ວັນທີ 29 ພຶດສະພານີ້, ຫ້ອງວ່າການສູນກາງພັກ ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 102 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ທີ່ ສວນສາທາລະນະມິດຕະພາບລາວ-ຫວຽດນາມ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ນຳພາໂດຍ ສະຫາຍ ເພັດ ພົມພີພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ພ້ອມດ້ວຍຄະນະຫ້ອງ, ຫົວໜ້າກົມ ແລະ ຫົວໜ້າພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ການປູກຕົ້ນໄມ້ຄັ້ງນີ້, ເພື່ອເປັນການປົກປັກຮັກສາຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງ, ອຸດົມ ສົມບູນ, ຂຽວງາມ, ນໍາໃຊ້ໄດ້ຍາວນານ, ສະພາບແວດລ້ອມທຳມະຊາດໃຫ້ມີຄວາມຊຸ່ມຊື່ນ, ອຸດົມສົມບູນ,ສວຍສົດງົດງາມ, ຊ່ວຍຕ້ານ ແລະ ຫຼຸດຜ່ອນຜົນກະທົບຈາກໄພພິບັດທາງທຳມະຊາດ.
ພ້ອມກັນນັ້ນ, ກໍເປັນການປູກຈິດສໍານຶກໃຫ້ເຫັນໄດ້ຄວາມສໍາຄັນ, ພ້ອມກັນຖະນຸຖະໜອມສິ່ງແວດລ້ອມ ໂດຍເນັ້ນໃສ່ການຢູ່ຮ່ວມກັນກັບທຳມະຊາດຢ່າງກົມກຽວ ແລະ ຍືນຍົງ; ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້, ມີຕົ້ນໄມ້ອຸດສາຫະກຳ ເປັນຕົ້ນແມ່ນໄມ້ດູ່ໜ້າຕັດ 20 cm ຈຳນວນ 4 ຕົ້ນ, ຕົ້ນໄມ້ດອກຄູນໜ້າຕັດ 10 cm ຈຳນວນ 17 ຕົ້ນ ແລະ ຕົ້ນໄມ້ກະໂດນ ໜ້າຕັດ 15 ຈຳນວນ 5 ຕົ້ນ.
ຄໍາເຫັນ