ຮອງປະທານ ສນຊ ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ເມືອງໜອງແຮດ

ຮອງປະທານ ສນຊ ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ເມືອງໜອງແຮດ

ຮອງປະທານ ສນຊ ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ເມືອງໜອງແຮດ
ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຄະນະປະຈໍາພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຜູ້ຊີ້ນໍາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ພ້ອມດ້ວຍຄະນະ ໄດ້ພົບປະຢ້ຽມຢາມ ແລະ ເຮັດວຽກຮ່ວມກັບອົງການປົກຄອງເມືອງໜອງແຮດ ແຂວງຊຽງຂວາງ ໂດຍມີທ່ານ ວັນໄຊກື ຫວັງກືຫວັງເນັ້ງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ໜອງແຮດ ພ້ອມດ້ວຍຄະນະນຳຂອງເມືອງ, ບັນດາພະແນກການອ້ອມຂ້າງ, ແນວລາວສ້າງຊາດເມືອງ ເຂົ້າຮ່ວມທີ່ຫ້ອງວ່າການປົກຄອງ ເມືອງໃນວັນທີ 20 ພຶດສະພາ 2025.

 

 

ໂອກາດນີ້, ທ່ານ ເກົ້າລໍ່ເຈ່ຍກົ້ວ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ ເມືອງໜອງແຮດ ໄດ້ລາຍງານໂດຍຫຍໍ້ຜົນງານການເຄື່ອນໄຫວວຽກງານແນວລາວສ້າງຊາດ ໃນໄລຍະຜ່ານມາ ເປັນຕົ້ນ: ການກະກຽມ ແລະ ດຳເນີນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ໃຫ້ເປັນຂະບວນຟົດຟື້ນ ໂດຍມີການກະກຽມບັນດາກິດຈະກຳ ການລົງຢ້ຽມຢາມອວຍພອນອະດີດນັກຮົບວິລະຊົນ, ອະດີດການນຳແນວລາວສ້າງຊາດເມືອງ, ກິດຈະກຳແຂ່ງຂັນກິລາເປຕັງ, ເຕະບານ, ບານສົ່ງ, ງົວຊົນງົວ, ການສະແດງສິລະປະ-ວັນນະຄະດີ ແລະ ຈັດຕັ້ງປາຖະກະຖາ ຢູ່ 11 ກຸ່ມບ້ານພາຍໃນເມືອງ; ພ້ອມນີ້, ໄດ້ລາຍງານຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ແນວລາວສ້າງຊາດ ຂັ້ນເມືອງ ຊຶ່ງກອງປະຊຸມໄດ້ດຳເນີນດ້ວຍບັນຍາກາດທີ່ຟົດຟື້ນ ແລະ ໄດ້ເປັນເອກະສັນຮັບຮອງປະທານແນວລາວສ້າງຊາດ, ຮອງປະທານ 2 ທ່ານ ຍິງ 1 ທ່ານ ແລະ ຄະນະກຳມະການແນວລາວສ້າງຊາດເມືອງ 31 ທ່ານ ຍິງ 1 ທ່ານ.

ພ້ອມນີ້, ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວທີ່ຍາດມາໄດ້ໃນໄລຍະຜ່ານມາ; ພ້ອມທັງໄດ້ເນັ້ນຕື່ມບາງເນື້ອໃນ ວ່າ: ຄະນະກໍາມະການແນວລາວສ້າງຊາດ ສືບຕໍ່ເອົາໃຈໃສ່ໃນການປະກອບສ່ວນ ຍູ້ແຮງຂະບວນການລຶບລ້າງຄວາມທຸກຍາກ ແລະ ສ້າງບ້ານປອດຢາເສບຕິດ ຂອງແນວລາວສ້າງຊາດ ໃຫ້ມີຜົນສຳເລັດ ຕາມຄາດໝາຍ; ໂອກາດລົງເຄື່ອນໄຫວເຮັດວຽກຄັ້ງນີ້, ໄດ້ລົງຕິດຕາມ, ຊຸກຍູ້ໂຄງການກໍ່ສ້າງສາລາໂຮງທຳ ວັດສາມັກຄີໄຊ ຍະຣາມ ທີ່ບ້ານຖ້ຳໄຊ ເມືອງໜອງແຮດ ທີ່ໄດ້ມີພິທີວາງສີລາລືກກໍ່ສ້າງ ໃນວັນທີ 26 ທັນວາ 2024 ຊຶ່ງມາຮອດປັດຈຸບັນແມ່ນສຳເລັດໂດຍພື້ນຖານ ດ້ານໂຄ້ງສ້າງອາຄານ.

(ຂ່າວ-ພາບ: ພຽງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມພະນັກງານຫຼັກແຫຼ່ງແຂວງໄຊສົມບູນ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມພະນັກງານຫຼັກແຫຼ່ງແຂວງໄຊສົມບູນ

ໃນວັນທີ 12 ມີນານີ້ ທີ່ສະໂມສອນແຂວງໄຊສົມບູນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ ຜູ້ຊີ້ນຳວຽກງານຮອບດ້ານແຂວງໄຊສົມບູນ ໄດ້ພົບປະໂອ້ລົມຕໍ່ພະນັກງານຫຼັກແຫຼ່ງແຂວງໄຊສົມບູນ, ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາພັກແຂວງ; ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ; ບັນດາສະຫາຍ ຄະນະປະຈຳພັກແຂວງ, ພະນັກງານຫຼັກແຫຼ່ງບັນດາພະແນກການ ແລະ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ຈໍ 101 ເຂົ້າຮ່ວມ.
ກຳມະບານຮາກຖານຄະນະກວດກາແຂວງ ສະຫຼຸບຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025

ກຳມະບານຮາກຖານຄະນະກວດກາແຂວງ ສະຫຼຸບຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025

ວັນທີ 12 ມີນາ 2026, ກຳມະບານຮາກຖານຄະນະກວດກາແຂວງສາລະວັນ ສະຫຼຸບຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2025 ແລະ ວາງທິດທາງແຜນການ 2026, ໂດຍການເປັນປະທານຂອງ ສະຫາຍ ນາງ ແສງອາລຸນ ຈັນທະລາດ ຮອງປະທານຄະນະກວດກາພັກ ອົງການກວດກາລັດແຂວງ, ປະທານກຳມະບານຮາກຖານຄະນະກວດກາພັກ.
ກອງປະຊຸມສອ່ງແສງວຽກງານຮອບດ້ານ ທົ່ວກອງພົນທີ 5 ປະຈຳໄຕມາດທີ I

ກອງປະຊຸມສອ່ງແສງວຽກງານຮອບດ້ານ ທົ່ວກອງພົນທີ 5 ປະຈຳໄຕມາດທີ I

ກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງພົນທີ 5 ປະຈຳໄຕມາດທີ I ແລະ ວາງທິດທາງແຜນການ ປະຈຳໄຕມາດທີ II ປີ 2026, ບັນດາຫົວໜ່ວຍກົມ-ກອງ ທີ່ຂຶ້ນກັບກອງພົນທີ 5 ໄດ້ຈັດຂຶ້ນໃນວັນທີ 11 ມີນາຜ່ານມານີ້ ຢູ່ທີ່ກອງພັນ13 ກອງພັນໃຫຍ່ 501 ໃນກອງພົນທີ 5 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນສົມ ອິນທະລາ ຫົວໜ້າການທະຫານກອງພົນທີ 5, ມີພາກສວ່ນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເລຂາພັກແຂວງຄໍາມ່ວນ ຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ

ເລຂາພັກແຂວງຄໍາມ່ວນ ຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ

ໃນວັນທີ 11 ມີນາ 2026ນີ້, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາພັກ ເລຂາພັກແຂວງຄໍາມ່ວນ ພ້ອມດ້ວຍ ພາກສ່ວນຂະແໜງການກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ ບ້ານລໍາມະລາດ ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍມີ ທ່ານ ຫານ ຫຸຍຫຼູ ປະທານບໍລິສັດ ແລະ ຄະນະໃຫ້ການຕ້ອນຮັບ.
ມອບ-ຮັບ ໜ້າທີ່ຮັກສາການປະທານສານປະຊາຊົນສູງສຸດ

ມອບ-ຮັບ ໜ້າທີ່ຮັກສາການປະທານສານປະຊາຊົນສູງສຸດ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ຮັກສາການປະທານສານປະຊາຊົນສູງສຸດ ລະຫວ່າງ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ ແລະ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຮັກສາການປະທານສານປະຊາຊົນສູງສຸດ (ຜູ້ ໃໝ່) ຂຶ້ນໃນວັນທີ 11 ມີນາ ນີ້ ທີ່ສານປະຊາຊົນສູງສຸດ, ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ພິທີໂດຍສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຊຶ່ງມີພະນັກງານການນຳຈາກສານປະຊາຊົນສູງສຸດ ແລະ ກະຊວງ ຍຸຕິທຳ ເຂົ້າຮ່ວມ.
ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 71 ປີ ແລະ ວັນເສຍອົງຄະ ຄົບຮອບ 80 ປີ

ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 71 ປີ ແລະ ວັນເສຍອົງຄະ ຄົບຮອບ 80 ປີ

ພິທີປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026) ແລະ ວັນເສຍອົງຄະ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026) ຈັດຂຶ້ນໃນວັນທີ 12 ມີນານີ້ ທີ່ ຫ້ອງປະຊຸມຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍໃຫ້ກຽດປາຖະກະຖາຂອງທ່ານ ຄໍາມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ປະທານສະຫະພັນຊາວໜຸ່ມ, ມີທ່ານ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກ ກະຊວງສຶກສາທິການ ແລະ ກິລາ ຜູ້ຊີ້ນຳ 3 ອົງ ການຈັດຕັ້ງມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີລົງເຄື່ອນໄຫວວຽກງານຢູ່ແຂວງໄຊສົມບູນ

ຮອງນາຍົກລັດຖະມົນຕີລົງເຄື່ອນໄຫວວຽກງານຢູ່ແຂວງໄຊສົມບູນ

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີີ້ນໍາວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ໃນວັນທີ 11-12 ມີນາ 2026ນີ້, ໂດຍການຕ້ອນຮັບຂອງ ທ່ານ ພຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ ແລະ ປະທານ ບໍລິສັດ ໂຊກມະນີ ມ້າຍນີງ ຈຳກັດ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນໃຫ້ກຳລັງປ້ອງກັນເຄື່ອນທີ່ ຮັບປະກັນໃຫ້ສັງຄົມມີຄວາມປອດໄພຮອບດ້ານ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນໃຫ້ກຳລັງປ້ອງກັນເຄື່ອນທີ່ ຮັບປະກັນໃຫ້ສັງຄົມມີຄວາມປອດໄພຮອບດ້ານ

ໃນໂອກາດສະຫາຍ ພົຕ ສຸລິນະ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານວິຊາສະເພາະປ້ອງກັນເຄື່ອນທີ່ປະຈຳປີ 2025 ແລະ ວາງທິດທາງປີ 2026 ຈັດຂຶ້ນໃນວັນທີ 11 ມີນາຜ່ານມາ ທີ່ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ສະຫາຍໄດ້ໃຫ້ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ນາຍ ແລະ ພົນຕຳຫຼວດທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ນໍາເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນແຜນການ, ແຜນງານ, ໂຄງການລະອຽດ ເຂົ້າໃນໜ້າທີ່ວຽກງານວິຊາສະເພາະຂອງຕົນໃນປີ 2026 ນີ້ໃຫ້ມີຜົນສໍາເລັດຫຼາຍຂຶ້ນກວ່າເກົ່າ.
ສນຊ ມອບໃບຢັ້ງຢືນໃຫ້ 8 ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສນຊ ມອບໃບຢັ້ງຢືນໃຫ້ 8 ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີມອບໃບຢັ້ງຢືນ “ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ” ປະຈຳປີ 2025 ຂຶ້ນໃນວັນທີ 11 ມີນາ ຜ່ານມາ ທີ່ ສນຊ ໃຫ້ກຽດເປັນປະທານຂອງສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານຜູ້ປະຈຳການ ສນຊ ພ້ອມດ້ວຍຄະນະພັກ ແລະ ສະມາຊິກພັກເຂົ້າຮ່ວມ.
ກົມພັກ ສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານປະຈຳປີ 2025

ກົມພັກ ສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານປະຈຳປີ 2025

ກົມພັກ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານປະຈຳປີ 2025 ແລະ ວາງທິດທາງປີ 2026 ຂຶ້ນເມື່ອບໍ່ດົນມານີ້, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ພົຈວ ຫຸມພັນ ຜິວເຂັມພອນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະພັກ-ຄະນະບັນ ຊາກົມ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ເພີ່ມເຕີມ