ເຂົ້າຮ່ວມຂະບວນການປູກຕົ້ນໄມ້ຄັ້ງນີ້, ມີ ທ່ານ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກປະທານກວດກາພັກຮອງຫົວໜ້າ ຫສພ, ມີ ບັນດາພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນພາຍໃນຫສພ ພ້ອມດ້ວຍລູກຫຼານຂອງພະນັກງານພາຍໃນ ຫສພ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານວັນໄຊ ແພງຊຸມມາໄດ້ມີຄໍາເຫັນ ແລະ ຄໍາອວຍໄຊອັນປະເສີດມາຍັງລູກຫຼານ ຂອງພະນັກງານຫສພ ທຸກໆຄົນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ, ຄວາມຈະເລີນ, ເປັນຄົນຮູ້ຜູ້ດີຂອງສັງຄົມ, ເປັນຄົນດີຂອງພໍ່, ແມ່, ຄອບຄົວ; ພ້ອມນີ້, ຍັງໄດ້ອວຍໄຊໃຫ້ພອນມາຍັງ ພໍ່, ແມ່, ຜູ້ປົກຄອງເດັກ ຈົ່ງມີສຸຂະພາບແຂງແຮງ-ເຂັ້ມແຂງ, ຂໍໃຫ້ສືບຕໍ່, ດູແລ-ເບິ່ງແຍງ ແລະ ສົ່ງເສີມລູກຫຼານ ຂອງຕົນໃຫ້ໄດ້ຮັບການສຶກສາ, ຮໍ່າຮຽນເລື້ອຍໆ.
ຕົ້ນໄມ້ທີ່ນໍາມາປູກຄັ້ງນີ້, ມີຕົ້ນໄມ້ປະດັບ ແລະ ຕົ້ນໄມ້ໃຫ້ໝາກຈໍານວນໜຶ່ງ.
(ຂ່າວ-ພາບ: ແສງຈັນ)
ຄໍາເຫັນ