![]() |
ໃນພິທີດັ່ງກ່າວ, ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າຫ້ອງວ່າການ ສຳນັກງານປະທານປະເທດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ໄດ້ໃຫ້ກຽດເຜີຍແຜ່ 4 ເອກກະສານ ຊຶ່ງປະກອບມີ: ເອກກະສານເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ເລກທີ 26/ກມສພ, ເພີ່ມທະວີການນຳພາແນວຄິດ, ເສີມຂະຫຍາຍສິດປະຊາທິປະໄຕຂອງປະຊົນບັນດາເຜົ່າເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ກຳແໜ້ນເນື້ອໃນສຳຄັນຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາຂັ້ນແຂວງ ແລະ ແຜນດຳເນີນງານຂອງຄະນະກຳມະການເລືອກຕັ້ງລະດັບຊາດເລກທີ 02/ຄລຊ.
ໃນການຈັດຕັ້ງເຜີຍແຜ່ເອກະສານສຳຄັນຄັ້ງນີ້ ແມ່ນເພື່ອເຮັດໃຫ້ ສະມາຊິກພັກ ແລະ ພະນັກງານທົ່ວຫ້ອງວ່າການ ສຳນັກງານປະທານປະເທດໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈຕໍ່ເນື້ອໃນສຳຄັນຂອງເອກະສານ, ໂດຍສະເພາະໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ໃນຄັ້ງນີ້ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ກຳນົດໄວ້.
(ຂ່າວ-ພາບ: ສຳນານ)

ຄໍາເຫັນ