ໃນວັນທີ 31 ມີນາຜ່ານມາ, ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ຫົວໜ້າກົມປ້ອງກັນອາກາດ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ໃຫ້ກຳລັງໃຈອ້າຍນ້ອງກຳລັງກອບກູ້ໄພພິບັດຈາກກອງພັນໃຫຍ່ 641 ທີ່ໄດ້ຈັດຕັ້ງກຳລັງ ແລະ ພາຫະນະ ເຂົ້າຊ່ວຍເຫຼືອຟື້ນຟູ ແລະ ສ້ອມແປງບັນດາຕຶກອາຄານຂອງກອງພັນໃຫຍ່ 11 ທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນໃນຄັ້ງວັນທີ 22 ມີນາ 2026. ຈາກເຫດການດັ່ງກ່າວ, ເຮັດໃຫ້ບັນດາຕຶກອາຄານ ແລະ ຫຼັງຄາຄ້າຍຄູທີ່ສັງກັດຢູ່ໃນກອງພັນໃຫຍ່ 11 ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ລວມທັງໝົດເປັນຈຳນວນ 109 ຫຼັງຄາ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ໄດ້ໂອ້ລົມ ແລະ ປຸກລະດົມຈິດໃຈໃຫ້ອ້າຍນ້ອງກຳລັງກອບກູ້ໄພພິບັດຈາກກອງພັນໃຫຍ່ 641 ຈົ່ງພ້ອມກັນເອົາໃຈໃສ່ເຮັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ ແລະ ຮັບປະກັນໄດ້ຄວາມປອດໄພ 100%. ຈາກນັ້ນ, ກໍໄດ້ມອບນ້ຳດື່ມ ຈຳນວນ 15 ແພັກ ແລະ ເຄື່ອງອຸປະໂພກຈຳນວນໜຶ່ງ ເພື່ອເປັນການຊຸກຍູ້ກຳລັງໃຈໃຫ້ອ້າຍນ້ອງເຫຼົ່າຮົບປ້ອງກັນອາກາດ ສືບຕໍ່ຊ່ວຍເຫຼືອສ້ອມແປງຟື້ນຟູກອງພັນໃຫຍ່ 11 ໃຫ້ສຳເລັດ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຂ່າວ: ສະຫວີວັນ
ຄໍາເຫັນ