ຂ່າວລະບຸວ່າ: ເຈົ້າໜ້າທີ່ສະມາຄົມອຸດສາຫະກຳລົດຈີນກ່າວວ່າ, ເຫດຜົນທີ່ເຮັດໃຫ້ການສົ່ງອອກລົດສາມາດຮັກສາການເຕີບໂຕຢ່າງວ່ອງໄວ, ຕົ້ນຕໍແມ່ນຍ້ອນຈີນມີຕ່ອງໂສ້ອຸດສາຫະກຳລົດທີ່ຄົບຖ້ວນທີ່ສຸດໃນໂລກ, ຈາກການປຸງແຕ່ງແຮ່ທາດຣີທຽມ, ການຜະລິດໝໍ້ໄຟ, ເຄື່ອງຈັກໄຟຟ້າ ແລະ ລະບົບຄວບຄຸມໄຟຟ້າ ຮອດການປະກອບລົດຈົນສົມບູນ, ບໍ່ພຽງແຕ່ສາມາດຄວບຄຸມຕົ້ນທຶນໄດ້, ຍັງມີຄວາມສາມາດທີ່ເຂັ້ມແຂງໃນການຕ້ານກັບຄວາມສ່ຽງດ້ານຕ່ອງໂສ້ການສະໜອງ. ນອກນີ້, ຂະບວນການຫັນເປັນອັດສະລິຍະຂອງອຸດສາຫະກຳລົດຂອງຈີນໄດ້ກາຍເປັນກຳລັງແຂ່ງຂັນຕົ້ນຕໍ, ການຂັບຂີ່ແບບອັດສະລິຍະ ແລະ ລະບົບໂຕ້ຕອບໃນຫ້ອງໂດຍສານກັບລົດເປັນຕົ້ນໄດ້ພັດທະນາຂຶ້ນຢ່າງວ່ອງໄວ ຊຶ່ງສາມາດຕອບສະໜອງກັບຄວາມຕ້ອງການຂອງລູກຄ້າຕ່າງປະເທດໄດ້ຢ່າງຖືກຕ້ອງແມ່ນຢຳ.
ຄໍາເຫັນ