ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ໃນໂອກາດສະເຫຼີມສະຫຼອງ ການສ້າງຕັ້ງ ຄຕພ ຄົບຮອບ 42 ປີ (29/6/1983 - 29/6/2025)

ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ໃນໂອກາດສະເຫຼີມສະຫຼອງ ການສ້າງຕັ້ງ ຄຕພ ຄົບຮອບ 42 ປີ (29/6/1983 - 29/6/2025)

ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກພັກ-ພະນັກງານທົ່ວ ຄະນະພົວພັນຕ່າງປະເທດສູນກາງພັກພວມກະກຽມເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ຊຶ່ງກໍພໍດີຖືກກັບໂອກາດ ວັນສ້າງຕັ້ງຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025 ໂດຍເປັນອີກໜຶ່ງວັນທີ່ມີຄວາມ ໝາຍຄວາມສຳຄັນຕໍ່ຄະນະພົວພັນຕ່າງປະເທດສູນກາງພັກ ກໍຄືຂະແໜງການຕ່າງປະເທດໃນທົ່ວປະເທດ.

 

ຄະນະພົວພັນຕ່າງປະເທດສູນກາງພັກ ເປັນອົງການຈັດຕັ້ງໜຶ່ງຂອງພັກ ຂຶ້ນກັບ ຄະນະບໍລິຫານງານສູນກາງພັກ, ມີຖານະທຽບເທົ່າຄະນະພັກຂັ້ນສູນກາງ, ມີພາລະບົດບາດເປັນເສນາທິການໃຫ້ ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໃນການຄົ້ນຄວ້າແຜນຍຸດທະສາດ, ແນວທາງນະໂຍບາຍການພົວພັນຕ່າງປະເທດຂອງພັກ; ຕາງໜ້າສູນກາງພັກ ໃນການພົວພັນຮ່ວມມືກັບພັກການເມືອງຂອງຕ່າງປະເທດໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຕາມການມອບໝາຍຂອງ ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ພ້ອມທັງເປັນເຈົ້າການຊີ້ນໍາ, ຄຸ້ມຄອງການເຄື່ອນໄຫວວຽກງານພົວພັນຕ່າງປະເທດ ຂອງອົງການຈັດຕັ້ງພັກ ແລະ ການທູດປະຊາຊົນ ໃຫ້ມີຄວາມເປັນເອກະພາບ ໂດຍຜ່ານປະຕູດຽວ.

ເມື່ອຫວນຄືນເບິ່ງຂະບວນການເຕີບໃຫຍ່ຂະຫຍາຍຕົວຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ຈະເຫັນໄດ້ວ່າວຽກງານການຕ່າງປະເທດເປັນໜຶ່ງໃນຂະແໜງການທີ່ສຳຄັນທີ່ໄດ້ຮັບການເອົາໃຈໃສ່ຢ່າງໃກ້ຊິດຈາກສູນກາງພັກ ແລະ ໄດ້ຕິດພັນກັບພາລະກິດປະຕິວັດຂອງພັກ ໃນຕະຫຼອດໄລຍະທີ່ຜ່ານມາ ໂດຍໃນໄລຍະການປະຕິວັດຕໍ່ສູ້ກູ້ຊາດ ຈົນຮອດໄລຍະປົດປ່ອຍຊາດໃນປີ 1975, ອົງການທີ່ເຮັດວຽກງານຕ່າງປະເທດ ທັງສາຍພັກ ແລະ ສາຍລັດ ໄດ້ລວມສູນຢູ່ບ່ອນດຽວ, ນັ້ນຄື: ຫ້ອງການຕໍ່ສູ້ການເມືອງ ແລະ ຕ່າງປະເທດ ຂອງແນວລາວສ້າງຊາດມີສໍານັກງານຢູ່ເມືອງວຽງໄຊ ແຂວງຫົວພັນ. ພາຍຫຼັງການສະຖາປະນາ ສປປ ລາວ ໃນປີ 1975 ຮອດປີ 1983, ກະຊວງການຕ່າງປະເທດ ຮັບຜິດຊອບວຽກງານພົວພັນຕ່າງປະເທດ ທັງສາຍພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ. ຕໍ່ມາພາຍໃຕ້ແນວທາງການປ່ຽນແປງໃໝ່ ແລະ ເພື່ອເປີດກວ້າງການພົວພັນຕ່າງປະເທດ ບວກກັບ ບໍລິມາດວຽກງານນັບມື້ນັບຫຼາຍຂຶ້ນ, ກົມການເມືອງສູນກາງພັກ ຈຶ່ງໄດ້ອອກມະຕິຕົກລົງສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ໃນເດືອນມິຖຸນາ 1983 ແລະ ກົດລະບຽບສະບັບທຳອິດຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຖືກຮັບຮອງ ໃນວັນທີ 29 ມິຖຸນາ 1983 ຊຶ່ງເປັນວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ຂຶ້ນຢ່າງເປັນທາງການ.

ຕະຫຼອດໄລຍະ 42 ປີ ຜ່ານມາ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ໂຄງປະກອບການຈັດຕັ້ງ ແລະ ພາລະບົດບາດ ກໍໄດ້ມີການປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງ ເພື່ອແບກຫາບໜ້າທີ່ການເມືອງ ແລະ ສອດຄ່ອງກັບສະພາບການຕົວຈິງ ໂດຍໄດ້ແບ່ງອອກເປັນ 5 ໄລຍະ ດັ່ງນີ້:

- ໄລຍະທີ 1: ແຕ່ປີ 1983-1993: ສະຫາຍ ພູນ ສີປະເສີດ ກຳມະການກົມການເມືອງສູນກາງພັກ ໄດ້ຮັບການແຕ່ງຕັ້ງເປັນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຜູ້ທຳອິດ, ທັງເປັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ໄລຍະນີ້ ປະກອບມີ 3 ກົມ ຄື: ຫ້ອງການ, ກົມຄົ້ນຄວ້າສັງລວມ ການພົວພັນ ລະຫວ່າງ ພັກກັບພັກ ແລະ ກົມຊີ້ນຳການເຄື່ອນໄຫວສາກົນ ຂອງອົງການຈັດຕັ້ງມະຫາຊົນ.

- ໄລຍະທີ 2: ແຕ່ປີ 1993-2006: ສະຫາຍ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ເປັນຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ, ໃນໄລຍະນີ້ ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ, ແລະ ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ໄດ້ໂອນຄະນະກຳມະການເພື່ອສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ຄະນະຄົ້ນຄວ້າວິໄຈການເມືອງ ເຂົ້າມາສັງກັດຢູ່ໃນຄະນະພົວພັນຕ່າງປະເທດສູນກາງພັກ; ໃນໄລຍະນີ້ ໄດ້ປັບປຸງກົງຈັກການຈັດຕັ້ງເປັນ 4 ກົມ ຄື: ຫ້ອງການ, ກົມຄົ້ນຄວ້າສັງລວມ, ກົມພົວພັນພັກ ແລະ ກົມພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ; ຕົກມາຮອດປີ 2002, ເພື່ອໃຫ້ການເຄື່ອນໄຫວຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ສອດຄ່ອງກັບສະພາບການໃນໄລຍະໃໝ່, ຈຶ່ງຂະຫຍາຍເປັນ 5 ກົມ, ເພີ່ມກົມພົວພັນສາກົນຂອງ ອົງການຈັດຕັ້ງມະຫາຊົນ.

- ໄລຍະທີ 3: ແຕ່ປີ 2006-2015: ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ຮັບການແຕ່ງຕັ້ງເປັນ ເລຂາຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທັງເປັນຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ລັດຖະມົນຕີກະຊວງການຕ່າງປະເທດ, ໄລຍະນີ້ ກົງຈັກການຈັດຕັ້ງຂອງ ຄະນະພົວພັນຕ່າງປະເທດ ໄດ້ປັບປຸງຈາກ 5 ກົມ ເຫຼືອພຽງ 3 ກົມ ຄື: ຫ້ອງການ, ກົມພົວພັນພັກ ແລະ ກົມພົວພັນສາກົນ ຂອງອົງການຈັດຕັ້ງມະຫາຊົນ.

- ໄລຍະທີ 4: ແຕ່ປີ 2015-2020: ຍ້ອນການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານການຕ່າງປະເທດ ຂອງປະເທດເຮົານັບມື້ນັບກວ້າງຂວາງ, ເລິກເຊິ່ງ ບໍລິມາດການຊີ້ນຳ-ນຳພາ ຂອງຄະນະພັກ ຂະແໜງການຕ່າງປະເທດ ນັບມື້ນັບຫຼາຍຂຶ້ນ, ຄະນະເລຂາທິການສູນກາງພັກ ຈຶ່ງໄດ້ຕົກລົງແຍກອົງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກອອກເປັນ 2 ອົງຄະນະພັກເອກະລາດ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 42/ຄລສພ, ລົງວັນທີ 4 ພຶດສະພາ 2015, ສະຫາຍ ນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງພັກ ໄດ້ຮັບການແຕ່ງຕັ້ງເປັນ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ໄລຍະນີ້ ກົງຈັກການຈັດຕັ້ງ ໄດ້ປັບປຸງຄືນ ປະກອບມີ 6 ກົມ ຄື: ຫ້ອງການ, ກົມຄົ້ນຄວ້າ-ສັງລວມ, ກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ກົມເອີຣົບ-ອາເມຣິກາ ແລະ ກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ.

- ໄລຍະທີ 5: ແຕ່ປີ 2021 ເປັນຕົ້ນມາ: ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ໄລຍະນີ້ ໂຄງປະກອບການຈັດຕັ້ງຍັງຮັກສາໄວ້ 6 ກົມຄືເກົ່າ, ແຕ່ອີງໃສ່ການປະຕິບັດວຽກງານຕົວຈິງ ແລະ ເພື່ອໃຫ້ສອດຄ່ອງກັບວຽກງານໄລຍະໃໝ່ ມາຮອດປີ 2023, ໄດ້ປັບປຸງປ່ຽນຊື່ໃໝ່ 2 ກົມ ຄື: ກົມຄົ້ນຄວ້າ-ສັງລວມ ເປັນກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ, ກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ ປ່ຽນເປັນກົມການທູດປະຊາຊົນ. ເດືອນພະຈິກ 2024, ກົມການເມືອງສູນກາງພັກ ໄດ້ແຕ່ງຕັ້ງ ສະຫາຍ ບຸນເຫຼືອ ພັນດານຸວົງ, ເປັນຮັກສາການເລຂາຄະນະພັກ, ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອສືບຕໍ່ນຳພາ-ຊີ້ນຳວຽກງານຂອງຄະນະພົວພັນຕ່າງປະເທດສູນກາງພັກ ຊຶ່ງປັດຈຸບັນ ຄະນະພົວພັນຕ່າງປະເທດສູນກາງພັກ ມີພະນັກງານທັງໝົດ 140 ກວ່າຄົນ ແລະ ພວມກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກຂອງຕົນ ໃນໄວໆນີ້.

ປັດຈຸບັນ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຄື່ອນໄຫວໜ້າທີ່ການເມືອງ ໂດຍປະຕິບັດຕາມແນວທາງການຕ່າງປະເທດຂອງພັກ ຕິດພັນກັບຍຸດທະສາດລວມ ຂອງການພົວພັນກັບຕ່າງປະເທດ ແລະ ເພື່ອປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໃນຖານະເປັນເສນາທິການໃຫ້ສູນກາງພັກປະຊາຊົນ ປະຕິວັດລາວ ແລະ ໂດຍຢຶດໝັ້ນນະໂຍບາຍການຕ່າງປະເທດຂອງພັກວາງອອກໃນແຕ່ລະສະໄໝ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕັ້ງໜ້າເຄື່ອນໄຫວຕ່າງປະເທດສາຍພັກ ແລະ ການທູດປະຊາຊົນ ໂດຍເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ ກັບບັນດາພັກການເມືອງໃນພາກພື້ນຕ່າງໆຂອງໂລກ ບົນພື້ນຖານ 5 ຫຼັກການຢູ່ຮ່ວມກັນໂດຍສັນຕິ, ບໍ່ຈໍາແນກລະບອບການເມືອງທີ່ແຕກຕ່າງກັນ; ໃນນັ້ນ, ໄດ້ໃຫ້ຄວາມສຳຄັນສູງ ຕໍ່ການພົວພັນກັບບັນດາພັກເພື່ອນມິດຍຸດທະສາດ ຄື: ພັກກອມມູນິດຫວຽດນາມ, ພັກກອມມູນິດຈີນ, ພັກແຮງງານເກົາຫຼີ ແລະ ພັກກອມມູນິດກູບາ ຊຶ່ງໄດ້ມີການພົວພັນອັນສະໜິດແໜ້ນຢ່າງເປັນປົກກະຕິ ແລະ ມີກົນໄກການໄປມາຫາສູ່ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລວມທັງວຽກງານກໍ່ສ້າງພັກ-ພະນັກງານ ແລະ ການສຳມະນາທິດສະດີຮ່ວມກັນ.

ພ້ອມດຽວກັນນັ້ນ, ພັກເຮົາ ກໍໄດ້ເປີດກວ້າງການພົວພັນກັບບັນດາພັກກອມມູນິດ, ພັກກໍາມະກອນ, ພັກການເມືອງທີ່ກ້າວໜ້າ, ບັນດາພັກກໍາອໍານາດ, ພັກຮ່ວມລັດຖະບານ ແລະ ອົງການຈັດຕັ້ງສາກົນຢູ່ພາກພື້ນ ແລະ ໃນໂລກ ໂດຍຜ່ານຂອບການຮ່ວມມືຫຼາຍຝ່າຍ ເຊັ່ນ: ກອງປະຊຸມສາກົນ ຂອງບັນດາພັກການເມືອງອາຊີ (ICAPP), ກອງປະຊຸມສາກົນຂອງພັກກອມມູນິດ ແລະ ກຳມະກອນສາກົນ (IMCWP), ກອງປະຊຸມເວທີປຶກສາຫາລືຊາວປາວໂລ ແລະ ກອງປະຊຸມຂອບຫຼາຍຝ່າຍອື່ນໆ.ຄະນະພົວພັນຕ່າງປະເທດສູນກາງພັກ ຍັງໄດ້ເປັນໃຈກາງໃນການປະສານງານໃຫ້ແກ່ການເຄື່ອນໄຫວຕ່າງປະເທດ ຂອງບັນດາອົງການຈັດຕັ້ງມະຫາຊົນ, ສູນກາງແນວລາວສ້າງຊາດ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນແມ່ຍິງລາວ, ສູນກາງກຳມະບານລາວ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ບັນດາສະມາຄົມມິດຕະພາບລາວ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ເພື່ອສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ຊຶ່ງໄດ້ກາຍເປັນອີກກຳລັງແຮງ ໃນການເຜີຍແຜ່ນະໂຍບາຍຂອງພັກ, ລັດເຮົາ ຕໍ່ຕ່າງປະເທດ, ສ້າງຄວມເຂົ້າອົກເຂົ້າໃຈ ລະຫວ່າງ ປະຊາຊາດ, ຊຸກຍູ້ ແລະ ສົ່ງເສີມການຮ່ວມມື ທາງດ້ານເສດຖະກິດ, ການຄ້າ ແລະ ວັດທະນະທຳ-ສັງຄົມ ລະຫວ່າງ ສປປ ລາວ ກັບບັນດາປະເທດກ່ຽວຂ້ອງ ກໍຄືປະກອບສ່ວນໃນການສ້າງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ສາກົນ.

ສະເພາະໃນ 1 ປີ ທີ່ຜ່ານມາ, ຄຽງຄູ່ກັບການເປັນເຈົ້າພາບໝູນວຽນອາຊຽນ, ກອງປະຊຸມລັດຖະສະພາອາຊຽນ ແລະ ຜົນງານທີ່ພົ້ນເດັ່ນຂອງວຽກງານສາຍລັດ, ການເຄື່ອນໄຫວຕ່າງປະເທດຂອງພັກ ແລະ ການທູດປະຊາຊົນ ກໍຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍປະການ ເປັນຕົ້ນແມ່ນ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ໄດ້ຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມພົບປະ 2 ກົມການເມືອງ ລາວ-ຫວຽດນາມ ປະຈໍາປີ 2024 ແລະ 2025; ເຂົ້າຮ່ວມງານສະເຫຼີມສະຫຼອງ “5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ” ຄົບຮອບ 70 ປີຢູ່ສປຈີນ; ເຂົ້າຮ່ວມງານສະເຫຼີມສະຫຼອງ ຄົບຮອບ 80 ປີ ວັນໄຊຊະນະສົງຄາມ ຢູ່ ສ.ຣັດເຊຍ, ເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 14 ລະຫວ່າງ 2 ພັກ ລາວ-ກໍາປູເຈຍ, ກອງປະຊຸມສຸດຍອດຜູ້ນໍາສາມພັກ ລາວ-ຫວຽດນາມ-ກໍາປູເຈຍ; ຄະນະນໍາ ຄະນະພົວພັນຕ່າງປະເທດ ໄດ້ໄປຢ້ຽມຢາມແລກປ່ຽນບົດຮຽນ ຢູ່ ສສ ຫວຽດນາມ, ສປ ຈີນ, ກໍາປູເຈຍ, ສິງກະໂປ, ອົດສະຕຣາລີ ແລະ ຍີ່ປຸ່ນ. ພ້ອມກັນນັ້ນ, ກໍໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ຂອງ ພັກກອມມູນິດຫວຽດນາມ, ພັກກອມມູນິດຈີນ, ພັກແຮງງານເກົາຫຼີ, ພັກຣັດເຊຍເອກະພາບ, ພັກກອມມູນິດຍີ່ປຸ່ນ, ພັກເກີຣິນດຣາ, ພັກໂກນກາ ຂອງ ອິນໂດເນເຊຍ ແລະ ພັກກອມມູນິດເວເນຊູເອລາ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ; ຈັດຕັ້ງປະຕິບັດແຜນການຮ່ວມມື 2 ພັກ ລາວ-ຫວຽດນາມ, ລາວ-ຈີນ ໂດຍສະເພາະແມ່ນ ການຝຶກອົບຮົມພະນັກງານ ແລະ ກອງປະຊຸມສໍາມະນາທິດສະດີ ລະຫວ່າງ 2 ພັກ ລາວ-ຫວຽດນາມ, ລາວ-ຈີນ. ໃນຂອບຫຼາຍຝ່າຍ ກໍໄດ້ເຂົ້າຮ່ວມກອງປະຊຸມສາກົນຂອງພັກການເມືອງອາຊີ (ICAPP) ຢູ່ ກໍາປູເຈຍ, ກອງປະຊຸມສາກົນ ວ່າດ້ວຍຄວາມໝັ້ນຄົງເອີຣົບ-ອາຊີ ຢູ່ ສ. ຣັດເຊຍ ແລະ ອື່ນໆ; ສ່ວນວຽກງານການທູດປະຊາຊົນ ສະເພາະໃນປີ 2024 ກໍໄດ້ສົ່ງຄະນະຜູ້ແທນ ໄປຢ້ຽມຢາມຕ່າງປະເທດ 16 ຄະນະ ແລະ ຕ້ອນຮັບຄະນະຜູ້ແທນມາຢ້ຽມຢາມລາວ 17 ຄະນະ, ຈັດກອງປະຊຸມ, ກິດຈະກຳ ແລະ ປາຖະກະຖາ 50 ຄັ້ງ, ສາມາດຂົນຂວາຍການຊ່ວຍເຫຼືອເປັນມູນຄ່າ 924.700 ໂດລາສະຫະລັດ, 20.000 ໂດລາອົດສະຕຣາລີ, 6.000 ເອີໂຣ ແລະ 6 ຕື້ກວ່າກີບ.

ອີກໜຶ່ງຜົນງານພົ້ນເດັ່ນໃນປີທີ່ຜ່ານມາ ແມ່ນສາມາດຂະຫຍາຍການພົວພັນກັບບັນດາພັກການເມືອງເພີ່ມອີກ 1 ພັກ ຄື ພັກເກີຣິນດາ (ອິນໂດເນເຊຍ) ຊຶ່ງມາເຖິງປັດຈຸບັນ, ພັກປະຊາຊົນ ປະຕິວັດລາວ ໄດ້ພົວພັນກັບ 145 ພັກການເມືອງ ໃນ 85 ປະເທດທົ່ວໂລກ; ໄດ້ພົວພັນ ແລະ ເຂົ້າເປັນສະມາຊິກໃນຂອບການຮ່ວມມືຫຼາຍຝ່າຍກັບ 3 ອົງການຈັດຕັ້ງສາກົນຂອງພັກການເມືອງ ອັນພົ້ນເດັ່ນ ແມ່ນໄດ້ເຂົ້າເປັນສະມາຊິກໜ່ວຍງານວິຊາການ ຂອງ IMCWP; ສ້າງຕັ້ງສະມາຄົມມິດຕະພາບກັບຕ່າງປະເທດທັງໝົດມີ 20 ສະມາຄົມ ແລະ 1 ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ກັບຕ່າງປະເທດ; ສ່ວນຢູ່ຂັ້ນທ້ອງຖິ່ນ ຍັງໄດ້ສ້າງຕັ້ງສະມາຄົມມິດຕະພາບ ລາວ-ຫວຽດນາມ, ລາວ-ຈີນ ຢູ່ 18 ແຂວງຂອງລາວ ແລະ ສະມາຄົມມິດຕະພາບ ລາວ-ກຳປູເຈຍ ຢູ່ແຂວງຈຳປາສັກ ແລະ ອັດຕະປື.

ເວົ້າລວມແລ້ວ, ຕະຫຼອດໄລຍະ 42 ປີຜ່ານມາ, ໂດຍພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດຂອງສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບ ແລະ ສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເປັນການປະກອບສ່ວນ ໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ໃນພາກພື້ນ ແລະ ສາກົນ.

ເບິ່ງໄປໃນອະນາຄົດ, ທ່າມກາງສະພາບການພາກພື້ນ ແລະ ສາກົນ ທີ່ຜັນແປໄປຢ່າງສະຫຼັບສັບຊ້ອນ, ບັນດາເຫດການຄວາມບໍ່ສະຫງົບ, ຂໍ້ຂັດແຍ່ງ, ການປະທະກຳລັງການທະຫານ, ບັນຫາເສດຖະກິດ-ການເງິນ, ພະຍາດລະບາດ, ການປ່ຽນແປງສະພາບດິນຟ້າອາກາດ ແລະ ໄພທຳມະຊາດ ໄດ້ສົ່ງຜົນກະທົບໄປໃນທົ່ວໂລກ ລວມທັງ ສປປ ລາວ ເຮົາ; ຄະນະພົວພັນຕ່າງປະເທດ ຍິ່ງຈະໄດ້ເພີ່ມທະວີບົດບາດ ໃນການເປັນເສນາທິການໃຫ້ແກ່ສູນກາງພັກ, ເປັນໃຈກາງໃນການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ໃນຕໍ່ໜ້າ; ສືບຕໍ່ປັບປຸງກົງຈັກການຕັ້ງໃຫ້ກະທັດຮັດ ແລະ ເຂັ້ມແຂງຍິ່ງຂຶ້ນ ເພື່ອສືບຕໍ່ແບກຫາບໜ້າທີ່ການເມືອງຂອງຕົນ ແລະ ຍາດເອົາຜົນສຳເລັດທີ່ໃຫຍ່ຫຼວງກວ່າເກົ່າ ກໍຄື ຜົນປະໂຫຍດຕົວຈິງມາສູ່ປະຊາຊົນລາວ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການເຮັດບັດປະຈໍາຕົວດີຈີຕອນ ເລີ່ມແຕ່ວັນທີ 17 ທັນວານີ້ເປັນຕົ້ນໄປ  ໃນຂອບເຂດທົ່ວປະເທດ

ການເຮັດບັດປະຈໍາຕົວດີຈີຕອນ ເລີ່ມແຕ່ວັນທີ 17 ທັນວານີ້ເປັນຕົ້ນໄປ ໃນຂອບເຂດທົ່ວປະເທດ

- ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 945/ ປກສ, ລົງວັນທີ 03 ພຶດສະພາ 2025, ເພື່ອປະຕິບັດຕາມແຈ້ງການສະບັບ ເລກທີ 8719/ຄກຖ, ລົງວັນທີ 16 ທັນວາ 2025 ເລື່ອງ: ໃຫ້ພົນລະເມືອງລາວມາເຮັດບັດປະຈຳຕົວດີຈີຕອນໃນຂອບເຂດທົ່ວປະເທດ.
ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເຫຼົ່າຮົບກຳລັງທະຫານຊາຍແດນ ແມ່ນເຫຼົ່າຮົບໜຶ່ງທີ່ສໍາຄັນໃນຖັນແຖວກຳລັງກອງທັບ ເປັນກຳລັງຢູ່ແນວໜ້າຂອງປະເທດຊາດ ມີພາລະບົດບາດ, ໜ້າທີ່ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນ, ຄຸ້ມຄອງຫຼັກໝາຍຊາຍແດນ ແລະ ເຄື່ອນໄຫວລາດຕະເວນຕາມບໍລິເວນຊາຍແດນໃຫ້ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ.
ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 (16 ທັນວາ 1975-16 ທັນວາ 2025) ຄົບຮອບ 50 ປີ ຈັດຂຶ້ນໃນວັນທີ 16 ທັນວານີ້, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເຈົ້າແຂວງອັດຕະປື ພ້ອມດ້ວຍນາຍ ແລະ ພົນທະຫານທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ.
ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ຕອນເຊົ້າວັນທີ 16 ທັນວາ ນີ້, ທີ່ຫ້ອງປະຊຸມນ້ອຍຊັ້ນ II ຂອງຄະນະໂຄສະນາອົບຮົມສູນກາງພັກ(ຄອສພ); ກົມອົບຮົມ ຄອສພ ໄດ້ຈັດຕັ້ງຂະບວນການແຂ່ງຂັນວິຊາສະເພາະຂອງກົມ ຄັ້ງທີ 2 ປະຈໍາປີ 2025 ພາຍໃຕ້ຫົວຂໍ້ “ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ຂອງປະທານ ໄກສອນ ພົມວິຫານ” ຊຶ່ງພິທີຈັດຂຶ້ນ ໂດຍ ການເປັນປະທານ ຂອງ ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຂອງກົມອົບຮົມ ເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 9 ສະຫາຍ.
ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ພິທີມອບ-ຮັບໜ້າທີ່ ການນຳຂອງຫຼາຍພະແນກການ ຂອງແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ16 ທັນວາ 2025ນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານຂັ້ນແຂວງ, ມີຄະນະປະຈຳພັກແຂວງ ກຳມະການພັກແຂວງ ຫົວໜ້າ ຮອງຫົວໜ້າພະແນກການ ກອງບັນຊາການ, ອົງການ ແລະ ພະນັກງານພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ) ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະ ໃຫ້ແກ່ເລຂາພັກເມືອງ ຊຸດທີ VIII ປະຈຳປີ 2025 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 15 ທັນວານີ້, ທີ່ ສມປຊ, ພິທີດັ່ງກ່າວດຳເນີນພາຍໃຕ້ການເປັນປະທານ ແລະ ກ່າວເປີດ ຂອງທ່ານ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫນງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີບັນດາຄະນະພັກ-ຄະນະນຳສະຖາບັນ, ຄູ-ອາຈານ ແລະ ນັກຝຶກອົບຮົມໂດຍແມ່ນເລຂາພັກເມືອງຈາກ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເພື່ອໂຄສະນາສົ່ງເສີມວັດທະນະທໍາແຜ່ນແພ ແລະ ການທ່ອງທ່ຽວຂອງຊາດລາວ, ກະຊວງວັດທະ ນະທໍາ ແລະ ການທ່ອງທ່ຽວ (ວທ), ສະຖານທູດລາວປະຈໍາປະເທດຝຣັ່ງ ຜູ້ກໍ່ຕັ້ງ Lao Fashion Week, ສະມາຄົມທຸລະກິດການທ່ອງທ່ຽວລາວ ແລະ ຫົວໜ່ວຍທຸລະກິດກ່ຽວກັບການຜະລິດແຜ່ນແພເຄື່ອງນຸ່ງທີ່ນໍາ ສະໄໝ ຮ່ວມກັນຈັດງານວັນລາວ (Lao Festival) ຂຶ້ນເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໂດຍການເປັນປະທານຂອງທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດປະຈໍາສປປ ລາວ ທີ່ປະ ເທດຝຣັ່ງ, ມີຜູ້ຕາງໜ້າຈາກກະຊວງວັດທະນະທໍາ-ການທ່ອງທ່ຽວ (ວທ) ສປປ ລາວ, ມີຜູ້ເຂົ້າຮ່ວມ 300 ກວ່າທ່ານມາຈາກສະຖານທູດຕ່າງໆ, ກະຊວງການຕ່າງປະເທດທີ່ປະເທດຝຣັ່ງ, ພາກທຸລະກິດ, ຄົນເຊື້ອ ຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ  ຈະເປີດບໍລິການຕົ້ນປີ 2026

ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ຈະເປີດບໍລິການຕົ້ນປີ 2026

ພິທີເຊັນບົດບັນທຶກຮ່ວມມືໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລະຫວ່າງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ແລະ ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ ຈັດຂຶ້ນໃນວັນທີ 15 ທັນວານີ້ ທີ່ສຳນັກງານພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ.
ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ກອງ​ປະຊຸມ​ສະ​ໄໝສາມັນເທື່ອ​ທີ 10 ຂອງສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນຊຸດ​ທີ IV, ວັນທີ 16 ທັນວານີ້ ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າ​ຄອງນະຄອນຫຼວງວຽງຈັນ, ຮອງ​ເຈົ້າ​ຄອງ​, ມີບັນ​ດາ​ທ່ານ​ການ​ນໍານະຄອນຫຼວງ​ວຽງຈັນ, ບັນດາ​ທ່ານສະມາຊິກ​ສະພາ​ແຫ່ງ​ຊາດປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ແລະ ສະມາຊິກ​ສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ ພ້ອມດ້ວຍແຂກຖືກເຊີນ.
ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ທ່ານ ຄໍາຜອຍ ວັນນະສານ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນໃນວັນທີ 15 ທັນວານີ້, ໂອກາດນີ້ໄດ້ເຂົ້າພົບປະທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ເພື່ອແຈ້ງຈຸດປະສົງໃນການລົງມາເຄື່ອນໄຫວໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ ໂດຍສະເພາະລົງເຄື່ອນໄຫວຊີ້ນໍາ ວຽກງານກະກຽມດຳເນີນກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ ແລະ ວຽກກອງທຶນສາມັກຄີພັດທະນາຂອງແນວລາວສ້າງຊາດຢູ່ແຂວງຄຳມ່ວນ. ຈາກນັ້ນ, ໄດ້ສືບຕໍ່ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງຂອງແນວລາວສ້າງຊາດແຂວງ.
ເພີ່ມເຕີມ