໍາຫຼວດອອກແບບ ໂຄງການກໍ່ສ້າງຊົນລະປະທານ, ຈະກໍ່ສ້າງຫົວງານ ເປັນເບຕົງເສີມເຫຼັກ, ເປັນອ່າງເກັບນ້ຳ ໃນເນື້ອທີ່ 50 ກວ່າເຮັກຕາ, ເຂື່ອນສູງ 17 ແມັດ, ຄວາມຍາວປະມານ 379 ແມັດ, ສັນເຂື່ອນກວ້າງ 6 ແມັດ, ມີປະຕູລະບາຍນໍ້າລົ້ນ 4 ປ່ອງ, ກວ້າງ 5 ແມັດ, ມີບໍລິມາດນໍ້າເກັບກັກ ໃຊ້ໄດ້ 20 ລ້ານແມັດກ້ອນຕໍ່ປີ ສາມາດຫົດເນື້ອທີ່ໄດ້ 2,500 ເຮັກຕາ. ປະຊາຊົນໃນຈໍານວນ 9 ບ້ານ ຈະໄດ້ຮັບຜົນປະໂຫຍດທາງກົງ, ພົນລະເມືອງ ປະມານ 6 ພັນກວ່າຄົນ. ໂຄງການດັ່ງກ່າວ, ສາມາດຕອບສະໜອງໃຫ້ແກ່ການຜະລິດກະສິກໍາ, ປູກຝັງ-ລ້ຽງສັດ ແລະ ພັດທະນາຊົນນະບົດ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າ, ຊຶ່ງການຂະຫຍາຍເນື້ອທີ່ທຳການຜະລິດກະສິກໍາ ເປັນເງື່ອນໄຂທີ່ດີ ເພື່ອເຮັດໃຫ້ການຜະລິດຂອງປະຊາຊົນ ຫຼາຍຂຶ້ນ ກ້າວໄປສູ່ການຜະລິດເປັນສິນຄ້າ ແລະ ຫຼຸດຜ່ອນການຖ່າງປ່າເຮັດໄຮ່, ຈັດສັນອາຊີບຄົງທີ່ ໄດ້ຢ່າງໝັ້ນຄົງ.

ເມືອງຕະໂອ້ຍ ແມ່ນໜຶ່ງໃນເມືອງທຸກຍາກ ຂອງແຂວງ ກໍຄືຂອງປະເທດ, ຫ່າງຈາກເທສະບານແຂວງ ປະມານ 75 ກິໂລແມັດ, ມີ 56 ບ້ານ, ປະຊາຊົນ ສ່ວນໃຫຍ່ຍຶດຖືອາຊີບປູກຝັງ-ການລ້ຽງສັດ. ທົ່ວເມືອງ ມີເນື້ອທີ່ປູກເຂົ້ານາປີ ທັງໝົດ 1,459 ເຮັກຕາ, ເນື້ອທີ່ນາແຊງ 230 ເຮັກຕາ, ເນື້ອທີ່ໄຮ່ 350 ເຮັກຕາ ແລະ ເນື້ອທີ່ປູກພຶຶດຕ່າງໆ 7 ພັນກວ່າເຮັກຕາ, ມີບ້ານພັດທະນາ 1 ບ້ານ, ບ້ານພົ້ນທຸກແລ້ວ 11 ບ້ານ ແລະ ບ້ານທຸກຍາກ ມີຈຳນວນ 45 ບ້ານ.

ຮອງນາຍກລດຖະມນຕ ຕດຕາມຄວາມເປນໄປໄດໃນການກສາງຊນລະປະທານ ເຊລະມງ - image 2
 

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ມອບງົບປະມານຈໍານວນໜຶ່ງ ໃຫ້ແກ່ອໍານາດການປົກຄອງ ຈໍານວນ 5 ບ້ານ ຄື: ບ້ານຕະຮວກ, ຕຸງໂກຼງ, ອາດື, ເຕົາຕຸງແຕງ ແລະ ບ້ານປະຈູເຈີນ ຂອງເມືອງຕະໂອ້ຍ ເພື່ອນໍາໃຊ້ເຂົ້າເປັນກອງທຶນພັດທະນາພາຍໃນບ້ານ ຕື່ມອີກ.

(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປກຊ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ປກຊ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ກະຊວງປ້ອງກັນປະເທດ (ປກຊ) ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/1/1949-20/1/2026) ຂຶ້ນໃນວັນທີ 21 ມັງກອນນີ້ ທີ່ກະຊວງດັ່ງ ກ່າວ ໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ມີສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງ ປກຊ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະນໍາ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ເມືອງເງິນ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບ ປະຊາຊົນລາວ

ເມືອງເງິນ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບ ປະຊາຊົນລາວ

ວັນທີ 21 ມັງກອນນີ້ ຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77ປີ, ໂດຍເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງເງິນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີການນຳຂັ້ນເມືອງ, ຄະນະພັກ, ຄະນະບັນຊາ, ກົມກອງອ້ອມຂ້າງເມືອງ ເຂົ້າຮ່ວມ.
ການນຳພັກ-ລັດແຂວງ ອວຍພອນກຳລັງປ້ອງກັນຊາດເມືອງບໍ່ແຕນ

ການນຳພັກ-ລັດແຂວງ ອວຍພອນກຳລັງປ້ອງກັນຊາດເມືອງບໍ່ແຕນ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໃນຕອນບ່າຍ ຂອງວັນທີ 19 ມັງກອນຜ່ານມານີ້, ທ່ານ ສີສອນພັນ ບຸນສີ ຮອງເລຂາ ຄະນະບໍລິຫານງານພັກ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມນາຍ ແລະ ພົນທະຫານ ກອງບັນຊາການທະຫານເມືອງບໍ່ແຕນ, ກອງພັນ 413, ກອງຮ້ອຍ ທະຫານຊາຍແດນ 159 ແລະ ກອງຮ້ອຍທະຫານຊາຍແດນ 160.
ການນຳແຂວງວຽງຈັນ ຢ້ຽມຢາມ ແລະ ອວຍພອນ ກອງພົນທະຫານຮາບທີ1 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ.

ການນຳແຂວງວຽງຈັນ ຢ້ຽມຢາມ ແລະ ອວຍພອນ ກອງພົນທະຫານຮາບທີ1 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ.

ໃນວັນທີ 20 ມັງກອນ 2026ນີ້, ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ພ້ອມດ້ວຍຫົວໜ້າຫ້ອງວ່າການແຂວງ, ປະທານສະຫະພັນແມ່ຍິງແຂວງ, ກຳມະບານແຂວງ, ຊາວໜຸ່ມແຂວງ, ແນວລາວສ້າງຊາດແຂວງ, ກອງບັນຊາການ ປກສ ແຂວງ ແລະ ກອງບັນຊາການທະຫານແຂວງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ເພື່ອອວຍພອນ ຄະນະນຳກອງພົນທະຫານຮາບທີ1 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ 1949 - 20 ມັງກອນ 2026) ໂດຍການຕ້ອນຮັບຂອງ ທ່ານ ພັນເອກ ຄຳຊາວ ລິນທະກຸນແກ້ວ ຫົວໜ້າການທະຫານ ກອງພົນທະຫານຮາບທີ1, ພ້ອມດ້ວຍຄະນະພັກ-ຄະນະນຳຂອງກອງພົນເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດພະນັກງານຮັບອຸດໜູນບຳນານ

ສານປະຊາຊົນສູງສຸດ ປະກາດພະນັກງານຮັບອຸດໜູນບຳນານ

ສານປະຊາຊົນສູງສຸດ ຈັດພິທີປະກາດການຈັດຕັ້ງ ວ່າດ້ວຍການອະນຸດໃຫ້ພະນັກງານ-ລັດຖະກອນຮັບອຸດໜູນບຳນານ ໃນວັນທີ 20 ມັງກອນນີ້ ໂດຍການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ, ມີບັນດາພະນັກງານພາຍໃນກົມເຂົ້າຮ່ວມ.
ຄະນະໂຄສະນາອົບຮົມສູນກາງພັກ ຢ້ຽມຢາມກອງພັນໃຫຍ່ 479

ຄະນະໂຄສະນາອົບຮົມສູນກາງພັກ ຢ້ຽມຢາມກອງພັນໃຫຍ່ 479

ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/1/1949-20/1/2026) ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະ ພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມກອງພັນໃຫຍ່ 497 ໃນວັນທີ 20 ມັງກອນນີ້ ໃຫ້ກຽດຕ້ອນຮັບຂອງສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາກອງພັນໃຫຍ່ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.
ບໍລິສັດລາວໂທລະຄົມ ເຂົ້າອວຍພອນ ແລະ ຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ

ບໍລິສັດລາວໂທລະຄົມ ເຂົ້າອວຍພອນ ແລະ ຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ

ໃນວັນທີ 19 ມັງກອນ ນີ້, ຄະນະພັກ-ຄະນະຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ນຳໂດຍ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານກຳມະການພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເລຂາຄະນະພັກຮາກຖານ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ນຳກະຕ່າດອກໄມ້ ແລະ ເງິນຈຳນວນ 177,000,000 ກີບ ເຂົ້າອວຍພອນ ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອນ 2026).
ທ່ານລັດຖະມົນຕີກະຊວງ ຍທຂ ອວຍພອນຄະນະນຳກະຊວງປ້ອງກັນປະເທດ

ທ່ານລັດຖະມົນຕີກະຊວງ ຍທຂ ອວຍພອນຄະນະນຳກະຊວງປ້ອງກັນປະເທດ

ວັນທີ 19 ມັງກອນຜ່ານມາ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະໄດ້ນໍາເອົາກະຕ່າດອກໄມ້ ແລະ ຂອງຂວັນເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 77 ປີ.
ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາການສະເໜີ ຍົກຍ້າຍ ແຕ່ງຕັ້ງ ພະນັກງານການນຳຂັ້ນສູງ ຫຼາຍຕຳແໜ່ງ

ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາການສະເໜີ ຍົກຍ້າຍ ແຕ່ງຕັ້ງ ພະນັກງານການນຳຂັ້ນສູງ ຫຼາຍຕຳແໜ່ງ

ວັນທີ 19 ມັງກອນ ນີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ ກຳມະການຄະນະປະຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼ່ງຂ່າວຜົນສໍາເລັດການດໍາເນີນກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ວ່າ:
ປະທານສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ແມ່ຍິງທົ່ວປະເທດ ທີ່ແຂວງສະຫວັນນະເຂດ

ປະທານສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ແມ່ຍິງທົ່ວປະເທດ ທີ່ແຂວງສະຫວັນນະເຂດ

ໃນວັນທີ 19 ມັງກອນຜ່ານມາ ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ, ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ IX ທີ່ແຂວງສະຫວັນນະເຂດ, ໂດຍມີສະຫາຍ ນາງ ມະໄລທອງ ທໍາມະຕິກາ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ແຂກຖືກເຊີນ, ສະຫະພັນແມ່ຍິງຮາກຖານ, ໜ່ວຍ ແລະສະມາຊິກແມ່ຍິງພາຍໃນແຂວງເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ