ໄຟຟ້າລາວ ສະຫຼຸບການດໍາເນີນທຸລະກິດ 6 ເດືອນຕົ້ນປີ ແລະ ທ້າຍປີ 2026

ໄຟຟ້າລາວ ສະຫຼຸບການດໍາເນີນທຸລະກິດ 6 ເດືອນຕົ້ນປີ ແລະ ທ້າຍປີ 2026

ໄຟຟ້າລາວ ສະຫຼຸບການດໍາເນີນທຸລະກິດ 6 ເດືອນຕົ້ນປີ ແລະ ທ້າຍປີ 2026
ກອງປະຊຸມສະຫຼຸບການດໍາເນີນທຸລະກິດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງ ລັດວິສາຫະກິດໄຟຟ້າລາວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີປະທານສະພາບໍລິຫານ ລັດວິສາຫະກິດໄຟຟ້າລາວ, ຫົວໜ້າກົມ, ຮອງກົມ, ຮອງຜູ້ອໍານວຍການໃຫຍ່ ໄຟຟ້າລາວ, ມີອໍານວຍການ ບໍລິສັດໃນເຄືອ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

 

ໄຟຟາລາວ ສະຫບການດາເນນທລະກດ 6 ເດອນຕນປ ແລະ ທາຍປ 2026 - image 1
 

ໃນກອງປະຊຸມ, ທ່ານ ອາຄົມເດດ ວົງໄຊ ປະທານສະພາບໍລິຫານ ລັດວິສາຫະກິດໄຟຟ້າລາວ ໄດ້ຂຶ້ນລາຍງານຫຍໍ້ຜົນການຈັດຕັ້ງປະຕິບັດການດໍາເນີນທຸລະກິດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຊຶ່ງບາງຕອນທ່ານໄດ້ກ່າວວ່າ: ຄືຮູ້ນໍາກັນໃນປັດຈຸບັນສະພາບການຂອງໂລກ ຍັງສືບຕໍ່ມີການໂຈມຕີຊຶ່ງກັນ ແລະ ກັນ ເຮັດໃຫ້ສະພາບເສດຖະກິດໂລກ ຍັງມີຄວາມທ້າທາຍ ແລະ ບໍ່ແນ່ນອນ ສົ່ງຜົນສະທ້ອນຕໍ່ລະບົບເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດຂອງພວກເຮົາ ຢ່າງຫຼີກລ່ຽງບໍ່ໄດ້ ເຊັ່ນດຽວກັບການດໍາເນີນທຸລະກິດ ຂອງ ລັດວິສາຫະກິດໄຟຟ້າລາວ ໂດຍສະເພາະ ສະພາບບັນຫາລາຄານໍ້າມັນແພງ ແລະ ຄ່າຄອງຊີບສູງຂຶ້ນ ເຖິງຢ່າງໃດກໍຕາມ ໄຟຟ້າລາວ ໄດ້ຖືເອົານະໂຍບາຍຂອງຂັ້ນເທິງເປັນກົກ ໃນການນໍາພາ-ຊີ້ນໍາ ໂດຍໄດ້ສຸມໃສ່ນະໂຍບາຍ ຂອງ ພັກ-ລັດຖະບານເປັນຫຼັກ ເພື່ອແກ້ໄຂຂໍ້ຫຍຸ້ງຍາກຕໍ່ການດໍາເນີນທຸລະກິດ ທີ່ຕິດພັນກັບວຽກງານປະຕິຮູບ. ພ້ອມກັນນັ້ນ, ຍັງໄດ້ພະຍາຍາມທຸກວິທີທາງ ເພື່ອວາງມາດຕະການໃນການປະຢັດລາຍຈ່າຍທີ່ບໍ່ຈໍາເປັນລົງ ແລະ ນໍາໃຊ້ທ່າແຮງທີ່ມີສ້າງລາຍຮັບເພີ່ມ ເພື່ອຫັນປ່ຽນຢ່າງຕັ້ງໜ້າໃນການດັດສົມລາຍຈ່າຍບໍລິຫານໃຫ້ມີປະສິດພາບ.

ດ້ານວຽກງານວິຊາສະເພາະ ໃນ 6 ເດືອນຕົ້ນປີ 2026 ວຽກງານການຄຸ້ມຄອງລະບົບສົ່ງ ລະບົບຈໍາໜ່າຍ ແລະ ການຜະລິດ ໃນປັດຈຸບັນແຫຼ່ງຜະລິດທັງໝົດມີ 110 ແຫ່ງ ລວມກໍາລັງຕິດຕັ້ງ 5,075 MW, ມີ 86 ສະຖານີໄຟຟ້າແຮງສູງ ລວມກໍາລັງຕິດຕັ້ງ ທັງໝົດ 9,236 MVA ມີລະບົບສາຍສົ່ງແຮງສູງ ແລະ ຕາຂ່າຍແຮງກາງ, ແຮງຕໍ່າ ລວມກັນທັງໝົດ 76,474 km/ວົງຈອນ ແລະ ມີໝໍ້ນັບໄຟໃນການຄຸ້ມຄອງ ທັງໝົດ 1,860,889 ໜ່ວຍ ມີເຂື່ອນໄຟຟ້ານໍ້າຕົກທີ່ ໄຟຟ້າລາວ ຄຸ້ມຄອງ 3 ເຂື່ອນ ຄື: ເຂື່ອນໄຟຟ້າ ນໍ້າງື່ມ 4; ເຂື່ອນໄຟຟ້ານໍ້າເປິນ 1 ແລະ ເຂື່ອນໄຟຟ້ານໍ້າກາບ ລວມກໍາລັງຕິດຕັ້ງທັງໝົດ 279 MW ແລະ ມີ 2 ເຂື່ອນທີ່ກໍາລັັງກໍ່ສ້າງຄື: ໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າງື່ມ 3 ມີກໍາລັງຕິດຕັ້ງທັງໝົດ 480 MW ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າຫີນບູນ ມີກໍາລັງຕິດຕັ້ງ 30 MW, ນອກຈາກນັ້ນ ລັດວິສາຫະກິດໄຟຟ້າລາວ ເລັ່ງຈັດຕັ້ງປະຕິບັດ 4 ໂຄງການສາຍສົ່ງ-ສະຖານີ ຄື: ໂຄງການ 500/230 kV ອ້ອມນະຄອນຫຼວງວຽງຈັນ ຄື, ໂຄງການ ວຽງແກ້ວ-ໂຄກສະອາດ, ນາຊາຍທອງ-ວຽງແກ້ວ ແລະ ໂຄກສະອາດ-ດົງໂພສີ ໃຫ້ສໍາເລັດໃນທ້າຍປີ 2026 ເພື່ອຮອງຮັບພະລັງງານໄຟຟ້າຈາກແຫຼ່ງຜະລິດທີ່ມາຈາກພາກເໜືອ ຫາ ນະຄອນຫຼວງວຽງຈັນ. ໃນນັ້ນ ການຊື້-ຂາຍ ພະລັງງານໄຟຟ້າ ໃນ 6 ເດືອນຕົ້ນປີສາມາດປະຕິບັດໄດ້ 9,089 GWh ສາມາດມອບພັນທະໃຫ້ ລັດຖະບານໄດ້ 832 ຕື້ກີບ.

ໄຟຟາລາວ ສະຫບການດາເນນທລະກດ 6 ເດອນຕນປ ແລະ ທາຍປ 2026 - image 2
 

ແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2026 ແມ່ນສືບຕໍ່ຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ໂດຍສະເພາະເນັ້ນໃສ່ການດໍາເນີນໜ້າວຽກສໍາຄັນເລັ່ງດ່ວນຄື: ສືບຕໍ່ຄົ້ນຄວ້າແຜນປັບປຸງລະບົບຈໍາໜ່າຍໃນຂອບເຂດທົ່ວປະເທດ, ສືບຕໍ່ຕິດຕາມຊຸກຍູ້ແຜນພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນ ຂະໜາດໃຫຍ່ ແລະ ຂະໜາດນ້ອຍ ປີ 2025-2027, ສືບຕໍ່ເຮັດວຽກຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບໍລິສັດ EDL-T ໃນການພັດທະນາໂຄງການສາຍສົ່ງເຊື່ອມພາຍໃນ ສາຍສົ່ງ 230 kV ປາກມອງ-ນາເພຍ, ນາເພຍ-ທ່າວຽງ ແລະ ຫຼັກ20-ມະຫາໄຊ, ສືບຕໍ່ຕິດຕາມຫາງສຽງຂອງສັງຄົມ ເພືຶ່ອອະທິບາຍຊີ້ແຈງຄວາມເຂົ້າໃຈ ກ່ຽວກັບການຈັດຕັ້ງໂຄງສ້າງລາຄາໄຟຟ້າ ແຕ່ລະໄລຍະ ຜ່ານສື່ອອນລາຍຕ່າງໆ. ພ້ອມນັ້ນ, ຈະສືບຕໍ່ລົງເຜີຍແຜ່ຈັດກອງປະຊຸມເສວະນາ ກ່ຽວກັບການດໍາເນີນທຸລະກິດ ຂອງໄຟຟ້າລາວ ຕິດພັນກັບການປັບປຸງໂຄງສ້າງລາຄາໄຟຟ້າ ປີ 2025-2029 ຮ່ວມກັບອົງການປົກຄອງຂອງແຂວງທົ່ວປະເທດ ແລະ ກອງປະຊຸມໄດ້ປິດລົງໃນຕອນແລງຂອງວັນທີ 11 ສິງຫາ 2026 ດ້ວຍຜົນສໍາເລັດ.

(ແຫຼ່ງຂ່າວ: ໄຟຟ້າລາວ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ