ຫສນຍ ສະຫຼຸບວຽກງານປະຈຳປີ 2023 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ຫສນຍ ສະຫຼຸບວຽກງານປະຈຳປີ 2023 ແລະ ກອງປະຊຸມທີ່ກ່ຽວຂ້ອງ
ໃນຕອນເຊົ້າວັນທີ31 ມັງກອນ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກໍ່ສ້າງພັກ, ພະນັກງານ ແລະ ວຽກງານວິຊາສະເພາະ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ແລະ ປະກາດການຈັດຕັ້ງ, ພາຍໃຕ້ການເປັນປະທານ ຂອງທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ໂດຍການໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ໃຫ້ທິດຊີ້ນຳ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ,ທ່ານຮອງປະທານອົງການກາແດງແຫ່ງຊາດລາວ, ບັນດາທ່ານຄະນະກົມ, ຄະນະຫໍປະຊຸມແຫ່ງຊາດ,ພະນັກງານ-ລັດຖະກອນ, ພະນັກງານອາວຸໂສບຳນານ ທີ່ສັງກັດ ຫສນຍ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ ຮອງຫົວໜ້າ ຫສນຍ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານພັກ-ພະນັກງານ ແລະ ວຽກງານວິຊາສະເພາະ ຂອງ ຫສນຍ ປະຈຳປີ 2023 ແລະ ທິດທາງແຜນວຽກງານຈຸດສຸມ ປະຈຳປີ 2024 ໂດຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນ ໃນການກໍ່ສ້າງພັກ-ພະນັກງານ, ການປັບປຸງການຈັດຕັ້ງ, ການປະຕິບັດນະໂຍບາຍ ຕໍ່ພະນັກງານ-ລັດຖະກອນ ແລະ ພະນັກງານບຳນານ, ການນຳພາ-ຊີ້ນຳ ແລະ ເຄື່ອນໄຫວວຽກງານອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ກໍຄືການປະຕິບັດ ຄຳຂວັນ 3 ດີ ຂອງ ຫສນຍ ຄື: ເປັນເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ ຕິດພັນກັບປະຕິບັດທິດ 3 ຫັນ (ຫັນປ່ຽນຈາກແນວຄິດຄອງຄອຍ, ລໍຖ້າຄໍາສັ່ງ, ລັງເລ ໄປສູ່ຄວາມເປັນເຈົ້າການກວ່າເກົ່າ; ຫັນຈາກການເຮັດວຽກບໍ່ມີແຜນການຮັດກຸມ ໄປສູ່ການເຮັດວຽກຢ່າງມີລະບົບ, ມີລະບຽບ, ມີຈຸດສຸມ ແລະ ມີຄາດໝາຍທີ່ຊັດເຈນ; ແລະ ຫັນຈາກລະບົບການເຮັດວຽກຫຼາຍຂັ້ນຂອດ ໄປສູ່ລະບົບການເຮັດວຽກທີ່ສະດວກ, ວ່ອງໄວ, ຖືກຕ້ອງ ແລະ ທັນສະໄໝກວ່າເກົ່າ). ຄຽງຄູ່ກັນນັ້ນ ກໍໄດ້ຍົກໃຫ້ເຫັນສາເຫດທີ່ພາໃຫ້ມີດ້ານດີ, ຈຸດອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນວຽກຈຸດສຸມໃນຕໍ່ໜ້າ, ລວມທັງມາດຕະການໃນການຈັດຕັ້ງປະຕິບັດ; ຜູ້ເຂົ້າຮ່ວມກອງປະຊຸມຈຳນວນໜຶ່ງ ກໍໄດ້ປະກອບຄຳເຫັນ ຕໍ່ບົດສະຫຼຸບດັ່ງກ່າວ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ແທດຕົວຈິງກວ່າເກົ່າ ແລະ ເປັນບ່ອນອີງທີ່ເປັນເອກະພາບສູງ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນເປັນຢ່າງດີ.ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ຮັບຟັງຄຳຄິດຄຳເຫັນ ແລະ ໄດ້ສຳພາດພະນັກງານອາວຸໂສບຳນານ ທີ່ເປັນອະດີດການນຳ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຊຶ່ງເຫັນວ່າໄດ້ມີບາດກ້າວຫັນປ່ຽນຫຼາຍດ້ານ  ສະແດງອອກໃນຜົນງານທີ່ຍາດມາໄດ້,ການປະຕິບັດນະໂຍບາຍຕໍ່ພະນັກງານບໍານານ ກໍຄື ພະນັກງານທີ່ຍັງປະຈໍາການກໍໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.
ໃນໂອກາດດຽວກັນ, ກໍໄດ້ມີພິທີປະກາດການຈັດຕັ້ງ ພາຍໃນ ຫສນຍ, ໃນນັ້ນ ທ່ານນາງ ວິໄລ ພິລາວົງຮອງຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ຈຳນວນ 2 ທ່ານ ຄື: ທ່ານ ເຂິງຄໍາ ແກ້ວໜູຈັນ ແລະ ທ່ານ ນາງ ບຸນໜັກ ດາລາງາແກ້ວ. ພ້ອມນີ້, ທ່ານ ຖາວອນ ຈັນທະລາຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຫສນຍ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງທ່ານລັດຖະມົນຕີ, ຫົວໜ້າ ຫສນຍ ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າກົມ ຈຳນວນ 2 ທ່ານ ຄື: ແຕ່ງຕັ້ງທ່ານ ຊາຍຄໍາ ພຸດທະວົງຮອງຫົວໜ້າກົມຄົ້ນຄວ້າສັງລວມ ເປັນຮັກສາການຫົວໜ້າກົມຄົ້ນຄວ້າສັງລວມ; ແຕ່ງຕັ້ງທ່ານ ນາງ ສຸລິກັນ ພົມມະຈັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ເປັນຮັກສາການຫົວໜ້າກົມຈັດຕັ້ງ ແລະ ພະນັກງານ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ກອງປະຊຸມ ໄດ້ຮັບກຽດຢ່າງສູງ ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກທ່ານ ນາຍົກລັດຖະມົນຕີ ຊຶ່ງທ່ານໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜົນງານພົ້ນເດັ່ນ ທີ່ສາມາດປະຕິບັດໄດ້ ໃນປີຜ່ານມາ; ຍົກໃຫ້ເຫັນສະພາບພົ້ນເດັ່ນທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ລວມທັງ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ໃນໄລຍະຜ່ານມາ ແລະ ປັດຈຸບັນ; ໄດ້ເຜີຍແຜ່ທິດຊີ້ນຳຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດກ່ຽວກັບເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຫຼື ເອີ້ນວ່າ “ສອຈ” ຊຶ່ງໝາຍເຖິງເສດຖະກິດ ຂອງປະເທດໜຶ່ງ ທີ່ມີຄວາມພະຍາຍາມອອກຈາກລະບົບ, ລະບອບເສດຖະກິດເພິ່ງພາ ແລະ ເອື່ອຍອີງ ໃຫ້ກາຍເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໜັກແໜ້ນ. ຕ້ອງໄດ້ເອົາໃຈໃສ່ສ້າງຄວາມເປັນເຈົ້າຂອງໃນສິ່ງທີ່ເຮົາມີ, ໃນສິ່ງທີ່ເຮົາເຮັດໄດ້, ຮູ້ອີງໃສ່ທ່າແຮງບົ່ມຊ້ອນຂອງປະເທດ, ຮູ້ໃຊ້ຊັບພະຍາກອນທີ່ເຮົາມີຢ່າງຄຸ້ມຄ່າ ແລະ ຮູ້ວາງແຜນໃນການຂຸດຄົ້ນຊັບພະຍາກອນຂອງຊາດ, ໃຫ້ຄົນລາວເປັນເຈົ້າຫຼາຍຂຶ້ນ, ໄດ້ເງິນມາຕ້ອງຮູ້ປະຢັດ, ຮູ້ອົດອອມ, ຮູ້ໃຊ້ຈ່າຍຢ່າງກຸ້ມຄ່າ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມອອກມາເລື້ອຍໆ. ພ້ອມກັນນັ້ນ “ສອຈ” ຕ້ອງຮູ້ເຂົາ-ຮູ້ເຮົາ ດີ ແລະ ເລິກເຊິ່ງ ເປັນຕົ້ນຕ້ອງຮູ້ຈັກຕະຫຼາດພາຍໃນ ແລະ ຕ້ອງຮູ້ການແບ່ງປັນ ຈາກຕະຫຼາດສາກົນ;ຮູ້ຈັກເຂົ້າເຖິງຕະຫຼາດແລະເຂົ້າເຖິງເຕັກໂນໂລຊີໃໝ່ທີ່ທັນສະໄໝຈາກໂລກແລະນຳໃຊ້ສິ່ງທີ່ເຂົາມີແຕ່ເຮົາບໍ່ມີໃຫ້ໄດ້ຢ່າງເໝາະສົມແລະມີການເລືອກເຟັ້ນ; ຕ້ອງເດັດດ່ຽວເອົາເສດຖະກິດເຮົາເຂົ້າສູ່ການເປັນໂລກາພິວັດ, ເອົາສິນຄ້າພາຍໃນອອກສູ່ໂລກ; ໃຊ້ຊັບພະຍາກອນຂອງຊາດໃຫ້ອອກມາເປັນສິນຄ້າເພື່ອໃຫ້ອອກສູ່ຕະຫຼາດໂລກແລະເປັນເຈົ້າການນຳເອົາສິ່ງຈາກໂລກພາຍນອກມາໃຊ້ພາຍໃນຢ່າງມີການຄິດໄລ່ໄຕ່ຕອງ; ເອົາສິ່ງທີ່ເຮົາມີຢູ່ນີ້ກະທົບໃສ່ໂລກພາຍນອກໃຫ້ເກີດອອກມາເປັນເງິນ-ເປັນທຶນທີ່ຈັບຕ້ອງໄດ້; ຮູ້ຈັກເອົາທຶນ, ເອົາຄວາມຮູ້, ເຕັກໂນໂລຊີ ຈາກພາຍນອກມາກະທົບໃສ່ຊັບພະຍາກອນຂອງປະເທດເຮົາ ໃຫ້ເກີດເປັນມູນຄ່າເພີ່ມ ຢ່າງມີຄວາມເປັນເຈົ້າ ແລະ ອື່ນໆ. 
ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ ຫສນຍ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນຄົ້ນຄວ້າເຮັດໃຫ້ກົງຈັກການຈັດຕັ້ງຫສນຍ ຕ້ອງກະທັດຮັດ, ມີປະສິດທິຜົນ;ວຽກງານເສນາທິການ ໂດຍສະເພາະ ວຽກງານຄົ້ນຄວ້າວິໄຈບັນຫາ, ສັງລວມເອກະສານ, ຮ່າງບົດປາໄສຕ່າງໆ ໃຫ້ແກ່ທ່ານນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ຕ້ອງມີເນື້ອໃນແທດເໝາະກັບຄວາມເປັນຈິງ, ຖືກຈຸດ ແລະ ສາມາດປະຕິບັດໄດ້; ການບໍລິຫານ-ການຈັດການ ຕ້ອງວ່ອງໄວ, ຊັດເຈນ ຊຶ່ງພະນັກງານ-ລັດຖະກອນທຸກຄົນ ພາຍໃນ ຫສນຍ ຕ້ອງມີນໍ້າໃຈຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ ແລະ ຮອບຄອບ; ບໍ່ອູ້ມວຽກ, ບໍ່ປະໃຫ້ແກ່ຍາວເວລາ; ຕ້ອງຊື່ສັດບໍລິສຸດ, ຕ້ອງກ້າຫານ ສະເໜີຄໍາເຫັນຕໍ່ຂັ້ນເທິງ ຢ່າງກົງໄປກົງມາ,ພາວະວິໄສ; ຕ້ອງປະຕິບັດໜ້າທີ່ວຽກງານ ຕາມລະບຽບການແລະກົນໄກເຮັດວຽກ; ຕ້ອງຮັກສາຄວາມລັບທາງລັດຖະການ, ອັນໃດອະນຸຍາດໃຫ້ເປີດເຜີຍໄດ້ ຈຶ່ງເປີດເຜີຍ; ບັນຫາທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ, ກອງປະຊຸມລັດຖະບານ ຕ້ອງຄົ້ນຄວ້າລະອຽດຖີ່ຖ້ວນຕາມລະບຽບກົດໝາຍທີ່ກຳນົດໄວ້, ກະກຽມເອກະສານໃຫ້ຄົບຖ້ວນ ແລະ ທັນຕາມກຳນົດເວລາ, ແຈ້ງຜົນກອງປະຊຸມ ກໍຄືທິດຊີ້ນຳຂອງຂັ້ນເທິງໃຫ້ຖືກຕ້ອງ, ທັນການ ແລະ ມີການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຂອງພາກສ່ວນກ່ຽວຂ້ອງ;ການປະສານງານ ຕ້ອງເຮັດໃຫ້ດີ ເພື່ອປະຕິບັດວຽກງານຂອງຕົນສໍາເລັດ, ມີປະສິດທິຜົນ ແລະ ເພື່ອຊຸກຍູ້ການປະຕິບັດວຽກງານຂອງຂະແໜງການ ແລະ ທ້ອງຖິ່ນ;ການໄປເຮັດວຽກຢູ່ທ້ອງຖິ່ນ ຕ້ອງມີຈຸດສຸມ, ໄປແລ້ວຈະຕົກລົງບັນຫາຫຍັງ; ຕ້ອງມີຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວ, ກ້າຕໍານິສົ່ງຂ່າວ ເພື່ອກໍ່ສ້າງ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນການເຮັດວຽກ; ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ການຫັນເປັນດີຈີຕອນເພື່ອປັບປຸງການຈັດຕັ້ງປະຕິບັດວຽກ;ສືບຕໍ່ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນ, ປະຕິບັດແບບແຜນວິທີເຮັດວຽກລວມສູນ ຕາມຫຼັກການນໍາພາຂອງພັກ, ບໍ່ຫຼີກ ແລະ ບໍ່ໂຍນຄວາມຮັບຜິດຊອບ. ສຳລັບບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຕ້ອງເພີ່ມທະວີຄວາມເຂັ້ມງານ ຕາມຄວາມຮັບຜິດຊອບທີ່ເພີ່ມສູງຂຶ້ນ, ມີຄວາມເປັນເອກະພາບພາຍໃນໝູ່ຄະນະ  ເພື່ອພ້ອມກັນຈັດຕັ້ງປະຕິບັດໜ້າທີ່ ທີ່ພັກ-ລັດ ມອບໝາຍໃຫ້ມີຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້.
    ໃນຕອນບ່າຍ ຂອງວັນດຽວກັນ, ຫສນຍ ຍັງໄດ້ສືບຕໍ່ດຳເນີນພິທີສະຫຼຸບວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2023 ແລະ ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈໍາປີ 2024; ສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ປະຈຳປີ 2023 ແລະ ເປີດຂະບວນການແຂ່ງຂັນ ກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ປະຈຳປີ 2024 ຕື່ມອີກ.
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ