ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ
ທ່ານ ເຂິງຄໍາ ແກ້ວໜູຈັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 28 ກໍລະກົດນີ້ ທີ່ສໍານັກງານນາຍົກລັດຖະມົນຕີ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ 2026 ວ່າ: ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາ ຊິກລັດຖະບານ ແລະ ຜູ້ຕາງໜ້າເຂົ້າຮ່ວມແບບເຊິ່ງໜ້າ, ບັນດາປະທານ, ຮອງປະທານ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນກໍລະກົດ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນສິງຫາ 2026.
ຜນກອງປະຊມສະໄໝສາມນຂອງລດຖະບານ ປະຈຳເດອນກລະກດ - image 1
 
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ໃນ 4 ວາລະສໍາຄັນ ຄື:
ວາລະທີ 1: ການປະຕິບັດວຽກຈຸດສຸມພົ້ນເດັ່ນປະຈໍາເດືອນກໍລະກົດ ແລະ ທິດທາງແຜນການປະຈຳເດືອນສິງຫາ2026 ຂອງລັດຖະບານ, ໃນນັ້ນ: ວຽກງານພົ້ນເດັ່ນປະຈໍາເດືອນກໍລະກົດ 2026 ເຫັນວ່າ: ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ເອົາໃຈໃສ່ເກັບກູ້ອາວຸດ, ວັດຖຸລະເບີດ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ແກ້ງສະແກມເມີ, ການລັກລອບຂຸດຄົ້ນແຮ່ທາດ, ການລັກລອບຄົນເຂົ້າ-ອອກເມືອງ, ການນໍາເຂົ້າ ແລະ ນໍາໃຊ້ພາຫະນະບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 64% ຂອງແຜນການປີ, ປະຕິ ບັດແຜນລາຍຈ່າຍງົບປະມານໄດ້ 42% ຂອງແຜນການປີ, ສະສົມຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າບໍ່ຫຼຸດ 5 ເດືອນ, ຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7.6%. ພ້ອມກັນນັ້ນ, ການກໍ່ສ້າງ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ-ຂົວ, ການຜະລິດສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກ, ການພັດທະນາວຽກງານການສຶກສາ, ສາທາລະນະສຸກ, ພະລັງງານໄຟຟ້າ, ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ການອອກໃບຕາດິນ, ການຄຸ້ມຄອງ-ພັດທະນາສີມືແຮງງານ, ການພັດທະນາພື້ນຖານໂຄງລ່າງ, ການທ່ອງທ່ຽວ, ການສ້າງ ແລະ ປັບປຸງກົດໝາຍ, ການແກ້ໄຂບັນຫານໍ້າມັນເຊື້ອໄຟ, ການຫັນເປັນດີຈີຕອນ ແລະ ທັນສະໄໝ, ການປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ, ການເຄື່ອນໄຫວວຽກງານການຕ່າງປະເທດ, ການປັບປຸງການຈັດຕັ້ງແຕ່ລະຂັ້ນ, ການປະກາດສ້າງຕັ້ງຕາແສງ ແລະ ອື່ນໆ ລ້ວນແຕ່ສືບຕໍ່ມີຄວາມຄືບໜ້າເປັນກ້າວໆ.
 ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ ບັນຫາສະແກມເມີ, ບັນຫາຢາເສບຕິດ, ອຸບັດເຫດຕາມທ້ອງຖະໜົນ, ອັກຄີໄພ, ຂີ້ລັກງັດແງະ ແລະ ການສ້າງຄວາມບໍ່ສະຫງົບຢູ່ພາຍໃນສັງຄົມ; ບັນຫາໄຟຟ້າຕົກ, ການສະໜອງນໍ້າປະປາບໍ່ທັນພຽງພໍ; ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ, ການລັກລອບຄົນເຂົ້າ-ອອກເມືອງ, ບັນຫາຂີ້ລັກ-ປຸ້ນຈີ້ຊີງຊັບ, ການພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ການຄຸ້ມຄອງລາຄາສິນຄ້າ; ຄວາມຕື່ນຕົວເປັນເຈົ້າໃນການຈັດຕັ້ງປະຕິບັດທິດຊີ້ນໍາຂອງລັດຖະບານ; ການພັດທະນາ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ ແລະ ອື່ນໆ.  
ສໍາລັບວາລະທີ 2: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຜົນການຄົ້ນຄວ້າປັບປຸງບັນຊີກິດຈະການຄວບຄຸມຕາມກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ໂດຍຫຼຸດລົງຈາກ 44 ລາຍການ ເປັນ 20 ລາຍການ ເພື່ອໃຫ້ສອດຄ່ອງກັບທ່າອ່ຽງການພັດທະນາເສດຖະກິດ-ສັງຄົມ ກໍຄືກົດໝາຍທີ່ກ່ຽວຂ້ອງ.
ວາລະທີ 3: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບັນດາຮ່າງກົດໝາຍ ທີ່ຈະນຳເຂົ້າຜ່ານກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຈຳນວນ 16 ສະບັບ, ໃນນັ້ນ ມີກົດໝາຍສ້າງໃໝ່ 2 ສະບັບ ແລະ ປັບປຸງ 14 ສະບັບ. ກອງປະຊຸມໄດ້ຊີ້ນໍາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ນຳເອົາຮ່າງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການຕົນ ໄປປັບປຸງຕື່ມບາງຈຸດ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນກວ່າເກົ່າ.
ວາລະທີ 4: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນິຕິກໍາຈໍານວນ 4 ສະບັບຄື: (1) ຮ່າງມະຕິ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ຕອບສະໜອງການພັດທະນາໃນເງື່ອນໄຂໃໝ່, (2) ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ, (3) ຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ແລະ (4) ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ. ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງນໍາເອົາບັນດາຮ່າງນິຕິກໍາດັ່ງກ່າວ ໄປປັບປຸງໃຫ້ມີເນື້ອໃນຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບທິດທາງການພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ ເພື່ອນຳສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ພິຈາລະນາຮັບຮອງ.
 ສໍາລັບແຜນວຽກຈຸດສຸມໃນເດືອນສິງຫາ 2026 ລັດຖະບານ ຈະໄດ້ສືບຕໍ່ເອົາໃຈໃສ່ປະຕິບັດວຽກຈຸດສຸມ ທີ່ສໍາຄັນຈໍານວນໜຶ່ງຄື:
ສືບຕໍ່ສຸມໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນຂອບເຂດທົ່ວປະເທດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມໃຫ້ເຂັ້ມງວດ ແລະ ເດັດຂາດກວ່າເກົ່າ; ຕິດຕາມ ແລະ ຕອບໂຕ້ບັນດາຂ່າວບິດເບືອນ ແລະ ໃສ່ຮ້າຍປ້າຍສີຕ່າງໆ; ກະກຽມຄວາມພ້ອມຮອບດ້ານໃນການຮັບມືກັບໄພນໍ້າຖ້ວມ ເພື່ອຊ່ວຍເຫຼືອປະຊາຊົນເຂດນ້ຳຖ້ວມໃຫ້ທັນການ ແລະ ປອດໄພ,
ສຸມໃສ່ການເກັບລາຍຮັບງົບປະມານຈາກແຫຼ່ງລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ, ເລັ່ງທວງໜີ້ຕ້ອງຮັບທີ່ຍັງຄ້າງຊຳລະ, ໜີ້ສິນຄ່າບິນຜ່ານນ່ານຟ້າ ແລະ ອື່ນໆ ລວມເຖິງການເກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ຢູ່ບັນດາຂະແໜງການ ແລະ ດ່ານສາກົນ; ຮີບຮ້ອນຄົ້ນຄວ້ານະໂຍບາຍ, ກົນໄກການຄຸ້ມຄອງຮ້ານຄ້າ-ປອດພາສີໃນຕົວເມືອງ ເພື່ອກະຕຸ້ນກຳລັງຊື້ຂອງນັກທ່ອງທ່ຽວ; ສືບຕໍ່ຄົ້ນຄວ້ານະໂຍບາຍພິເສດ ສຳລັບການພັດທະນາແຂວງຫົວພັນ ແລະ ຜົ້ງສາລີໃຫ້ສຳເລັດພາຍໃນເດືອນສິງຫາ 2026
ຕິດຕາມລາຄານໍ້າມັນໃນຕະຫຼາດໂລກຢ່າງໃກ້ຊິດ ແລະ ກຽມພ້ອມຮັບມືຕໍ່ຄວາມສ່ຽງໃນການຂາດແຄນ ແລະ ເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ ເພື່ອຮັບປະກັນການສະໜອງນໍ້າມັນໃຫ້ພຽງພໍ, ປ້ອງກັນ ແລະ ແກ້ໄຂການກັກຕູນ ແລະ ປັບໂຄງສ້າງລາຄາໃຫ້ແທດເໝາະກັບສະພາບຕົວຈິງ; ຮີບຮ້ອນຄົ້ນຄວ້າກໍານົດທາງເລືອກໃນການລົງທຶນກໍ່ສ້າງທໍ່ສົ່ງນໍ້າມັນຈາກ ສສ ຫວຽດນາມ ມາ ສປປ ລາວ ແລ້ວລາຍງານລັດຖະບານໃນເດືອນສິງຫາ 2026; ສືບຕໍ່ຊຸກຍູ້ການປະຕິບັດນະໂຍບາຍສົ່ງເສີມການນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນໃຫ້ແຂງແຮງ ເພື່ອຫຼຸດຜ່ອນການນຳໃຊ້ນໍ້າມັນເຊື້ອໄຟ; ເອົາໃຈໃສ່ຕິດຕາມກວດກາຄວາມປອດໄພຂອງເຂື່ອນ ແລະ ບໍລິຫານຈັດການນໍ້າໃນເຂື່ອນ, ສ້າງແຜນຮັບມືຕໍ່ກັບບັນຫາໄຟຟ້າຕົກ-ໄຟຟ້າດັບ ທີ່ອາດຈະເກີດຂຶ້ນ; ປັບປຸງແກ້ໄຂບັນຫາສາຍໄຟຟ້າ, ໝໍ້ແປງ, ສາຍເຄເບີ້ນທີ່ມີອາຍຸການໃຊ້ງານຫຼາຍປີ ເພື່ອປ້ອງກັນການເກີດອັກຄີໄພ.
ສືບຕໍ່ສຸມໃສ່ສ້ອມແປງບັນດາເສັ້ນທາງຫຼວງແຫ່ງຊາດ ແລະ ເສັ້ນທາງຫຼວງທ້ອງຖິ່ນ ທີ່ອາດໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ເດັດຂາດບໍ່ໃຫ້ການສັນຈອນຖືກຕັດຂາດ ແລະ ກໍ່ສ້າງບັນດາເສັ້ນທາງທີ່ກຳນົດໃນແຜນແລ້ວໃຫ້ມີຄວາມຄືບໜ້າໄວ,
ສືບຕໍ່ສຸມໃສ່ຊຸກຍູ້ການຜະລິດລະດູຝົນ, ຕິດຕາມເຝົ້າລະວັງ ແລະ ແຈ້ງໃຫ້ຊາວກະສິກອນກະກຽມຮັບມືກ່ຽວກັບສະພາບການປ່ຽນແປງດິນຟ້າອາກາດ, ພະຍາດພືດ-ສັດ ທີ່ອາດຈະກະທົບຕໍ່ການຜະລິດຂອງປະຊາຊົນ,
ສືບຕໍ່ກະກຽມຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນໃນສົກສຶກສາ 2026-2027 ແລະ ປຸກລະດົມ, ສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ລູກຫຼານສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ກະກຽມເປີດສົກຮຽນໃໝ່ໃນທຸກຊັ້ນຮຽນ ພ້ອມທັງແກ້ໄຂບັນຫາການປະລະການຮຽນ ແລະ ສົ່ງເສີມວຽກງານກິລາໃຫ້ມີຄວາມເຂັ້ມແຂງ ເພື່ອກຽມຄວາມພ້ອມການເຂົ້າຮ່ວມການແຂ່ງຂັນລະດັບຕ່າງໆ.
ສືບຕໍ່ພັດທະນາສີມືແຮງງານໃຫ້ມີຄຸນນະພາບ, ສະໜອງແຮງງານໃຫ້ພຽງພໍກັບຄວາມຕ້ອງການ, ຄຸ້ມຄອງການເຄື່ອນຍ້າຍແຮງງານເຂົ້າ-ອອກຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ.  
ສືບຕໍໍ່ໍຊຸກຍູ້ສົ່ງເສີມ ແລະ ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ, ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂະໜາດໃຫຍ່ ທີ່ໄດ້ຮັບອະນຸຍາດສໍາປະທານໃຫ້ດຳເນີນໄປຕາມກົດໝາຍ, ລະບຽບການ ແລະ ສັນຍາກຳນົດໄວ້.
ສືບຕໍ່ຕິດຕາມເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດຕາມລະດູການທີ່ຈະກະທົບຕໍ່ສຸຂະພາບ, ຊີວິດການເປັນຢູ່ຂອງປະຊາຊົນ; ສືບຕໍ່ປັບປຸງຍົກລະດັບຄຸນນະພາບການບໍລິການ, ການຫັນເປັນທັນສະ ໄໝ ແລະ ການຄຸ້ມຄອງການບໍລິການຂອງໂຮງໝໍເອກະຊົນໃຫ້ຮັດກຸມ,
ສືບຕໍ່ສຸມໃສ່ແກ້ໄຂບັນຫາທີ່ຕິດພັນກັບຂົງເຂດວັດທະນະທໍາ ແລະ ການທ່ອງທ່ຽວໃຫ້ເຂັ້ມງວດກວ່າເກົ່າ ເປັນຕົ້ນບັນຫາປ້າຍໂຄສະນາ, ບັນຫາສຽງເນືອງນັນເກີນຂອບເຂດ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ມັກເກີດຂຶ້ນ,
ໃຫ້ແຕ່ລະກະຊວງ-ອົງການທຽບເທົ່າ ເປັນເຈົ້າການລົງຮາກຖານຊ່ວຍແຂວງ ຕາມຂໍ້ຕົກລົງເລກທີ 27/ນຍ, ລົງວັນທີ 20 ເມສາ 2026
ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນບັນດາກອງປະຊຸມ, ຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳພັກ-ລັດ, ຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍໃຫ້ເປັນຮູບປະທຳຫຼາຍຂຶ້ນ, ກະກຽມຮອບດ້ານໃຫ້ ການເຄື່ອນໄຫວຕ່າງປະເທດຂອງການນຳຂັ້ນສູງ ແລະ ການຕ້ອນຮັບຄະນະຜູ້ແທນຕ່າງປະເທດຕ່າງໆ ທີ່ຈະມາຢ້ຽມຢາມ ສປປ ລາວ.
ໃຫ້ບັນດາກະຊວງ-ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ສັງລວມກ່ຽວກັບການຈັດ ຕັ້ງປະຕິບັດທິດຊີ້ນຳຂອງລັດຖະບານຕາມມະຕິ, ຄຳສັ່ງ, ແຈ້ງການຕ່າງໆ ໃນໄລຍະເດືອນມິຖຸນາ ຫາເດືອນກໍລະກົດ 2026 ແລ້ວລາຍງານໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອສັງລວມລາຍງານທ່ານ ນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳໄດ້ຮັບຊາບ ແລະ ມີທິດຊີ້ນຳ
ສຸມໃສ່ກະກຽມຮ່າງກົດໝາຍຕ່າງໆ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃຫ້ຮັບປະກັນທາງດ້ານເນື້ອໃນ ແລະ ທ່ວງທັນເວລາ
ໃຫ້ກະຊວງກ່ຽວຂ້ອງ ສືບຕໍ່ກະກຽມ ແລະ ປັບປຸງເອກະສານທີ່ຈະລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກໃນຕົ້ນເດືອນສິງຫາ 2026 ນີ້.
 ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມປະຈຳເດືອນສິງຫາ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະ ແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະຂະແໜງການ.  
(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເພີ່ມເຕີມ