ການແຂ່ງຂັນ ຊ່ວງເຮືອ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2025 ທີ່ເທສະບານເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 5-7 ຕຸລາ 2025ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນ ຈາກພາຍໃນ ແລະ ຕ່າງແຂວງ ຈໍານວນ 20 ລໍາ.ໃນນີ້, ເຮືອປະເພດ 30-35 ສີພາຍມີ 11 ລໍາ, ເຮືອປະເພດ 50-55 ສີພາຍມີ 5 ລໍາ ແລະ ເຮືອຊ່ວງມິດຕະພາບ 30-35 ສີພາຍ ທີ່ມາຈາກ ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທມີ 4 ລໍາ, ຊຶ່ງຜົນການແຂ່ງຂັນດັ່ງນີ້:ເຮືອປະເພດ 50-55 ສີພາຍ ອັນດັບທີ 1 ໄດ້ແກ່ ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອເພັດສີໂພໄຊ ຈາກບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດ, ອັບດັບທີ 3 ເຮືອ ດາວພະສຸກ ບ້ານຫາດຄໍາຮຽງ ເມືອງເຊບັ້ງໄຟ ແລະ ອັນດັບທີ 4 ເຮືອຄຸດທອງຄໍາ ບ້ານປາກເປັ່ງ ເມືອງທ່າແຂກ.ປະເພດ 30-35 ສີພາຍ ອັນດັບທີ 1 ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ, ອັບດັບທີ 3 ເຮືອ 20ມັງກອນ ກອງບັນຊາການທະຫານ (ປກຊ) ແຂວງຄໍາມ່ວນ ແລະ ອັນດັບທີ 4ເຮືອພອນພຣະອິນປົງ SS ກໍ່ສ້າງ, ສຳລັບຜົນການແຂ່ງຂັນເຮືອມິດຕະພາບ ລະຫວ່າງ ທ່າແຂກ-ນະຄອນພະນົມ ອັນດັບທີ 1 ເຮືອ ພົງສະຫວັນນາງຄໍາໄຫຼ ບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອ 20ມັງກອນ ປກຊ ແຂວງ, ອັນດັບທີ 3 ເຮືອ ອິງຟ້າ ນາວາ ຈາກອຳເພີເມືອງນະຄອນພະນົມ ແລະ ອັນດັບທີ 4 ເຮືອ ແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ.
ເຂົ້າຮ່ວມໃນພິທີປິດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອ ພ້ອມທັງມອບຂັນລາງວັນ ການແຂ່ງຂັນຊ່ວງເຮືອໃນຄັ້ງນີ້, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີແຂກຖືກເຊີນ ແລະ ມວນຊົນເຂົ້າຮ່ວມ. ໃນພິທີ, ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ພາກສ່ວນຕ່າງໆ ທີ່ໄດ້ປະກອບສ່ວນເຮັດໃຫ້ງານດັ່ງກ່າວ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ແລະ ມີບັນຍາກາດຄຶກຄື້ນ ມ່ວນຊື່ນ,
ນອກນີ້ຍັງໄດ້ຮັບຊົມການສະແດງສິລະປະ, ການໄຫຼເຮືອໄຟໃຫຍ່ ຈຳນວນ 2 ລໍາ ແລະ ການປ່ອຍກະໂທງສາຍ ຈຳນວນ 2,568 ດວງ ເພື່ອເປັນການບູຊາ ແລະ ຂໍຂະມາພະແມ່ຄົງຄາ ຕາມຮີເຄອງປະເພນີ.
(ຂ່າວ-ພາບ: ກອງຄໍາ)
ຄໍາເຫັນ