ພະແນກແຮງງານແລະສະຫວັດດີການສັງຄົມ(ຮສສ) ແຂວງຄໍາມ່ວນໄດ້ຈັດກອງປະຊຸມປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນປະຈຳປີ2023 ຂຶ້ນໃນວັນທີ 28 ກັນຍານີ້ ທີ່ພະແນກດັ່ງກ່າວໂດຍການເປັນປະທານຂອງທ່ານສີໄຮແກ້ວໄກຖິ່ນຫົວໜ້າພະແນກ ຮສສ ແຂວງ, ມີແຂກຖືກເຊີນ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານດຳລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນເລກທີ 184/ລບ, ດຳລັດສະບັບເລກທີ 300/ລບວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ ຄໍາແນະນໍາໃນການຈັດຕັ້ງປະຕິບັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນສະບັບເລກທີ 04/ພນພ້ອມທັງຮັບຟັງວິທີການໃຫ້ຄະແນນຕົນເອງແລະໝູ່ຄະນະ.
ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອແນໃສ່ເຮັດໃຫ້ບັນດາພະນັກງານ-ລັດຖະກອນໄດ້ຮັບຮູ້ເຊື່ອມຊຶມ-ເຂົ້າໃຈຕໍ່ເນື້ອໃນເອກະສານດັ່ງກ່າວ ເພື່ອດໍາເນີນວຽກງານຢ່າງເປັນລະບົບ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຮັບປະກັນຄວາມເປັນເອກະພາບ, ໂປ່ງໃສຖືກຕ້ອງກັບສະພາບຄວາມເປັນຈິງ.ພະແນກ ຮສສ ແຂວງມີພະນັກງານທັງໝົດ 87 ຄົນ ຍິງ 39 ຄົນ.
ຂ່າວ-ພາບ: ມະນີວັນ

ຄໍາເຫັນ