![]() |
ໃນພິທີ, ຕາງໜ້າຄະນະຮັບຜິດຊອບ ໄດ້ຜ່ານບົດລາຍງານການເຄື່ອນໄຫວ ລົງຝຶກງານຂອງນັກສຶກສາ ສອງວິທະຍາໄລຢູ່ກອງບັນຊາການ ປກສ ແຂວງຜົ້ງສາລີ ຊຶ່ງມີນັກສຶກສາຝຶກງານຈໍານວນ 45 ສະຫາຍ, ໃຊ້ເວ ລາການລົງຝຶກງານຕົວຈິງຈໍານວນ 45 ວັນ ເລີ່ມແຕ່ວັນທີ 9 ເມສາ 2026 ຫາ ວັນທີ 23 ພຶດສະພາ 2026 ໂດຍໄດ້ສັບຊ້ອນການເຄື່ອນໄຫວລົງຝຶກງານໃນ 5 ຂະແໜງວິຊາສະເພາະ ຄື: ຂະແໜງຈະລາຈອນ, ຂະແໜງ ສະກັດກັ້ນ ແລະ ຕ້ານຢາເສບຕິດ, ຂະແໜງຄຸມຂັງ-ດັດສ້າງ, ຂະແໜງປ້ອງກັນເສດຖະກິດ, ຂະແໜງສືບຂ່າວອາຍາ ແລະ ສັບຊ້ອນລົງຝຶກງານຢູ່ພາຍໃນ 7 ເມືອງ ແລະ 2 ຫ້ອງ ຫ້ອງຕໍາຫຼວດ ແລະ ຫ້ອງສັນຕິບານ ປກສ ແຂວງ.
![]() |
ໂອກາດດັ່ງກ່າວ, ທ່ານຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກສຶກສາລົງຝຶກງານ ທີ່ມາຈາກວິທະຍາໄລຕໍາຫຼວດປະຊາຊົນ ເລກ I ແຂວງອຸດົມໄຊ ແລະ ວິທະຍາໄລສັນຕິບານປະຊາຊົນເລກ I ແຂວງຫຼວງພະບາງ ໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ກໍຄື ບົດຮຽນທີ່ໄດ້ສຶກສາຢູ່ໃນໂຮງຮຽນ ມາຈັດຕັ້ງປະຕິບັດໃນໜ້າທີ່ວຽກງານວິຊາສະເພາະຕົວຈິງ ຈົນເຮັດໃຫ້ບັ້ນລົງຝຶກງານຂອງນັກສຶກສາໃນຄັ້ງນີ້ມີຜົນສໍາເລັດ ພ້ອມທັງຍາດໄດ້ຜົນງານຫຼາຍດ້ານ.
![]() |
ຂ່າວ: ປກສ



ຄໍາເຫັນ