ຮອງປະທານສູນກາງແນວລາວສ້າງຊາດ ພົບປະຄະນະຄົນເຊື້ອຊາດລາວຢູ່ຕ່າງປະເທດ

ຮອງປະທານສູນກາງແນວລາວສ້າງຊາດ ພົບປະຄະນະຄົນເຊື້ອຊາດລາວຢູ່ຕ່າງປະເທດ
ໃນວັນທີ 2 ພະຈິກນີ້ທີ່ສູນກາງແນວລາວສ້າງຊາດ(ສນຊ) ທ່ານ ນາງ ອິນລາວັນ ແກ້ວບຸນພັນຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງຄະນະສະມາຄົມກັອຟພີ່ນ້ອງຄົນເຊື້ອຊາດລາວຈາກສະຫະລັດອາເມຣິກາ, ອົສຕຣາລີ ແລະ ນິວຊີແລນ ນຳພາໂດຍ ທ່ານ ຈັນສະໝອນ ເມກດາລາ ປະທານສະມາຄົມກັອຟລາວດີຊີ ແລະ ມີ ທ່ານ  ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດຮອງປະທານຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ.
ໂອກາດນີ້, ທ່ານນາງ ອິນລາວັນ ແກ້ວບຸນພັນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ຄະນະນັກກິລາກັອຟທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ທ່ານ ຍັງໄດ້ຍົກໃຫ້ເຫັນສະພາບລວມໃນການສ້າງສາພັດທະນາປະເທດຊາດ, ພາລະບົດບາດ, ສິດ ແລະ 
ໜ້າທີ່ຂອງອົງການແນວລາວສ້າງຊາດໂດຍຫຍໍ້ ໃນຄະນະໄດ້ຮັບຊາບ. ພ້ອມກັນນັ້ນ, ທ່ານ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ພັກ ແລະ ລັດ ຍາມໃດກໍໃຫ້ຄວາມສຳຄັນຕໍ່ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ແລະ ຖືເປັນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກວົງຄະນາຍາດແຫ່ງຊາດໄດ້, ທັງເປັນກຳລັງແຮງໃນການພັດທະນາປະເທດຊາດ; ຄຽງຄູ່ກັນນັ້ນອົງການແນວລາວສ້າງຊາດ ກໍໄດ້ກໍານົດນະໂຍບາຍຕໍ່ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄື: “ໃຫ້ການຮ່ວມມື ແລະ ເສີມຂະຫຍາຍບົດບາດຂອງທີ່ປຶກສາ ແລະ ຜູ້ຮ່ວມງານອົງການແນວລາວສ້າງຊາດຢູ່ຕ່າງປະເທດ ເປັນຜູ້ເຕົ້າໂຮມຄວາມສາມັກຄີພີ່ນ້ອງເຊື້ອຊາດລາວຢູ່ອ້ອມຂ້າງຕົນ ແລະ ດຳເນີນກິດຈະກຳຕ່າງໆ ເພື່ອປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ; ສະນັ້ນ, ໃນການສ້າງຂະບວນການແຂ່ງຂັນກິລາຕີກັອຟມິດຕະພາບ ຂອງສະມາຄົມກັອຟລາວດີຊີໃນຄັ້ງນີ້ ກໍເປັນການສ້າງຄວາມສາມັກຄີຮັກແພງ ລະຫວ່າງຄົນລາວດ້ວຍກັນໃຫ້ຍືນຍົງຕະຫຼອດໄປ.
ປະທານສະມາຄົມກັອຟລາວດີຊີ ກໍໄດ້ກ່າວສະແດງຄວາມຂອບໃຈເປັນຍິ່ງ ຕໍ່ທ່ານຮອງປະທານສູນກາງແນວລາວສ້າງຊາດ ທີ່ໄດ້ຕ້ອນຮັບຄະນະຢ່າງອົບອຸ່ນ ແລະ ໄດ້ລາຍງານຈຸດປະສົງການມາຢ້ຽມຢາມ ສປປ ລາວໃນຄັ້ງນີ້ ໃຫ້ທ່ານຮອງປະທານສູນກາງແນວລາວສ້າງຊາດໄດ້ຮັບຊາບ. ພ້ອມກັນນັ້ນ, ຄະນະຄົນເຊື້ອຊາດລາວຍັງໄດ້ໄປທ່ຽວຊົມຫໍມູນເຊື້ອແນວລາວສ້າງຊາດຕື່ມອີກ.
ຂ່າວ-ພາບ: ເຢ

ຄໍາເຫັນ

ຂ່າວການເມືອງ

ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX

ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX

ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ IX ຂຶ້ນໃນວັນທີ 5 ມັງກອນນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກການຕ່າງປະເທດແຂວງ, ມີຄະນະພະແນກ, ມີບັນດາພະນັກງານເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV ໄດ້ໄຂຂຶ້ນໃນ ວັນທີ 29 ທັນວານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ປະທານສະພາປະຊາຊົນ ແຂວງໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີບັນດາການນຳພັກ-ລັດ ຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18, ພ້ອມດ້ວຍ ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ນັກທຸລະກິດ ເຂົ້າຮ່ວມ.
ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ເພີ່ມເຕີມ