ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ
ໃນວັນທີ 20 ເມສານີ້, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານແນວລາວສ້າງຊາດ ຢູ່ແຂວງໄຊຍະບູລີ ຊຶ່ງຄະນະໄດ້ໄປຢ້ຽມຢາມຊີວິດການເປັນຢູ່ຂອງຊົນເຜົ່າກຣີ (ເຜົ່າຕອງເຫຼືອງ)

 

ທີ່ອາໄສຢູ່ປ່າສະຫງວນແຫ່ງຊາດນໍ້າປຸຍ ຂອບເຂດບ້ານໂພນທອງ ເມືອງພຽງ ແຂວງໄຊຍະບູລີ. ໃນໂອກາດນີ້, ທ່ານຮອງປະທານສນຊ ໄດ້ມອບ ເຄື່ອງນຸ່ງຮົ່ມ, ເຄື່ອງໃຊ້ໃນຄົວເຮືອນເປັນຕົ້ນ: ໝໍ້,ຖ້ວຍ,ບ່ວງ,ຈອກ ແລະ ເຄື່ອງອາບນໍ້າຈໍານວນໜຶ່ງ, ໃຫ້ເຜົ່າຕອງເຫຼືອງໂດຍມີ ນາງ ນີ ແລະ ທ່ານ ບຸນນໍາ ນໍາພາເຂົາເຈົ້າຮັບເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ.

ເຜົ່າກຣີ ແມ່ນເຜົ່າໜຶ່ງທີ່ດໍາລົງຊີວິດຢູ່ໃນເມືອງພຽງ ມາເປັນເວລາຫຼາຍປີ ໂດຍສະເພາະ ອາໄສຢູ່ເຂດປ່າສະຫງວນແຫ່ງຊາດນໍ້າປຸຍ ເປັນສ່ວນໃຫຍ່, ປົກກະຕິແລ້ວພວກເຂົາຈະບໍ່ອາໄສຢູ່ບ່ອນໃດບ່ອນໜຶ່ງແບບຖາວອນ ຈະມີການເຄື່ອນຍ້າຍໄປຕາມປ່າຕາມດົງ ບ່ອນທີ່ອຸດົມສົມບູນ ແລະ ຢູ່ແບບກະແຈກກະຈາຍ ບ່ອນລະຄອບຄົວ ສອງຄອບຄົວ, ການອົບພະຍົບເຄື່ອນຍ້າຍມີລັກສະນະໝູນວຽນຄືນມາບ່ອນເກົ່າ; ດ້ວຍເຫດນີ້ ພວກເຂົາຈຶ່ງສາມາດ ຮູ້ແຫຼ່ງທີ່ມາຂອງອາຫານການກິນ ແລະ ຂອບເຂດການລ່າສັດປ່າ ໄດ້ເປັນຢ່າງດີ. ການປຸກສ້າງ ແລະ ບ່ອນຢູ່ອາໄສຈະບໍ່ຖາວອນພຽງແຕ່ເອົາໄມ້ເຮ້ຍມາເກາະກ່າຍກັນ ແລະ ຫາຕອງກ້ວຍ, ໃບບຸ່ນ, ໃບຄໍ້ມາມຸງເທົ່ານັ້ນ, ເມື່ອອາຫານເລີ່ມຫາຍາກ ຕອງກ້ວຍກໍເຫຼືອງ ເຂົາເຈົ້າກໍຈະຍ້າຍ ໄປຫາກິນບ່ອນໃໝ່. ເຜົ່າຕອງເຫຼືອງ ຈະບໍ່ມີການທໍາການຜະລິດເປັນຕົນເປັນໂຕ ສ່ວນຫຼາຍອາໄສຫາກິນຕາມທໍາມະຊາດ, ບໍ່ກິນເຂົ້າປາອາຫານເປັນຕົ້ນຕໍ. ການດໍາລົງຊີວິດແຕ່ລະວັນ ຈະອອກຈາກບ່ອນຢູ່ ເພື່ອໄປຊອກອາຫານເປັນຕົ້ນ: ໜໍ່ໄມ້, ຫົວມັນປ່າ, ຍອດບຸ່ນ, ຍອດຫວາຍ, ໝາກຄໍ້, ໝາກຕາວ ແລະ ປູປາ ຕາມຮ່ອງຫ້ວຍທໍາມະຊາດ ແລະ ໃສ່ແຮ້ວເອົາສັດປ່າມາສູ່ກັນກິນ, ບາງຄັ້ງໂຊກດີຫາມາໄດ້ຫຼາຍ ກໍນໍາເອົາມາແລກເຄື່ອງມືຫາກິນ ນໍາປະຊາຊົນ ຢູ່ເຂດບ້ານໃກ້ຄຽງ ເຊັ່ນ: ມີດ, ພ້າ, ສຽມ ແລະ ອື່ນໆ.

ປັດຈຸບັນ, ພັກ-ລັດຖະບານ ໂດຍສະເພາະການນໍາແຂວງ, ເມືອງໄດ້ສົມທົບພາກສ່ວນກ່ຽວຂ້ອງປຸກສ້າງເຮືອນວິນລາ 2 ຊັ້ນ ຈໍານວນ 5 ຫຼັງໃຫ້ແກ່ຊົນເຜົ່າກຣີໄດ້ມາຢູ່ຮ່ວມກັນເປັນບ້ານ ແລະ ໄດ້ຫັນຈາກການຫາກິນຕາມທໍາມະຊາດ ກິນເຜືອກ, ກິນມັນ ແລະ ກິນເຂົ້າເປັນຫຼັກ.

ທ່ານ ນາງ ນີ ແມ່ນເຜົ່າຕອງເຫຼືອງທີ່ສາມາດສື່ສານພາສາລາວຢ່າງຄ່ອງແຄ້ວ ລາວໄດ້ໃຫ້ຮູ້ວ່າ: ຕອນທີ່ຍັງບໍ່ທັນລົງມາຢູ່ເປັນບ້ານແມ່ນອາໄສຫາກິນຕາມທໍາມະຊາດເຊັ່ນໄປຂຸດມັນ, ເຜືອກ, ຍອດຫວາຍຕ່າງໆ ຢູ່ປ່າ ແມ່ນມີຄວາມຫຍຸ້ງຍາກຫຼາຍ, ຖ້າທຽບໃສ່ປັດຈຸບັນ ມີເຮືອນຢູ່ມີເຂົ້າກິນ, ມີອາຫານແຊບ, ມີເຄື່ອງນຸ່ງຫົ່ມ, ມີຢາປົວພະຍາດ ໂດຍເຫັນວ່າມີຄວາມສະດວກຫຼາຍ ແລະ ທ່ານຍັງໄດ້ໃຫ້ຮູ້ວ່າ: ບໍ່ຢາກກັບໄປຢູ່ແບບເກົ່າແລ້ວ. ຊົນເຜົ່າກຣີ ແມ່ນຊົນເຜົ່າໜຶ່ງນອນຢູ່ໃນ 50 ຊົນເຜົ່າໃນວົງຄະນາຍາດແຫ່ງຊາດລາວ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 213/ສພຊ ໄດ້ຮັບຮອງເອົາໃນວັນທີ 24 ພະຈິກ 2008; ມີພາສາປາກເວົ້າເປັນຂອງຕົນເອງເອີ້ນວ່າ: “ມາບຣີ” ຈັດໃນໝວດພາສາມອນ-ຂະແມ ເປັນເຜົ່າທີ 9 ຂອງເມືອງພຽງ ແຂວງໄຊຍະບູລີ ປັດຈຸບັນນີ້ ມີພົນລະເມືອງທັງໝົດ 19 ຄົນ ຍິງ 9 ຄົນ ແລະ ມີ 4 ເຄືອຍາດຢູ່ຮ່ວມກັນ.

(ຂ່າວ-ລີ, ພາບ: ບຸບຜາ+ອຸດອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພ້ອມແລ້ວ ທີ່ຈະຈັດງານວາງສະແດງສິນຄ້າ 3 ປະເທດ

ພ້ອມແລ້ວ ທີ່ຈະຈັດງານວາງສະແດງສິນຄ້າ 3 ປະເທດ

ພາຍຫຼັງທີ່ໄດ້ມີການຫ້າງຫາກະກຽມ ມາເປັນເວລາເກືອບເດືອນ ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງເຊກອງ ສະບັບເລກທີ 72/ຈຂ,ຊກ ລົງວັນທີ 30 ເມສາ 2025 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຈັດງານແລກປ່ຽນບົດຮຽນ 3 ປະເທດ ແລະ ມາຮອດປັດຈຸບັນ, ພ້ອມແລ້ວ ໃນການຈັດງານວາງສະແດງສິນຄ້າ 3 ປະເທດ (ລາວ, ໄທ ແລະ ຫວຽດນາມ) ຊຶ່ງຈະຈັດຂຶ້ນທີ່ສູນການຄ້າແຂວງເຊກອງ.
ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຕ່ຈຸດຄຸ້ມບ້ານມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ

ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຕ່ຈຸດຄຸ້ມບ້ານມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ

ພິທີເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແບບລຽງຫີນຕາມຄວາມເນີນ ແຄມແມ່ນໍ້າຂອງ ແຕ່ຈຸດຄຸ້ມບ້ານ ມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ລະຫວ່າງ ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງບໍ່ແກ້ວ ເຈົ້າຂອງໂຄງການ ກັບ ບໍລິສັດ ແກ້ວຈະເລີນ ກໍ່ສ້າງ-ສ້ອມແປງຊົນລະປະທານ ຂົວ-ທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ, ໄດ້ຈັດຂຶ້ນໃນວັນທີ 21 ພຶດສະພາຜ່ານມາ ຢູ່ທີ່ພະແນກ ຍທຂ ແຂວງ.
ສະພາປະຊາຊົນ ນວ ຮັບຮອງເອົາການສ້າງຕັ້ງ “ຕາແສງຊ້າງມີໄຊ”

ສະພາປະຊາຊົນ ນວ ຮັບຮອງເອົາການສ້າງຕັ້ງ “ຕາແສງຊ້າງມີໄຊ”

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ທີ່ເປີດຂຶ້ນໃນຕອນເຊົ້າວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການສໍານັກງານປົກຄອງ ນວ, ໃນວັນດຽວກັນ ກອງປະຊຸມກໍໄດ້ປິດລົງດ້ວຍຜົນສຳເລັດ.
ກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າ ເມືອງຫົງສາ

ກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າ ເມືອງຫົງສາ

ເມື່ອບໍ່ດົນມານີ້, ຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນເມືອງ ໄດ້ລົງກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າເຍືອງທາງລະບົບໄຟຟ້າຖາວອນ 4 ບ້ານຂອງເມືອງຫົງສາ ແຂວງໄຊຍະບູລີ ຄື: ບ້ານຫ້ວຍຈ້ວງ ຕິດຕັ້ງ 30 ຊຸດ, ບ້ານພູແລ້ງກາງ ຕິດຕັ້ງ 10 ຊຸດ, ບ້ານແທ່ນຄຳ 20 ຊຸດ ແລະ ບ້ານສີບູນເຮືອງ 40 ຊຸດ, ລວມທັງໝົດ 100 ຊຸດ.
ສະພາບເງິນຕາຂອງລາວມີສັນຍານເປັນບວກ

ສະພາບເງິນຕາຂອງລາວມີສັນຍານເປັນບວກ

ໂດຍ: ຣັດສະໝີ ດວງສັດຈະ ຜູ້ຂຽນ ໄດ້ມີໂອກາດເຂົ້າໄປພົວພັນວຽກງານຢູ່ທະນາຄານແຫ່ງ ສປປ ລາວ ກໍໄດ້ພົບປະກັບ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ ລາວ ຊຶ່ງທ່ານໄດ້ຜ່ານການເປັນຫຼາຍຫົວໜ້າກົມແລະ ຫ້ອງການ ຂອງທະນາຄານກາງ
ເຜີຍແຜ່ວຽກງານກົດລະຫັດອາຫານສາກົນ

ເຜີຍແຜ່ວຽກງານກົດລະຫັດອາຫານສາກົນ

ກອງປະຊຸມເຜີຍແຜ່ວຽກງານກົດລະຫັດອາຫານສາກົນ ໄດ້ຈັດຂຶ້ນໃນວັນທີ 20-22 ພຶດສະພານີ້ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຄິຢອງ ມີ ຄິມ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ຮອງລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

ໂດຍ: ບິກໄຊ ສົມພູ ໂດຍອີງຕາມທິດຊີ້ນໍາຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບວາງອອກ ເວົ້າລວມ ເວົ້າສະເພາະ ກໍຄືຂັ້ນເທິງໄດ້ມອບໝາຍໜ້າທີ່ໃຫ້ກອງພັນໃຫຍ່ 11 ເຂົ້າຮ່ວມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ,
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ

ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ

ໃນວາລະການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ IIໃນວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການປົກຄອງ ນວ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ໄດ້ລາຍງານກ່ຽວກັບການຄົ້ນຄວ້າສ້າງຕັ້ງຕາແສງ (ທົດລອງ) ຢູ່ເມືອງໄຊທານີ ໃຫ້ຮູ້ວ່າ: ພາຍຫຼັງລັດຖະທໍາມະນູນສະບັບປັບປຸງໃໝ່, ຮ່າງກົດໝາຍການປົກຄອງທ້ອງຖິ່ນສະບັບປັບປຸງທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝວິສາມັນເທື່ອ 2
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ໄດ້ເປີດຂຶ້ນໃນວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການປົກຄອງ ນວ, ພາຍໃຕ້ການເປັນປະທານຂອງທ່ານນາງລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ ຮອງປະທານສະພາປະຊາຊົນ ນວ, ທ່ານ ບຸນທາມ ພຸດທະວົງສາ ຄະນະພັກ ຮອງປະທານສະພາປະຊາຊົນ ນວ,
ຫາລື​​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ

ຫາລື​​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ

ໃນລະຫວ່າງວັນທີ 21-22​ ພືດສະພານີ້ ຢູ່ໂຮງແຮມຈໍາປາສັກແກຣນ ແຂວງຈໍາປາສັກ,​ ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງ​ແວດລ້ອມ​ ຮ່ວມກັບ​ ພະແນກ​ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງ​ແວດລ້ອມ​ (ຊສ)​ ແຂວງ​ຈໍາປາສັກ​ ໄດ້ຈັດກອງປະຊຸມປຶກສາຫາລື​ ຂັ້ນແຂວງ​ (ພາກໃຕ້)​ ກ່ຽວກັບ​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ 2026​-2030 ໂດຍການສະໜັບສະໜູນຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ລາວ​.​
ເພີ່ມເຕີມ