ພິທີປາຖະກະຖາເລົ່າມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານຂະແໜງການທະນາຄານ ຄົບຮອບ 56 ປີ

ຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານຂະແໜງການທະນາຄານ ຄົບຮອບ 56 ປີ

ຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານຂະແໜງການທະນາຄານ ຄົບຮອບ 56 ປີ
ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານຂະແໜງການທະນາຄານ ຄົບຮອບ 56 ປີ (7 ຕຸລາ 1968-7 ຕຸລາ 2024)

 

ຂຶ້ນໃນວັນທີ 1 ພະຈິກນີ້ ທີ່ທະນາຄານດັ່ງກ່າວ ໂດຍການເປັນກຽດປາຖະກະຖາຂອງທ່ານ ບຸນສົງ ສົມມາລາວົງ ພະນັກງານອາວຸໂສບຳນານ ທຫລ,ມີທ່ານນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການ ທຫລ, ມີພະນັກງານອາວຸໂສບຳນານ, ພະນັກງານ-ລັດຖະກອນທົ່ວຂະແໜງການທະນາຄານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນສົງ ສົມມາລາວົງ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດການກໍາເນີດທະນາຄານຢູ່ເຂດປົດປ່ອຍໄລຍະປີ 1968;ຄວາມໝາຍ-ຄວາມສໍາຄັນໃນການສ້າງຕັ້ງທະນາຄານ, ສະພາບການປ່ຽນເງິນໃນລະບອບເກົ່າ ເປັນເງິນກີບປົດປ່ອຍ ຊຶ່ງການກຳເນີດຂະຫຍາຍຕົວທະນາຄານ ແມ່ນມີຄວາມໝາຍສຳຄັນທາງດ້ານປະຫວັດສາດ ແລະ ໃນຂະບວນວິວັດແຫ່ງການຂະຫຍາຍຕົວຂອງລະບົບເງິນຕາ ແລະ ຂະແໜງທະນາຄານໃນປະເທດເຮົາ, ມັນແມ່ນໝາກຜົນຂອງການຕໍ່ສູ້ກູ້ຊາດ ເພື່ອຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ເປັນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ. ຂະແໜງການທະນາຄານໄດ້ຖືກໍາເນີດຂຶ້ນໃນໄລຍະເວລາທີ່ປະເທດຊາດຢູ່ໃນສະພາວະຄວາມຫຍຸ້ງຍາກ ເປັນໄລຍະແຫ່ງການຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງຈັກກະພັດຕ່າງດ້າວຢ່າງເປັນຂະບວນຟົດຟື້ນຂອງປະຊາຊົນລາວບັນດາເຜົ່າ. ໃນເວລານັ້ນ, ສະພາບເສດຖະກິດໃນເຂດປົດປ່ອຍຢູ່ປະເທດເຮົາຍັງຫຼ້າຫຼັງ, ການຜະລິດກໍພຽງເພື່ອກຸ້ມຕົນເອງ, ໃນຂະນະທີ່ຂະແໜງທະນາຄານ ກໍຄືຄັງເງິນໃນເມື່ອກ່ອນໄດ້ເຮັດໜ້າທີ່ຢ່າງຕັ້ງໜ້າໃນການປະກອບສ່ວນສະໜັບສະໜູນຂະບວນການປະຕິວັດຊາດ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາເສດຖະກິດຂອງປະເທດຊາດໃຫ້ມີຄວາມເຂັ້ມແຂງ. ຕໍ່ໜ້າສະພາບການດັ່ງກ່າວນັ້ນເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ເຮັດສຳເລັດໜ້າທີ່ໃນການປະຕິວັດຊາດປະຊາທິປະໄຕໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນການສ້າງເງື່ອນໄຂເອື້ອອໍານວຍໃນການພັດທະນາເສດຖະກິດ-ການເງິນໃຫ້ມີຄວາມເຂັ້ມແຂງ, ສາມາດປະກອບສ່ວນທຶນຮອນເຂົ້າໃນການຊຸກຍູ້ການຜະລິດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເປັນກ້າວໆ, ໃນໄລຍະນີ້ເອງໄດ້ເປັນຈຸດເລີ່ມຕົ້ນໃນການສ້າງຕັ້ງ ທະນາຄານໂດຍແບ່ງເຫດການອອກເປັນແຕ່ລະໄລຍະ ເລີ່ມແຕ່ກອງປະຊຸມຄົບຄະນະຂອງສູນກາງພັກປະຊາຊົນລາວ ຄັ້ງທີ 3 ສະໄໝທີ I ໃນເດືອນ 3 ປີ 1966. ພ້ອມນີ້, ຍັງຍົກໃຫ້ເຫັນຄວາມຈໍາເປັນໃນການປະຕິຮູບລະບົບທະນາຄານຂັ້ນໜຶ່ງ ເປັນທະນາຄານສອງຂັ້ນ ແລະ ການເຄື່ອນໄຫວວຽກງານຫຼັງຈາກການປະຕິຮູບ; ສົມທຽບການບໍລິຫານງານໃນເມື່ອກ່ອນກັບໄລຍະໃໝ່ ຫຼືປັດຈຸບັນ.

ການປາຖະກະຖາໃນຄັ້ງນີ້, ເພື່ອໃຫ້ສະມາຊິກພັກ-ພະນັກງານຮຸ່ນຫຼັງຂອງຂະແໜງທະນາຄານໄດ້ເຊື່ອມຊຶມມູນເຊື້ອປະຫວັດຄວາມເປັນມາ ກໍຄືຜົນງານເຄື່ອນໄຫວຂອງຂະແໜງທະນາຄານຕະຫຼອດໄລຍະເວລາ 56 ປີຜ່ານມາ, ພ້ອມທັງເປັນການປຸກລະດົມຄວາມສາມັກຄີອັນແໜ້ນແຟ້ນສະຕິປັນຍາອັນສະຫຼາດສ່ອງໄສ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມໜ້າທີ່ໆໄດ້ຮັບມອບໝາຍໃຫ້ມີໝາກມີຜົນສຳເລັດເປັນຢ່າງດີ ພ້ອມຍົກສູງນໍ້າໃຈເສຍສະຫຼະ ແລະ ຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນເປັນເທົ່າຕົວ ພ້ອມກັນເປັນຈິດໜຶ່ງໃຈດຽວກັນສູ້ຊົນບຸກບືນຈັດຕັ້ງປະຕິບັດພາລະບົດບາດຂອງຂະແໜງທະນາຄານໃຫ້ມີບາດກ້າວ ໃໝ່ທີ່ຕັ້ງໜ້າຂຶ້ນກວ່າເກົ່າ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ