ຫວນຄື່ນມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງເຫຼົ່າຮົບຊ່າງແສງຣັດເຊຍ ຄົບຮອບ 323 ປີ

ຫວນຄື່ນມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງເຫຼົ່າຮົບຊ່າງແສງຣັດເຊຍ ຄົບຮອບ 323 ປີ
ກອງເສນາທິການກວດກູ້ ແລະ ທຳລາຍລະເບີດເພື່ອມະນຸດສະທໍາ ກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດ ຮ່ວມກັບ ໜ່ວຍງານເກັບກູ້ລະເບີດ ສູນກູ້ມິນສາກົນກຳລັງປະກອບອາວຸດແຫ່ງສະຫະພັນຣັດເຊຍ ໄດ້ຈັດພິທີປາຖະກະຖາ ຫວນຄື່ນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ກໍາລັງປະກອບອາວຸດ ແຫ່ງ ສະຫະພັນຣັດເຊຍ ຄົບຮອບ 323 ປີ ຂຶ້ນໃນວັນທີ່ 21 ມັງກອນນີ້ ທີ່ສະໂມສອນໃຫຍ່ອົງການປົກຄອງເມືອງກາສີ ແຂວງວຽງຈັນ, ພາຍໃຕ້ການເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພັນໂທ ມາກຊິມ ເຕີຄາເຊັບ ຫົວໜ້າໜ່ວຍງານເກັບກູ້ລະເບີດ ສູນກູ້ມີນສາກົນ ກຳລັງປະກອບອາວຸດແຫ່ງສະຫະພັນຣັດເຊຍ, ມີເລຂາພັກເມືອງເຈົ້າເມືອງກາສີ, ຮອງທີ່ປຶກສາທູດຝ່າຍທະຫານ ສະຖານເອກອັກຄະລັດຖະທູດ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ, ມີບັນດານາຍ ແລະ ພົນທະຫານທັງຝ່າຍລາວ-ຣັດເຊຍເຂົ້າຮ່ວມ.
ທ່ານ ພົນຕີ ຈັນທອງ ສອນຕະອາດໄດ້ກ່າວ່າ: ເພື່ອສືບຕໍ່ພາລະກິດປະຕິວັດຂອງກອງທັບ ພວກເຮົາຕ້ອງໄດ້ເພີ່ມທະວີເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າອົງອາດ ຂອງກອງທັບປະຊາຊົນລາວ ພວກເຮົາເປັນຕົ້ນ: ເພີ່ມທະວີຄວາມຈົງຮັກພັກດີ ບໍລິສຸດຜຸດຜ່ອງຕໍ່ປະເທດຊາດ, ຕໍ່ພັກ,ຕໍ່ປະຊາຊົນລາວບັນດາເຜົ່າຕັ້ງໜ້າປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ໜ້າທີ່ການເມືອງຂອງກອງທັບ, ເດັດດ່ຽວປົກປັກຮັກສາລະບອບການເມືອງ, ປົກປັກຮັກສາອໍານາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ສຸມໃສ່ເຮັດໃຫ້ສະພາບໃນທົ່ວປະເທດ ມີຄວາມສະຫງົບໜັກແໜ້ນ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເພີ່ມທະວີການນໍາພາຂອງພັກ ຕໍ່ກອງທັບເດັດຂາດ, ໂດຍກົງ, ຮອບດ້ານ, ສ້າງກອງທັບປະຊາຊົນລາວ ໃຫ້ເປັນກອງທັບມີແບບແຜນທັນສະໄໝ, ເຊີດຊູນໍ້າໃຈເປັນເຈົ້າການເພິງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນໍ້າໃຈປະຢັດມັດທະຍັດ, ສຸມໃສ່ວຽກງານຮັບປະກັນພະລາທິການ, ເຕັກນິກ ຮັບປະກັນໃຫ້ກອງທັບເຮັດສໍາເລັດໜ້າທີ່ແຕ່ລະໄລຍະ, ຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກອງທັບບັນດາປະເທດເພື່ອນມິດ, ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ.
ທ່ານ ພົນຕີ ຈັນທອງ ສອນຕະອາດ ໄດ້ໃຫ້ຮູ້ຕື່ມວ່າ: ຕະຫຼອດໄລຍະ 75 ປີ ແຫ່ງການຕໍ່ສູ້ ແລະ ເຄື່ອນໄຫວຢ່າງລຽນຕິດໃນເງື່ອນ ໄຂທີ່ຫຍຸ້ງຍາກລຳບາກ ແລະ ທຸລະກັນດານທີ່ສຸດນັ້ນ, ພາຍໃຕ້ການນຳພາຂອງພັກ, ບັນດາກຳລັງປະກອບອາວຸດປະຊາຊົນລາວ ໄດ້ເຮັດສຳເລັດພາລະກິດປະຕິວັດອັນຍິ່ງໃຫຍ່ ແລະ ໜັກໜ່ວງທີ່ພັກມອບໝາຍໃຫ້ຢ່າງສະຫງ່າງາມ, ສ້າງຜົນງານອັນດີເດັ່ນ, ວິລະກຳອັນລ້ຳເລີດ ປະດັບໄວ້ໃນໜ້າປະຫວັດສາດຂອງຊາດຢ່າງສົມກຽດ, ສ້າງມູນເຊື້ອອັນດີງາມຫຼາຍປະການໄວ້ໃຫ້ແກ່ກຳລັງປະກອບອາວຸດປະຕິວັດ. ສົມແລ້ວທີ່ເປັນກອງທັບວິລະຊົນຂອງຊາດລາວວິລະຊົນ, ຊຶ່ງໄດ້ຮັບຄຳສັນລະເສີນຈາກພັກ ແລະ ລັດວ່າ: ກອງທັບຍາມໃດກໍນໍາໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າທຸກອຸປະສັກ, ຕີເອົາຊະນະສັດຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ ແລະ ຕະຫຼອດໄລຍະ 75 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປະກອບອາວຸດ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ; ຕະຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປດ້ວຍຜົນງານ ແລະ ໄຊຊະນະອັນສະຫງ່າລາສີ;ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະ
ຕິວັດລາວ, ກຳລັງປະກອບອາວຸດພວກເຮົາ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວສູ້ຮົບຢ່າງພິລະອາດຫານ, ອອກແຮງປັບປຸງກໍ່ສ້າງກຳລັງຂອງຕົນ ໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລຳດັບມາ.
ໃນໂອກາດນີ້ທ່ານ ພັນໂທ ມາກຊິມ ເຕີຄາເຊັບ ກໍໄດ້ຂຶ້ນປາຖະກະຖາ ວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ກໍາລັງປະກອບອາວຸດ ແຫ່ງ ສະຫະພັນຣັດເຊຍ ຄົບຮອບ 323 ປີ ຊຶ່ງທ່ານໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດ ຄວາມເປັນມາ ແລະ ການເຕີບໃຫຍ່ ຂະຫຍາຍຕົວຂອງວັນດັ່ງກ່າວຕື່ມອີກ.ຂ່າວ,ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ