ຮອງປະທານປະເທດ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄໍາມ່ວນ

ຮອງປະທານປະເທດ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄໍາມ່ວນ
ວັນທີ 21 ຕຸລາ ຜ່ານມານີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ, ໂດຍການຕ້ອນຮັບຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະການນໍາຂອງແຂວງ, ໂອກາດດັ່ງກ່າວ, ຍັງໄດ້ເປັນກຽດປູກຕົ້ນໄມ້ ເພື່ອເປັນທີ່ລະນຶກ ຢູ່ເດີ່ນຕໍ່ໜ້າເຮືອນຮັບແຂກເລກ 1 ຂອງແຂວງ ຈາກນັ້ນກໍໄດ້ພົບປະກັບຄະນະການນໍາຂອງແຂວງ ທີ່ຫ້ອງປະຊຸມເຮືອນຮັບແຂກດັ່ງກ່າວ.
ທ່ານ ວັນໄຊ ພອງສະຫວັນ ໄດ້ລາຍງານໂດຍຫຍໍ້ສະພາບເສດຖະກິດ-ສັງຄົມຂອງແຂວງ ຊຶ່ງແຂວງຄຳມ່ວນໄດ້ກຳນົດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຕາມ 3 ທ່າແຮງຄື:  ທ່າແຮງທາງດ້ານກະສິກໍາ,  ທ່າແຮງທາງດ້ານອຸດສາຫະກຳພະລັງງານ-ບໍ່ແຮ່ ແລະ  ທ່າແຮງທາງດ້ານການບໍລິການທາງຜ່ານ ແລະ ການທ່ອງທ່ຽວ.  ໃນໄລຍະ  9 ເດືອນຕົ້ນປີ 2023 ເຫັນວ່າເສດຖະກິດຂອງແຂວງຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 5,54 %, ການລົງທຶນທັງພາຍໃນ ແລະ ຕ່າງປະເທດມີທ່າອຽ່ງເພີ່ມຂຶ້ນ, ມູນຄ່າການລົງທຶນບັນລຸ 188 ລ້ານກວ່າໂດລາ, ມູນຄ່າຈົດທະບຽນ 182 ລ້ານກວ່າໂດລາ, ໃນນີ້ຫຼາຍກວ່າໝູ່ແມ່ນການລົງທຶນຂົງເຂດບໍ່ແຮ່ ລວມເຖິງການລົງທຶນຂັ້ນສູນກາງ ແລະ ຂັ້ນແຂວງຄຸ້ມຄອງ, ສ່ວນກິດຈະການລົງທຶນໃນຂົງເຂດອື່ນ ຍັງແມ່ນກິດຈະການຂຸດຄົ້ນວັດຖຸດິບເພື່ອສົ່ງອອກເປັນຕົ້ນແຮ່ເຫຼັກ, ດ້ານການສົ່ງເສີມການຜະລິດຂອງປະຊາຊົນ ສ່ວນຫຼາຍແມ່ນຂະບວນການປູກຢາງພາລາ, ມັນຕົ້ນ ແລະການຜະລິດສິນຄ້າຫັດຖະກໍາກໍ່ມີທ່າກ້າວ. ສໍາລັບບັນຫາການຄຸ້ມຄອງການສົ່ງອອກສິນຄ້າແມ່ນຍັງບໍ່ທັນມີການຄຸ້ມຄອງຢ່າງເຂັ້ມງວດເຮັດໃຫ້ການຕິດຕາມການສົ່ງອອກລວມເຖິງການຄຸ້ມຄອງເມັດເງິນທີ່ຈະເຂົ້າສູ່ລະບົບຍັງພົບບັນຫາຢູ່,  ດ້ານການເກັບລາຍຮັບງົບປະມານ ໂດຍສະເພາະການຈັດເກັບລາຍຮັບຈາກ 23 ຫົວໜ່ວຍພາຍຫຼັງລັດຖະບານມອບໃຫ້; ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 16 ຫົວໜ່ວຍ ແມ່ນລື່ນແຜນ, ນອກນີ້ ບັນດາຂະແໜງການທີ່ກ່ຽວຂ້ອງອີກຈໍານວນໜຶ່ງຍັງໄດ້ລາຍງານເພີ່ມເຕີມກ່ຽວກັບການຈັດຕັ້ງປະຕິ ບັດໜ້າທີ່ວຽກງານໃນຜ່ານມາ, ຕະຫຼອດເຖິງແຜນວຽກຈຸດສຸມປີ 2024 ທີ່ແຂວງຄໍາມ່ວນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ; ໂອກາດດັ່ງກ່າວ ທ່ານ ນາງ ປານີ ຢາທໍ່ຕູ້ ຍັງໄດ້ມີຄໍາເຫັນ ໃຫ້ຄະນະນໍາຂອງແຂວງ ເອົາໃຈໃສ່ສືບຕໍ່ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ກໍຄືກະຊວງທີ່ກ່ຽວຂ້ອງ ຢູ່ໃນຂັ້ນທ້ອງຖິ່ນ ໂດຍສະ ເພາະການປະຕິບັດນະໂຍບາຍ ແລະ ມາດຕະການໃນການແກ້ໄຂໄພເງິນເຟີ້ ແລະ ບັນຫາອັດຕາແລກປ່ຽນທີ່ເຫັນວ່າຍັງບໍ່ທັນແຂງແຮງເທື່ອ, ປັບປຸງຄືນລະບອບແບບແຜນເຮັດວຽກ, ກໍານົດກົນໄກມາດຕະການເຮັດວຽກຂອງຄະນະໃຫ້ຕິດພັນກັບວຽກວິຊາສະເພາະສິດໜ້າທີ່ຂອງບັນດາຂະແໜງການທີ່ກ່ຽວຂ້ອງ ໃນການປະຕິບັດລາຍຮັບໂດຍຜ່ານການສົ່ງເສີມຜະລິດພາຍໃນ ແລະ ສົ່ງອອກ, ຈັດຕັ້ງເຜີຍແຜ່ປະຕິບັດຢ່າງເຂັ້ມງວດບັນດານິຕິກໍາຂອງລັດຖະບານທີ່ໄດ້ຈັດສົ່ງລົງມາ ໃຫ້ບັນດາພະແນກການສາຍຕັ້ງຂອງຕົນ, ພ້ອມດຽວກັນນັ້ນ ອົງການປົກຄອງແຂວງຕ້ອງໄດ້ກໍານົດນິຕິກໍາ ເພື່ອຈັດຕັ້ງຜັນຂະຫຍາຍແຜນງານຂອງລັດຖະບານ, ໃຫ້ກວດກາແຜນງານຂອງບັນດາຂະແໜງການວ່າມີການ, ຕະຫຼອດຮອດມາດຕະການຈັດຕັ້ງປະຕິບັດ, ສໍາລັບພະແນກການ ພາຍຫຼັງສ້າງແຜນແລ້ວຄວນມີກອງປະຊຸມປຶກສາຫາລືແບບແຜນວິທີເຮັດວຽກ ແລະ ກົນໄກການການປະສານງານລະຫວ່າງ 6 ຂະແໜງການ ເພື່ອວາງກົນໄກກໍານົດຂັ້ນຕອນ, ວິທີການຈັດຕັ້ງປະຕິບັດໃຫ້ເຂົ້າສູ່ລະບົບລະບຽບການ, ທຸກພາກສ່ວນຕ້ອງສ້າງໜ່ວຍງານສະຖິຕິ ເພື່ອເກັບກໍາຂໍ້ມູນ ຢ່າງຊັດເຈນ, ພ້ອມກັນແກ້ໄຂບັນຫາເສດຖະກິດການເງິນໃຫ້ມີຄວາມເຂັ້ມແຂງ, ໂດຍສະເພາະພະແນກການທີ່ເປັນເສນາທິການທີ່ເຂັ້ມແຂງໃຫ້ແຂວງ ຕ້ອງໄດ້ບືນຕົວຂຶ້ນ ຫັນເຂົ້າສູ່ຄຸນນະພາບໃຫ້ຫຼາຍຂຶ້ນກວ່າເກົ່າ, ມີຄວາມຮັບຜິດຊອບຫຼາຍຂຶ້ນກວ່າເກົ່າ, ປະຕິບັດບົດບາດຄຸ້ມຄອງມະຫາພາກ ແລະ ກົນໄກປະສານງານຫຼາຍຂຶ້ນກວ່າເກົ່າ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ມີຄວາມເປັນເອກະພາບສູງຢູ່ພາຍໃນໜ່ວຍພັກຂອງແຕ່ລະພະແນກການ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາໆພາຂອງອົງຄະນະພັກແຂວງ ຈະພ້ອມກັນສູ້ຊົນແກ້ໄຂບັນຫາໃຫ້ມີຜົນສໍາເລັດ. 
    ໃນວັນດຽວກັນ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ເຄື່ອນໄຫວຢ້ຽມຢາມ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ໂຖງຢົງເຫີງ ຜູ້ອໍານວຍການ ບໍລິສັດ ດັ່ງກ່າວ, ພ້ອມທັງລາຍງານຫຍໍ້ກ່ຽວກັບສະພາບ ການເຄື່ອນໄຫວຂຸດຄົ້ນ ແລະ ຈໍາໜ່າຍຜະລິດຕະພັນ ຂອງບໍລິສັດ, ຊຶ່ງບໍລິສັດຊີໂນ-ອາກຣີ ໂປຕາສ ຈໍາກັດ  ໄດ້ຈົດທະບຽນສ້າງຕັ້ງຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນເດືອນ ພຶດສະພາ 2009, ເປັນບໍລິສັດລະດັບສາກົນທີ່ດໍາເນີນການຂຸດຄົ້ນແຮ່ເກືອໂປຕາສ, ຜະລິດເກືອໂປຕາສ(ປຸ໋ຍໂປຕາສ) ແລະ ຈໍາໜ່າຍເກືອໂປຕາສ. ບໍລິສັດ ດັ່ງກ່າວ ມຸ່ງໝັ້ນທີ່ຈະກໍ່ສ້າງໂຄງການເກືອໂປຕາສຢູ່ລາວໃຫ້ເປັນໂຄງການສີຂຽວ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ພັດທະນາຢ່າງຍືນຍົງ. ພາຍໃຕ້ການສະໜັບສະໜູນອັນໃຫຍ່ຫຼວງ ແລະ ນໍາພາ ຂອງລັດຖະບານທັງສອງປະເທດ, ຊີໂນ ໂປຕາສ ໄດ້ລົງເລິກພັດທະນາໃນຂົງເຂດເກືອໂປຕາສຢູ່ລາວເປັນເວລາ 10 ກວ່າປີແລ້ວ, ປັດຈຸບັນພວມກໍ່ສ້າງກໍາລັງການຜະລິດຝຸ່ນໂປຕາສໃຫ້ບັນລຸ 3 ລ້ານໂຕນ/ປີ, ແຜນການໄລຍະກາງແມ່ນຈະສ້າງກໍາລັງການຜະລິດຝຸ່ນໂປຕາສໃຫ້ບັນລຸ 5 ລ້ານໂຕນ/ປີ, ແຜນການໄລຍະຍາວແມ່ນຈະສ້າງກໍາລັງການຜະລິດຝຸ່ນໂປຕາສໃຫ້ບັນລຸ 10 ລ້ານໂຕນ/ປີ, ເພື່ອປະກອບສ່ວນຊຸກຍູ້ເສດຖະກິດ-ສັງຄົມຂອງລາວໃຫ້ພັດທະນາວ່ອງໄວຂຶ້ນ, ເພື່ອສ້າງເປັນສິນຄ້າຍີ່ຫໍ້ດັງຂອງລາວ, ກາຍເປັນຜູ້ຜະລິດ ແລະ ຜູ້ສະໜອງເກືອໂປຕາສລະດັບໂລກ, ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຜະລິດກະສິກໍາຂອງໂລກ. ນອກນີ້ໃນເຂດດັ່ງກ່າວຍັງໄດ້ສ້າງເປັນສວນອຸດສາຫະກຳໝູນວຽນອັດສະລິຍະອາຊີ ໂປຕາສ ສາກົນ ໂດຍຈະແບ່ງອອກເປັນ 3 ພາກສ່ວນໃຫຍ່ຄື: ສວນອຸດສາຫະກໍາໂປຕາສ, ສວນອຸດສາຫະກຳອະໂປຕາສ ແລະ ເມືອງອັດສະລິຍະ ມີເນື້ອທີ່ທັງໝົດປະມານ 2.000 ເຮັກຕາ, ຄາດຄະເນການລົງທຶນທັງໝົດ 4,31 ຕື້ໂດລາ. 
 ໃນໂອກາດດຽວກັນ, ທ່ານຮອງປະທານປະເທດ ຍັງໄດ້ມີຄໍາເຫັນຊີ້ນໍາ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວດໍາເນີນທຸລະກິດຂອງບໍລິສັດໃນໄລຍະຜ່ານມາ  ແລະ ສະເໜີມາຍັງບໍລິສັດ ມີສ່ວນຮ່ວມຊ່ວຍເຫຼືອໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຂອງ ສປປ ລາວ ໂດຍສະເພາະແມ່ນບັນຫາການສົ່ງອອກສິນຄ້າ, ບັນຫາການດຸ່ນດ່ຽງຊ່ວຍໜູນທາງດ້ານເງິນຕາຕ່າງປະເທດໃນການຄໍ້າຈູນເງິນກີບຂອງລາວ, ຊຶ່ງສະແດງອອກໃນການນໍາເຂົ້າ-ສົ່ງອອກ ໃຫ້ຜ່ານລະບົບທະນາຄານ ໃຫ້ລັດພວກເຮົາສາມາດຄຸ້ມຄອງບໍລິສັດ ກໍຄືການຄຸ້ມຄອງເງິນຕາຕ່າງປະເທດ ເປັນສ່ວນຮ່ວມທີ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງພາກລັດ ແລະ ພາກທຸລະກິດ. ໃນເມື່ອຂຸດຄົ້ນສໍາເລັດຢູ່ແຕ່ລະຈຸດ ໃຫ້ບໍລິສັດນໍາໃຊ້ເຕັກນິກທີ່ທັນສະໄໝ ເພື່ອຈະຖົມຂຸມທີ່ຂຸດຄົ້ນແລ້ວ ເພື່ອໃຫ້ເຂດດັ່ງກ່າວກັບສູ່ສະພາບເດີມ ໃຫ້ສາມາດນໍາໃຊ້ເຂົ້າສູ່ການຜະລິດຕໍ່ໄປ ເພື່ອອະນາຄົດຂອງລູກຫຼານໃນຕໍ່ໜ້າ. ເອົາໃຈໃສ່ສືບຕໍ່ໃນການປົກປັກຮັກສາສິ່ງແວດລ້ອມໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະການລະບາຍນໍ້າເຄັມ ແລະ ບໍາບັດນໍ້າເປື້ອນ ເພື່ອເປັນຕົວແບບໃຫ້ບັນດາບໍລິສັດຂຸດຄົ້ນບໍ່ແຮ່ ໃນລາວ ເວົ້າສະເພາະກໍຄືຢູ່ແຂວງຄໍາມ່ວນ. ທັງສະເໜີໃຫ້ບໍລິສັດ ນໍາເອົາເຕັກນິກວິຊາການກ່ຽວກັບໂຄງການປູກເຂົ້າທົດລອງ 3 ລະດູ/ປີ ຢູ່ແຂວງຈໍາປາສັກ ໂດຍນໍາໃຊ້ແນວພັນເຂົ້າຈາກ ສປ ຈີນ ໃນການສົ່ງເສີມຜະລິດເຂົ້າເພື່ອຄໍ້າປະກັນສະບຽບອາຫານ ເພື່ອສົ່ງອອກ  ເພື່ອຈະນໍາມາຂະຫຍາຍໃຫ້ບັນດາແຂວງທີ່ມີເງື່ອນໄຂ. ດ້ານການຊຸກຍູ້ສົ່ງເສີມແຮງງານລາວໃຫ້ບໍລິສັດຄົ້ນຄວ້າພິຈາລະນາສ້າງສູນຝຶກອົບຮົມຍົກລະດັບສີມືແຮງງານຂອງລາວ, ເພື່ອຊ່ວຍສ້າງບຸກຄະລາກອນ ແລະ ນັກວິຊາການເຕັກນິກທີ່ມີລະດັບສີມື, ມີຄວາມຮູ້  ເພື່ອຈະສືບຕໍ່ເຂົ້າມາເຮັດວຽກໃນບໍລິສັດໃຫ້ນັບມື້ນັບເພີ່ມຂຶ້ນ. ເອົາໃຈໃສ່ເພີ່ມທະວີປັບປຸງໃນເຂດໂຄງການແຫ່ງນີ້ໃຫ້ມີຄວາມສະອາດ, ສວຍງາມ, ມີຄວາມເປັນລະບຽບ ແລະ ສະຫງົບ, ໃນວັນດຽວກັນນັ້ນ ທ່ານຮອງປະທານປະເທດ ຍັງໄດ້ເດີນທາງໄປຢ້ຽມຢາມຈຸດບໍລິການຄ່ຽນຖ່າຍຂົນສົ່ງສິນຄ້າຜ່ານແດນ ຢູ່ສາງເກັບມ້ຽນສິນຄ້າ ຂອງດ່ານພາສີສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນຕື່ມອີກ. 
(ຂ່າວ-ພາບ: ມະນີວັນ)
       

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ