ພາຍຫຼັງບໍລິສັດກາເຟຈີນຈົງຄາໄດ້ນຳເອົາລະບົບອິນເຕີເນັດຄວາມໄວສູງ(5G+)ມານຳໃຊ້ເຂົ້າໃນລະບົບການບໍລິການຂາຍສິນຄ້າໄດ້ເຮັດໃຫ້ລູກຄ້າສາມາດສັ່ງຈອງສິນຄ້າໄດ້ງ່າຍເນື່ອງຈາກລະບົບດັ່ງກ່າວມີຄວາມໄວເຮັດໃຫ້ລູກຄ້າເຂົ້າເຖິງຈຸດຂາຍໄດ້ດີເພາະບໍ່ມີບັນຫາເລື່ອງລະບົບສັນຍານ,ໃນຂະນະດຽວກັນໄດ້ເຮັດໃຫ້ຍອດຂາຍສິນຄ້າຂອງບໍລິສັດກາເຟຈີນຈົງຄາບັນລຸຍອດຂາຍເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະປີ.
ທ່ານຢິນຮອງຜູ້ອຳນວຍການຝ່າຍປະຕິບັດງານຂອງບໍລິສັດກາເຟຈີນຈົງຄາໄດ້ໃຫ້ຮູ້ວ່າ:ຫົວເຫວີຍໄດ້ເຂົ້າມາຮ່ວມມືກັບບໍລິສັດຊ່າຍນ່າໂມບາຍຢຸນນານໃນການສະໜອງລະບົບອິນເຕີເນັດ(5G+) ໃຫ້ກັບບໍລິສັດກາເຟຈີນຈົງຄາຊຶ່ງໄດ້ເຮັດໃຫ້ລະບົບການນຳໃຊ້ອິນເຕີເນັດເຂົ້າໃນການບໍລິຫານຈັດການວຽກງານມີຄວາມສະດວກໂດຍສະເພາະແມ່ນການຈຳໜ່າຍສິນຄ້າຂອງບໍລິສັດ, 5G+ຍັງຊ່ວຍປັບປຸງຄວາມໄວໃນການປະມວນຜົນຄຳສັ່ງ,ປັບປຸງປະສົບການການເຮັດທຸລະກຳຂອງລູກຄ້າ.ນີ້ໝາຍຄວາມວ່າລູກຄ້າບໍ່ພຽງແຕ່ສາມາດສັ່ງແລະຈ່າຍໄດ້ໄວ,ແຕ່ຍັງໄດ້ຮັບການບໍລິການທີ່ພວກເຂົາຕ້ອງການໄວຂຶ້ນແລະບັນດາລູກຄ້າທີ່ຕ້ອງການສິນຄ້າກໍສາມາດຕິດຕໍ່ພົວພັນໄດ້ງ່າຍເພາະບໍ່ມີບັນຫາໃນເລື່ອງລະບົບສັນຍານ,ປັດຈຸບັນບໍລິສັດກາເຟຈີນຈົງຄາແມ່ນນຳໃຊ້ລະບົບອິນເຕິເນັດເຂົ້າໃນການຈຳໜ່າຍສິນຄ້າ, ເຄືອຂ່າຍ5G+ຄວາມໄວສູງຊ່ວຍໃຫ້ລູກຄ້າສາມາດເຂົ້າເຖິງຜະລິດຕະພັນຂອງບໍລິສັດໄດ້ງ່າຍ,ເບິ່ງວິດີໂອການສາທິດຜະລິດຕະພັນແລະສາມາດເຂົ້າຮ່ວມກິດຈະກໍາການໂຕ້ຕອບຜ່ານການໄລ້ສົດເທິງແອັບພິເຄຊັ່ນຕິກຕ໋ອກ.ໜາຍວ່າ:ຖ້າຫາກລູກຄ້າທີ່ສົນໃຈສິນຄ້າຂອງບໍລິສັດແມ່ນສາມາດສັ່ງຈອງຜ່ານຕິກຕ໋ອກແລະແອບພິເຄຊັ່ນຕ່າງໆຂອງບໍລິສັດ,ໃນຂະນະທີ່ບໍລິສັດໄດ້ເຮັດລາຍການໄລ້ສົດໂດຍຜ່ານແອັບພິເຄຊັ່ນຕິກຕ໋ອກໄດ້ມີລູກຄ້າເຂົ້າມາສັ່ງສິນຄ້າເປັນຈຳນວນຫຼວງຫຼາຍຊຶ່ງມີຍອດຂາຍດີທີ່ສຸດພາຍໃນແຂວງແລະບັນດາແຂວງເປັນຕົ້ນໄດ້ສົ່ງອອກໄປຂາຍທີ່ປັກກິ່ງ,ຊຽງໄຮ້ແລະກວງຕຸ້ງ.
ທ່ານໃຫ້ຮູ້ຕື່ມວ່າ:ສຳລັບວັດຖຸດິບກາເຟທີ່ບໍລິສັດນຳເຂົ້າມາຜະລິດ75% ແມ່ນໄດ້ມາຈາກບໍລິສັດຊຸກຍູ້ໃຫ້ປະຊາຊົນປູກແລ້ວເກັບຊື້ຄືນນຳປະຊາຊົນຊຶ່ງເຂດທີ່ໃຫ້ປະຊາຊົນປູກແມ່ນເປັນເຂດທີ່ເໝາະສົມທີ່ສຸດໃນການປູກກາເຟ,ເພາະໃນເຂດດັ່ງກ່າວມີອາກາດເຢັນ,ດິນດີຊຶ່ງໃນເວລາຜົນຜະລິດອອກມາແມ່ນໄດ້ຄຸນນະພາບເວົ້າລວມແລ້ວ,ການນໍາເອົາເຕັກໂນໂລຊີ 5G+ເຂົ້າມານຳໃຊ້ໃນບໍລິສັດສາມາດຊ່ວຍບໍລິສັດກາເຟປັບປຸງປະສົບການຂອງລູກຄ້າ,ປັບປຸງປະສິດທິພາບພາຍໃນ,ຂະຫຍາຍຊ່ອງທາງການຕະຫຼາດ,ແລະໃຫ້ຄວາມເປັນໄປໄດ້ຫຼາຍຂຶ້ນສໍາລັບນະວັດຕະກໍາດີຈີຕອນໃນອະນາຄົດ; ບໍລິສັດກາເຟຈົງຄາແມ່ນມີສຳນັກງານຕັ້ງຢູ່ມົນທົນຢຸນນານສປຈີນ.
(ຂ່າວ-ພາບ:ສຳນານ)

ຄໍາເຫັນ